|

ກຽມລົງມືປັບປຸງສະຫນາມບິນວັດໄຕ ຮອງຮັບ ASEM 2012



ສະ­ຫນາມ​ບິນ​ສາ­ກົນ​ວັດໄຕ ຈະ​ສາ­ມາດ​ຮອງ​ຮັບ​ເຮືອ­ບິນຂະ­ຫນາດ​ໃຫຍ່ ແລະ ກາງ​ເພີ່ມອີກ 20 ລໍາ ຫລັງ​ຈາກ​ສຳ­ເລັດໂຄງ­ການ​ຂະ­ຫຍາຍ​ລານ​ຈອດເຮືອ­ບິນ ເພື່ອ​ຕ້ອນ­ຮັບ​ກອງ​ປະ ຊຸມ​ອາ​ເຊມ​ທີ່​ລາວ​ຈະ​ເປັນ​ເຈົ້າພາບ​ໃນ​ປີ 2012.

ການ​ຂະ­ຫຍາຍ​ສະ­ຫນາມບິນ​ສາ­ກົນ​ວັດ​ໄຕ ນັບ​ເປັນ​ປະເດັນ​ຫນຶ່ງ​ທີ່​ສັງ­ຄົມ​ໃຫ້​ຄວາມ​ສົນໃຈ ແລະ ຕິດ­ຕາມ​ມາ​ເປັນ​ພິ­ເສດ ຫລ້າ​ສຸດ​ມື້­ວານ​ນີ້​ກະ­ຊວງ​ໂຍ­ທາ ທິ​ການ ແລະ ຂົນ­ສົ່ງ​ກັບ​ບໍ­ລິ­ສັດ ໄຊ​ນາ ຊີ​ເອ​ເອັມ​ຊີ ອິນ​ຈີ​ເນຍ​ຣິງ ຈຳ­ກັດ (Chaina CAMC Engineering Co..,Ltd) ໃນ ນາມ​ຜູ້​ຮັບ​ເຫມົາ​ກໍ່​ໄດ້​ຈັດ​ພິ­ທີ​ເປີດ ໂຄງ­ການ​ກໍ່­ສ້າງ​ຢ່າງ​ເປັນ​ທາງການໂດຍ​ຄາດ​ວ່າ​ຈະ​ໃຊ້​ເວ­ລາ​ກໍ່ສ້າງ​ພາຍ​ໃນ 14 ເດືອນ​ໃຫ້​ສຳເລັດ.

ທ່ານ ຢາ​ກົວ ລໍ​ປາງ​ກາວ ຫົວຫນ້າ​ກົມ​ການ­ບິນ​ພົນ​ລະ​ເຮືອນ ໃຫ້​ຮູ້​ວ່າ: ໂຄງ­ການ​ປັບ­ປຸງ​ສະ­ຫນາມ​ບິນ​ວັດ​ໄຕ​ໃນ​ຄັ້ງ​ນີ້​ເປົ້າຫມາຍ​ສຳ­ລັບ​ສະ­ເພາະ​ຫນ້າ ແມ່ນ​ເພື່ອ​ຮອງ​ຮັບ​ເຮືອ­ບິນ​ຂອງ ປະ­ເທດ​ຕ່າງໆ​ທີ່​ຈະ​ເດີນ­ທາງ​ມາ ຮ່ວມ​ກອງ​ປະ­ຊຸມ​ອາ­ຊີ-ຢູ​ໂຣບ ຫລື ອາ​ເຊັມ​ທີ່​ລາວ​ຈະ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ໃນ​ເດືອນ​ພະ­ຈິກ​ປີ 2012 ແຕ່​ສຳ­ລັບ​ເປົ້າ​ຫມາຍ​ໄລຍະ​ຍາວ​ແລ້ວ​ແມ່ນ​ເພື່ອ​ຜັນ​ຂະຫຍາຍ​ແຜນ​ພັດ­ທະ­ນາ​ເສດ​ຖະກິດ-ສັງ­ຄົມ​ຂອງ​ລັດ­ຖະ­ບານ​ແຕ່ 2010Œ-2020 ຕາມ​ນະ­ໂຍ­ບາຍຫັນ ສປປ ລາວ​ຈາກ​ປະ­ເທດ​ບໍ່​ມີທາງ​ອອກ​ສູ່​ທະ­ເລ​ເປັນ​ປະ­ເທດ​ບໍລິ​ການ​ທາງ​ຜ່ານ ເພື່ອ​ຈະ​ສາມາດ​ປົດ​ປ່ອຍ​ຕົນ​ເອງ​ອອກ​ຈາກບັນ­ຊີ​ປະ­ເທດ​ດ້ອຍ​ພັດ­ທະ­ນາ​ໃນປີ 2020.

