ພົບເຮືອບູຮານຢູ່ເມືອງປາກລາຍ ຄາດອາຍຸປະມານ 200 ປີ
ຊາວບ້ານສຸວັນນະພູມ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ພົບເຮືອບູຮານ ເຊິ່ງເປັນເຮືອໄມ້ແຄນຍາວ 3,32 ແມັດ ສັນນິຖານວ່າ ອາດເປັນເຮືອລຳລຽງວັດຖຸມີຄ່າ ເພື່ອມາສ້າງວັດອຸມຸງ ເຊິ່ງມີອາຍຸປະມານ 200 ປີ ເນື່ອງຈາກບໍລິເວນພົບເຮືອກໍ່ມີການພົບພະຄຳ ແລະ ຊາກຫັກພັງຂອງເຄື່ອງເກົ່າແກ່. ທ່ານ ບົວພັນ ມັກຄະຜົນ ເຈົ້າເມືອງໆປາກລາຍ ພ້ອມດ້ວຍຫົວຫນ້າຫ້ອງການຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງກໍ່ໄດ້ໄປສະຖານທີ່ດັ່ງກ່າວ. ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນໄດ້ລາຍງານລະອຽດກ່ຽວກັບການທີ່ໄດ້ພົບເຮືອ ບູຮານລຳຫນຶ່ງ ອາຍຸປະມານ 200 ກວ່າປີ ເປັນເຮືອໄມ້ແຄນ ຍາວ 3,32 ແມັດ, ທ້ອງເຮືອ ກວ້າງ 24 ຊັງຕີແມັດ, ປາກກູນ ກວ້າງ 47 ຊັງຕີແມັດ, ທັງສອງຂ້າງແຄມເຮືອມີຮູຫລົມນິ້ວມື 8 ຮູ, ຢູ່ກະບານທ້າຍມີ 8 ຮູ, ກະບານຫົວມີ 12 ຮູ ລວມຮູຢູ່ທັງສອງຂ້າງພ້ອມທັງຫົວ ແລະ ທ້າຍ 36 ຮູ ຄວາມຍາວໃນກູນ ແຕ່ຈອກທ້າຍຫາຈອກຫົວ 2,95 ແມັດ. ທ່ານ ບຸນລັດ ແກ້ວມະນີວົງ ເປັນອາຈານສອນຢູ່ໂຮງຮຽນ ມສ ນ້ຳພູນ ໄດ້ເຫັນໃນວັນທີ 25 ພຶດສະພາ 2011 ທີ່ວັງໂລງນ້ຳພູນ ແລະ ໄດ້ເອົາຂຶ້ນມາໄວ້ຫົວດອນ ພໍເຖິງວັນທີ 27 ເດືອນ ດຽວກັນຈະໄປເອົາກໍ່ບໍ່ພົບຈົນມາເຖິງວັນທີ 23 ມິຖຸນາ ຈິ່ງມີເດັກນ້ອຍໄປເຫັນຕື່ມຢູ່ໃກ້ໆກັບບ່ອນເກົ່າທີ່ພົບ. ມາເຖິງວັນທີ 3 ກໍລະກົດ ອຳນາດການປົກຄອງ ພ້ອມດ້ວຍເຖົ້າແກ່ພໍ່ແມ່ປະຊາຊົນ ບ້ານສຸວັນນະພູມ ຈິ່ງໄດ້ໄປເຮັດພິທີທາງສາສະຫນາ ແລ້ວແຮ່ຂຶ້ນມາໄວ້ວັດສຸວັນນະພູມມາລາມ ເພື່ອໃຫ້ຊາວບ້ານ ແລະ ຄົນທົ່ວໄປໄດ້ສຶກສາ.
ເຣືອກູນແບບນີ້ຫາເບິ່ງໄດ້ຢາກ ໂດຍສະເພາະທາງພາກເໜືອນັ້ນ ນັບວ່າເປັນເລື່ອງແປກ