|

ປັນຫາຂອງພາສາລາວ ຢູ່ທີ່ໃສ ?



ເທົ່າ​ທີ່​ສັງ­ເກດບັນ­ດາ​ປະເທດ​ພັດ­ທະ­ນາ ຫລື ປະ­ເທດ​ອຸດສາ​ຫະ​ກຳ​ໃຫມ່​ໃນ​ພາກ​ພື້ນ​ອາ­ຊີນັ້ນ​ເຊັ່ນ: ສປ ຈີນ, ສ.ເກົາ­ຫລີ, ໄທ ແລະ ສສ ຫວຽດ­ນາມ. ພາ­ສາຂອງ​ເຂົາ​ຖືກ​ພັດ­ທະ­ນາ ແລະ ສືບທອດ​ຢ່າງ​ເປັນ​ບັນ­ທັດ­ຖານ ແລະ ອຸ­ດົມ­ສົມ­ບູນ​ມາ​ຕະ­ຫລອດ. ປະເທດ​ຫວຽດ­ນາມ​ພັດ­ທະ­ນາ​ປະເທດ​ມາ​ພ້ອມໆ​ກັບ​ລາວ, ກຳ​ປູເຈຍ ແຕ່​ເຫັນ​ວ່າ​ຫວຽດ­ນາມ​ນັ້ນ​ໄດ້​ພັດ­ທະ­ນາ​ທາງ​ດ້ານ​ພາສາ​ໄວ​ກວ່າ​ລາວ ແລະ ກຳ­ປູ­ເຈຍ. ປັດ​ໄຈ​ປະ­ເທດ​ກຳ­ປູ­ເຈຍ​ນັ້ນ​ພັດທະ​ນາ​ຊ້າ ເພາະ­ວ່າ​ປະ­ເທດ​ເຂົາເຈົ້າ​ມີ​ສົງ­ຄາມ ​ກຳ­ປູ­ເຈຍ​ພັດ​ທະນາ​ປະ­ເທດ​ຢ່າງ​ແທ້​ຈິງ​ແມ່ນຫລັງ​ຈາກ​ສົງ­ຄາມ​ພາຍ​ໃນ​ສິ້ນສຸດ​ລົງ​ຄື​ນັບ​ແຕ່​ປີ 1999 ເປັນຕົ້ນ​ມາ, ເມື່ອ​ມາ​ເບິ່ງ​ພາບລວມຂອງ​ການ​ເຕີບ​ໂຕ​ໃນ​ການ​ພັດ​ທະນາ​ບ້ານ​ເຂົາ​ແມ່ນ​ເຫັນ​ວ່າ​ມີຄວາມ​ທຽບ​ເທົ່າ ບວກ-ລົບ​ໃກ້ຄຽງ​ກັບ​ລາວ. ສຳ­ລັບ​ລາວ​ແມ່ນເລີ່ມ​ພັດ­ທະ­ນາ​ປະ­ເທດ​ມາ​ພ້ອມໆກັບ​ຫວຽດ­ນາມ​ຄື​ປີ 1976 ຫລັງຈາກ​ສົງ​ຄວາມ​ສິ້ນ​ສຸດ​ລົງ​ໃນ​ປີ 1975 ແຕ່​ເບິ່ງ​ແລ້ວ​ລາວ​ເດີນຊ້າ​ກວ່າ​ຫວຽດ­ນາມ​ຫລາຍກ້າວ. ອັນ​ນີ້ ເຫັນ​ວ່າ​ຫວຽດ­ນາມ ເມື່ອ​ເຂົາ​ເລີ່ມ​ພັດ­ທະ­ນາ​ປະ­ເທດ ເຂົາ​ບໍ່​ໄດ້​ງົມໆ​ທາວໆ​ທີ່​ຈະ​ມາພັດ­ທະ­ນາ​ເລື່ອງ​ພາ­ສາ ແລະ ອັກສອນ​ໃດໆ​ເລີຍ, ເພາະ​ພາ­ສາຂອງ​ເຂົາ​ໄດ້​ໃຊ້​ເປັນ​ບັນ­ທັດ­ຖານດຽວ​ມາ​ແຕ່​ປີ 1945 ເລີຍ.

ສຳ­ລັບ​ລາວ​ເຮົາ ແຕ່​ປີ 1945 ເປັນ­ຕົ້ນ​ມາ​ຮອດ​ປີ​ນີ້ ລວມ​ອາ­ຍຸໄດ້ 66 ປີ​ແລ້ວ, ການ​ພັດ­ທະ­ນາເລື່ອງ​ພາ­ສາ​​ສາດແມ່ນ​ຍັງຄ້າງ​ຄາ ​ຫລາຍ​ຂອດ​ຍັງ​ຖົກ​ຖຽງກັນ​ ເຈົ້າ​ຂຽນ​ຜິດຂ້ອຍ​ຂຽນ​ຖືກ​ຢູ່ ສ່ວນ​ປະ­ຊາ­ຊົນ​ຍັງ​ບໍ່​ທັນ​ໄດ້​ເຂົ້າໃຈ​ພາ­ສາ​ຂອງ​ຕົນ​ຢ່າງ​ເລິກ­ເຊິ່ງ. ນອກ­ຈາກ​ນັ້ນ ​ຫນ່ວຍ​ງານ​ທີ່​ເຮັດວຽກ​ກ່ຽວ​ກັບ​ການ​ສົ່ງ­ເສີມ ແລະ ພັດ­ທະ­ນາ​ພາ­ສາ ນັ້ນ​ຍັງ​ບໍ່ທັນ​ເຮັດ​ຢ່າງ​ເປັນ​ລະ­ ບົບ ແລະ ຈິງ​ຈັງ, ທີ່​ສຳ­ຄັນ​ຄື​ຫນ່ວຍ​ງານທີ່​ຊຸກ­ຍູ້​ກວດ­ກາ ແລະ ນຳ​ໃຊ້​ພາສາ​ໃຫ້​ຖືກ­ຕ້ອງ​ເປັນ​ເອ­ກະ​ພາບ ແລະ ເປັນ​ໄປ​ຕາມ​ຕົວ​ບົດ​ກົດຫມາຍ​ຍັງ​ບໍ່​ມີ​ເລີຍ. ຫາກ​ເຮົາປຽບ​ໃສ່​ປະ­ເທດ​ກຳ­ປູ­ເຈຍ​ເຂົາເຈົ້າ​ມີ​ສະ​ຖາ​ບັນ​ຣາ​ຊະ​ບັນ­ດິດ ແຕ່​ປີ 1930 ເຊິ່ງ​ເກີດ​ຂຶ້ນ​ພ້ອມໆກັບ​ສະ​ຖາ​ບັນ​ຈັນ­ທະ​ບູ​ຣີ​ຂອງລາວ ແລະ ສະ​ຖາ​ບັນ​ນີ້ ​ຍັງ​ສືບ­ຕໍ່ວຽກ​ງານ​ຂອງ​ເຂົາ​ມາ​ເທົ່າ​ທຸກວັນ​ນີ້, ສ່ວນ​ລາວ​ເຮົາ​ສະ​ຖາ​ບັນນີ້​ຖືກ​ຍົກ­ເລີກ​ແຕ່​ປີ 1975 ມາ​ບັດນີ້​ ຍັງ​ບໍ່​ມີ​ສະ​ຖາ​ບັນ​ໃດ​ທີ່​ເຮັດຫນ້າ­ທີ່​ວຽກ​ງານ​ກ່ຽວ​ກັບ​ພາສາ​ລາວ​ເປັນ​ຫລັກ​ເປັນ​ແຫລ່ງເທື່ອ.

