ກຽມລົງມືປັບປຸງສະຫນາມບິນວັດໄຕ ຮອງຮັບ ASEM 2012
ສະຫນາມບິນສາກົນວັດໄຕ ຈະສາມາດຮອງຮັບເຮືອບິນຂະຫນາດໃຫຍ່ ແລະ ກາງເພີ່ມອີກ 20 ລໍາ ຫລັງຈາກສຳເລັດໂຄງການຂະຫຍາຍລານຈອດເຮືອບິນ ເພື່ອຕ້ອນຮັບກອງປະ ຊຸມອາເຊມທີ່ລາວຈະເປັນເຈົ້າພາບໃນປີ 2012.
ການຂະຫຍາຍສະຫນາມບິນສາກົນວັດໄຕ ນັບເປັນປະເດັນຫນຶ່ງທີ່ສັງຄົມໃຫ້ຄວາມສົນໃຈ ແລະ ຕິດຕາມມາເປັນພິເສດ ຫລ້າສຸດມື້ວານນີ້ກະຊວງໂຍທາ ທິການ ແລະ ຂົນສົ່ງກັບບໍລິສັດ ໄຊນາ ຊີເອເອັມຊີ ອິນຈີເນຍຣິງ ຈຳກັດ (Chaina CAMC Engineering Co..,Ltd) ໃນ ນາມຜູ້ຮັບເຫມົາກໍ່ໄດ້ຈັດພິທີເປີດ ໂຄງການກໍ່ສ້າງຢ່າງເປັນທາງການໂດຍຄາດວ່າຈະໃຊ້ເວລາກໍ່ສ້າງພາຍໃນ 14 ເດືອນໃຫ້ສຳເລັດ.
ທ່ານ ຢາກົວ ລໍປາງກາວ ຫົວຫນ້າກົມການບິນພົນລະເຮືອນ ໃຫ້ຮູ້ວ່າ: ໂຄງການປັບປຸງສະຫນາມບິນວັດໄຕໃນຄັ້ງນີ້ເປົ້າຫມາຍສຳລັບສະເພາະຫນ້າ ແມ່ນເພື່ອຮອງຮັບເຮືອບິນຂອງ ປະເທດຕ່າງໆທີ່ຈະເດີນທາງມາ ຮ່ວມກອງປະຊຸມອາຊີ-ຢູໂຣບ ຫລື ອາເຊັມທີ່ລາວຈະເປັນເຈົ້າພາບຈັດຂຶ້ນໃນເດືອນພະຈິກປີ 2012 ແຕ່ສຳລັບເປົ້າຫມາຍໄລຍະຍາວແລ້ວແມ່ນເພື່ອຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານແຕ່ 2010-2020 ຕາມນະໂຍບາຍຫັນ ສປປ ລາວຈາກປະເທດບໍ່ມີທາງອອກສູ່ທະເລເປັນປະເທດບໍລິການທາງຜ່ານ ເພື່ອຈະສາມາດປົດປ່ອຍຕົນເອງອອກຈາກບັນຊີປະເທດດ້ອຍພັດທະນາໃນປີ 2020.
ສຳລັບງົບປະມານທີ່ຈະນຳໃຊ້ເຂົ້າໃນການກໍ່ສ້າງແມ່ນເປັນເງິນກູ້ຢືມດອກເບ້ຍຕ່ຳຈາກ ສປ ຈີນ ຈຳນວນ 37,6 ລ້ານກວ່າໂດລາສະຫະລັດເພື່ອຂະຫຍາຍລານຈອດເຮືອບິນຂະຫນາດ ກາງ ແລະ ໃຫຍ່ຈຳນວນ 20 ລຳ, ບ່ອນລ້ຽວເຮືອບິນຂະຫນາດ B-747, ຍົກລະດັບທາງອ້ອມ ສະຫນາມບິນດ້ວຍການປູຢາງອາສຟານ, ປັບປຸງລະບົບໄຟຟ້າຕາມຮົ້ວອ້ອມສະຫນາມ ລວມເຖິງລະບົບສະບາຍນ້ຳພາຍໃນສະຫນາມບິນ, ທ່ານຫົວຫນ້າກົມ ກ່າວ.
ຂະນະທີ່ ທ່ານ ນາງ ລູ ຢັນ (Ms Luo Yan) ປະທານບໍລິສັດໄຊນາ ຊີເອເອັມຊີອິນຈີ ເນຍຣິງ ຈຳກັດກໍ່ໄດ້ໃຫ້ຄຳຫມັ້ນສັນຍາວ່າ: ບໍລິສັດຜູ້ຮັບເຫມົາເຄີຍມີປະສົບການກໍ່ສ້າງໂຄງ ການຂະຫນາດໃຫຍ່ຈາກຫລາຍປະເທດມາແລ້ວ ແລະ ກໍ່ໄດ້ຮັບການຍອມຮັບເປັນຢ່າງດີ ສະນັ້ນ ຂໍໃຫ້ທາງການລາວຈົ່ງເຊື່ອຫມັ້ນ, ບໍລິສັດຈະເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການອັນສຳ ຄັນນີ້ໃຫ້ສຳເລັດຕາມສັນຍາ ແລະ ຮັບປະກັນໃຫ້ໂຄງການປັບປຸງສະຫນາມບິນສາກົນວັດໄຕເປັນໂຄງການທີ່ປະສົບຜົນສຳເລັດຢ່າງສົມບູນແບບ ເພື່ອຕອບສະຫນອງແກ່ກອງປະຊຸມອາຊີ-ເອີຣົບໃຫ້ທັນຕາມກຳນົດເວລາຢ່າງແນ່ນອນ.
wow..good news
Wao I can see my Hometown Ban Sykhay from the top, Even see the other side of the River too, Sisiengmai, Ban moor, Yoyhai, Don siengsuu too. Oh mine, Wao, I didn't realized Ban Sykhai that big. and believe it or not I can spot my Parent hosue. Right behind Airport Polic Station... growing up played soccer right infront of the International Terminal because it used to be a Soccer field now is a parking lot....
And when can I see the new airport in my hometown Attapeu !
Why just investing in the capital city :((
ອາຄານ ຜູ້ໂດຍສານເດ ! ເພີ່ນບໍ່ປັບປຸງບໍ ? ຂ້າພະເຈົ້າເຫັນວ່າ
ຍັງນອ້ຍຢູ່ !