ປັບປຸງຄ່າແຮງງານຂັ້ນຕ່ຳສຸດ ໃຫ້ຜູ້ອອກແຮງງານທຸກພາກສ່ວນ ໃນຂົງເຂດທຸລະກິດ




ໃນວັນທີ 13 ທັນວາ 2011 ຢູ່ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຄຳຂານ ພິນສະຫວັນ ຫົວໜ້າກົມຄຸ້ມຄອງແຮງງານ ໄດ້ຖະ ແຫລງຂ່າວກ່ຽວກັບການປະກາດ ໃຊ້ຄ່າແຮງງານຂັ້ນຕ່ຳສຸດ ສຳລັບຜູ້ເຮັດວຽກໃນຂົງເຂດທຸລະກິດ, ການຜະລິດ ແລະ ການບໍລິການ ໃນທຸກພາກສ່ວນ ເສດຖະກິດ ຢ່າງເປັນເອກະພາບໃນທົ່ວປະເທດ ຈຳນວນ 626.000 ກີບ/ຄົນ/ເດືອນ ຖ້າຄິດໄລ່ເປັນວັນແມ່ນບໍ່ໃຫ້ຕ່ຳກວ່າ 24.076 ກີບ/ຄົນ/ວັນ, ຄິດໄລ່ເປັນຊົ່ວໂມງບໍ່ໃຫ້ຕ່ຳກວ່າ 3.009 ກີບ/ຄົນ/ຊົ່ວໂມງ, ເຊິ່ງຈະມີຜົນບັງຄັບໃຊ້ແຕ່ວັນທີ 1 ມັງກອນ 2012 ເປັນຕົ້ນໄປ.

ສຳລັບຄ່າແຮງງານຂັ້ນຕ່ຳນີ້ ມີເປົ້າໝາຍນຳໃຊ້ສຳລັບຜູ້ທີ່ອອກ ແຮງງານທຸກຄົນ ທີ່ເຮັດວຽກໃນຂົງເຂດການຜະລິດ, ທຸລະກິດ ແລະ ການບໍລິການ ໃນທຸກ ພາກສ່ວນເສດຖະກິດ ທີ່ເຄື່ອນໄຫວຢູ່ໃນ ສປປ ລາວ ແລະ ຍົກ​ເວັ້ນຜູ້ອອກແຮງງານລາວ ທີ່ເຮັດວຽກໃນອົງການຕ່າງປະເທດ ປະຈຳ ສປປ ລາວ, ລັດຖະ ກອນ ແລະ ພະນັກງານສັນຍາຈ້າງ ທີ່ເຮັດວຽກຢູ່ໃນຂະແໜງການຄຸ້ມຄອງບໍລິຫານ, ວິຊາການຂອງລັດ ແລະ ອົງການຈັດຕັ້ງຂອງພັກ ທີ່ໄດ້ຮັບເງິນເດືອນ ຈາກຄັງ ຂອງງົບປະມານແຫ່ງຊາດ ເຊິ່ງມີລະບຽບການສະເພາະ ຕ່າງຫາກ.

ທັງນີ້, ກໍເພື່ອແນ່ໃສ່ຮັບປະກັນການດຳລົງຊີວິດຂັ້ນພື້ນຖານຕ່ຳສຸດໃຫ້ແກ່ ຜູ້ອອກແຮງງານ ໂດຍສອດຄ່ອງ ກັບລະດັບການຂະຫຍາຍຕົວດ້ານເສດຖະກິດ, ສອດຄ່ອງກັບການປ່ຽນແປງກັບ ຄ່າຄອງຊີບ ໃນປັດຈຸບັນ, ສອດ ຄ່ອງກັບຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸ ແລະ ຈິດໃຈ ໃນການດຳລົງຊີວິດ ແລະ ຜົນປະໂຫຍດທາງ ດ້ານສະຫວັດດີການ ແລະ ການປະກັນສັງຄົມ ຂອງຜູ້ອອກແຮງງານ. ແນ່ໃສ່ປັບປຸງຍົກລະດັບ ຊີວິດການເປັນຢູ່ຂອງຜູ້ອອກແຮງງານ ໃຫ້ດີຂຶ້ນເທື່ອລະກ້າວ, ເປັນການກະຕຸກຊຸກຍູ້ໃຫ້ຜູ້ອອກແຮງງານ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຜະລິດສິນຄ້າ ແລະ ການບໍລິການໃຫ້ມີປະສິດ ທິພາບສູງຂຶ້ນ

8:09 PM | Posted in , | Read More »

Related Posts Plugin for WordPress, Blogger...

Blog Archive

Recently Added