ພາ­ສາ​ລາວ​ເຮົາເທົ່າ​ທີ່​ສຶກສາ​ເບິ່ງ​ເປັນ​ເຫມືອນ​ລູກ​ບໍ່​ມີ​ພໍ່ ຫລາຍ​ຫນ່ວຍ​ງານ​ທີ່​ກ່ຽວ­ຂ້ອງຍັງ​ບໍ່​ໄດ້​ຈັດ​ລະ­ບົບ​ການ​ຕາຍລົງ, ການ​ເກີດ​ຂຶ້ນ, ການ​ນຳ​ເຂົ້າພາ­ສາ​ລາວ​ກໍ່​ເປັນ​ໄປ​ຕາມ​ກະແສ​ສັງ­ຄົມ​ມັນ​ເປັນ​ເທົ່າ​ນັ້ນ. ດັ່ງນັ້ນ, ເຮົາ​ຈິ່ງ​ເຫັນ​ພາ­ສາ​ຂອງ​ເຮົາ​ຍັງ​ຂາດ​ຄວາມ​ເປັນ​ເອ­ກະພາບ​ທຸກ​ວັນ​ນີ້.

ຫາກ​ເປັນ​ເຊັ່ນ​ນີ້ ກໍ່​ອາດ​ຄາດໄດ້​ວ່າ ການ​ພັດ­ທະ­ນາ​ເສດ​ຖະກິດ-ສັງ­ຄົມ, ວັດ­ທະ­ນະ­ທຳ, ການເມືອງ, ເສດ­ຖະ­ກິດ, ເຕັກ​ໂນ​ໂລ​ຢີຂອງ​ບ້ານ​ເຮົາ​ຍ່ອມ​ຈະ​ເປັນ​ໄປໄດ້​ໃນ​ລັກ­ສະ­ນະ​ຊ້າໆ ເພາະ­ວ່າ ພາ­ສາ​ຄື​ການ​ສື່­ສານ ຫາກ​ພາ­ສາສື່­ສານ​ກັນ​ເປັນ​ໄປ​ຍາກ ​ບໍ່​ເອ­ກະພາບ ການ​ພັດ­ທະ­ນາ​ອື່ນໆ​ກໍ່​ຕ້ອງຍາກ​ເຊັ່ນ​ກັນ ເພາະ​ພາ­ສາ​ເປັນປັດ​ໄຈ​ສຳ­ຄັນ​ຂອງ​ທຸກ​ວຽກງານ​ຂອງ​ຊາດ​ນັ້ນ​ເອງ. ພວກເຮົາ​ທີ່​ພາ­ກັນ​ພາກ­ພູມ​ໃຈ​ທີ່​ມີ​ຕົວ​ອັກ­ສອນ​ຂຽນ​ເປັນ​ຂອງ​ຕົນ​ເອງ ຫາກ​ພາ­ກັນ​ຖົກ​ຖຽງ​ກັນ​ແບບ​ບໍ່​ຮູ້​ເລີກ​ຮູ້​ແລ້ວ​ວ່າ​ຊິ​ຂຽນ​ຕາມ​ສຽງ ຫລື ຕາມ​ເຄົ້າ ທັງໆ​ທີ່​ມີ​ກົດ​ພາສາ​ໃຫ້​ຂຽນ​ຕາມ​ສຽງ​ແລ້ວ, ພວກ​ທີ່​ຢາກ​ຂຽນ​ຕາມ​ເຄົ້າ​ກໍ່​ຊູ​ຊີຫິ​ນະ​ ບໍ່​ຍອມ­ຮັບ​ການ​ຂຽນ​ຕາມສຽງ! ເນື່ອງ​ຈາກ​ບັນ­ຫາ​ນີ້​ແລ້ວ ຄື​ເກີດ​ມີ​ບັນ­ຫາ​ອື່ນ​ຕາມ​ມາ​ຄື:

1. ຕ່າງ​ຝ່າຍ​ຕ່າງ​ວ່າ​ຕົນ​ເອງຖືກ ​ຝ່າຍ​ອື່ນ​ຜິດ (ເພາະ​ຖື​ຕຳ­ລາຕ່າງ​ກັນ) ຈິ່ງ​ຂຽນ​ຕາມ​ຕົນ​ມັກ.

2. ສ້າງ​ນິດ­ໄສ​ບໍ່​ຍິນ​ຍອມ​ກັນ.

3. ບໍ່​ມີ​ຄວາມ​ເປັນ​ເອ­ກະພາບ.

4. ຂາດ​ການ​ເອົາ­ໃຈ­ໃສ່ ແລະ ພັດ­ທະ­ນາ​ພາ­ສາ​ຢ່າງ​ຈິງ​ໃຈ.

5. ມີ​ຜົນ​ກະ­ທົບ​ຕໍ່​ວິ­ຊາ​ການ ແລະ ທິດ​ສະ​ດີ​ຕ່າງໆ​ທັງ​ໃນ​ອະດີດ ​ປະ­ຈຸ​ບັນ ແລະ ອະ­ນາ­ຄົດ (ຫາກ​ບໍ່​ຟ້າວ​ປັບ­ປຸງ ແລະ ສົ່ງເສີມ​ພາ­ສາ ແລະ ອັກ­ສອນ​ລາວໂດຍ​ໄວ)

6. ເກີດ​ມີ​ການ​ຕໍ່­ຕ້ານ​ພາ­ສາລາວ​ໂດຍ​ທາງ​ກົງ ເພາະ​ບໍ່​ຮູ້​ເຄົ້າ ບໍ່​ຮູ້​ສັບ.

7. ເກີດ​ການ​ຕໍ່­ຕ້ານ​ພາ­ສາ (ວັດ​ຈະ​ນາະພາ­ສາ) ຄຳ​ເວົ້າ​ທ້ອງຖິ່ນ.

8. ເຮັດ​ໃຫ້​ພາ­ສາ​ລາວ​ບາງຄຳ​ຕາຍ​ລົງ​ໄດ້ ເພາະ​ອັກ­ສອນບາງ​ຄຳ​ຂຽນ​ໄປ​ແລ້ວ ອອກ­ສຽງບໍ່​ຖືກ​ຕາມ​ເຄົ້າ​ສຽງ (ບໍ່​ແມ່ນ​ເຄົ້າສັບ).

9. ມີ​ການ​ຕ້ານ​ພາ­ສາ​ລາວ​ທີ່ຖືກ​ໃຊ້​ໃນ​ປະ­ເທດ​ອ້ອມ​ຂ້າງ, ໂດຍ​ເຂົ້າ­ໃຈ​ວ່າ​ພາ­ສາ​ນັ້ນ​ເປັນພາ­ສາ​ເພື່ອນ​ບ້ານ.

10. ເມື່ອ​ພາ­ສາ​ລາວ​ຂາດແຄນ​ ການ​ຫລິ້ນ​ສຽງ ຫລື ສຳນວນ (ສັນ­ທະ​ລັກ­ສະ­ນະ) ຂອງພາ­ສາ​ຖືກ​ຕາຍ​ລົງ​ແລ້ວ ອາດເຮັດ​ໃຫ້​ພາ­ສາ​ຄັບ­ແຄບ​ກໍ່​ຕ້ອງຫາ​ພາ­ສາ​ອື່ນ ຫລື ສ້າງ​ພາ­ສາອື່ນ​ມາ​ແທນ ຫາກ​ບໍ່​ມີ​ແທນ ອາດເອົາ​ພາ­ສາ​ໃນ​ຂອງ​ຊາດ​ອື່ນ​ມາໃຊ້.