ສຳ­ລັບ​ງົບ­ປະ­ມານ​ທີ່​ຈະ​ນຳໃຊ້​ເຂົ້າ​ໃນ​ການ​ກໍ່­ສ້າງ​ແມ່ນ​ເປັນເງິນ​ກູ້​ຢືມ​ດອກ​ເບ້ຍ​ຕ່ຳ​ຈາກ ສປ ຈີນ ​ຈຳ­ນວນ 37,6 ລ້ານ​ກວ່າໂດ​ລາ​ສະ­ຫະ­ລັດເພື່ອ​ຂະ­ຫຍາຍລານ​ຈອດ​ເຮືອ­ບິນ​ຂະ­ຫນາດ ກາງ ແລະ ໃຫຍ່​ຈຳ­ນວນ 20 ລຳ, ບ່ອນ​ລ້ຽວ​ເຮືອ­ບິນ​ຂະ­ຫນາດ B-747, ຍົກ​ລະ­ດັບ​ທາງ​ອ້ອມ ສະ­ຫນາມ​ບິນ​ດ້ວຍ​ການ​ປູ­ຢາງອາ​ສ​ຟານ, ປັບ­ປຸງ​ລະ­ບົບ​ໄຟ­ຟ້າຕາມ​ຮົ້ວ​ອ້ອມ​ສະ­ຫນາມ ລວມເຖິງ​ລະ­ບົບ​ສະ­ບາຍ​ນ້ຳ​ພາຍ​ໃນສະ­ຫນາມ​ບິນ, ທ່ານ​ຫົວ­ຫນ້າກົມ ກ່າວ.

ຂະ­ນະ​ທີ່ ທ່ານ ນາງ ລູ ຢັນ (Ms Luo Yan) ປະ­ທານບໍ­ລິ­ສັດໄຊ​ນາ ຊີ​ເອ​ເອັມ​ຊີ​ອິນ​ຈີ ເນຍ​ຣິງ ຈຳ­ກັດ​ກໍ່​ໄດ້​ໃຫ້​ຄຳ​ຫມັ້ນສັນ­ຍາ​ວ່າ: ບໍ­ລິ­ສັດ​ຜູ້​ຮັບ​ເຫມົາເຄີຍ​ມີ​ປະ­ສົບ​ການ​ກໍ່­ສ້າງ​ໂຄງ ການ​ຂະ­ຫນາດ​ໃຫຍ່​ຈາກ​ຫລາຍປະ­ເທດ​ມາ​ແລ້ວ ແລະ ກໍ່​ໄດ້​ຮັບການ​ຍອມ­ຮັບ​ເປັນ​ຢ່າງ​ດີ ສະ­ນັ້ນ ຂໍ​ໃຫ້​ທາງ​ການ​ລາວ​ຈົ່ງ​ເຊື່ອຫມັ້ນ, ບໍ­ລິ­ສັດ​ຈະ​ເອົາ­ໃຈ­ໃສ່​ຈັດຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ອັນ​ສຳ­ ຄັນນີ້​ໃຫ້​ສຳ­ເລັດ​ຕາມ​ສັນ­ຍາ ແລະ ຮັບ­ປະ­ກັນ​ໃຫ້​ໂຄງ­ການ​ປັບ­ປຸງສະ­ຫນາມ​ບິນ​ສາ­ກົນ​ວັດ​ໄຕ​ເປັນໂຄງ­ການ​ທີ່​ປະ­ສົບ​ຜົນ­ສຳ­ເລັດຢ່າງ​ສົມ­ບູນ​ແບບ ເພື່ອ​ຕອບ​ສະຫນອງ​ແກ່​ກອງ​ປະ­ຊຸມ​ອາ­ຊີ-ເອີຣົບ​ໃຫ້​ທັນ​ຕາມ​ກຳ­ນົດ​ເວ­ລາຢ່າງ​ແນ່­ນອນ.

Posted by samakomlao on 12:38 PM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

5 comments for "ກຽມລົງມືປັບປຸງສະຫນາມບິນວັດໄຕ ຮອງຮັບ ASEM 2012"

  1. Anonymous

    wow..good news

  2. Anonymous

    Wao I can see my Hometown Ban Sykhay from the top, Even see the other side of the River too, Sisiengmai, Ban moor, Yoyhai, Don siengsuu too. Oh mine, Wao, I didn't realized Ban Sykhai that big. and believe it or not I can spot my Parent hosue. Right behind Airport Polic Station... growing up played soccer right infront of the International Terminal because it used to be a Soccer field now is a parking lot....

  3. Anonymous

    And when can I see the new airport in my hometown Attapeu !

  4. Anonymous

    Why just investing in the capital city :((

  5. Anonymous

    ອາຄານ ຜູ້ໂດຍສານເດ ! ເພີ່ນບໍ່ປັບປຸງບໍ ? ຂ້າພະເຈົ້າເຫັນວ່າ
    ຍັງນອ້ຍຢູ່ !

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added