ຢູໂດລາວຈະເຂົ້າຮ່ວມຊີງແຊ໋ມໂລກ
ກກີລາຢູໂດລາວ 6 ຄົນທີ່ດີທີ່ສຸດ ແລະ ນັກກີລາຍິງຫນຶ່ງຄົນຈະເຂົ້າຮ່ວມການແຂ່ງຂັນຢູໂດຊີງແຊ໋ມໂລກທີ່ປະເທດມົງໂກເລຍວັນທີ 10-11 ກັນຍານີ້.
ນັກກີລາຢູໂດ 6 ຄົນຂອງລາວພ້ອມກັບ Mr Uuganbaatar Baasanjav ອອກເດີນທາງໃນວັນພຸດຜ່ານມາເພື່ອໄປເກັບຕົວທີ່ປະເທດມົງໂກເລຍກ່ອນເຂົ້າຮ່ວມແຂ່ງຂັນຢູໂດຊີງແຊ໋ມໂລກທີ່ປະເທດມົງໂກເລຍ ລະຫວ່າງວັນ 10-11 ກັນຍາທີ່ຈະເຖິງນີ້. ໂດຍນັກກີລາຂອງລາວຈະເຂົ້າຮ່ວມ 6 ຄົນ, ຍິງ 1 ຄົນ.
ທ່ານ ເຂັມຄຳ ກົມມະນີວົງ ຄູຝຶກຢູໂດລາວກ່າວໃຫ້ຮູ້ວ່າ: ການເດີນທາງໄປເກັບຕົວຂອງນັກກີລາລາວຈຳນວນ 6 ຄົນທີ່ປະເທດມົງໂກເລຍເປັນເວລາ 3 ເດືອນ ໃນການເກັບຕົວຄັ້ງນີ້ ນັກກີລາຂອງລາວຈະເຂົ້າຮ່ວມແຂ່ງຂັນລາຍການຢູໂດລະດັບໂລກໃນເດືອນຫນ້ານີ້. ສ່ວນ ນາງ ພອນນາລີ ໄຊຍະລາດ ນັກກີລາຫລຽນຄຳຊີເກມຫລ້າສຸດທີ່ໄປເກັບຕົວທີ່ປະເທດຍີ່ປຸ່ນກໍ່ຈະເດີນທາງມາສົມທົບຮ່ວມແຂ່ງຂັນກ່ອນຈະກັບມາຮ່ວມຊີເກມຄັ້ງທີ 26 ທີ່ອິນໂດເນເຊຍ ເປັນເຈົ້າພາບວັນທີ 11-22 ພະຈິກແລ້ວກັບມາແຂ່ງມະຫະກຳກີລາແຫ່ງຊາດທີ່ຫລວງພະບາງ ໃນເດືອນທັນວາ 2011.
ຈຳນວນນັກກີລາທີ່ອອກເດີນທາງ 6 ຄົນປະກອບມີ ທ້າວ ວະຊິລະ ສິນທຸວົງ ຮຸ່ນ -55 ກີໂລ, ຈິດຕະກອນ ສີວັນວິໄລ -60 ກີໂລ, ປານິຖາ ພົມມະລີ -66 ກີໂລ, ຈິດຕະກອນ ໄຊຍະສານ -73 ກີໂລ, ແພງສີ ພອນປະເສີດ -90 ກີໂລ ແລະ ແສງສຸລີ ມະນີວົງ ຮຸ່ນ -100 ກີໂລກຣາມ. ສ່ວນນັກກີລາຈຳນວນຫນຶ່ງເກັບຕົວທີ່ປະເທດລາວກຽມໃສ່ຊີເກມເຊັ່ນກັນ.
Source: Ecom