11. ບັນ­ຫາ​ຄວາມ​ບໍ່​ເປັນ​ເອກະ​ພາບ​ທາງ​ການ​ເວົ້າ​ ການ​ຂຽນ ກໍ່­ໃຫ້­ເກີດ​ຄວາມ​ບໍ່​ເອ­ກະ​ພາບທາງ​ພຶດ­ຕິ​ກຳ ແລະ ຈິດ­ໃຈ​ໃນ​ທີ່ສຸດ​ກໍ່ບໍ່​ຍອມ​ກັນ.

12. ເມື່ອ​ພາ­ສາ​ບໍ່​ເອ­ກະ​ພາບ ເຮັດ​ໃຫ້​ເກີດ​ຜົນ​ເສຍ​ທາງ​ອ້ອມຄື: ວິ­ຊາ​ການ​ບໍ່​ຖືກ​ພັດ­ທະ­ນາ. ການ​ຕີ​ຄວາມ​ຫມາຍ​ຂອງ​ພາ­ສາຄາດ​ເຄື່ອນ, ພາ­ສາ​ເກີດ​ໃຫມ່​ບໍ່ໄດ້​ຖືກ​ຄວບ​ຄຸມ ເພາະ​ບໍ່​ມີ​ສະ​ຖາບັນ​ຮອງ​ຮັບ ​ໃນ​ທີ່​ສຸດ​ກໍ່​ນຳ​ເອົາພາ­ສາ​ອື່ນ​ເຂົ້າ​ມາ​ໃຊ້​ແທນ.

ໃນ​ທີ່​ສຸດ ເມື່ອ​ໄປ​ເຖິງ​ຈຸດຫນຶ່ງ​ ເມື່ອ​ພາ­ສາ​ລາວ​ອາດ​ຖືກກຸດ​ຫ້ຽນ​ ຄົນ​ຮຸ່ນ​ຕໍ່​ໄປຈິ່ງ​ຈະ​ເຫັນຄວາມ​ສຳ­ຄັນ​ຂອງ​ພາ­ສາ​ແລ້ວກໍ່​ຈະ​ກັບ​ມາ​ພັດ­ທະ­ນາ​ພາ­ສາຂອງ​ຕົນ​ໃນ​ຍຸກ​ນັ້ນ ເຂົາ​ພັດ​ທະ ນາ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນໂລຊີ​ໄປ​ຮອດ​ໃສ​ແລ້ວ ເຮົາ​ຍັງກັບ​ມາ​ພັດ­ທະ­ນາ​ພາ­ສາ​ຄືນ­ໃຫມ່ ຫາກ​ສັງ­ຄົມ​ຕ້ອງ­ການ​ສື່­ສານ​ໃນສັງ­ຄົມ​ຕົນໂດຍ​ເຕັກ​ໂນ​ໂລຊີ​ບໍ່ຖືກ​ພັດ­ທະ­ນາ​ ທາງ​ເຕັກ​ໂນ​ໂລ​ຍີກໍ່​ຈະ​ເຮັດ​ໃຫ້​ຄົນ​ລາວ​ຫັນ​ໄປ​ໃຊ້ອັກ­ສອນ​ອື່ນ​ແທນ (ອັນ​ນີ້​ສັງ­ເກດ ໃນ​ການ​ໃຊ້​ໂທລະ­ສັບ ແລະອິນເຕີ​ເນັດ​ປະ­ຈຸ​ບັນ) ຊັບ​ພະ­ຍາກອນ​ມະ­ນຸດ​ແມ່ນ​ສິ່ງ​ທີ່​ສຳ­ຄັນ​ໃນການ​ພັດ­ທະ­ນາ​ປະ­ເທດ ​ຊາດ. ຖ້າ​ຢາກ​ໃຫ້​ຄົນ​ລາວ​ໃຊ້​ພາ­ສາຂອງ​ຕົນ​ໃຫ້​ຖືກ­ຕ້ອງ ແລະ ຫັນມາ​ນິ­ຍົມ​ພາ­ສາ​ຂອງ​ຕົນ​ໃຫ້ຫລາຍ​ຂຶ້ນ​ ຕ້ອງ​ພັດ­ທະ­ນາ​ຊັບ​ພະຍາ​ກອນ​ມະ­ນຸດ​ຄຽງ​ຄູ່​ກັບ​ການພັດ­ທະ­ນາ​ປະ­ເທດ​ຊາດ “ພັດ​ທະນາ​ຜູ້​ຊົມ­ໃຊ້​ພາ­ສາ​ຄຽງ​ຄູ່​ກັບການ​ພັດ­ທະ­ນາ​ປະ­ເທດ​ຊາດ” ໄປ​ພ້ອມໆ​ກັນ.

Source: Ecom

Posted by samakomlao on 2:59 PM. Filed under . You can follow any responses to this entry through the RSS 2.0. Feel free to leave a response

21 comments for "ປັນຫາຂອງພາສາລາວ ຢູ່ທີ່ໃສ ?"

  1. Anonymous

    ທັງໝົດເປັນຍ້ອນທາງການລາວຍັງບໍ່ມີຄວາມຮັບຜິດຊອບ
    ບໍ່ຄິດເຖິງການພັດທະນາແລະຮັກສາພາສາຊາດອັນເປັນເອກະລັກ
    ຂອງໂຕເອງ ປ່ອຍໃຫ້ເປັນໄປຕາມເວນຕາມກັມ ຕາມກະແອສັງຄົມ ທີ່ມີອິດທິພົນຈາກຮອບຂ້າງ

    ຈະວ່າລັດຖະບານໂງ່ກໍຖືກ
    ເພາະຕາມທັມມະດາແລ້ວພັກລັດກໍເວົ້າມາແຕ່ສະໄໝໃດວ່າ:
    ຕ້ອງເອົາການສຶກສາໄປກ່ອນກ້າວໜຶ່ງ ?
    ຢາກຮູ້ວ່າ ການສຶກສານັ້ນໝາຍເອົາຫຍັງແດ່ ໃນຄວາມ
    ໝາຍຂອງພັກລັດ
    ໂຕນີ້ແຫຼະ ສະຫຼາດຫຼາຍກາຍໂຕເອງ
    ກາຍເປັນໂງ່ບໍ່ຮູ້ໂຕ
    ເພາະບ່ອນບໍ່ຄວນພັດທະນາພັດພາກັນບືນຕາຍໃສ່
    ອັນນີ້ເວົ້າຕາມຄວາມຈິງ ມັນອາດບໍ່ມ່ວນ
    ແຕ່ຄວາມຈິງກໍຄືຄວາມຈິງ

