ປັນຫາຂອງພາສາລາວ ຢູ່ທີ່ໃສ ?

ເທົ່າທີ່ສັງເກດບັນດາປະເທດພັດທະນາ ຫລື ປະເທດອຸດສາຫະກຳໃຫມ່ໃນພາກພື້ນອາຊີນັ້ນເຊັ່ນ: ສປ ຈີນ, ສ.ເກົາຫລີ, ໄທ ແລະ ສສ ຫວຽດນາມ. ພາສາຂອງເຂົາຖືກພັດທະນາ ແລະ ສືບທອດຢ່າງເປັນບັນທັດຖານ ແລະ ອຸດົມສົມບູນມາຕະຫລອດ. ປະເທດຫວຽດນາມພັດທະນາປະເທດມາພ້ອມໆກັບລາວ, ກຳປູເຈຍ ແຕ່ເຫັນວ່າຫວຽດນາມນັ້ນໄດ້ພັດທະນາທາງດ້ານພາສາໄວກວ່າລາວ ແລະ ກຳປູເຈຍ. ປັດໄຈປະເທດກຳປູເຈຍນັ້ນພັດທະນາຊ້າ ເພາະວ່າປະເທດເຂົາເຈົ້າມີສົງຄາມ ກຳປູເຈຍພັດທະນາປະເທດຢ່າງແທ້ຈິງແມ່ນຫລັງຈາກສົງຄາມພາຍໃນສິ້ນສຸດລົງຄືນັບແຕ່ປີ 1999 ເປັນຕົ້ນມາ, ເມື່ອມາເບິ່ງພາບລວມຂອງການເຕີບໂຕໃນການພັດທະນາບ້ານເຂົາແມ່ນເຫັນວ່າມີຄວາມທຽບເທົ່າ ບວກ-ລົບໃກ້ຄຽງກັບລາວ. ສຳລັບລາວແມ່ນເລີ່ມພັດທະນາປະເທດມາພ້ອມໆກັບຫວຽດນາມຄືປີ 1976 ຫລັງຈາກສົງຄວາມສິ້ນສຸດລົງໃນປີ 1975 ແຕ່ເບິ່ງແລ້ວລາວເດີນຊ້າກວ່າຫວຽດນາມຫລາຍກ້າວ. ອັນນີ້ ເຫັນວ່າຫວຽດນາມ ເມື່ອເຂົາເລີ່ມພັດທະນາປະເທດ ເຂົາບໍ່ໄດ້ງົມໆທາວໆທີ່ຈະມາພັດທະນາເລື່ອງພາສາ ແລະ ອັກສອນໃດໆເລີຍ, ເພາະພາສາຂອງເຂົາໄດ້ໃຊ້ເປັນບັນທັດຖານດຽວມາແຕ່ປີ 1945 ເລີຍ.
ສຳລັບລາວເຮົາ ແຕ່ປີ 1945 ເປັນຕົ້ນມາຮອດປີນີ້ ລວມອາຍຸໄດ້ 66 ປີແລ້ວ, ການພັດທະນາເລື່ອງພາສາສາດແມ່ນຍັງຄ້າງຄາ ຫລາຍຂອດຍັງຖົກຖຽງກັນ ເຈົ້າຂຽນຜິດຂ້ອຍຂຽນຖືກຢູ່ ສ່ວນປະຊາຊົນຍັງບໍ່ທັນໄດ້ເຂົ້າໃຈພາສາຂອງຕົນຢ່າງເລິກເຊິ່ງ. ນອກຈາກນັ້ນ ຫນ່ວຍງານທີ່ເຮັດວຽກກ່ຽວກັບການສົ່ງເສີມ ແລະ ພັດທະນາພາສາ ນັ້ນຍັງບໍ່ທັນເຮັດຢ່າງເປັນລະ ບົບ ແລະ ຈິງຈັງ, ທີ່ສຳຄັນຄືຫນ່ວຍງານທີ່ຊຸກຍູ້ກວດກາ ແລະ ນຳໃຊ້ພາສາໃຫ້ຖືກຕ້ອງເປັນເອກະພາບ ແລະ ເປັນໄປຕາມຕົວບົດກົດຫມາຍຍັງບໍ່ມີເລີຍ. ຫາກເຮົາປຽບໃສ່ປະເທດກຳປູເຈຍເຂົາເຈົ້າມີສະຖາບັນຣາຊະບັນດິດ ແຕ່ປີ 1930 ເຊິ່ງເກີດຂຶ້ນພ້ອມໆກັບສະຖາບັນຈັນທະບູຣີຂອງລາວ ແລະ ສະຖາບັນນີ້ ຍັງສືບຕໍ່ວຽກງານຂອງເຂົາມາເທົ່າທຸກວັນນີ້, ສ່ວນລາວເຮົາສະຖາບັນນີ້ຖືກຍົກເລີກແຕ່ປີ 1975 ມາບັດນີ້ ຍັງບໍ່ມີສະຖາບັນໃດທີ່ເຮັດຫນ້າທີ່ວຽກງານກ່ຽວກັບພາສາລາວເປັນຫລັກເປັນແຫລ່ງເທື່ອ.
