ລະວັງ ! ຈະເປັນທາດຂອງການໂຄສະນາຊວນເຊື່ອ




ໃນ​ຊຸມ​ປີ­ຜ່ານ­ມາ​ຈົນ​ຮອດ​ປັດ­ຈຸ­ບັນ ປະ­ກົດ​ວ່າ​ໄດ້​ພົບ​ເຫັນ​ການ​ພິມ​ເຜີຍ­ແຜ່​ເອ­ກະ­ສານ ກ່ຽວ​ກັບ​ເລື່ອງ​ພຣະ​ແກ້ວ​ມໍ​ລະ​ກົດ ໂດຍ​ມີ​ຫົວ­ຂໍ້​ວ່າ ດ້ວຍ​ເຫດ​ໃດ ພຣະ​ແກ້ວ​ມໍ​ລະ​ກົດ​ຈິ່ງ​ໄປ​ຢູ່​ໄທ ເນື້ອ​ໃນ​ຂຽນ​ເຖິງ​ສາ­ເຫດ ກ່ອນ​ທີ່​ໄທ​ຈະ​ນຳ​ເອົາ​ໄປ​ໄດ້ ທຳ​ອິດ​ບອກ​ວ່າ​ຍົກ​ແນວ­ໃດ​ກໍ​ບໍ່​ຂຶ້ນ ພວກ​ເຂົາ­ເຈົ້າ​ຈຶ່ງ​ໄດ້​ນຳ​ເອົາ​ໝໍ​ໂຫນ 5 ຄົນ ມາ​ເປັນ​ພະ­ຍານ​ໃນ​ການ​ສາ­ບານ​ວ່າ ຕອນ​ນັ້ນ ປະ­ເທດ​ລາວ​ຍັງ​ບໍ່​ທັນ​ສະ­ຫງົບ ຈະ​ເອົາ​ໄປ​ໄວ້​ໄທ​ກ່ອນ ຖ້າ­ວ່າ​ເມື່ອ​ໃດ​ປະ­ເທດ​ລາວ​ມີ​ຄວາມ​ສະ­ຫງົບ​ໝັ້ນ­ຄົງ​ດີ​ແລ້ວ ຈິ່ງ​ຈະ​ເອົາ​ມາ​ສົ່ງ ຖ້າ​ບໍ່​ເອົາ​ມາ​ສົ່ງ​ຕາມ​ສາ­ບານ​ເອົາ​ໄວ້ ຂໍ​ໃຫ້​ບ້ານ​ເມືອງ​ໄທ​ເກີດ​ໄພ­ພິ­ບັດ 5 ປະ­ການ ແຕ່​ຈະ​ບໍ່​ນຳ​ເອົາ​ມາ​ກ່າວ​ໃນ​ທີ່​ນີ້.

ຖ້າ​ເຮົາ​ລອງ​ມາ​ພິ­ຈາ­ລະ­ນາ​ຕາມ​ຄວາມ​ເປັນ​ຈິງ​ແລ້ວ ພຣະ​ແກ້ວ​ມໍ​ລະ​ກົດ ທີ່​ຈິງ​ແລ້ວ ຖ້າ​ຈະ​ເວົ້າ​ໃຫ້​ເປັນ­ກາງ ແມ່ນ​ເປັນ­ສົມ​ບັດ​ຂອງ​ໂລກ​ທາງ​ພຣະ​ພຸດ​ທະ​ສາດ­ສະ­ໜາ ເພາະ­ວ່າ​ເຄີຍ​ໄດ້​ຖືກ​ປະ­ດິດ­ສະ­ຖານ​ໄວ້​ຢູ່​ຫຼາຍ​ປະ­ເທດ ເຊັ່ນ: ຂະ­ເໝນ ໄທ ສີ​ລັງ­ກາ ມາ​ກ່ອນ ກ່ອນ​ຈະ​ມາ​ຢູ່​ປະ­ເທດ​ລາວ ແລະ ຫຼ້າ​ສຸດ ຢູ່​ປະ­ເທດ​ໄທ.