    ຖ້າອອກມາຢູ່ນອກເວທີເບິ່ງ ຈະເຫັນຊັດເຈນ
    ວ່າອັນໃດດີ ອັນບໍ່ດີແນວໃດ

    ເຊີນເປີດຕາແດ່
    ຢາກເວົ້າແນວນີ້ລະ

  2. Anonymous

    ຄຳວ່າລັດຖະບານໂງ່ ຕົນເອງກໍຢູ່ພາຍໃຕ້ ລັດະບານກໍໂງ່ເໝືອນກັນ, ຢາກໃຫໃຊ້ຄຳສັບທີ່ມີການສ້າງສັນ ແລະມ່ວນຫູໜ້ອຍໜຶ່ງ ອາດຈະດີ
    ລັດຖະບານັ້ນ ກໍແມນບຸກຄົນເປັນຜູ້ຮັບຜິດຊອບ ບາງເທື່ອເພີ່ນອາດຢາກໃຫ້ມີຄວາມຮັບຜິດຊອບຮ່ວມກັນ ໃນການສ້າງສາພັດທະນາປະເທດຊາດ ອາດມີມີຫລາຍຫົວຄິດປະດິດສ້າງ ອາດຊອກທຶນຮອນມາພັດທະນາຊ່ວຍ ລັດຖະບານ ອາດກໍເປັນໄປໄດ້ ດ່າຜູ້ນີ້ໂງ່ຜູ້ນັ້ນໂງ່ ບໍ່ໂສພາ ເລີຍ ນະ! ດີແທ້ຊອກວິທີທາງອອກແນວໃດ ໃຫ້ຄວາມຄິດເຫັນແງ່ມູມ ດີໆ ອາດຈະໂສພາກອ່ນຕິເບາະ ຜູ້ເວົ້າໃຫ້ຜູ້ອື່ນໂງ ບາງທີ່ຕົນເອງອາດໂງ່ກ່ອນເຂົາເຈົ້າກໍມີນະໆໆໆໆໆ

  3. Anonymous

    ບໍ່ຕ່ອງຫຼັບຫູຫຼັບຕາປົກປ້ອງແຕ່ລັດຖະບານດອກ

    ມັນເປັນໜ້າທີ່ຂອງລັດເປັນຜູ່ຕ້ອງຈັດການ

    ສ່ວນເຈົ້າຜູ່ເວົ້າຫັ້ນເດ່

    ຄຶດນໍາພັດລັດຢ່າງດຽວບໍ່ ?
    ສຽງໃດ ເຫດຜົນໃດ ປະຊາທິປະໄຕໃດ ບໍ່ຍອມຮັບ ບໍ່

    ມັນກໍໂງ່ທໍ່ກັນ
    ຄັນຊັ້ນກໍຍອມຕາຍໃຕ້ທຸງພັກຫັ້ນລະ

    ຄົນອື່ນ ປະຊາຊົນທັງຊາດ
    ອະນາຄົດຂອງຊາດບ້ານເມືອງມີຄ່າໜ້ອຍກວ່າຄວາມຄິດຂອງເຈົ້າບໍ່

    ເປັນຄົນເປັນຫຽັງບໍ່ຄິດກ້ວາງແດ່
    ທຸກຄົນເວົ້າມາກໍຍ້ອນເປັນຫ່ວງຊາດບ້ານເມືອງ

    ບໍ່ແມ່ນມາຫ່ວງນໍາແຕ່ໜ້າຕາຂອງພັດລັດ .........

    ອັນໃດດີກໍຂຍ້ອງ ...ອັນໃດບໍ່ຖືກຕ້ອງກໍຕິ....

    ຜ່ເວົ້າບໍ່ແມ່ນຫາກໍ່ເກີດເດີ
    ແລະກໍບໍ່ໄດ້ຮຽນແຕ່ຢູ່ພາຍໃນ ເບື້ອງໃນເບື້ອງນອກ
    ໄດ້ຮູ້ໄດ້ຮຽນ ໄດ້ເຫັນໄດ້ຜ່ານມາແລ້ວ

    ຄັນບໍ່ແມ່ນຫ່ວງຊາດບ້ານເມືອງໂຕເອງບໍ່ມາເວົ້າໃຫ້ເສັຽນໍ້າລາຍ

    ວ່າແຕ່ເຈົ້າຫັ້ນ ຄິດໃໝ່ ເບິ່ງໂລກໃຫ້ກວ້າງ
    ຄັນຍັງຮູ້ບໍ່ພໍກໍຮຽນ ຢ່າດ່ວນປະຕິເສດຢ່າງດຽວ

    ທັດສະນະຂອງຄົນອື່ນນັ້ນ
    ມີທັງອັນຖືກຕ້ອງ ມີທັງອນັຖືກໃຈ
    ຕ້ອງເບິ່ງທັງສອງດ້ານ

  4. Anonymous

    ເວົ້າຖືກຫຼາຍ
    ປາກບໍ່ອອກ
    ໄກ່ອອ່ນສອນຂັນ
    ອັນບໍ່ຮູ້ກໍຮຽນຕື່ມ ຖ້າຍັງຢາກທັນໂລກ

    ຮັກແພງກັນເນີ

  5. Anonymous

    Oh....Sah Tu, Sa Tu.
    Congrat to u uncle. You said it all & I agreed totally.
    and to Puklut or kan theung, just bcoz we criticize puklut, doesn't mean we don't want Lao to be civilized like other countries. When Lao Nork have an opinion or bring up the point, puklut just don't care. They said they run the country
    not Lao Nork. To develop the country, we have to listen to both Nork/Nai and In/out, look at the glass half empty and half full & move forward. Sah tu. Sah tu.
    Armit tah poot.

  6. Anonymous

    Anonymous
    7:58 PM

    ບໍ່ຕ່ອງຫຼັບຫູຫຼັບຕາປົກປ້ອງແຕ່ລັດຖະບານດອກ

    ມັນເປັນໜ້າທີ່ຂອງລັດເປັນຜູ່ຕ້ອງຈັດການ

    ສ່ວນເຈົ້າຜູ່ເວົ້າຫັ້ນເດ່

    ຄຶດນໍາພັດລັດຢ່າງດຽວບໍ່ ?
    ສຽງໃດ ເຫດຜົນໃດ ປະຊາທິປະໄຕໃດ ບໍ່ຍອມຮັບ ບໍ່

    ມັນກໍໂງ່ທໍ່ກັນ
    ຄັນຊັ້ນກໍຍອມຕາຍໃຕ້ທຸງພັກຫັ້ນລະ

    ຄົນອື່ນ ປະຊາຊົນທັງຊາດ
    ອະນາຄົດຂອງຊາດບ້ານເມືອງມີຄ່າໜ້ອຍກວ່າຄວາມຄິດຂອງເຈົ້າບໍ່

    ເປັນຄົນເປັນຫຽັງບໍ່ຄິດກ້ວາງແດ່
    ທຸກຄົນເວົ້າມາກໍຍ້ອນເປັນຫ່ວງຊາດບ້ານເມືອງ

    ບໍ່ແມ່ນມາຫ່ວງນໍາແຕ່ໜ້າຕາຂອງພັດລັດ .........

    ອັນໃດດີກໍຂຍ້ອງ ...ອັນໃດບໍ່ຖືກຕ້ອງກໍຕິ....

