|

7 ວິທີເຮັດໃຫ້ຮູຂຸມຂົນນ້ອຍລົງ


ຜິວ​ໃບ​ຫນ້າ­ທີ່​ນຸ້ມ​ນວນ ແລະ ຮູ​ຂຸມ​ຂົນ​ນ້ອຍ ເປັນ​ຜິວ​ຫນ້າໃນ​ຝັນ​ຂອງ​ແມ່­ຍິງ​ທັງ­ຫລາຍ ໂດຍ​ສະ­ເພາະ​ໃນ​ກຸ່ມ​ໄວ​ຫນຸ່ມເຮັດ​ໃຫ້­ການ​ແຕ່ງ​ຫນ້າ​ມີ​ຄວາມສວຍ​ງາມ ຫລື ຖ້າ​ບໍ່​ມີ​ການ​ແຕ່ງ ຫນ້າ​ແຕ່​ກໍ່​ຍັງ​ງາມ​ເຊັ່ນ​ເດີມ. ແຕ່ຈະ​ເຮັດ​ແນວ­ໃດ​ເພື່ອ​ໃຫ້​ຫນ້າ​ຂອງທ່ານ​ມີ​ຄວາມ​ນຸ້ມ​ນວນ​ແບບ​ນັ້ນ, ມື້­ນີ້ ຄໍ​ລຳ​ນາໆ​ປະ­ໂຫຍດ​ມີ 7 ວິ­ທີ​ເຮັດ​ໃຫ້​ຮູ​ຂຸມ​ຂົນ​ນ້ອຍ​ລົງ​ມາຝາກ​ເດີ້.

ການ​ຮັກ­ສາ​ຄວາມ​ສະ­ອາດ.

ການ​ຮັກ­ສາ​ຄວາມ​ສະ­ອາດຂອງ​ຜິວ​ໃບ​ຫນ້າ​ເປັນ​ວິ­ທີ​ພື້ນຖານ​ທີ່​ສຸດ ແຕ່​ກໍ່​ມີ​ຄວາມ​ສຳ­ຄັນເປັນ​ອັນ​ດັບ​ຫນຶ່ງ​ໃນ​ການ​ເຮັດ ໃຫ້​ຮູ​ຂຸມ​ຂົນ​ນ້ອຍ​ລົງ, ການ​ທຳຄວາມ​ສະ­ອາດ​ໃບ​ຫນ້າ​ເປັນ​ການກຳ­ຈັດ​ຄວາມ​ມັນ​ສ່ວນ​ເກີນ ແລະ ສິ່ງ​ເປິ­ເປື້ອນ​ທີ່​ມັກ​ເຂົ້າ​ໄປ​ຕັນ​ຮູຂຸມ​ຂົນ ເຊິ່ງ​ເປັນ​ສາ­ເຫດ​ທີ່​ເຮັດໃຫ້​ຮູ​ຂຸມ​ຂົນ​ໃຫຍ່​ອອກ ແລະ ເຮັດໃຫ້​ໃບ​ຫນ້າ​ຂອງ​ທ່ານ​ບໍ່​ລຽບນຽນ.

ຄວນ​ລ້າງ​ຫນ້າ​ມື້​ລະ 2 ຄັ້ງ.

ການ​ລ້າງ​ຫນ້າ​ມື້​ລະ 2 ຄັ້ງໃນ​ຕອນ​ເຊົ້າ ແລະ ຕອນ​ແລງ ເພື່ອເປັນ​ການ​ລ້າງ​ສິ່ງ​ເປິ­ເປື້ອນ​ອອກ​ຈາກ​ໃບ​ຫນ້າ ໂດຍ​ເລືອກ​ໃຊ້​ຜະ­ລິດ​ຕະ​ພັນ​ເຮັດ​ຄວາມ​ສະ­ອາດ​ໃບ​ຫນ້າ­ທີ່​ບໍ່​ເຮັດ​ໃຫ້​ຫນ້າ​ແຫ້ງ ແລະ ຜະ­ລິດ​ຕະ​ພັນ​ລ້າງ​ຫນ້າ​ສູດ​ເຢັນ ນອກ­ຈາກ​ຈະ​ຊ່ວຍ​ຄືນ​ຄວາມ​ສົດຊື່ນ​ແລ້ວ​ຍັງ​ເຮັດ​ໃຫ້​ຮູ​ຂຸມ​ຂົນນ້ອຍ​ລົງ​ອີກ​ດ້ວຍ.

ຫ້າມ​ບໍ່​ໃຫ້​ເຂົ້າ​ນອນ​ທັງ​ທີ່​ຍັງ​ແຕ່ງ​ຫນ້າ​ຢູ່.

