|

ມາອີກແລ້ວ! ຂີ້ເຫຍື້ອແຄມທາງ 450 ປີ




 ພະ­ຍາດ​ຖິ້ມ​ຂີ້​ເຫຍື້ອ​ຊະ­ຊາຍ​ຕາມ​ແຄມ​ທາງ 450 ປີ ລະ­ບາດ​ແຮງ​ອີກ​ແລ້ວ​ສ້າງ​ຄວາມ​ເປິ­ເປື້ອນ​ແກ່​ຖະ­ຫນົນ​ກາຍ­ເປັນພາບ​ພົດ​ທີ່​ບໍ່​ຈົບ­ງາມ​ແກ່​ນະຄອນ​ຫລວງ​ວຽງ​ຈັນ ຫລື ນວ ຂະ­ນະ​ທີ່​ປະ­ຊາ­ຊົນ​ຮຽກ­ຮ້ອງ ເຖິງ​ເຈົ້າ​ຫນ້າ­ທີ່​ກ່ຽວ­ຂ້ອງ​ລົງ​ແກ້ດ່ວນ.

   ການ​ກະ­ທຳ​ບໍ່​ຖືກ­ຕ້ອງ​ຂັດ ຕໍ່​ກົດ​ລະ­ບຽບລວມ​ທັງ​ຄວາມຈົບ­ງາມ​ຂອງ​ບ້ານ​ເມືອງ​ໃນເຫດ­ການ​ຖອກ​ສີ່ງ​ເສດ​ເຫລືອ​ຊະຊາຍ​ຕາມ​ແຄມ​ທາງ 450 ປີ​ບໍລິ​ເວນ​ບ້ານ​ນາ​ຄວາຍ ນວ ຂອງລົດ​ດູດ​ວິດ​ບາງ​ຄັນ​ທີ່​ຫນັງ­ສື­ພິມ ເສດ­ຖະ­ກິດ-Œສັງ­ຄົມ ໄດ້​ນຳ​ສະເຫນີ​ເມື່ອ​ກາງ​ເດືອນ​ພຶດ­ສະ­ພາຜ່ານ​ມາ ກໍ່­ໃຫ້­ເກີດ​ສຽງ​ວິ­ພາກ​ວິຈານ​ກັນ​ຢ່າງ​ແພ່​ຫລາຍ​ໃນ​ກຸ່ມຄົນ​ທີ່​ນຳ​ໃຊ້​ຍານ­ພາ­ຫະ­ນະ​ຜ່ານ ເຂດ​ດັ່ງ­ກ່າວ ແຕ່​ມາ​ຮອດ​ປະ­ຈຸບັນ ບັນ­ຫາ​ດັ່ງ­ກ່າວ​ກໍ່​ຄ່ອຍໆ​ໄດ້ຮັບ​ການ​ແກ້​ໄຂ ຂະ­ນະ​ທີ່​ມີ​ການກະ­ທຳ​ໃນ​ຮູບ​ແບບ​ໃຫມ່​ອີກ ແຕ່ເປັນ​ຂີ້​ເຫຍື້ອ​ມາ​ຖິ້ມ​ໄວ້​ນັບ 10 ຈຸດ​ທີ່​ຫ່າງ​ຈາກ 4 ແຍກ​ໄຟ​ແດງບ້ານ​ຊ້າງ​ຄູ້​ປະ­ມານ 2 ກິ​ໂລແມັດ​ກວ່າ.

   ປະ­ຊາ­ຊົນ​ຄົນ​ຫນຶ່ງ​ເລົ່າ​ສູ່​ຟັງວ່າ: ບໍ­ລິ­ເວນ​ດັ່ງ­ກ່າວ​ແມ່ນ​ເຂດ​ບ້ານ​ໂຊກ​ໃຫຍ່ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫລວງ​ວຽງ​ຈັນ ແລະ ຈຳ­ນວນ​ກອງ​ຂີ້​ເຫຍື້ອ​ທີ່​ວ່າ​ນັ້ນ ແມ່ນ​ມີ​ການ​ກະ­ທຳ​ມາ​ຫລາຍ ເດືອນ​ແລ້ວ​ໂດຍ​ເບື້ອງ​ຕົ້ນ​ແມ່ນເຫັນ​ຖອກ​ຫ່າງ​ຈາກ​ແຄມ​ທາງປະ­ມານ 1 ຮ້ອຍ​ແມັດ ຫລັງຈາກ​ນັ້ນ ​ກໍ່​ຄ່ອຍ​ຫຍັບ​ເຂົ້າ​ຈົນເຖິງ​ແຄມ​ທາງ​ໃນ​ປະ­ຈຸ​ບັນ.

   ໂດຍ​ຜູ້​ທີ່​ນຳ​ມາ​ຖອກ​ສ່ວນຫລາຍ​ແມ່ນ​ລົດ​ເກັບ​ຂີ້​ເຫຍື້ອບາງ​ຄັນ ແລະ ແມ່​ຄ້າ​ຈຳ­ນວນຫນຶ່ງ ທີ່​ມັກ­ງ່າຍ​ບໍ່​ຢາກ​ສິ້ນ​ເປືອງຄ່າ​ໃຊ້​ຈ່າຍ​ໃນ​ການ​ເອົາ​ຂີ້​ເຫຍື້ອ​ໄປ​ຖິ້ມ​ໃສ່​ບ່ອນ​ທີ່​ລັດ​ກຳ­ນົດ​ໃຫ້ ເຊິ່ງ​ປະ­ຈຸ​ບັນ​ນີ້​ໄດ້​ສົ່ງ​ກິ່ນ​ເຫມັນຢ່າງ​ຮຸນ​ແຮງ​ຕໍ່​ຜູ້​ທີ່​ສັນ­ຈອນ​ຜ່ານ​ບໍ­ລິ­ເວນ​ດັ່ງ­ກ່າວ ລວມ​ເຖິງ​ປະ­ຊາຊົນ​ໃນ​ບ້ານ​ໂຊກ​ໃຫຍ່ ເຖິງ​ແມ່​ນວ່​າ​ຈຸດ​ດັ່ງ­ກ່າວ​ຈະ​ເປັນ​ທົ່ງ​ນາ​ທີ່​ຫ່າງ​ຈາກ​ບ້ານ​ກໍ່​ຕາມ.

ecom

Posted by samakomlao on 9:51 PM. Filed under , , . You can follow any responses to this entry through the RSS 2.0. Feel free to leave a response

2 comments for "ມາອີກແລ້ວ! ຂີ້ເຫຍື້ອແຄມທາງ 450 ປີ"

  1. Anonymous

    Let Lao govern't ment visit USA and study about Trash system
    www.google.com/usatrash

  2. Anonymous

    ນິສັຍຄົນລາວມັກງ່າຍ ມັກຄວາມເປື້ອນເປິ ຖນົນເສັ້ນນີ້ ເປັນຖນົນທີ່ສ້າງບໍ່ມີມາຕຖານ ບໍ່ພຽງ ມີການກິນເງິນກັນຢ່າງມະຫາສານ. ນອກຈາກການປູຊີມັງບໍ່ໄດ້ມາຕຖານແລ້ວ ດຽວນີ້ກໍແຕກແຫງໄປບາງສ່ວນແລ້ວ ອີກບໍ່ພໍທໍ່ໃດປີເປັນຂີ້ຫມົດ. ໄດ້ຍິນວ່ ແມ່ນບໍຣິສັດຂອງ ລີເຍັຽເຮີ ອະດີດເຈົ້າຄອງກໍາແພງນະຄອນທີ່ຖືກໄລ່ອອກໄປນັ້ນ!!!!!

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added