    ຜ່ເວົ້າບໍ່ແມ່ນຫາກໍ່ເກີດເດີ
    ແລະກໍບໍ່ໄດ້ຮຽນແຕ່ຢູ່ພາຍໃນ ເບື້ອງໃນເບື້ອງນອກ
    ໄດ້ຮູ້ໄດ້ຮຽນ ໄດ້ເຫັນໄດ້ຜ່ານມາແລ້ວ

    ຄັນບໍ່ແມ່ນຫ່ວງຊາດບ້ານເມືອງໂຕເອງບໍ່ມາເວົ້າໃຫ້ເສັຽນໍ້າລາຍ

    ວ່າແຕ່ເຈົ້າຫັ້ນ ຄິດໃໝ່ ເບິ່ງໂລກໃຫ້ກວ້າງ
    ຄັນຍັງຮູ້ບໍ່ພໍກໍຮຽນ ຢ່າດ່ວນປະຕິເສດຢ່າງດຽວ

    ທັດສະນະຂອງຄົນອື່ນນັ້ນ
    ມີທັງອັນຖືກຕ້ອງ ມີທັງອນັຖືກໃຈ
    ຕ້ອງເບິ່ງທັງສອງດ້ານ

    ********************************************************************


    reply der : ເວົ້າຖືກໃຈຂ້ອຍຫຼາຍ ...ຂ້ອຍກໍ່ຢາກເວົ້າແບບເຈົ້ານີແຫຼ່ະ,ຂ້ອຍກະຮຽນຢູ່ໃນແລະນອກຄືກັນ ແລະກໍ່ມີຄວາມເປັນຫ່ວງບ້ານເຮົາຫຼາຍ...ປະເທດເຮົາປົກຄອງດ້ວຍລະບອບ ປະຊາທິປະໄຕ ເຮົາມີສິດທິຄວາມເປັນລາວ ລັດຖະບານລາວ ທ່ານໃດບໍເກັ່ງ ຖືກຕຳໜິ,ກະຖືກລະເດ່, ລັດຖະບານ ບໍ່ໄດ້ແມ່ນ ເທວະດາ ບໍ່ໄດ້Perfect ປານນັ້ນ.ໃນສາຍຕາປະເທດອື່ນ ລັດຖະບານເຮົາແມ່ນລັດຖະບານທີ່ ບໍ່ມີປະສິດທີພາບທີ່ສຸດ...ເຮົາຄວນເປັນຫູເປັນໃຫ້ກັບປະເທດເຮົາໄດ້ແລ້ວ ບໍ່ແມ່ນວ່າຊິຖ້າເເຕ່ລັດຖະບານ...ຍາມກີນຍາມໄດ້ເງີນ ລັດຖະບານລາວ ບໍເຄີຍຄີດຮອດ ປະຊາຊົນຊ້ຳ....

  7. Anonymous

    ມັນຍາກທີ່ວ່າມີຄົນກຸ່ມໜຶ່ງທີ່ຂຶ້ນໄປຢູ່ຂັ້ນເທິງແລະຫຼົງມົວເມົາກັບອໍານາດບໍ່ຍອມໃຫ້ຜູ່ອື່ນຂຶ້ນແທນ... ຄົນມີການສຶກສາຖືກຢຽບຄໍໄວ້... ຄົນໂລບມາກລົງແລ້ວລູກຂອງຄົນໂລບກະຂຶ້ນຕໍ່... ໃຜເຮັດໂຕສະຫຼາດລື່ນເພິ່ນກຽມໂຕໝົດອະນາຄົດ... ໃສລະປະຊາທິປະໃຕ... ຖ້າເປັນຈັ່ງຊີ້ໄປອີກຈັກສິບປີໜິ, ອາດຈະເກີດມີການປະທ້ວງຈາກປະຊາຊົນຜູ້ທີ່ເບຶ່ອໜ່າຍກັບລະບົບແບບນີ້ແນ່ນອນ

  8. Anonymous

    ກ່ຽວກັບພາສາລາວ ຂອງພວກເຮົາ ກໍ່ຮູ້ສຶກວ່າເປັນຫວ່ງເປັນໄຍນຳ ກໍ່ຫວັງວ່າ ທຸກຄົນທີ່ເປັນຄົນລາວ ທຸກຄົນກໍ່ຄົງເປັນຫ່ວງເປັນໄຍນຳເໝືອນກັນ. ພາສາເປັນເໝືອນມູນມໍລະດົກຕົກທອດມາແຕ່ປູ່ຍ່າຕາຍາຍຂອງພວກເຮົາ. ຢ່າງໜ້ອຍພວກເຮົາກໍ່ຄວນໄດ້ມີການປົກປັກຮັກສາໄວ້ໃຫ້ຄົນລາວ ຮຸ່ນຕໍ່ໄປໄດ້ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ​ເໝືອນກັນກັບມູນມໍລະດົກອື່ນໆທີ່ປູ່ຂອງພວກເຮົາໄດ້ຮັກສາໄວ້ໃຫ້ເຮົາມາຈົນຮອດເທົ່າທຸກວັນນີ້. ແຕ່ໃນປະຈຸບັນນີ້ ເມື່ອສົມທຽບກັບສະພາບຂອງພາສາລາວໃນເມື່ອກ່ອນແມ່ນມີການກຸດຫ້ຽນໄປຫລາຍແລ້ວ ຊຶ່ງອາດຈະມີເຫດຜົນມາຈາກ ການບັນທອນເພື່ອໃຫ້ມີຄວາມສະດວກສະບາຍໃນການນຳໃຊ້ ຫລື ຍ້ອນການຮູ້ເທົ່າບໍ່ເຖິງການ ກໍ່ອາດຈະເປັນໄປໄດ້.
    ບໍ່ຮູ້ວ່າ ໃນອົງການຈັດຕັ້ງມະຫາພາກ ແມ່ນພາກສ່ວນໃດກັນແທ້ເປັນຜູ້ຮັບຜິດຊອບກ່ຽວກັບ ພາສານີ້​ກໍ່ພຽງແຕ່ໄດ້ເ“ງິນວ່າ​ທຸກຄົນເປັນຜູ້ຮັບຜິດຊອບຮ່ວມກັນ. ຖ້າເວົ້າເປັນລັກສະນະລວມໆຄືແນວນີ້ ກໍ່ຍັງຈະເປັນການຍາກຢູ່ ທີ່ຈະເຮັດໃຫ້ພາສາລາວ ເປັນພາສາທີ່ອຸດົມສັມບູນ ແລະ​ນຳໃຊ້ໄດ້ຢ່າງຄ່ອງແຄ້ວ ແລະ ແມ່ນຢຳໂດຍບໍ່ໃຫ້ເກີດມີບັນຫາ

  9. Anonymous

    ເຫັນດີນຳ ທຸກໆຄຳເຫັນ ຢ່າວ່າແຕ່ຮັກສາພາລາວບໍ່ໄດ້ເຖາະ ທຸກມື້ນີ້ປະເທດຍັງຈະຮັກສາບໍ່ໄດ້ແລ້ວ ປ່ອຍໃຫ້ຊາວຫວຽດນາມມາຢູ່ທຸກມື້ຈົນຄົນລາວບໍມີທີ່ຢູ່ແລ້ວ ແຖ້ມຍັງໂຄສະນາອີກວ່າເປັນພີນ້ອງກັນແບບພີເສດຂາດຈາກກັນບໍ່ໄດ້ຄືແກ່ນຮຳ ແລ້ວຄົນລາວກໍເຊື່ອຈົນຫລັບໂກນບໍ່ຮູ້ຕື່ນຈັກເທື່ອເບິ່ງແລ້ວຫນ້າສົມເພດປະເທດລາວເຮົາມີແຕ່ປະເທດອື່ນມາສ້າງສາ ສ່ວນລາວກໍກ້າເຮັດຫຍັງ ເພາະຢ້ານຫລື່ສຫລາດນ້ອຍກະເປັນຕາຄິດ