ບໍ່​ວ່າ​ຈະ​ເມື່ອຍ​ເທົ່າ­ໃດ​ກໍ່​ຕາມ ຫ້າມ​ເຂົ້າ​ນອນ​ທັງໆ​ທີ່​ຍັງ​ມີ​ເຄື່ອງສຳ­ອາງ​ຢູ່​ໃບ​ຫນ້າ​ຂອງ​ທ່ານເດັດ­ຂາດ, ຫາກ​ເຂົ້າ​ນອນ​ທັງ​ທີ່​ຍັງ​ບໍ່​ລ້າງ​ເຄື່ອງ​ສຳ­ອາງ​ໃຫ້​ຮຽບຮ້ອຍ ນອກ­ຈາກ​ຈະ​ເຮັດ​ໃຫ້​ເຄື່ອງສຳ­ອາງ​ລົງ​ໄປ​ອັດ​ຮູ​ຂຸມ​ຂົນ​ໄດ້​ງ່າຍ​ແລ້ວ ຍັງ​ເຮັດ​ໃຫ້​ໃບ​ຫນ້າ​ບໍ່​ສົດ­ໃສ​ເມື່ອ​ຍາມ​ຕື່ນ​ນອນ ແລະ ຫາກ​ເຮັດ​ເປັນ​ປະ­ຈຳ​ຈະ​ເຮັດ​ໃຫ້​ໃບ​ຫນ້າ​ຫມອງ​ຄ້ຳ, ເຖົ້າ​ກ່ອນ​ໄວ ແລະ ເກີດ​ຜົນ​ເສຍ​ຕໍ່​ໃບ​ຫນ້າ​ໃນໄລ­ຍະ​ຍາວ.

ການ​ຫມັກ​ຫນ້າ.

ສາວໆ​ຫລາຍ​ຄົນ​ຫມັກ​ຫນ້າ ຫລື ຟອກ​ຫນ້າ ເພື່ອ​ຊ່ວຍ​ໃຫ້​ໃບຫນ້າ​ເຕັ່ງ​ຕຶງ​ຂຶ້ນ ໂດຍ​ວິ­ທີ​ການຫມັກ​ຫນ້າ​ນັ້ນ​ກໍ່​ມີ​ໃຫ້​ເລືອກ​ໃຊ້ຫລາຍ​ສູດ ເຊິ່ງ​ລ້ວນ​ແຕ່​ຊ່ວຍ​ບຳລຸງ​ຜິວ​ທັງ​ນັ້ນ. ຢ່າງ­ໃດ​ກໍ່​ຕາມ ຕ້ອງ​ລະ­ວັງ​ຫມັກ​ຫນ້າ​ປະ­ເພດຊ່ວຍ​ຄວບ​ຄຸມ​ຄວາມ​ມັນ ຫລື ການຟອກ​ຫນ້າ­ທີ່​ຊ່ວຍ​ດູດ​ຊຶມ​ນ້ຳ­ມັນ ສ່ວນ​ເກີນ​ອອກ​ຈາກ​ໃບ​ຫນ້າເພາະ​ສຳ­ລັບ​ການ​ຫມັກ​ປະ­ເພດ​ນີ້​ຫາກ​ມີ​ການ​ເຮັດ​ເກີນ​ອາ­ທິດ​ລະຫນຶ່ງ​ຄັ້ງ​ຈະ​ເຮັດ​ໃຫ້​ຜິວ​ຂອງທ່ານ​ແຫ້ງ​ໄດ້​ງ່າຍ.

ການ​ຫມັກ​ຫນ້າ​ດ້ວຍ​ໄຂ່ຂາວ.

