International Dance Festival to be held in Laos this October
ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ, ສະຖານທູດລາວປະຈຳຝຣັ່ງ, ສະຖານທູດຝຣັ່ງ ປະຈຳລາວສູນການຮ່ວມມື ແລະ ສູນວັດທະນະທຳນະຄອນຫລວງວຽງຈັນ ສູນວັດທະນະທຳພະນົມເປັນສູນວັດທະນະທຳຮ່າໂນ້ຍ, ບັນດາບໍລິສັດຕ່າງໆໃນປະເທດຝຣັ່ງ ແລະ ສະມາຄົມລາວບັ້ງໄຟກຽມຈັດງານມະຫະກຳການເຕັ້ນນາໆຊາດ (ຟັງແມ່ຂອງ) ທີ່ ສ ປປ ລາວ ໃນວັນທີ 8-23 ຕຸລາ 2011 ທີ່ແຂວງຄຳມ່ວນ, ຫລວງພະບາງ ແລະ ນະຄອນຫລວງວຽງຈັນ ໂດຍຈະມີນັກສະແດງ 30 ຄົນໃນ 8 ປະເທດເຂົ້າຮ່ວມ. ທ່ານ ໂອເລ ຄຳຈັນ ຜູ້ຊີ້ນຳລວມງານມະຫະກຳການເຕັ້ນນາໆຊາດ (ຟັງແມ່ຂອງ) ທີ່ ສປປ ລາວ ຄັ້ງນີ້ ຖືເປັນຄັ້ງທີ 2 ແລ້ວ ແລະ ໃນຄັ້ງນີ້ຈະຈັດເປັນເວລາ 16 ວັນຄືນັບແຕ່ວັນທີ 8-23 ຕຸລາ 2011 ໃນ 3 ແຂວງຄື: ແຂວງຄຳມ່ວນ, ຫລວງພະບາງ ແລະ ນະຄອນຫລວງວຽງຈັນ ຈະມີນັກເຕັ້ນຈາກ 8 ປະເທດເຂົ້າຮ່ວມຄື: ລາວ, ຫວຽດນາມ, ໄທ, ກຳປູເຈຍ, ມຽນມາ, ມາເລເຊຍ, ສິງກະໂປ ແລະ ຝຣັ່ງເຂົ້າຮ່ວມ ເພື່ອແນ່ໃສ່ການເປີດໂລກະທັດຂອງນັກສິລະປິນໃນຂົງເຂດອາຊີອາຄະເນໃຫ້ກວ້າງອອກ ແລະ ຍັງເປັນການເປີດໂອກາດໃນການພົບປະແລກປ່ຽນບົດຮຽນປະສົບການກັບບັນດານັກສິລະປິນທີ່ມາຈາກຫລາຍທ້ອງຖິ່ນຫລາຍປະເທດ ໂດຍແນໃສ່ສະເພາະກຸ່ມຄົນໄວຫນຸ່ມທີ່ມີຄວາມຕ້ອງການກ້າວຂາເຂົ້າສູ່ໂລກແຫ່ງສິລະປະການເຕັ້ນ. ທ່ານ ໂອເລ ຄຳຈັນ ກ່າວຕື່ມອີກວ່າ: ຈຸດປະສົ່ງແນໃສ່ການເປີດໂລກະທັດຂອງນັກສິລະປິນໃນຂົງເຂດອາຊີອາຄະເນໃຫ້ກວ້າງອອກ ແລະຍັງເປີດໂອກາດໃຫ້ບັນດານັກສິລະປິນຈາກ ພາຍໃນ ແລະ ນາໆຊາດພົບປະແລກປ່ຽນປະສົບການ, ທັກສະຄວາມສາມາດ ໂດຍສະເພາະເປີດໂອກາດໃຫ້ກຸ່ມໄວຫນຸ່ມທີ່ມີຄວາມຕ້ອງການກ້າວເຂົ້າສູ່ວົງການເຕັ້ນ. content: ecom, photo: laorock