ນອກ­ຈາກ​ນີ້ ຍັງ​ມີ​ຂ່າວ​ລື​ທີ່​ຄ້າຍໆ​ຄື​ກັນ​ອີກ ທີ່​ເວົ້າ​ເຖິງ​ໄພ​ອັນ­ຕະ­ລາຍ​ທີ່​ຈະ​ເກີດ​ຂຶ້ນ​ແກ່​ມວນ​ມະ­ນຸດ ແລະ ໄດ້​ແນະ­ນຳ​ໃຫ້​ມະ­ນຸດ ຕັ້ງ​ຢູ່​ໃນ​ສິນ​ຫ້າ ເພື່ອ​ວ່າ​ຈະ​ປອດ​ໄພ​ຈາກ​ໄພ­ພິ­ບັດ​ນັ້ນ ອັນ​ນີ້ ແມ່ນ​ເປັນ​ເລື່ອງ​ດີ ເຮັດ​ໃຫ້​ຄົນ​ຕັ້ງ​ໝັ້ນ​ຢູ່​ໃນ​ການ​ສ້າງ​ຄວາມ​ດີ ແຕ່​ໃນ​ນີ້ ກໍ​ຍັງ​ມີ​ເລື່ອງ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ​ຢູ່​ນຳ ນັ້ນ​ກໍ​ຄື ການ​ໂຄ­ສະ­ນາ​ຊວນ​ເຊື່ອ​ທີ່​ບອກ​ວ່າ ຖ້າ​ຜູ້​ໃດ​ພິມ​ແຈກ​ຕໍ່ໆກັນ​ໄປ ໃນ​ຈຳ­ນວນ​ທໍ່​ນັ້ນ​ທໍ່​ນີ້ ຈະ​ໂຊກ​ດີ ຮັ່ງ­ມີ ຖືກ​ເລກ ໃນ​ເວ­ລາ​ຊົ່ວ​ຂ້າມ​ຄືນ ອັນ​ນີ້ ກໍ​ບໍ່​ສົມ​ເຫດ​ສົມ​ຜົນ ເພາະ­ວ່າ​ເປັນ​ສິ່ງ​ທີ່​ບໍ່​ຖືກ­ຕ້ອງ ຕາມ​ຫຼັກ​ທາງ​ພຸດ​ທະ​ສາດ­ສະ­ໜາ ຍ້ອນ​ວ່າ ຕາມ​ຫຼັກ­ການ​ແທ້​ຈິງ​ນັ້ນ ຄົນ​ເຮົາ​ຈະ​ຮັ່ງ­ມີ ຢູ່​ດີ​ມີ​ສຸກ​ໄດ້​ນັ້ນ ບໍ່​ແມ່ນ​ໄດ້​ມາ​ຈາກ​ໂຊກ​ຊະ​ຕາ ຫຼື ການ​ລໍ­ຄອຍ​ຈາ​ກວາດ​ສະ­ໜາ​ບັນ­ດານ ແຕ່​ຍ້ອນ​ເກີດ​ຈາກ​ຄວາມ​ດຸ­ໝັ່ນ​ຂະ­ຫຍັນ​ຫາ​ຮັກ­ສາ​ສິ່ງ​ທີ່​ໄດ້​ມາ​ແລ້ວ​ໃຫ້​ດີ ແລະ ຄົບ​ຫາ​ເພື່ອນ​ມິດ​ທີ່​ດີ ຈິ່ງ​ຈະ​ມີ​ຄວາມ​ຈະ­ເລີນ​ກ້າວ­ໜ້າ ຖ້າ​ຈະ​ໂຊກ​ດີ ຮັ່ງ­ມີ​ຍ້ອນ​ແຈກ​ໃບ​ປີວ​ແບບ​ນີ້ ສົມ­ມຸດ​ວ່າ ທຸກ​ຄົນ​ພາ­ກັນ​ເຮັດ​ແນວ​ນີ້​ໝົດ ຄົນ​ທີ່​ຈະ​ມີ​ເງິນ​ຫຼາຍ​ຂຶ້ນ ເຫັນ​ຈະ​ໄດ້­ແກ່​ຮ້ານ​ສຳ​ເນົາ​ເອ­ກະ­ສານ​ຫຼາຍ​ກ່ວ​າ.