  10. Anonymous

    ເຄີຍສັງເກດເບິ່ງບໍປະເທດລາວລັດຖະບານ ເອີຍ? ລັດຖະບ້າ ໃສ່ຄຳຂວັນປະເທດງາມໆແຕ່ຂ້າງໃນສຸດເຫັຍ ຮູ້ບໍປະຊາຊົນບາງຊົນເຜົ່າຍັງຖືກຢຽບຢ້ຳບໍ່ມີສິດທິອີຍັງ ລອງສັງເບິ່ງຕິລະ ເປັນພະນັກງານ ເກືອບທຸກຂະແຫນງງານສ່ວນຫລາຍມີແຕ່ລາວລຸ່ມ ໂອກາດທາງສັງຄົມກໍໃຫ້ໂອກາດແຕ່ພວກເຂົ້າ ສ່ວນເຜົ່າອື່ນສັກສີ ກຽດ ສິດທິ ບໍ່ຄ້ອຍໃຫ້ຄວາມເຄົາລົບເທົ່າທີ່ຄວນ ແມ້ແຕ່ໂອກາດການສຶກສາພວກເຂົ້າຍັງຫນ້າສົງສານຫລ້າຍ ຕື່ນເຖີນປັນຍາຊົນລາວເພື່ອປະເທດຊາດ

  11. Anonymous

    ພາສາບອກຊາດ ມາລະຍາດບອກຕະກຸນ.
    ຍ້ອນບັນຫານີ້ເອງຄົນລາວພວກເຮົາໄລຍະ 300 ປີ ຜ່ານມາ,
    ບໍ່ຍ້ອມເຂົ້າໃຈ ບໍ່ເປັນເອກະພາບດ້ານພາສາແມ່(ຊາດ)ນຳກັນ,
    ດັ່ງນັ້ນມັນຈຶ່ງຊ່ອງວ່າງໃຫ້ຊາດອຶ່ນເຂົ້າມາມີອິດທິພົນຢູ່ລາວ ແລະ
    ບັນຂອງຊາດລາວຈຶ່ງບໍ່ມີເອກລາດອັນແທ້ຈິງ.

  12. ບົດສະຫຼຸບເໝືອນກັບຂອງອາຈານສາຍເຊລຳເພົາເນາະ

  13. Anonymous

    ເບິ່ງປະຫວັດສາດຈີນແມ໋ ເຂົ້າສາມາດໃຊ້ພາສາຂຽນແບບດຽວເຂົ້າໃຈໄດ້ທຸກພາສາເວົ້າ ໂຕນີ້ມັນສະທ້ອນໃຫ້ເຫັນເຖິງການເບິ່ງການໄກ ເບິ່ງເຂົ້າດຸມີຄວາມຫຍິ່ງໃຫຍ່ສໍາໃດ ລາວສະໃໝໂບຮານເປັນຄູ່ແຂ່ງກັບຈີນພຸ້ນ ມາເບິ່ງດຽວນີ້ດຸ ແມ່ນແຕ່ພາສາຕົນເອງກະຍັງບໍ່ມີບັນຖັດຖານ ຖ້າຄິດໄດ້ພຽງແຕ່ ເອົາລາວເປັນບ່ອນລົງທຶນໃນຕ່າງຊາດມາຫາຜົນປະໂຫຍດ ກະຄວນສິຄິດໃໝ່ໄດ້ແລ້ວ ວ່າອັນໃດແທ້ຄືອະນາຄົດ ພາສິດໂບຮານເວົ້າວ່າ ຊັບເຕັມພາບໍ່ທໍ່ພະຫຍາ (ປັນຍາ)ເຕັມປູມ. ລາວຈະຈເລີນໄດ້ບໍ່ແມ່ນພຽງແຕ່ຄໍາເວົ້າຜູ້ນໍາສະລາດສ່ອງໃສເດີ ຄວາມສ່ອງໃສຫັນມັນສະແດງອອກມາບ່ອນໄດແດ່??? ສ່ອງໃສອີກຫຍັງແທ້??? ຄວາມສັດເຈນຢູ່ບ່ອນໃດ????????

  14. ສະບາຍດິທຸກຄົນ,
    ຂ້ອຍຍັງອອ່ນປະສົບການຫລາຍຢ່າງ ແຕໍຢາກມີສ່ວນຣ່ວມໃນການຄິດ ແລະ ຕິຊົມກັບທ່ານທັງຫລາຍ ເຊັ່ນກັນ ຢ່າພ້າວໃຈຣ້າຍກັນເດີ :)
    1. ຂ້ອຍເຊື່ອວ່າຯທຸກຄົນ ທີ່ມີເຊຶ້ອຊາດລາວ ຍ່ອມຣັກຊາດລາວດ້ວຍກັນ
    2. ແຕ່ເຣົາຄວນຣັບເອົາຄໍາຕິຊົມທຸກຢ່າງ ມາພິຈາລະນາກ່ອນເນາະ ເພາະຂ້ອຍຄິດວ່າ ຕ່າງຄົນ ກໍ່ຕ່າງ ກໍ່ຍ່ອມມີຄວາມຄິດທີ່ຕ່າງກັນໄປ ແລະ ເປັນຄົນທີ່ມີເຫດ ແລະ ຜົນພຽງພໍ.
    3. ໃຫ້ເຣົາພະຍາຍາມຄິດເຖິງຄວາມຫມາຍວ່າ ລັດ ແລະ ພາລາລາວແມ່ນຫັຍງ?
    4. ແລ້ວຫາຄໍາຕອບຢູ່ທີ່ໃຈຂອງທ່ານ.
    ****ສໍາລັບຄວາມຄິດຂອງຂັອຍເອງ ***
    1. ຄໍາວ່າ ”ລັດ” ເປັນພຽງຊື່ ທີ່ຈິນຕະນາການຂື້ນມາ ເພຶ່ອໃຫ້ທຸກຯຄົນມາເປັນອົງກອນອັນດຽວ ກັນ ແລະ ໃນອົງກອນນັ້ນ ກໍ່ລວມທັງຄົນທີ່ມີຄວາມຣູ້ຫລາຍ ແລະ ຄົນທີ່ມີຄວາມຣູ້ນ້ອຍ ອາດມີທັງ ບໍ່ເຫັນແກ່ຕົວເອງ ແລະ ຄົນທີ່ເຫັນແກ່ຕົວ .
    2. ສະນັ້ນ ຫນື່ງໃນພວກເຂົາເຫລົ່ານັ້ນ ອາດແມ່ນພວກເຣົາກໍ່ໄດ້
    3. ສະນັ້ນ "ລັດ"" ຈະດີ ຫລື ບໍ່ດີ ກໍ່ຕ້ອງເລີ່ມຕົ້ນຈາກ ທຸກຯຄົນໃນຊາດດ້ວຍກັນ.
    4. ລອງຖາມໃຈຂອງທ່ານເອງກ່ອນ ຫາກວັນຫນື່ງ ທ່ານໃດ້ເຂົ້າມາມີສ່ວນຣ່ວມ ໃນລັດ ແລະ ເປັນຜູ້ທີ່ມີອໍານາດໃນການຕັດສີນໃຈ ໃນການ ພັດທະນາ ປະເທດລາວເຣົາ,ທ່ານຈະພັດທະນາ ຫຍັງ ແລະ ພັດທະນາ ດ້ານໃດແດ່.
    5. ຖັາພວກທ່ານທັ່ງຫລາຍ ມີຄວາມຣັກຊາດລາວ ອັນສູງສົ່ງ ຂ້ອຍເຊື່ອວ່າ ທ່ານຈະມີໂອກາດໃດ້ເຂົ້າຣ່ວມການພັດທະນາບໍ່ຢ່າໃດກໍ່ຢ່າງຫນື່ງແນ່ນອນ.
    ***ຂອບໃຈທຸກຯຄົນ ທີ່ມີຄວາມຫ່ວງໃຍຄົນລາວດ້ວຍກັນ*** :)

