ເສັ້ນທາງແຕ່ສາມແຍກເອເລັກໂຕ ຫາ ຕະຫລາດສວນມອນ ໃກ້ແລ້ວ


(ຂປລ) ທ່ານ ມານາຈິດ ຟອງສຸວັນ ຜູ້ອຳນວຍການບໍລິສັດເອເຊຍຮ່ວມພັດທະນາ ໄດ້ແຈ້ງຕໍ່ ນັກຂ່າວສານປະເທດລາວ ເຖິງຄວາມຄືບໜ້າຂອງການ ກໍ່ສ້າງເສັ້ນທາງ ແຕ່ສາມແຍກເອເລັກໂຕ-ຕະຫລາດ ສວນມອນ ມີຄວາມຍາວປະມານ 2.800 ແມັດ, ກ້ວາງ 11 ແມັດ ລວມທັງບ່າທາງ 15 ແມັດ, ເປັນ ເສັ້ນທາງເທເບຕົງເສີມເຫລັກ, ມູນຄ່າການກໍ່ສ້າງທັງໝົດ 7.200.000 ໂດລາສະຫະລັດ, ໄດ້ເລີ້ມລົງມືກໍ່ສ້າງມາແຕ່ດືອນກຸມພາ 2011 ມາເຖິງປະຈຸບັນ ສຳເລັດ ແລ້ວ ປະມານ 46% ຂອງໜ້າວຽກທັງໝົດ, ຊຶ່ງການກໍ່ສ້າງແມ່ນໄດ້ແບ່ງເປັນ 2 ຊ່ວງ ຄື ຊ່ວງທີ 1 ເລີ້ມ​ແຕ່ສາມແຍກໄປ​ເຖິງສະຖານທູດລັດ​ເຊຍ ໄປຫາບ້ານ ດອນປ່າໃໝ່-ຕະຫລາດສວນມອນ ​ເຊິ່ງ​ເປັນ​ບ່ອນທີ່ມີນ້ຳຖ້ວມຂັງ, ໂຄງການໄດ້ເອົາໃຈໃສ່ ວຽກ​ທີ່ສຳຄັນສຳເລັດ​ແລ້ວ ​ເຊັ່ນ ຍົກຍ້າຍເສົາໄຟຟ້າ, ຍົກຍ້າຍ ທໍ່ນ້ຳປະປາ, ວາງທໍ່ລະບາຍນ້ຳ ແລະ ຂຸດຂຸມພັກນ້ຳ, ຕັດໜ້າດິນ, ຂຸດດິນບວມ ແລະ ຖົມຄືນ, ຖົມດິນຊັ້ນແລ້ວປະມານ 1 ກີໂລແມັດ, ຊ່ວງທີ 2 ຊ່ວງທາງຍ່າງ ແຕ່ໂຮງຮຽນເອເລັກໂຕນິກ-ຫາສາມແຍກໄປສະຖານທູດລັດ​ເຊຍ, ວຽກທີ່ສຳເລັດແມ່ນໄດ້ຂຸດວາງທໍ່ສຳເລັດ 90%, ສຳລັບວຽກທີ່ຍັງ ເຫລືອ ຊ່ວງ ທີ 1 ຖົມດີນຊັ້ນຍົກລະດັບບາງຊ່ວງ, ລົງດິນຊັ້ນຮອງພື້ນທາງ, ວຽກເທເບຕົງໜ້າທາງ, ວຽກທາງຍ່າງ, ວຽກໄຟຟ້າເຍືອງທາງ ແລະ ວຽກປະດັບປະດາ, ຊ່ວງ ທີ 2 ແມ່ນຈະສືບຕໍ່ວາງທໍ່ໃຫ້ສຳເລັດໃນເດືອນກຸມພາ, ຂຸດຮື້ໜ້າທາງເກົ່າ ແລະ ອັດຄືນ, ເສີມຊັ້ນຮອງພື້ນທາງບາງຊ່ວງ, ເທເບຕົງໜ້າທາງ, ຕິດຕັ້ງໄຟຟ້າເຍືອງ ທາງ, ກໍ່ສ້າງທາງຍ່າງ ແລະ ວຽກປະດັບປະດາ,

ທ່ານຍັງໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ ການກໍ່ສ້າງເສັ້ນທາງໄລຍະຜ່ານມາພົບກັບຄວາມຫຍຸ້ງຍາກເປັນຕົ້ນ ແມ່ນມີຝົນຕົກໜັກຫລາຍວັນຕິດຕໍ່ກັນເຮັດໃຫ້ບໍ່ສາ ມາດປະຕິບັດວຽກງານໄດ້ຢ່າງເຕັມເມັດເຕັມໜ່ວຍ, ເຖິງຢ່າງ ໃດ ກໍຕາມການກໍ່ສ້າງເສັ້ນທາງດັ່ງກ່າວຈະຕ້ອງສຳເລັດຕາມຄາດໝາຍທີ່ວາງໄວ້ໃນເດືອນເມ ສາປີ 2012 ນີ້ແນ່ ນອນ./.

10:03 PM | Posted in , | Read More »

Related Posts Plugin for WordPress, Blogger...

Blog Archive

Recently Added