|

ຍີ່ປຸ່ນ ແລະ ສິງກະໂປ ຊຸກຍູ້ໃຫ້ລາວກາຍເປັນຕະຫລາດການທ່ອງທ່ຽວ

ສປປ ລາວ ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ ສະນັ້ນຈິ່ງເປັນທາງຜ່ານດ້ານເສດຖະກິດ, ອຸດສາຫະກຳ, ກະສິກຳແລະອື່ນໆທັງມີລາຍຮັບຈາກການລົງທຶນຂອຕ່າງປະເທດ ທີ່ເປັນຕົວຂັບເຄື່ອນເສດຖະກິດໃຫ້ກ້າວຂຶ້ນເລື້ອຍໆຫນຶ່ງໃນນັ້ນອຸດສາຫະກຳການທ່ອງທ່ຽວທີ່ກຳລັງມາແຮງໃນປະຈຸບັນລາວເຮົາກໍ່ເປັນປາຍທາງຕະຫລາດນັກທ່ອງທ່ຽວຂອງຕ່າງປະ ເທດເຊັ່ນກັນ.

ເຊິ່ງສັງເກດເຫັນໄດ້ໃນກອງປະຊຸມຜ່ານບົດລາຍງານການຝຶກອົບຮົບທີ່ປະເທດສິງກະໂປໂດຍພາຍໃຕ້ການອຸປະຖຳຂອງໂຄງການຮ່ວມມືກັບຍີ່ປຸ່ນ, ສິງກະໂປສຳລັບສະຕະວັດທີ 21. ກ່ຽວກັບການຝຶກອົບຮົມຫລັກສູດການທ່ອງທ່ຽວທີ່ໄດ້ຈັດຂຶ້ນໃນວັນທີ 31 ຕຸລາ-ວັນທີ4 ພະຈິກຜ່ານມາທີ່ປະເທດສິງກະໂປ. ຝ່າຍລາວນຳໂດຍ ທ່ານ ສຸກກະເສີມ ໂພທິສານ ປະທານ ອົງການທ່ອງທ່ຽວແຫ່ງຊາດພ້ອມເຈົ້າຫນ້າທີ່ຂັ້ນສູງຂອງລາວເຂົ້າຮ່ວມ, ຫລັກສູດດັ່ງກ່າວນີ້ມີຈຸດປະສົງມຸ້ງເນັ້ນໃນການສົ່ງເສີມການທ່ອງທ່ຽວໃນອາຊີສຳລັບການທ່ອງທ່ຽວຂອງລາວ ໄດ້ກຳນົດເອງຢ່າງເປັນທາງການໂດຍໃຊ້ບົດຮຽນແລະປະສົບການຂອງສິງກະໂປໃນການສ້າງອຸດສາຫະກຳ, ຕະຫລາດການທ່ອງທ່ຽວໃຫ້ປະສົບຜົນສຳເລັດດ້ວຍການນຳໃຊ້ວັດສະ ດຸທີ່ທັນສະໄຫມ, ມີປະສິດທິພາບໃນການສົ່ງເສີມຕະຫລາດການທ່ອງທ່ຽວເຊັ່ນ: ໂບຊົວ, ປົດສະເຕີ, ເວັບໄຊຕ່າງໆ ແລະ ລວມເຖິງການບໍລິການດ້ານຂໍ້ມູນຂ່າວສານຕ່າງໆທີ່ສະດວກ ແລະວ່ອງໄວ.

ອັນສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງໃນເຂດອາຊີແລະທະວີບເອີຣົບເຂົ້າມາທ່ຽວສປປລາວໃຫ້ນັບມື້ຫລາຍຂຶ້ນເຊິ່ງທັງສອງປະເທດຍີ່ປຸ່ນ ແລະ ສິງ ກະໂປຈະຊຸກຍູ້ໃຫ້ລາວກາຍເປັນຕະຫລາດນັກທ່ອງທ່ຽວຂອງນັກທ່ອງທ່ຽວຕ່າງປະເທດທັງເປັນການສ້າງລາຍຮັບຈາກວຽກງານດັ່ງກ່າວໃຫ້ຫລາຍຂຶ້ນດ້ວຍທ່າແຮງບົ່ມຊ້ອນໂດຍສະ ເພາະກໍ່ແມ່ນພູມສັນຖານພູມີປະເທດທີ່ອຳນວຍຄວາມສະດວກໃຫ້ແກ່ດ້ານການທ່ອງທ່ຽວຂອງລາວ, ປຸກລະດົມຂົນຂວາຍໃຫ້ຊາວຕ່າງຊາດເຂົ້າມາທ່ຽວລາວຫລາຍຂຶ້ນໃນປີທ່ອງທ່ຽວ ລາວ 2012 ທີ່ຈະມາເຖິງແລະຫວັງດຶງດູດນັກທ່ອງທ່ຽວໃນເອີຣົບ ແລະ ອາເມລິກາໃຫ້ເພີ່ມຂຶ້ນເລື້ອຍໆ.

ຫລັກສູດທີ່ຈະກຳນົດເປົ້າຫມາຍສາມາດເຮັດໃຫ້ສະພາບແວດລ້ອມໂດຍສະເພາະດ້ານອຸດສາຫະກຳການທ່ອງທ່ຽວຈະສ້າງລາຍຮັບເປັນກອບເປັນກຳໃຫ້ກຸ່ມປະເທດອາຊີໃນປີ 2015 ສະເພາະລາວພາກການທ່ອງທ່ຽວຈະເປັນສ່ວນຫນຶ່ງໃນການພັດທະນາ ແລະກຽມຄວາມພ້ອມສຳລັບການລວມກຸ່ມອາຊຽນຊ່ວຍໃນການຂົນສົ່ງນັກທ່ອງທ່ຽວເຂົ້າມາທ່ຽວລາວຫລາຍຂຶ້ນ ໂດຍເສດຖະກິດຂອງລາວກຳລັງເດີນຫນ້າໄປເລື້ອຍໆເຮັດໃຫ້ມີລາຍໄດ້ ຈາກນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາທ່ຽວໃນແຕ່ລະແຂວງ, ເມືອງ ແລະ ເຂດອື່ນໆ.

Ecom

Posted by samakomlao on 9:40 PM. Filed under , , , , . You can follow any responses to this entry through the RSS 2.0. Feel free to leave a response

2 comments for "ຍີ່ປຸ່ນ ແລະ ສິງກະໂປ ຊຸກຍູ້ໃຫ້ລາວກາຍເປັນຕະຫລາດການທ່ອງທ່ຽວ"

  1. Anonymous

    thank you all of true friends of laos very much,especially japan and singapore!!! thanks once again!!!

  2. Anonymous

    ຂໍອະໃພນຳ ພີ່ນ້ອງລາວ ເຮົາຂໍອານຸຍາດອອກຄຳເຫັນນຳໃດ້ບໍ່ວ່າ 70 ປີ ການປະຕິວັດຄົງຈະສະນຸກ ໃຊ້ເງີນດອນລ່າຟີຮ ຈົນໃດ້ໃຫ້ຕ່າງປະເທດໄປຊຸກຍູ້ ພູ້ນວາ ກະຄຶດວ່າມີຫົວຄິດປະດິດສ້າງພໍແຮງແລ້ວ ສະນັ້ນ ຂອບໃຈລ້າໆ ຍັງບໍ່ພໍ ຕ້ອງໃຊ້ຄຳວ່າຢັ່ງຮູ້ຄຸນຄ່າຂອງຄວາມເປັນມິດຕະພາບຂອງປະເທດທືນນິຍົມນໍສະຫາຽໆ

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added