  15. @Anonymous ເວທນານຳຊາຕາກັມຂອງລາວເຮົາ

  16. Anonymous

    ພາສາລາວ
    ບໍ່ມີບັນຫາຫຍັງ

    ເພາະວ່າ
    ຂຽນຕາມໃຈມັກຂອງໃຜຂອງມັນ

    ໄວຍະກອນ
    ບໍ່ສົນ

    ສົນໃຈແຕ່
    ໄວຍະຂາ

    ເດັ້ງເດີບໃຫ້ລາວເທິງ
    ແລະລາວລຸ່ມ

    ມີແຮງນຳກັນ...ກ່າພໍແລ້ວລະ...ເນີນວນເອີຍ

    ສີນານວນ
    ເອົາອັນນັ້ນຊ້ວນຂອງໃຫຍ່

  17. Anonymous

    ພິທີເຂົ້າເປັນ
    ສະມາຊິກ

    ສະມາຄົມລາວ
    ຄືໃຫ້ຍຸ້ງຍາກແທ້?

    Register ຍາກຮ້າຍກ່ວາ
    ຊິສຳພາດໄປເມືອງນອກ

    ໃຜຮູ້ພິທີ...ແລະວິທີ
    ກ່າຊ່ອຍແຈກຢາຍຕຳລາແດ່

    ຢ່າຫວງວິຊາ
    ເອົາສາກະດໍ້

  18. Anonymous

    ພາສາມີຄວາມຫມາຍນິຍາມຢ່າງກ້ວາງຂວາງ ຫມາຍເຖິງ ກິຣິຍາອາການທີ່ສະແດງອອກມາແລ້ວ
    ສາມາດທໍາຄວາມເຂົ້າໃຈກັນໄດ້ ບໍ່ວ່າຈະເປັນມະນຸສ ກັບມະນຸສ, ມະນຸສກັບສັດ ຫລຶສັດກັບສັດ
    ສ່ວນພາສາໃນຄວາມຫມາຍຢ່າງແຄບນັ້ນຄຶ ຫມາຍເຖິງສຽງເວົ້າ ສຽງຈາກທີ່ມະນຸສໃຊ້ສື່ສາຣກັນ
    ເທົ້ານັ້ນ ແລະເຂົ້າໃຈຄວາມຫມາຍ ວັດຖຸປະສົງຂອງຜູ້ຮັບ ແລະຜູ້ສົ່ງໃນສັງຄົມຊາຕ໌ ກໍຄຶວິຖີກັມ
    ຂອງວິຖີຊີວິດ ການລ້ຽງຊີບ ກັບການເປັນຢູ່ໃນປະຈໍາວັນ.
    ພົຈນານຸກົມໄດ້ໃຫ້ຄໍາຈໍາກັດ ກັບພາສາໄວ້ວ່າ “ຖ້ອຍຄໍາທີ່ໄຊ້ເວົ້າ ຫລຶຂຽນເພຶ່ອສຶ່ສາຣຂອງ
    ແຕ່ລະຊຸມຊົນ ຂອງກຸ່ມໃດກຸ່ມຫນຶ່ງ ເຊັ່ນພາສາລາວ, ວຽດນາມ, ຂເມຣ, ໄທຍ໌ ຫລຶຈີນອຶ່ນຯ
    ເພີ່ນຮ້ອງວ່າພາສາຊາຕ໌”.
    ພາສາຊາຕ໌.
    ພາສາມະນຸສຊາຕ໌ ຫລຶພາສາຊາຕ໌ ຢູ່ໃນເນຶ້ອຫາວິຊາພາສາຊາຕ໌ ພາສາມະນຸສເຊຶ່ອແນ່ວ່າ
    ເຮີ້ມຕົ້ນອອກຈາກພາສາເວົ້າ ຫລັງຈາກນັ້ນຈິ່ງຖືກນໍາມາໃຊ້ໃຫ້ເປັນພາສາການຂຽນ ແລະໄດ້ມີ
    ການນໍາມາສຶກສາເພຶ່ອທໍາຄວາມເຂົ້າໃຈໃຫ້ເປັນເອກກະພາບ, ກົດເກນ ແລະມີຂອບເຂຕ ດັ່ງນັ້ນ
    ເພີ່ນຈິ່ງໃຫ້ມີ ພາສາ ໄວຍະກອນ ເພຶ່ອເປັນບັນທັດຖານຂອງພາສານັ້ນຯ......
    ພາສາຕ່າງໆມີການດໍາຣົງຊີວິດ ຄື່ນທີ່ເດີນທາງຈາກສະຖານຫນຶ່ງ ໄປອີກສະຖານທີ່ຫນຶ່ງ ເຊິ່ງ
    ພວກເຮົາທຸກຄົນຮ້ອງວ່າ ພາສາຊາຕ໌ນັ້ນໆ ມີການວິວັທນາການ ມີການປ່ຽນແປງໄປກັບເວລາ,
    ເຫຕຸການຂອງວິຖີສັງຄົມມະນຸສມີການປ່ຽນແປງ ພາສາກໍຕ້ອງປ່ຽນໄປຕາມກົດເກນສັງຄົມສາຕ໌.
    ຖ້າພາສາຊາຕ໌ໄດ ຍຸດມີການພັທນາ ຫລຶປ່ຽນແປງ ເພຶ່ອໃຫ້ດີໄປກ່ອນເກົ່າ ກໍຈະຮ້ອງໄດ້ວ່າ
    ເປັນພາສາຕາຍ, ສ່ວນພາສາທີ່ຍັງບໍ່ຍຸດທີ່ຈະມີການປ່ຽນແປງຢ່າງຕໍ່ເນຶ່ອງກໍຈະຈັດເປັນພາສາ
    ທີ່ຍັງມີຊີວິດຢູ່.
    ຈຸດເດັ່ນຂອງພາສາຊາຕ໌ ຈະເປັນການຂຽນ, ເວົ້າ ຫລຶສໍານຽງເປັນການບົ່ງບອກທີ່ມາຂອງຊຸມຊົນ
    ນັ້ນໆ ດັ່ງນັ້ນຄົນທີ່ຮັກພາສາຊາຕ໌ຕົ້ນເອງ ຈິ່ງເປັນເອກກະຣັກ ຕົ້ນກໍາເນິດຂອງຄົນທີ່ມີຫົວສັນຊາຕ
    ນິຍົມ ຊິ່ງພວກເຮົາຮ້ອງວ່າຄົນທີ່ຮັກຊາຕ໌ ຢາກເປັນຄົນທີ່ຮັກຊາຕ໌ຢ່າງແທ້ຈິງ ຕ້ອງຮັກພາສາຊາຕ໌
    ຂອງຕົນເອງ, ຮັກເອກກະຣັກຕົນເອງ, ຮັກວັທນະທັມຕົນເອງ ສຸດທ້າຍກໍຕ້ອງຮັກເຊຶ້ອເຜົ່າພົງພັນ
    ຂອງຕົນເອງ ທີ່ມີພາສາປາກເວົ້າ, ຂິດຂຽນ ແລະວິຖີຊີວິດທີ່ຄ້າຍຄຽງກັນ ເຖິງແມ່ນວ່າແນວຄິດ
    ຈະແຕກຕ່າງກັນກໍຕາມ ແຕ່ມັນບໍ່ໄດ້ຫມາຍຄວາມວ່າຄົນຜູ້ນັ້ນຈະນອນຢູ່ໃນກຸ່ມຄົນ ຫລຶຊຸມຊົນທີ່
    ແຕກຕ່າງໄປຈາກຕົນເອງ. ຖ້າຫາກມີຄົນຜູ້ໃດຜູ່ຫນຶ່ງໃຊ້ຊ້ອງວ້າງ ຫລຶມີແນວຄິດທີ່ຈະຈໍາແນກວ່າ
    ເປັນສິ່ງທີ່ແຕກຕ່າງກັນ ກໍສະແດງວ່າຄົນຜູ້ນັ້ນ ເປັນຄົນທີ່ມີປຸ່ມດ້ອຍ ບໍ່ຍອມຮັບໃນຄວາມເປັນຈິງ
    ຂອງຊຸມຊົນຕົນເອງ ກໍສະແດງວ່າຄົນຜູ້ນັ້ນເປັນລືມຊາຕ໌ຕະກຸນ ຫລຶຈັດເຂົ້າໃນແງ່ ເປັນຄົນທີ່ຂາຍ
    ຊາຕ໌ນັ້ນເອງ.

