Pull-T club band withdraws from Lao Music Awards 2010

The Ministry of Information and Culture decided to withdraw the Best Hip Hop music awards from the band "Pull-T Club" due to their song is a copycat from other country. For more information, read the news below:
ຂ່າວ: ບຸນທຽມ
ກົມສິລະປະການສະແດງກະຊວງຖະແຫລງຂ່າວ ແລະ ວັດທະນະທຳໃນນາມປະທານຜູ້ຊີ້ນຳການຈັດຕັ້ງງານປະກາດລາງວັນລາວມິວສິກອະວອດ 2 ປະຈຳປີ 2011 ສັ່ງຖອນ 2 ລາງວັນຈາກວົງ ພູລທີຄລັບ ທີ່ໄດ້ຮັບລາງວັນເພງຮິບຮ໋ອບຍອດນິຍົມ ແລະ ລາງວັນນັກຮ້ອງເພງຮິບຮ໋ອບຍອດນິຍົມໃນງານປະກາດລາງວັນລາວມິວສິກອະວອດ 2 ທີ່ຈັດຂຶ້ນເມື່ອວັນທີ 9 ເມສາ 2011 ທີ່ຜ່ານມາ ຫລັງທາງຄະນະກຳມະການຕັດສິນກວດພົບເປັນເພງທີ່ຮຽນແບບຕ່າງປະເທດ ແລະ ຜິດຕໍ່ກົດລະບຽບການຕັດສິນ.
ແລງວັນອາທິດທີ 27 ພຶດສະ ພາ 2011 ທີ່ໂຮງແຮມວັນຊະນະ ຣີເວີຊາຍ ນະຄອນຫລວງວຽງຈັນ ທ່ານ ໄຊສະຫວາດ ສິງນາມວົງ ຫົວຫນ້າກົມສິລະປະການສະແດງກະຊວງຖະ ແຫລງຂ່າວ ແລະ ວັດທະນະທຳໄດ້ຊີ້ ແຈ້ງຕໍ່ເຫດການດັ່ງກ່າວວ່າ: ການປະກາດຖອນຍ້ອນນັກສິລະປິນໄດ້ສົ່ງຜົນງານເພງທີ່ມີການຮຽນແບບເພງຕ່າງປະເທດຮຽນແບບເພງຜູ້ອື່ນສົ່ງເຂົ້າມາ ຊີງລາງວັນ ແຕ່ບັງເອີນຜົນງານເພງດັ່ງກ່າວກໍ່ຖືກໂຫວດໃຫ້ໄດ້ຮັບລາງວັນເປັນທີ່ຮຽບຮ້ອຍ ຫລັງຈາກນັ້ນ ທາງກົມສິລະປະການສະແດງກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ຄະນະກຳມະການຕັດສິນງານປະກາດ ລາງວັນລາວມິວສິກອະວອດ 2 ປະຈຳປີ ກວດພົບວ່າ ເພງຫອມ ຂອງວົງ ພູລທີຄລັບ ເປັນເພງທີ່ຮຽນແບບເພງຈາກຕ່າງປະເທດ ທີ່ຜິດຕໍ່ລະບຽບຂອງການສົ່ງຜົນງານເຂົ້າຊີງລາງວັນ ພ້ອມກັນນັ້ນ ຍັງເປັນການຂັດຕໍ່ຈຸດປະສົງຄາດຫມາຍຂອງງານປະກາດລາງວັນມິວສິກອະວອດ 2 ທີ່ຈັດຂຶ້ນມາ ເພື່ອເປັນການສົ່ງເສີມ ແລະ ໃຫ້ກຳລັງໃຈແກ່ນັກສິລະປິນທີ່ໄດ້ສ້າງຜົນງານດີເດັ່ນອອກສູ່ສັງຄົມ ແລະ ເສີມຂະຫຍາຍວົງການບັນເທີງຂອງລາວໃຫ້ມີຄວາມກ້າວຫນ້າສູ່ຄຸນນະພາບມາດຖານສາກົນເທື່ອລະກ້າວ.
ທ່ານ ໄຊສະຫວາດ ສິງນາມວົງ ກ່າວຕື່ມອີກວ່າ: ການຖອນຄືນລາງວັນໃນຄັ້ງນີ້ ແມ່ນປະຕິບັດຕາມການແນະນຳຂອງກົມສິລະປະການສະແດງກະຊວງຖະແຫລງຂ່າວ ແລະ ວັດທະ ນະທຳ ທັງຫມົດນີ້ ກໍ່ເພື່ອເປັນມາດຖານ ແລະ ບົດຮຽນໃຫ້ແກ່ນັກສິລະປິນລາວທີ່ຈະສົ່ງຜົນງານເຂົ້າມາຊີງລາງວັນ ລາວມິວສິກອະວອດ ໃນຄັ້ງຕໍ່ໄປ.
ສຳລັບ 2 ລາງວັນດັ່ງກ່າວ ແມ່ນໄດ້ຖືກມອບໃຫ້ນັກສິລະປິນ ແລະ ຜົນງານໃນສາຂາຕ່າງໆ ທີ່ມີຄະແນນຮອງລົງມາຄືລາງວັນ ນັກຮ້ອງເພງ ວົງຮິບຮ໋ອບຍອດນິຍົມ ໄດ້ແກ່ວົງແອວໂຊນ ແລະ ລາງວັນເພງຮິບຮ໋ອບຍອດນິຍົມໄດ້ແກ່ວົງ Gi-BLOOZ ເປັນ ກຽດມອບຂອງລາງວັນດັ່ງກ່າວ ໂດຍທ່ານ ໄຊສະຫວາດ ສິງນາມວົງ.
Source: Ecom
Ugh I can't stand Laos rap..its just comedy.
not too late
@Anonymous
Lao rap is still very primitive compared to black rap. Take it easy its just music...hate it or love or laugh at it..