ນອກ­ຈາກ​ນີ້ ຍັງ​ມີ​ການ​ໂຄ­ສະ­ນາ​ໃຫ້​ພິມ​ແຈກ​ປຶ້ມ​ສູດ​ມົນ​ໄຫວ້​ພຣະ ເຊັ່ນ: ການ​ໂຄ­ສະ­ນາ​ຄວາມ​ສັກ­ສິດ​ຂອງ​ພຣະ​ຄາ­ຖາ​ຊິນ­ນະ​ບັນ­ຊອນ ແລະ ພຣະ​ຄາ­ຖາ​ຍອດ​ພຣະ​ກັນ​ໄຕ­ປິ­ດົກ ເບິ່ງ​ແລ້ວ ຄົນ​ມັກ​ນິ­ຍົມ​ພິມ​ຫຼາຍ​ແທ້ ມັກ​ເຫັນ​ແຈກ​ໃນ​ງານ​ບຸນ​ສົມ­ໂພດ​ພຣະ ແລະ ເອົາ​ໄປ​ແຈກ​ວັດ​ຕ່າງໆ ອັນ​ນີ້ ກໍ​ເປັນ​ເລື່ອງ​ທີ່​ດີ ເຮັດ​ໃຫ້​ຄົນ​ເຮົາ​ໝັ່ນ​ໄຫວ້​ພຣະ​ສູດ​ມົນ ເພື່ອ​ພັດ­ທະ­ນາ​ຄຸນ​ນະ​ພາບ​ຂອງ​ຈິດ­ໃຈ​ໃຫ້​ເປັນ​ບຸນ​ເປັນ​ກຸ­ສົນ ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ຄວນ​ສັງ­ເກດ​ຢູ່​ໃນ​ປຶ້ມ​ນັ້ນ​ກໍ​ຄື ຄຳ​ໄຫວ້ ພຣະ​ເຈົ້າ ຣ 5 ເຊິ່ງ​ເພິ່ນ​ມັກ​ພິມ​ເປັນ​ຕົວ ຮ ເລີຍ​ບໍ່​ຮູ້​ວ່າ ຮ 5 ແມ່ນ​ໃຜ ຫຼື ອາດ​ຈະ​ຜູ້​ຮູ້​ແມ່ນ​ແຕ່​ວ່າ ຣ 5 ແມ່ນ​ໃຜ ທີ່​ຈິງ​ແລ້ວ ນັ້ນ​ຄື​ເຈົ້າ​ຊີ­ວິດ​ຂອງ​ໄທ ໃນ​ລັດ­ຊະ­ການ​ທີ 5 ເຊິ່ງ​ເປັນ​ຜູ້​ຄິດ​ຈະ​ລຶບ​ຊື່​ປະ­ເທດ​ລາວ ແລ້ວ​ໃສ່​ຊື່​ມົນ­ທົນ​ຕ່າງໆ​ແທນ​ຫົວ­ໜ່ວຍ​ການ​ປົກ­ຄອງ​ເຮົາ ກໍ​ພາ­ກັນ​ຂາບ​ໄຫວ້​ຕາມ​ປຶ້ມ​ນັ້ນ ແທນ​ທີ່​ພວກ​ເຮົາ​ຈະ​ພິມ​ບົດ​ໄຫວ້​ເຈົ້າ­ຟ້າ​ງຸ່ມ ເຈົ້າ​ໄຊ​ເຊດ​ຖາ ແລະ ເຈົ້າ​ອະ­ນຸ­ວົງ ໃສ່​ແທນ ບໍ່​ດີ​ກ່ວ​າ​ບໍ ?.