ພາສາລາວເຮົາເທົ່າທີ່ສຶກສາເບິ່ງເປັນເຫມືອນລູກບໍ່ມີພໍ່ ຫລາຍຫນ່ວຍງານທີ່ກ່ຽວຂ້ອງຍັງບໍ່ໄດ້ຈັດລະບົບການຕາຍລົງ, ການເກີດຂຶ້ນ, ການນຳເຂົ້າພາສາລາວກໍ່ເປັນໄປຕາມກະແສສັງຄົມມັນເປັນເທົ່ານັ້ນ. ດັ່ງນັ້ນ, ເຮົາຈິ່ງເຫັນພາສາຂອງເຮົາຍັງຂາດຄວາມເປັນເອກະພາບທຸກວັນນີ້.
ຫາກເປັນເຊັ່ນນີ້ ກໍ່ອາດຄາດໄດ້ວ່າ ການພັດທະນາເສດຖະກິດ-ສັງຄົມ, ວັດທະນະທຳ, ການເມືອງ, ເສດຖະກິດ, ເຕັກໂນໂລຢີຂອງບ້ານເຮົາຍ່ອມຈະເປັນໄປໄດ້ໃນລັກສະນະຊ້າໆ ເພາະວ່າ ພາສາຄືການສື່ສານ ຫາກພາສາສື່ສານກັນເປັນໄປຍາກ ບໍ່ເອກະພາບ ການພັດທະນາອື່ນໆກໍ່ຕ້ອງຍາກເຊັ່ນກັນ ເພາະພາສາເປັນປັດໄຈສຳຄັນຂອງທຸກວຽກງານຂອງຊາດນັ້ນເອງ. ພວກເຮົາທີ່ພາກັນພາກພູມໃຈທີ່ມີຕົວອັກສອນຂຽນເປັນຂອງຕົນເອງ ຫາກພາກັນຖົກຖຽງກັນແບບບໍ່ຮູ້ເລີກຮູ້ແລ້ວວ່າຊິຂຽນຕາມສຽງ ຫລື ຕາມເຄົ້າ ທັງໆທີ່ມີກົດພາສາໃຫ້ຂຽນຕາມສຽງແລ້ວ, ພວກທີ່ຢາກຂຽນຕາມເຄົ້າກໍ່ຊູຊີຫິນະ ບໍ່ຍອມຮັບການຂຽນຕາມສຽງ! ເນື່ອງຈາກບັນຫານີ້ແລ້ວ ຄືເກີດມີບັນຫາອື່ນຕາມມາຄື:
1. ຕ່າງຝ່າຍຕ່າງວ່າຕົນເອງຖືກ ຝ່າຍອື່ນຜິດ (ເພາະຖືຕຳລາຕ່າງກັນ) ຈິ່ງຂຽນຕາມຕົນມັກ.
2. ສ້າງນິດໄສບໍ່ຍິນຍອມກັນ.
3. ບໍ່ມີຄວາມເປັນເອກະພາບ.
4. ຂາດການເອົາໃຈໃສ່ ແລະ ພັດທະນາພາສາຢ່າງຈິງໃຈ.
5. ມີຜົນກະທົບຕໍ່ວິຊາການ ແລະ ທິດສະດີຕ່າງໆທັງໃນອະດີດ ປະຈຸບັນ ແລະ ອະນາຄົດ (ຫາກບໍ່ຟ້າວປັບປຸງ ແລະ ສົ່ງເສີມພາສາ ແລະ ອັກສອນລາວໂດຍໄວ)
6. ເກີດມີການຕໍ່ຕ້ານພາສາລາວໂດຍທາງກົງ ເພາະບໍ່ຮູ້ເຄົ້າ ບໍ່ຮູ້ສັບ.
7. ເກີດການຕໍ່ຕ້ານພາສາ (ວັດຈະນາະພາສາ) ຄຳເວົ້າທ້ອງຖິ່ນ.
8. ເຮັດໃຫ້ພາສາລາວບາງຄຳຕາຍລົງໄດ້ ເພາະອັກສອນບາງຄຳຂຽນໄປແລ້ວ ອອກສຽງບໍ່ຖືກຕາມເຄົ້າສຽງ (ບໍ່ແມ່ນເຄົ້າສັບ).
