ຈັບໂຕ 10 ສາວລາວ ໄປຢືນຂາຍໂຕຢູ່ອຸດອນ

ຕໍາຫຼວດຈັງຫວັດອຸດອນ ປະເທດໄທ ຈັບໂຕສາວລາວ ຈໍານວນ 10 ຄົນ ທີ່ຢືນເກາະກຸ່ມ ເພື່ອເຊີນຊວນໃຫ້ຜູ້ຊາຍ ທີ່ຍ່າງກາຍໄປມາ ຊື້ບໍລິການທາງເພດ ໂດຍພວກເຂົາສາລະພາບວ່າ ໄດ້ເງິນ
ເທື່ອລະ 1,000 ບາດ ເພື່ອສົ່ງໄປໃຫ້ພໍ່ແມ່ຢູ່ປະເທດລາວ ແລະ ອີກສ່ວນຫນຶ່ງເພື່ອໃຊ້ເປັນທຶນການສຶກສາ.
ເມື່ອເວລາ ທ່ຽງຄືນຂອງວັນທີ່ 8 ກໍລະກົດ ຕໍາຫຼວດອຸດອນໄດ້ອອກໄປກວດວຽກ ໃນເຂດທີ່ພວກເຂົາຮັບຜິດຊອບ. ເມື່ອມາເຖິງເຂດເທດສະບານອຸດອນ ໄດ້ພົບເຫັນຫຍິງສາວ 10 ຄົນ ຢືນຈັບກຸ່ມກັນຢູ່ຂ້າງຫົນທາງ ເພື່ອເຊີນຊວນໃຫ້ຜູ້ຊາຍ ມາຊື້ບໍລິການທາງເພດ ຕໍາຫຼວດໄທ ຈຶ່ງໄດ້ຂໍກວດສອບ ບັດປະຈໍາຕົວ ແຕ່ບັນດາແມ່ຫຍິງເຫຼົ່ານີ້ ບໍ່ໄດ້ໂຊບັດ ແລະ ຮັບສາລະພາບ
ວ່າແມ່ນຄົນລາວ ຈຶ່ງຖືກຈັບໂຕໄປສູນຕໍາຫຼວດ ເພື່ອທໍາການສຶບສວນ
ຈາກການສຶບສວນ ເຣັດໃຫ້ຣູ້ວ່າ ເດັກນ້ອຍແມ່ຫຍິງເຫຼົ່ານີ້ ແມ່ນມີອາຍຸ ປະມານ 19-24 ປີ ໂດຍທັງຫມົດແມ່ນປະຊາຊົນ ໃນເຂດກໍາແພງນະຄອນ. ພວກເຂົາຍັງຮັບສາລະພາບຕື່ມອີກວ່າ ພວກເຂົາໄດ້ ເຮັດຫນັງສຶຜ່າ່ນແດນ ຜ່ານເຂົ້າມາທາງ ຂົວມິດຕະພາບລາວໄທ ຈັງຫວັດຫນອງຄາຍ ແລະໄດ້ນັ່ງລົດເມເຂົ້າມາ ຈັງຫວັດອຸດອນ ແລະເຊົ່າບ້ານຢູ່ຣ່ວມກັນ. ເມື່ອເຖິງເວລາກາງຄືນ ກໍ່ຈະແຕ່ງຕົວ ເພື່ອອອກມາຫາເງິນ ຜ່ານການຂາຍບໍລິການທາງເພດ.
http://www.thairath.co.th/content/region/184823
ໝ້າເຫັນໃຈຫລາຍ, ວຽກຢູ່ບ້ານເຮົາກະບໍ່ອຶດບໍ່ຢາກ ເປັນຫຍັງຈຶ່ງໄປເຮັດວຽກໄກແທ້?
ຄືໄປຂາຍໄກແທ້ ບ້ານເຮົາກະມີບ່ອນຂາຍຢູ່ນ໋າ
ພວກເຂົາອາດຢາກລອງຂອງໃໝ່ ລົດຊາດໃຫມ່ ລົດຕົ້ມຍໍາກຸ້ງ
ຜົນສະທ້ອນຂອງສັງຄົມ ດ້ວຍຄວາມບັງຄັບແລະຈຳເປັນທັງກົງແລະທັງອ້ອມ ຢ່າໄປໂທດເຂົານາ
ຂອງມັນດີ ເງີນກະໄດ້ ແຖມຍັງມັນອິກ ຂອງແບບນີ້ໍ ຊາຍກະມັກ ຍິງກະຊອບ
ວ່າແລ້ວຜູ້ຍີງໄດ້ປຽບຫນໍ ວ່າສະເພາະກະລີ່ຫວ່ະ
This comment has been removed by a blog administrator.
"ຈັບໂຕ 10 ສາວລາວ ໄປຢືນຂາຍໂຕຢູ່ອຸດອນ"
ໂຕຫຍັງໂຕງົວໂຕຄວາຍຫວາ????????
ພາສາອ້າຍນ້ອງນິຕັ້ງຕລົກດີແທ້ເນາະ!
Sell Turtle
ເສດຖະກິດ ຂະຫຍາຍຂຶ້ນ ຈິດໃຈຄົນມັນຕຳ່ ແລ່ນນຳຄວາມຈະເລີນ
ລືມຮອດ ວັດທະນະທຳ ແລະ ຮີດຄອງປະເພນີ ແຕ່ກີ້ໄດ້ຍິນຢູ່ ບ້ານເພິ່ນເມືອງທ່ານ ນໍ!
ແຕ່ ມັນກໍເປັນສິດທິສ່ວນບຸກຄົນ ໜ້າເຫັນໃຈ!!
ສົມນ້ຳໜ້າ
ບ້ານເຮົາຂາຍຢູ່ໃສ ? ຄືບໍ່ເຄີຍເຫັນມີ.. ຕ້ອງມີຫຼັກຖານ ...ຄືວ່າຫັ້ນແລ້ວ ຄົນເຮົາເລືອກເກີດບໍ່ໄດ້ ..ເມື່ອບໍ່ມີໃຜຊ່ວຍ ຊີວິດກໍ່ສູ້ ດີ້ນລົ່ນຫາ.. ເພື່ອລ້ຽງປາກລ້ຽງທ້ອງ ຊ່ວຍເຫຼືອຄອບຄົວ... ເຫັນໃຈ ...ບໍ່ກ້າສົມນໍາໜ້າດອກ ບໍ່ຖືກໃຜກໍ່ບໍ່ຮູ້ ຫຼື ຖືກລອກລ່ວງ.. ຍ້ອນຮູ້ເທົ້າບໍ່ເຖີງການ...
There is some jobs here check it out!
www.boutique-star.com