  19. Anonymous

    ແມ່ນແລ້ວ ພາສາ ຕ້ອງເອກກະພາບກັນ ມີມາດຕະຖານຄັກແນ່ ໜຶ່ງ: ເມື່ອຄົນຕ່າງປະເທດມາຮຽນພາສາລາວ ສຶກສາວັດທະນະທຳລາວ ຈັ່ງຊີ້ ເປັນຕົ້ນ ເມື່ອເຂົາໄດ້ຮັບຮູ້ວ່າ ຄົນລາວໃຊ້ພາສາບໍ່ເອກະພາບກັນ ຍ່ອມເປັນສາເຫດໃຫ້ເຂົາຄຶດວ່າ ຄົນລາວເຮົາ ບໍ່ສາມະຄີກັນ ມີເລື້ອງທີ່ບໍ່ສາມາດຕົກລົງກັນໄດ້ ເຂົາກະຮຽນພາສາລາວດ້ວຍຄວາມສັບສົນ ຕໍ່ໄປກະອາດຈະດູຖູກຄົນລາວອີກວ່າ:.............(ແລ້ວແຕ່ຊິຄຶດ)
    ແລະ ກໍ່ຈະເປັນສາເຫດເຮັດໃຫ້ເຂົາ ຄຶດເອົາປຽບ ຫຼື ແຊກແຊງ ຕ່າງໆ ນາໆ ຫຼາຍອັນພັນແນວ ເພາະວ່າ ມະນຸດບໍ່ໄດ້ເປັນຄົນດີໝົດທຸກຄົນ ເດ! ຊາດບໍ່ມີພາສາມາດຕະຖານ ແມ່ນເປັນຈຸດອ່ອນ ທີ່ກວ້າງໃຫຍ່ຢ່າງໜຶ່ງ ຄວາມຮັບຜິດຊອບນີ້ ຕ້ອງຕົກຢູ່ນຳລັດ ຜູ້ປົກຄອງ 100% ເພາະວ່າພວກເຈົ້າມີໜ້າທີ່ໂດຍກົງ ທີ່ຈະພັດທະນາຊາດໃຫ້ໄປໃນທິດທາງໃດໜຶ່ງ ແລະ ພວກເຈົ້າກະມີເງິນເດືອນກິນ ມີສະຫວັດດີການສັງຄົມ ມີຫ້ອງການໃຫ້ເຮັດວຽກ ມີຄອມພິວເຕີໃຊ້ ສາມາດນຳໃຊ້ ຊັບສິນຂອງຊາດໄດ້ຢ່າງອິດສະຫຼະເສລີ ອອກລາດຊະການກະມີເບ້ຍບຳນານກິນອີກ ສ່ວນພວກຂ້ອຍ(ຢຊຊ) ລຳພັງແຕ່ຫາເຊົ້າກິນເຊົ້ານີ້ ມັນກະຍັງເກີອບບໍ່ລອດຢູ່ແລ້ວ. ຍັງຊິມາວ່າໜ້າທີ່ຂອງໝົດທຸກຄົນ ກະສະແດງວ່າ ຊຸມເຈົ້ານີ້ ມັນບໍ່ໄດ້ມີຄວາມສາມາດ ພໍປານໃດ ຕົວະນິ້!​ລາອອກແນ່ນ໊າ ຈາກຕັ່ງຫັ້ນ!
    ໝາຍບອກ: ສຳລັບພາສາປາກເວົ້າທົ່ວໄປ ບໍ່ມີມາດຕະຖານກໍ່ໄດ້

  20. ຫ້ວຍກະດຽນບ້ານເຮົາ

    ເວົ້າເລື້ອງພາສາລາວ ມາຍາມໄດມັນລຳບາກໄຈແທ້ໆ ຍ້ອນຄວາມບໍ່ເປັນເອກະພາບກັນໄນການເວົ້າແລະການຂຽນ ຂ້າພະເຈົ້າເອງກໍ່ຄົນ ສອງລະບອບທາງນອກກໍ່ຮຽນທາງໄນກໍ່ຮຽນ ອາຍຸກໍ່ 65 ປີແລ້ວ ກອ່ນຕາຍໄປ ກໍ່ຂໍຢາກໄຫ້ພາສາລາວຂອງເຮົາໄດ້ມີການແກ້ໄຂຈະເອົາຢ່າງໄດກໍ່ເອົາ ຈະອິງໄສ່ອັນໄດກໍ່ອິງຫາທາງອອກໄຫ້ໄດ້ ຈະປະສົມປະສານທັງອັນເກົ່າອັນໄໝ່ກໍ່ສຸດແລ້ວ ສຳຄັນໄຫ້ທຸກຝ່າຍໄດ້ມີຄວາມເປັນເອກະພາບນຳກັນ ແລ້ວພ້ອມກັນລົງມືປະຕິບັດຢ່າງຈິງຈັງໂດຍສະເພາະອົງກອນຂອງລັດເຊ່ັນກະຊວງສືກສາທິການ ຈະຕ້ອງເປັນເຈົ້າການຄົ້ນຄົ້ວ ຮຽກໂຮມທຸກພາກສ່ວນທີ່ກ່ຽວຂ້ອງມາປຶກສາຫາລືກັນຫາທາງອອກເຊື່ອວ່າຈະຕ້ອງເຮັດໄດ້ຢ່າງແນ່ນອນ ແລະຂໍມີຄຳເຫັນແຕ່ພຽງເທ່ົານີ້ກ່ອນ ເທື່ອໜ້າພົບກັນໄໝ່.

  21. ຄ່ອຍພິຈາລະນາໄປນຳກັນ ຢ່າຟ້າວຖງງກັນ

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added