9. ມີການຕ້ານພາສາລາວທີ່ຖືກໃຊ້ໃນປະເທດອ້ອມຂ້າງ, ໂດຍເຂົ້າໃຈວ່າພາສານັ້ນເປັນພາສາເພື່ອນບ້ານ.
10. ເມື່ອພາສາລາວຂາດແຄນ ການຫລິ້ນສຽງ ຫລື ສຳນວນ (ສັນທະລັກສະນະ) ຂອງພາສາຖືກຕາຍລົງແລ້ວ ອາດເຮັດໃຫ້ພາສາຄັບແຄບກໍ່ຕ້ອງຫາພາສາອື່ນ ຫລື ສ້າງພາສາອື່ນມາແທນ ຫາກບໍ່ມີແທນ ອາດເອົາພາສາໃນຂອງຊາດອື່ນມາໃຊ້.
11. ບັນຫາຄວາມບໍ່ເປັນເອກະພາບທາງການເວົ້າ ການຂຽນ ກໍ່ໃຫ້ເກີດຄວາມບໍ່ເອກະພາບທາງພຶດຕິກຳ ແລະ ຈິດໃຈໃນທີ່ສຸດກໍ່ບໍ່ຍອມກັນ.
12. ເມື່ອພາສາບໍ່ເອກະພາບ ເຮັດໃຫ້ເກີດຜົນເສຍທາງອ້ອມຄື: ວິຊາການບໍ່ຖືກພັດທະນາ. ການຕີຄວາມຫມາຍຂອງພາສາຄາດເຄື່ອນ, ພາສາເກີດໃຫມ່ບໍ່ໄດ້ຖືກຄວບຄຸມ ເພາະບໍ່ມີສະຖາບັນຮອງຮັບ ໃນທີ່ສຸດກໍ່ນຳເອົາພາສາອື່ນເຂົ້າມາໃຊ້ແທນ.
ໃນທີ່ສຸດ ເມື່ອໄປເຖິງຈຸດຫນຶ່ງ ເມື່ອພາສາລາວອາດຖືກກຸດຫ້ຽນ ຄົນຮຸ່ນຕໍ່ໄປຈິ່ງຈະເຫັນຄວາມສຳຄັນຂອງພາສາແລ້ວກໍ່ຈະກັບມາພັດທະນາພາສາຂອງຕົນໃນຍຸກນັ້ນ ເຂົາພັດທະ ນາວິທະຍາສາດ ແລະ ເຕັກໂນໂລຊີໄປຮອດໃສແລ້ວ ເຮົາຍັງກັບມາພັດທະນາພາສາຄືນໃຫມ່ ຫາກສັງຄົມຕ້ອງການສື່ສານໃນສັງຄົມຕົນໂດຍເຕັກໂນໂລຊີບໍ່ຖືກພັດທະນາ ທາງເຕັກໂນໂລຍີກໍ່ຈະເຮັດໃຫ້ຄົນລາວຫັນໄປໃຊ້ອັກສອນອື່ນແທນ (ອັນນີ້ສັງເກດ ໃນການໃຊ້ໂທລະສັບ ແລະອິນເຕີເນັດປະຈຸບັນ) ຊັບພະຍາກອນມະນຸດແມ່ນສິ່ງທີ່ສຳຄັນໃນການພັດທະນາປະເທດ ຊາດ. ຖ້າຢາກໃຫ້ຄົນລາວໃຊ້ພາສາຂອງຕົນໃຫ້ຖືກຕ້ອງ ແລະ ຫັນມານິຍົມພາສາຂອງຕົນໃຫ້ຫລາຍຂຶ້ນ ຕ້ອງພັດທະນາຊັບພະຍາກອນມະນຸດຄຽງຄູ່ກັບການພັດທະນາປະເທດຊາດ “ພັດທະນາຜູ້ຊົມໃຊ້ພາສາຄຽງຄູ່ກັບການພັດທະນາປະເທດຊາດ” ໄປພ້ອມໆກັນ.
Source: Ecom
ທັງໝົດເປັນຍ້ອນທາງການລາວຍັງບໍ່ມີຄວາມຮັບຜິດຊອບ
ບໍ່ຄິດເຖິງການພັດທະນາແລະຮັກສາພາສາຊາດອັນເປັນເອກະລັກ
ຂອງໂຕເອງ ປ່ອຍໃຫ້ເປັນໄປຕາມເວນຕາມກັມ ຕາມກະແອສັງຄົມ ທີ່ມີອິດທິພົນຈາກຮອບຂ້າງ
ຈະວ່າລັດຖະບານໂງ່ກໍຖືກ
ເພາະຕາມທັມມະດາແລ້ວພັກລັດກໍເວົ້າມາແຕ່ສະໄໝໃດວ່າ:
ຕ້ອງເອົາການສຶກສາໄປກ່ອນກ້າວໜຶ່ງ ?