ການ​ຫມັກ​ຫນ້າ​ດ້ວຍ​ວິ­ທີ​ນີ້​ ບໍ່​ຈຳ­ເປັນ​ຕ້ອງ​ຊື້​ຜະ­ລິດ​ຕະ​ພັນ​ທີ່​ມີ​ລາ­ຄາ​ແພງ, ພຽງ​ແຕ່​ໃຊ້​ໄຂ່​ຂາວໃນ​ການ​ຫມັກ​ຫນ້າ ໂດຍ​ທາ​ໄຂ່ຂາວ​ທີ່​ໃບ​ຫນ້າ​ແລະ​ທາ​ຊ້ຳ​ເປັນພິ­ເສດ​ບໍ­ລິ­ເວນ​ທີ່​ມີ​ສິວ ຈາກ​ນັ້ນ ໃຊ້​ເຈ້ຍເຊັດ​ຫນ້າ ຫລື ເຈ້ຍ​ທິດ​ຊູ້ແປະ​ທັບ​ລົງ​ໄປ​ແລ້ວ​ຮີດ​ໃຫ້​ຕິດກັບ​ໃບ​ຫນ້າ​ປະ​ໄວ້​ໃຫ້​ແຫ້ງ ຫລັງຈາກ​ນັ້ນ ຈິ່ງ​ລອກ​ເຈ້ຍ​ໄຂ່​ຂາວດຶງ​ສິວ ແລະ ສິ່ງ​ເປິ­ເປື້ອນ​ອອກຈາກ​ຮູ​ຂຸມ​ຂົນ ໂດຍ​ເຮັດ​ໃຫ້​ຮູ​ຂຸມຂົນ​ນ້ອຍ​ລົງ​ໄດ້, ນອກ­ຈາກ​ນີ້ ໂປຣ​ຕິນ​ໃນ​ໄຂ່​ຂາວ​ຍັງ​ຊ່ວຍ​ບຳລຸງ​ຜິວ ແລະ ກະ​ຕຸ້ນ​ການ​ສ້າງຈຸ​ລັງ​ຜິວ​ໃຫມ່​ທັງ​ຍັງ​ຊ່ວຍ​ດູດ​ຊຶມຄວາມ​ມັນ​ສ່ວນ​ເກີນ​ເທິງ​ໃບຫນ້າ​ໄດ້​ນຳ​ອີກ.

ການ​ຫມັກ​ຫນ້າ​ດ້ວຍ​ຫມາກເຫລັ່ນ.

ການ​ຫມັກ​ຫນ້າ​ດ້ວຍ​ຫມາກເຫລັ່ນ​ເປັນ​ອີກ​ສູດ​ທີ່​ເຮັດ​ໄດ້ງ່າຍໆ​ດ້ວຍ​ຕົນ​ເອງ ພຽງ​ແຕ່​ຝານຫມາກ­ເຫລັ່ນ​ເປັນ​ແຜ່ນ​ບາງໆເອົາ​ໃນ​ມັນ​ອອກ​ແລ້ວ​ແປະ​ໄວ້ໃຫ້​ທົ່ວ​ໃບ​ຫນ້າ, ກົດ AHA ວິ­ຕາ­ ມິນ A ແລະ C ໃນ​ຫມາກເຫລັ່ນ​ຈະ​ຊ່ວຍ​ເຮັດ​ຄວາມ​ສະ­ອາດຮູ​ຂຸມ​ຂົນ​ເຮັດ​ໃຫ້​ຫນ້າ​ຂອງ​ທ່ານສົດ­ໃສ ແລະ ຍັງ​ຊ່ວຍ​ເຮັດ​ໃຫ້​ຮູຂຸມ​ຂົນ​ນ້ອຍ​ລົງ.

ການ​ໃຊ້​ແຜ່ນ​ລອກ​ສິວ.

ແຜ່ນ​ລອກ​ສິວ​ເປັນ​ອີກ​ທາງເລືອກ​ຫນຶ່ງ​ທີ່​ເຮັດ​ໃຫ້​ທ່ານ​ມີ​ຜິວໃບ​ຫນ້າ​ສະ­ອາດ​ຂຶ້ນ​ໄດ້​ຢ່າງ​ໄວວາ, ກາວ​ຫນຽວໆ​ທີ່​ຄ່ອຍໆ​ແຂງຕົວ​ຈະ​ຈັບ​ເອົາ​ສິ່ງ​ເປິ­ເປື້ອນ​ທີ່​ອຸດຕັນ​ຮູ​ຂຸມ​ຂົນ​ອອກ​ມາ​ເຮັດ​ໃຫ້ ຮູ​ຂຸມ​ຂົນ​ນ້ອຍ​ລົງ ແຕ່​ຂໍ້​ຄວນ​ລະວັງ​ຄື​ຫ້າມ​ໃຊ້​ຖີ່​ເກີນ​ໄປ​ເພາະ​ຈະເຮັດ​ໃຫ້​ຜິວ​ບາງ ແລະ ເປັນ​ການລົບ​ກວນ​ຜິວ­ຫນັງ​ຫລາຍ​ເກີນໄປ.

Ecom

Posted by samakomlao on 10:50 AM. Filed under . You can follow any responses to this entry through the RSS 2.0. Feel free to leave a response

0 comments for "7 ວິທີເຮັດໃຫ້ຮູຂຸມຂົນນ້ອຍລົງ"

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added