|

ເກີດລູກແຝດສາມຍິງລ້ວນໃນຮອບ 20 ກວ່າປີ ຂອງລາວ

ເຫດ­ການ​ຄັ້ງ​ນີ້ ຖື​ເປັນເລື່ອງ​ແປກ​ພິ­ເສດ​ເພາະ​ມີ​ແມ່­ຍິງຄົນ​ຫນຶ່ງ​ໃຫ້​ກຳ­ເນີດ​ລູກ​ອອກ​ມາສາມ​ຄົນ​ເປັນ​ຍິງ​ລ້ວນ ເຫດ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ຮອບ​ວຽນ 20 ກວ່າ​ປີ, ສ່ວນ​ຄວາມ​ປອດ​ໄພ ຂອງ​ແມ່ ແລະ ລູກ​ຢູ່​ໃນ​ຄວາມຮັບ­ຜິດ­ຊອບ​ຂອງ​ທ່ານ­ຫມໍ​ທີ່​ໂຮງ ຫມໍ​ເສດ​ຖາ, ນະ­ຄອນ­ຫລວງວຽງ​ຈັນ.

ເຫດ­ການ​ດັ່ງ­ກ່າວເກີດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ອາ­ທິດ​ທີ 3 ກໍ­ລະ­ກົດ 2011 ທີ່​ຜ່ານ​ມາ ພາຍ­ຫລັງ​ທີ່​ໂຮງ­ຫມໍ​ເສດ​ຖາ​ທິລາດ​ໄດ້​ຮັບ​ແຈ້ງ ແລະ ນຳ​ຄົນເຈັບ​ເຂົ້າ​ມາ​ນອນ​ໂຮງ­ຫມໍ​ຈິ່ງ​ຮູ້ຊື່­ວ່າ: ນາງ​ແອນ ອາ­ຍຸ 35 ປີປະ­ຊາ­ຊົນ​ຈາກ​ບ້ານ​ຄຳ​ສະຫວາດ ເມືອງ​ໄຊ​ເສດ​ຖາ ນະຄອນ​ຫລວງ​ວຽງ​ຈັນ ຫລັງ​ທຳການ­ຜ່າ­ຕັດ​ຈິ່ງ​ຮູ້​ວ່າ​ແມ່​ທີ່​ຖື­ພາເປັນ​ລູກ​ແຝດ​ຍິງ​ທັງ​ສາມ​ຄົນ, ສ່ວນ​ສຸ­ຂະ­ພາບ​ຂອງ​ແມ່ ແລະ ລູກ​ຕອນ​ນີ້​ແຂງ­ແຮງ ແລະ ປອດໄພ​ດີ.

ທ່ານ­ຫມໍ ແກ້ວ​ມະ­ນີ​ຈັນ ອຸປະ​ຖາ­ນາ ຊ່ຽວ­ຊານ​ປະ­ສູດ​ພະຍາດ​ຍິງ​ໂຮງ­ຫມໍ​ເສດ​ຖາ​ທິ​ລາດ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ກ່າວວ່າ: ສຳ­ລັບ​ການ​ເກີດ​ລູກ​ແຝດສາມ​ທີ່​ເປັນ​ຍິງ​ຫມົດ​ເລື່ອງ​ນີ້​ຖື ເປັນ​ເລື່ອງ​ພິ­ເສດ​ສຳ­ລັບ​ຄົນ​ລາວ ໂດຍ​ສະ­ເພາະ​ແມ່ນ​ທາງ​ໂຮງ­ຫມໍເສດ​ຖາ​ທິ​ລາດ ໃນ​ຮອບ​ວຽນ 20 ກວ່າ​ປີ​ທີ່​ຜ່ານ​ບໍ່​ເຄີຍ​ມີ​ແບບນີ້​ຈັກ​ເທື່ອ​ການ​ເກີດ​ຄັ້ງ​ນີ້​ທັງແມ່ ແລະ ລູກ​ແມ່ນ​ປອດ​ໄພ.ພາຍຫລັງ​ໄດ້​ຢູ່​ໃນ​ຄວາມ​ຮັບ­ຜິດ­ຊອບຂອງ​ທ່ານ­ຫມໍ, ໃນ​ອະ​ນາຄົດ​ແຝດ​ຍິງ​ທັງ​ສາມ​ຕ້ອງ​ໄດ້​ຮັບການ​ດູ​ແລ​ເອົາ­ໃຈ­ໃສ່​ເປັນ​ພິ­ເສດເພາະ​ແຝດ​ທັງ​ສາມ​ມີ​ນ້ຳ­ຫນັກແຕ່­ລະ­ຄົນ​ມີ 1,9 ກິ​ໂລກ​ຣາມ ຕ່າງ​ຈາກ​ເດັກ​ທົ່ວ​ໄປ​ຄື 2,5 ກິໂລກ​ຣາມ.

ecom

Posted by samakomlao on 10:42 AM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

0 comments for "ເກີດລູກແຝດສາມຍິງລ້ວນໃນຮອບ 20 ກວ່າປີ ຂອງລາວ"

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added