ສະ­ນັ້ນ ເລື່ອງ​ທີ່​ເປັນ​ຂ່າວ​ລື ຫຼື ການ​ໂຄ­ສະ­ນາ​ຊວນ​ເຊື່ອ​ໃນ​ການ​ພິມ​ແຈກ​ປຶ້ມ​ກໍ​ດີ ໃບ​ປີວ​ກໍ​ດີ ສົມ­ຄວນ​ທີ່​ນັກ­ວິ­ຊາ­ການ ອຳ­ນາດ​ການ​ປົກ­ຄອງ​ທີ່​ກ່ຽວ­ຂ້ອງ ຕະ­ຫຼອດ​ຮອດ​ພໍ່​ແມ່​ປະ­ຊາ­ຊົນ​ຊາວ​ພຸດ​ເຮົາ ຄວນ​ມີ​ການ​ພິ­ຈາ­ລະ­ນາ​ຄືນ­ໃໝ່ ໂດຍ​ການ​ໃຊ້​ຫຼັກ​ວິ​ຈາ­ລະ​ນາ​ຍານ ແລະ ເອົາ​ຫຼັກ­ການ​ຕັດ­ສິນ​ຄວາມ​ເຊື່ອ​ຖື​ແບບ​ວິ­ທະ­ຍາ­ສາດ ຂອງ​ພຣະ​ພຸດ​ທະ​ສາດ­ສະ­ໜາ ໂດຍ​ໃຊ້​ຫຼັກ​ກາ​ລາ​ມະ​ສູດ 10 ປະ­ການ​ເປັນ​ຫຼັກ​ໝັ້ນ ກ່ອນ​ທີ່​ຈະ​ເຊື່ອ​ຫຍັງ​ລົງ​ໄປ ເຊັ່ນ: ເພິ່ນ​ບອກ​ວ່າ ບໍ່​ຄວນ​ປົງ­ໃຈ​ເຊື່ອ​ໃນ​ຂ່າວ​ລື ຖ້າ​ຈະ​ເຊື່ອ​ກໍ​ໃຫ້​ພິ­ຈາ­ລະ­ນາ​ດ້ວຍ​ປັນ­ຍາ ແລະ ເຫດ­ຜົນ ບໍ່​ຄວນ​ເຊື່ອ​ຄຳ​ພີ ບໍ່​ຄວນ​ເຊື່ອ​ແມ່ນ​ແຕ່​ວ່າ​ບຸກ­ຄົນ​ທີ່​ບອກ​ເຮົາ ຫຼື ນຳ​ຂ່າວ​ມາ​ນັ້ນ ເປັນ​ຄົນ​ທີ່​ເຮົາ​ໄວ້­ໃຈ ຫຼື ເປັນ​ອາ­ຈານ​ທີ່​ເຮົາ​ນັບ­ຖື​ເປັນ­ຕົ້ນ ນີ້​ກໍ​ສົມ­ຄວນ​ນຳ​ເອົາ​ມາ​ພິ­ຈາ­ລະ­ນາ ເພື່ອ​ເປັນ​ຫຼັກ​ຄົ້ນ​ຄ້ວ​າ​ຕາມ​ເຫດ­ຜົນ​ອັນ​ສົມ­ຄວນ​ເໝາະ​ສົມ ເພື່ອ​ວ່າ​ເຮົາ​ຈະ​ບໍ່​ເປັນ​ທາດ​ຂອງ​ການ​ໂຄ­ສະ­ນາ​ຊວນ​ເຊື່ອ ໃນ​ຍຸກ​ສັງ­ຄົມ​ບໍ­ລິ­ໂພກ​ຂໍ້​ມູນ​ຂ່າວ­ສານ​ຍຸກ​ປັດ­ຈຸ­ບັນ​ນີ້ ແລ້ວ​ຄົນ​ລາວ​ເຮົາ​ກໍ​ຈະ​ບໍ່​ຖືກ​ຕົວະ​ຕົ້ມ​ງ່າຍໆ​ອີກ​ຕໍ່​ໄປ ແລະ ຄວນ​ເອົາ­ໃຈ­ໃສ່​ຊ່ວຍ​ກັນ ບໍ່​ຄວນ​ໃຫ້​ມີ​ການ​ພິມ​ແຈກ​ຊະ­ຊາຍ​ອີກ ຖ້າ​ຈະ​ພິມ​ບາງ​ອັນ​ກໍ​ໃຫ້​ຕັດ​ອອກ ແລະ ມີ​ຜູ້​ກວດ­ແກ້​ໃຫ້​ດີ​ຈິ່ງ​ພິມ.

ໂດຍ: ອະ​ພິນ​ໂຍ

8:17 PM | Posted in , | Read More »

Related Posts Plugin for WordPress, Blogger...

Blog Archive

Recently Added