Pull-T club band withdraws from Lao Music Awards 2010



The Ministry of Information and Culture decided to withdraw the Best Hip Hop music awards from the band "Pull-T Club" due to their song is a copycat from other country. For more information, read the news below:

ຂ່າວ: ບຸນ​ທຽມ

ກົມ​ສິ­ລະ​ປະ​ການ­ສະ­ແດງ​ກະ­ຊວງ​ຖະແຫລງ​ຂ່າວ ແລະ ວັດ­ທະ­ນະ­ທຳ​ໃນ​ນາມ​ປະ­ທານຜູ້​ຊີ້​ນຳ​ການ­ຈັດ­ຕັ້ງ​ງານ​ປະ­ກາດ​ລາ­ງວັນ​ລາວ​ມິວ​ສິກ​ອະ​ວອດ 2 ປະ­ຈຳ​ປີ 2011 ສັ່ງ​ຖອນ 2 ລາງວັນ​ຈາກ​ວົງ ພູ​ລ​ທີ​ຄລັບ ທີ່​ໄດ້​ຮັບ​ລາ­ງວັນ​ເພງ​ຮິບຮ໋ອບ​ຍອດ​ນິ­ຍົມ ແລະ ລາ­ງວັນ​ນັກ​ຮ້ອງ­ເພງ​ຮິບຮ໋ອບ​ຍອດ​ນິ­ຍົມ​ໃນ​ງານ​ປະ­ກາດ​ລາ­ງວັນ​ລາວມິວ​ສິກ​ອະ​ວອດ 2 ທີ່​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 9 ເມ­ສາ 2011 ທີ່​ຜ່ານ​ມາ ຫລັງ​ທາງ​ຄະ­ນະ​ກຳ­ມະ­ການຕັດ­ສິນ​ກວດ​ພົບ​ເປັນ​ເພງ​ທີ່​ຮຽນ​ແບບ​ຕ່າງ​ປະເທດ ແລະ ຜິດ​ຕໍ່​ກົດ​ລະ­ບຽບການ​ຕັດ­ສິນ.

ແລງ​ວັນ​ອາ­ທິດ​ທີ 27 ພຶດ​ສະ ພາ 2011 ທີ່​ໂຮງ­ແຮມ​ວັນ​ຊະນະ ຣີ​ເວີ​ຊາຍ ນະ­ຄອນ­ຫລວງວຽງ​ຈັນ ທ່ານ ໄຊ​ສະ­ຫວາດ ສິງນາມ​ວົງ ຫົວ­ຫນ້າ​ກົມ​ສິ­ລະ​ປະການ­ສະ­ແດງ​ກະ­ຊວງ​ຖະ­ ແຫລງຂ່າວ ແລະ ວັດ­ທະ­ນະ­ທຳ​ໄດ້​ຊີ້ ແຈ້ງ​ຕໍ່​ເຫດ­ການ​ດັ່ງ­ກ່າວ​ວ່າ: ການ​ປະ­ກາດ​ຖອນ​ຍ້ອນ​ນັກ​ສິ­ລະປິນ​ໄດ້​ສົ່ງ​ຜົນ­ງານ​ເພງ​ທີ່​ມີ​ການຮຽນ​ແບບ​ເພງ​ຕ່າງ­ປະ­ເທດຮຽນ​ແບບ​ເພງ​ຜູ້​ອື່ນ​ສົ່ງ​ເຂົ້າ​ມາ ຊີງ​ລາ­ງວັນ ແຕ່​ບັງ­ເອີນ​ຜົນ­ງານເພງ​ດັ່ງ­ກ່າວ​ກໍ່​ຖືກ​ໂຫວດ​ໃຫ້​ໄດ້ຮັບ​ລາ­ງວັນ​ເປັນ​ທີ່​ຮຽບ​ຮ້ອຍ ຫລັງ​ຈາກ​ນັ້ນ ທາງ​ກົມ​ສິ­ລະ​ປະການ­ສະ­ແດງກະ­ຊວງ​ຖະ­ແຫລງຂ່າວ ແລະ ວັດ­ທະ­ນະ­ທຳ ຄະ­ນະກຳ­ມະ­ການ​ຕັດ­ສິນ​ງານ​ປະ­ກາດ ລາ­ງວັນ​ລາວ​ມິວ​ສິກ​ອະ​ວອດ 2 ປະ­ຈຳ​ປີ ກວດ​ພົບ​ວ່າ ເພງ​ຫອມ ຂອງ​ວົງ ພູ​ລ​ທີ​ຄລັບ ເປັນ​ເພງ​ທີ່ຮຽນ​ແບບ​ເພງ​ຈາກ​ຕ່າງ­ປະ­ເທດ ທີ່​ຜິດ​ຕໍ່​ລະ­ບຽບ​ຂອງ​ການ​ສົ່ງ​ຜົນງານ​ເຂົ້າ​ຊີງ​ລາ­ງວັນ ພ້ອມ​ກັນນັ້ນ ຍັງ​ເປັນ​ການ​ຂັດ​ຕໍ່​ຈຸດ­ປະ­ສົງຄາດ­ຫມາຍ​ຂອງ​ງານ​ປະ­ກາດລາ­ງວັນ​ມິວ​ສິກ​ອະ​ວອດ 2 ທີ່​ຈັດຂຶ້ນ​ມາ ເພື່ອ​ເປັນ​ການ​ສົ່ງ­ເສີມ ແລະ ໃຫ້​ກຳ­ລັງ​ໃຈ​ແກ່​ນັກ​ສິ­ລະປິນ​ທີ່​ໄດ້​ສ້າງ​ຜົນ­ງານ​ດີ­ເດັ່ນອອກ​ສູ່​ສັງ­ຄົມ ແລະ ເສີມ​ຂະຫຍາຍ​ວົງ​ການ​ບັນ­ເທີງ​ຂອງລາວ​ໃຫ້​ມີ​ຄວາມ​ກ້າວ­ຫນ້າ​ສູ່​ຄຸນນະ​ພາບ​ມາດ­ຖານ​ສາ­ກົນ​ເທື່ອລະ​ກ້າວ.

