Special interivew with the winners from I-mobile star challenge 2007 !

The stage of searching the most talented young Lao youth across the country for the title of i-mobile Star challenge 2007 has finally come to an end last Sunday night 20th, May 2007. From the 12 semi-finalists, 5 were selected to be the models to present i-mobile product in Laos. Why they decided and what inspired them to join this contest? Follow us to find the answer, click for more details... ( Lao version)

ໜຸ່ມສາວລາວກັາສະແດງອອກເທິງເວທີການປະກວດ

ຊາວຫນຸ່ມ-ເຍົາວະຊົນ ທີ່ ສະຫມັກເຂົ້າຮ່ວມການປະກວດ ເພື່ອສະແດງອອກ ເຖິງຄວາມສາ ມາດຂອງຕົນ ທີ່ມີລັກສະນະທັນ ສະໄຫມຕາມຍຸກສະໄຫມໃຫມ່, ບໍ່ແມ່ນເລື່ອງໄຮ້ສາລະດັ່ງທີ່ຜູ້ ໃຫຍ່ ບາງຄົນເຂົ້າໃຈ. ຫນຸ່ມ-ສາວ ທີ່ ຜ່ານເວທີການແຂ່ງຂັນ “ໄອໂມ ບາຍ ສະຕາ ຊາເລັນ 2007 Imobile Star Challenge 2007 ”ເມື່ອ ຄ່ຳ ວັນທີ 20 ພຶດສະພາຜ່ານມາ ທີ່ ນະຄອນຫລວງວຽງຈັນ ໄດ້ພິສູດ ໃຫ້ເຫັນແລ້ວວ່າ ປະສົບການທີ່ໄດ້ ຈາກຄວາມກ້າທີ່ຈະເຮັດຕາມ ຄວາມຝັນມີຄ່າຫລາຍກວ່າ ທີ່ຄົນ ຈະເບິ່ງເຫັນ ເຊິ່ງ ພວກເຂົາທັງ 5 ຄົນ ໄດ້ເລົ່າປະສົບການທີ່ປະທັບໃຈ ແລະ ຫນ້າຕື່ນເຕັ້ນໃຫ້ຟັງວ່າ: “ເຫັນ ແລະໄດ້ຍິນໂຄສະນາກ່ຽວກັບ ການແຂ່ງຂັນນີ້, (ທ້າວ ວິທະຍາ) ຮູ້ ສຶກຢາກມາເຂົ້າປະກວດ ແຕ່ໃນໃຈ ກໍບໍ່ກ້າ ຄິດວ່າຄວາມສາມາດບໍ່ ເຖິງ, ສ່ວນ (ທ. ໂຕໂຕ) ຢາກຫາປະ ສົບການ, ເອົາຊະນະຄວາມອາຍ ທີ່ມີໃນຕົວ ຈຶ່ງເຂົ້າມາສະຫມັກ; (ນ້ອງຟ້າ) ເຖິງຈະເປັນຄົນຕ່າງ ແຂວງ ກໍບໍ່ໄດ້ຄິດວ່າຈະເສຍປຽບ ຫລື ໄດ້ປຽບຜູ້ໃດ ຖ້າເຮົາມີຄວາມ ສາມາດ ແລະ ຫມັ້ນໃຈຢູ່ແລ້ວ ສ່ວນ ນ້ອງຕ່າຍ ແລະ ວີວີ ກໍໄຝ່ຝັນຢາກ ເດີນຕາມເສັ້ນທາງບັນເທີງນີ້ ທີ່ສຳ ຄັນ ຈະໄດ້ພົບ ແລະ ຮຽນຮູ້ຈາກຄູ ຝຶກສອນ ທີ່ມາກດ້ວຍປະສົບການ ຈິງ”.

