|

ພົບເຮືອບູຮານຢູ່ເມືອງປາກລາຍ ຄາດອາຍຸປະມານ 200 ປີ


ຊາວ­ບ້ານ​ສຸ­ວັນ­ນະ​ພູມ ເມືອງ​ປາກ​ລາຍ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ພົບ​ເຮືອ​ບູ­ຮານ ເຊິ່ງ​ເປັນ​ເຮືອ​ໄມ້­ແຄນ​ຍາວ 3,32 ແມັດ ສັນ­ນິ­ຖານ​ວ່າ ອາດ​ເປັນ​ເຮືອ​ລຳ­ລຽງ​ວັດ­ຖຸ​ມີ­ຄ່າ ເພື່ອ​ມາ​ສ້າງ​ວັດ​ອຸ​ມຸງ ເຊິ່ງ​ມີ​ອາ­ຍຸ​ປະ­ມານ 200 ປີ ເນື່ອງ​ຈາກ​ບໍ­ລິ­ເວນ​ພົບ​ເຮືອ​ກໍ່​ມີ​ການ​ພົບ​ພະ​ຄຳ ແລະ ຊາກ​ຫັກ​ພັງ​ຂອງ​ເຄື່ອງ​ເກົ່າ​ແກ່.

ທ່ານ ບົວ​ພັນ ມັກ­ຄະ​ຜົນ ເຈົ້າ­ເມືອງໆ​ປາກ​ລາຍ ພ້ອມ​ດ້ວຍ​ຫົວຫນ້າ​ຫ້ອງ­ການ​ຖະ­ແຫລງ​ຂ່າວ-ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ​ເມືອງ​ກໍ່​ໄດ້​ໄປ​ສະ­ຖານ­ທີ່​ດັ່ງ­ກ່າວ.

ອຳ­ນາດ​ການ​ປົກ­ຄອງ ແລະ ພໍ່​ແມ່​ປະ­ຊາ­ຊົນ​ໄດ້​ລາຍ​ງານ​ລະອຽດ​ກ່ຽວ​ກັບ​ການ​ທີ່​ໄດ້​ພົບ​ເຮືອ ບູ­ຮານ​ລຳ​ຫນຶ່ງ ອາ­ຍຸ​ປະ­ມານ 200 ກວ່າ​ປີ ເປັນ​ເຮືອ​ໄມ້­ແຄນ ຍາວ 3,32 ແມັດ, ທ້ອງ​ເຮືອ ກວ້າງ 24 ຊັງ​ຕີ​ແມັດ, ປາກ​ກູນ ກວ້າງ 47 ຊັງ​ຕີ​ແມັດ, ທັງ​ສອງຂ້າງ​ແຄມ​ເຮືອ​ມີ​ຮູ​ຫລົມ​ນິ້ວ​ມື 8 ຮູ, ຢູ່​ກະ­ບານ​ທ້າຍ​ມີ 8 ຮູ, ກະບານ​ຫົວ​ມີ 12 ຮູ ລວມ​ຮູ​ຢູ່​ທັງສອງ​ຂ້າງ​ພ້ອມ​ທັງ​ຫົວ ແລະ ທ້າຍ 36 ຮູ ຄວາມ​ຍາວ​ໃນ​ກູນ ແຕ່​ຈອກ​ທ້າຍ​ຫາ​ຈອກ​ຫົວ 2,95 ແມັດ.

ທ່ານ ບຸນ​ລັດ ແກ້ວ​ມະ­ນີ​ວົງ ເປັນ​ອາ­ຈານ​ສອນ​ຢູ່​ໂຮງ­ຮຽນ ມສ ນ້ຳ​ພູນ ໄດ້​ເຫັນ​ໃນ​ວັນ​ທີ 25 ພຶ​ດ​ສະ­ພາ 2011 ທີ່​ວັງ​ໂລງ​ນ້ຳ​ພູນ ແລະ ໄດ້​ເອົາ​ຂຶ້ນ​ມາ​ໄວ້​ຫົວ​ດອນ ພໍ​ເຖິງ​ວັນ​ທີ 27 ເດືອນ ດຽວ​ກັນ​ຈະ​ໄປ​ເອົາ​ກໍ່​ບໍ່​ພົບ​ຈົນມາ​ເຖິງ​ວັນ​ທີ 23 ມິ­ຖຸ­ນາ ຈິ່ງ​ມີເດັກ­ນ້ອຍ​ໄປ​ເຫັນ​ຕື່ມ​ຢູ່​ໃກ້ໆ​ກັບບ່ອນ​ເກົ່າ​ທີ່​ພົບ.

ມາ​ເຖິງ​ວັນ​ທີ 3 ກໍ­ລະ­ກົດ ອຳນາດ​ການ​ປົກ­ຄອງ ພ້ອມ​ດ້ວຍເຖົ້າ​ແກ່​ພໍ່​ແມ່​ປະ­ຊາ­ຊົນ ບ້ານ​ສຸ­ວັນ­ນະ​ພູມ ຈິ່ງ​ໄດ້​ໄປ​ເຮັດ​ພິ­ທີທາງ​ສາ­ສະ­ຫນາ ແລ້ວ​ແຮ່​ຂຶ້ນມາ​ໄວ້​ວັດ​ສຸ­ວັນ­ນະ​ພູມ​ມາ​ລາມ ເພື່ອ​ໃຫ້​ຊາວ­ບ້ານ ແລະ ຄົນ​ທົ່ວໄປ​ໄດ້​ສຶກ​ສາ.

Posted by samakomlao on 10:55 AM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

1 comments for "ພົບເຮືອບູຮານຢູ່ເມືອງປາກລາຍ ຄາດອາຍຸປະມານ 200 ປີ"

  1. ເຣືອກູນແບບນີ້ຫາເບິ່ງໄດ້ຢາກ ໂດຍສະເພາະທາງພາກເໜືອນັ້ນ ນັບວ່າເປັນເລື່ອງແປກ

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added