ທ່ານ ໄຊ​ສະ­ຫວາດ ສິງ​ນາມວົງ ກ່າວ​ຕື່ມ​ອີ​ກວ່າ: ການ​ຖອນຄືນ​ລາ­ງວັນ​ໃນ​ຄັ້ງ​ນີ້ ແມ່ນ​ປະ­ຕິບັດ​ຕາມ​ການ​ແນະ­ນຳ​ຂອງ​ກົມ​ສິລະ​ປະ​ການ­ສະ­ແດງກະ­ຊວງ​ຖະແຫລງ​ຂ່າວ ແລະ ວັດ­ທະ­ ນະ­ທຳ ທັງ​ຫມົດ​ນີ້ ​ກໍ່​ເພື່ອ​ເປັນ​ມາດ­ຖານ ແລະ ບົດ­ຮຽນ​ໃຫ້​ແກ່​ນັກ​ສິ­ລະປິນ​ລາວ​ທີ່​ຈະ​ສົ່ງ​ຜົນ­ງານ​ເຂົ້າມາ​ຊີງ​ລາ­ງວັນ ລາວ​ມິວ​ສິກ​ອະວອດ ໃນ​ຄັ້ງ​ຕໍ່​ໄປ.

ສຳ­ລັບ 2 ລາ­ງວັນ​ດັ່ງ­ກ່າວ ແມ່ນ​ໄດ້​ຖືກ​ມອບ​ໃຫ້​ນັກ​ສິ­ລະ​ປິນ ແລະ ຜົນ­ງານ​ໃນ​ສາ­ຂາ​ຕ່າງໆ ທີ່ມີ​ຄະ­ແນນ​ຮອງ​ລົງ​ມາຄື​ລາ­ງວັນ ນັກ​ຮ້ອງ­ເພງ ວົງ​ຮິບ​ຮ໋ອບ​ຍອດ​ນິຍົມ ໄດ້­ແກ່​ວົງແອວ​ໂຊນ ແລະ ລາ­ງວັນ​ເພງ​ຮິບ​ຮ໋ອບ​ຍອດ​ນິ­ຍົມໄດ້­ແກ່​ວົງ Gi-BLOOZ ເປັນ ກຽດ​ມອບ​ຂອງ​ລາ­ງວັນ​ດັ່ງ­ກ່າວ ໂດຍ​ທ່ານ ໄຊ​ສະ­ຫວາດ ສິງ​ນາມວົງ.



Source: Ecom

3:45 PM | Posted in , , , , , | Read More »

Leprozy rock band from Laos will join Pattaya Music Festival 2010

Pattaya Music Festival 2010

To please all music lovers and also raise Thai travel awareness, Pattaya Music Festival 2010 is back again and begins on Friday until Sunday, March 21, from 6pm to midnight.

The festival will be divided into six stages around Pattaya Beach including the Balihai Pier (Pink Stage), Pattaya Soi 9 Central Fest (Purple Stage), Pattaya Klang (Blue Stage) and the Royal Garden Stage. This year's music festival has gathered both Thai and international artists. About 100 artists will entertain audiences in various music styles: pop, hip hop, R&B and rock.

Also joining these artists are Micro, Sek Loso, Palapol, Da Endorphin, Body Slam, Big Ass, Paradox, Shin Shinawut plus many more, along with international artists on the Pink Stage such as After School, f(x), Wheesung from Korea, Zhang Li Yin from China, Thomas & Jack from Malaysia and Leprozy from Laos.


Leprozy

During the festival there will also be several booths set up offering fun activities, various goods and music products, workshops as well as meet-and-greet sessions with the artists. Admission is free.

You can listen to some songs from Leprozy at:
http://www.myspace.com/leprozylaos

To know more about Leprozy,
http://amp.channelv.com/amp/viewArtist.html?id=12159

11:12 AM | Posted in , , | Read More »

Related Posts Plugin for WordPress, Blogger...

Blog Archive

Recently Added