ກ່ອນຮອບຮອງຊະນະເລີດຈະ ມີຂຶ້ນ, ຜູ້ທີ່ຜ່ານເຂົ້າຮອບຈາກທົ່ວ ປະເທດ 20 ຄົນ ຕ່າງກໍໄດ້ເຂົ້າຮ່ວມ ກິດຈະກຳເກັບຕົວກັບ ໄອ ໂມບາຍ ເຊັ່ນ ຝຶກຝົນການເຕັ້ນ , ການຮ້ອງ ເພງ, ຝຶກທັກສະການສະແດງ, ການພັດທະນາບຸກຄະລິກ ຈາກຄູ ສອນທີ່ມີຊື່ສຽງ ໃນວົງການບັນ ເທີງໄທ. ກ່ອນຮອບຊີງຊະນະເລີດ ຈະມີຂຶ້ນ, ຜູ້ເຂົ້າຮອບທີ່ຄັດໄດ້ 12 ຄົນກໍໄດ້ຮ່ວມກິດຈະກຳຢູ່ແຂວງ ຕ່າງໆ ຂອງລາວເຊັ່ນ: ຕັກບາດ, ຂີ່ລົດຖີບຢູ່ແຂວງຫລວງພະບາງ, ຊົມຄອນເສີດຈາກສິລະປິນລາວ-ໄທ, ທ່ຽວແຂວງຈຳປາສັກ...
ພວກເຂົາເລົ່າຕໍ່ວ່າ: “ສິ່ງທີ່ໄດ້ ຈາກການປະກວດຄືຄວາມຫມັ້ນ ໃຈໃນສິ່ງທີ່ຖືກຕ້ອງມີສູງຂຶ້ນ, ໄດ້ ມິດຕະພາບ, ໄດ້ຄວາມຮູ້ທີ່ແປກ ແລະ ຫລາຍກວ່າທີ່ໄດ້ຕັ້ງໃຈໄວ້.

ໃນຖານະເປັນຊາວຫນຸ່ມລາວ ແລະ ໄດ້ມາເຖິງຈຸດນີ້ແລ້ວ, ພວກ ເຮົາພ້ອມຈະເປັນແບບຢ່າງ ທີ່ດີທີ່ ສຸດຕໍ່ສັງຄົມ, ຈະໃຊ້ເວລາວ່າງໃຫ້ ເປັນປະໂຫຍດບໍ່ມົ້ວສຸມນຳສິ່ງມົວ ເມົາ ກິນຫລິ້ນຟຸ່ມເຟືອຍ, ຕັ້ງໃຈ ຮຽນ ເຊື່ອຟັງພໍ່ແມ່ ແລະ ກໍຢາກໃຫ້ ໄວຫນຸ່ມປະຕິບັດຕົວດີ ເປັນລູກທີ່ດີ ຂອງພໍ່ແມ່ເຊັ່ນກັນ.

ເວທີການປະກວດນີ້ ເປັນເວທີ ທີ່ສຳຄັນໄດ້ເປີດໂອກາດໃຫ້ພວກ ເຮົາໄດ້ສະແດງຄວາມສາມາດ ຄວາມກ້າ ຄວາມຝັນຂອງຄົນ ຫນຸ່ມ, ບໍ່ວ່າເວທີໃດກໍ່ຕາມ ທີ່ບໍ່ ສ້າງຄວາມຫາຍະນະໃຫ້ຕົນເອງ ແລະສັງຄົມ, ຢາກໃຫ້ຜູ້ໃຫຍ່ ຫລື ຜູ້ປົກຄອງ ໄດ້ເຂົ້າໃຈ ແລະ ໃຫ້ໂອ ກາດພວກເຮົາໄດ້ສະແດງຄວາມ ນຶກຄິດທີ່ຝັງເລິກໆໃນຈິດໃຈ ແລະ ໃຫ້ກຳລັງໃຈພວກເຮົາດ້ວຍ”.

ໂຄງການປະກວດ “I mobile Star Challenge 2007” ຖືເປັນ ເທື່ອທຳອິດທີ່ ທາງບໍລິສັດ ສາມາດ ໄອ ໂມບາຍ ຈຳກັດ ມະຫາຊົນ ຈັດ ຂຶ້ນເພື່ອໃຫ້ເຍົາວະຊົນຊາວຫນຸ່ມ ລາວໄດ້ສະແດງອອກເຖິງຄວາມ ສາມາດທີ່ຖືກຕ້ອງ ແລະ ເປັນການ ແນະນຳຕົວ ຂອງບໍລິສັດ ເຊິ່ງຝ່າຍ ຜູ້ຈັດ ກໍບອກວ່າ ໂຄງການແບບນີ້ ຈະຈັດຂຶ້ນເປັນທຳນຽມແຕ່ລະປີ. ສຳລັບ ຫນຸ່ມ-ສາວ ທີ່ຊະນະ ການປະກວດ ນອກຈາກຈະໄດ້ ຮ່ວມງານກັບ ໄອ ໂມບາຍຢູ່ລາວ ແລະໄທ, ກໍຍັງຈະມີກິດຈະກຳຕໍ່ ເນື່ອງທີ່ສູນຈະກຽມຊຸກຍູ້ອີກດ້ວຍ.

More of their photos from the contest, click here

source: kpl.net

2:39 PM | Posted in , , , , , , , , , | Read More »

Related Posts Plugin for WordPress, Blogger...

Blog Archive

Recently Added