ຢາກຮູ້ວ່າ ການສຶກສານັ້ນໝາຍເອົາຫຍັງແດ່ ໃນຄວາມ
ໝາຍຂອງພັກລັດ
ໂຕນີ້ແຫຼະ ສະຫຼາດຫຼາຍກາຍໂຕເອງ
ກາຍເປັນໂງ່ບໍ່ຮູ້ໂຕ
ເພາະບ່ອນບໍ່ຄວນພັດທະນາພັດພາກັນບືນຕາຍໃສ່
ອັນນີ້ເວົ້າຕາມຄວາມຈິງ ມັນອາດບໍ່ມ່ວນ
ແຕ່ຄວາມຈິງກໍຄືຄວາມຈິງ
ຖ້າອອກມາຢູ່ນອກເວທີເບິ່ງ ຈະເຫັນຊັດເຈນ
ວ່າອັນໃດດີ ອັນບໍ່ດີແນວໃດ
ເຊີນເປີດຕາແດ່
ຢາກເວົ້າແນວນີ້ລະ
ຄຳວ່າລັດຖະບານໂງ່ ຕົນເອງກໍຢູ່ພາຍໃຕ້ ລັດະບານກໍໂງ່ເໝືອນກັນ, ຢາກໃຫໃຊ້ຄຳສັບທີ່ມີການສ້າງສັນ ແລະມ່ວນຫູໜ້ອຍໜຶ່ງ ອາດຈະດີ
ລັດຖະບານັ້ນ ກໍແມນບຸກຄົນເປັນຜູ້ຮັບຜິດຊອບ ບາງເທື່ອເພີ່ນອາດຢາກໃຫ້ມີຄວາມຮັບຜິດຊອບຮ່ວມກັນ ໃນການສ້າງສາພັດທະນາປະເທດຊາດ ອາດມີມີຫລາຍຫົວຄິດປະດິດສ້າງ ອາດຊອກທຶນຮອນມາພັດທະນາຊ່ວຍ ລັດຖະບານ ອາດກໍເປັນໄປໄດ້ ດ່າຜູ້ນີ້ໂງ່ຜູ້ນັ້ນໂງ່ ບໍ່ໂສພາ ເລີຍ ນະ! ດີແທ້ຊອກວິທີທາງອອກແນວໃດ ໃຫ້ຄວາມຄິດເຫັນແງ່ມູມ ດີໆ ອາດຈະໂສພາກອ່ນຕິເບາະ ຜູ້ເວົ້າໃຫ້ຜູ້ອື່ນໂງ ບາງທີ່ຕົນເອງອາດໂງ່ກ່ອນເຂົາເຈົ້າກໍມີນະໆໆໆໆໆ
ບໍ່ຕ່ອງຫຼັບຫູຫຼັບຕາປົກປ້ອງແຕ່ລັດຖະບານດອກ
ມັນເປັນໜ້າທີ່ຂອງລັດເປັນຜູ່ຕ້ອງຈັດການ
ສ່ວນເຈົ້າຜູ່ເວົ້າຫັ້ນເດ່
ຄຶດນໍາພັດລັດຢ່າງດຽວບໍ່ ?
ສຽງໃດ ເຫດຜົນໃດ ປະຊາທິປະໄຕໃດ ບໍ່ຍອມຮັບ ບໍ່
ມັນກໍໂງ່ທໍ່ກັນ
ຄັນຊັ້ນກໍຍອມຕາຍໃຕ້ທຸງພັກຫັ້ນລະ
ຄົນອື່ນ ປະຊາຊົນທັງຊາດ
ອະນາຄົດຂອງຊາດບ້ານເມືອງມີຄ່າໜ້ອຍກວ່າຄວາມຄິດຂອງເຈົ້າບໍ່
ເປັນຄົນເປັນຫຽັງບໍ່ຄິດກ້ວາງແດ່
ທຸກຄົນເວົ້າມາກໍຍ້ອນເປັນຫ່ວງຊາດບ້ານເມືອງ
ບໍ່ແມ່ນມາຫ່ວງນໍາແຕ່ໜ້າຕາຂອງພັດລັດ .........
ອັນໃດດີກໍຂຍ້ອງ ...ອັນໃດບໍ່ຖືກຕ້ອງກໍຕິ....
ຜ່ເວົ້າບໍ່ແມ່ນຫາກໍ່ເກີດເດີ
ແລະກໍບໍ່ໄດ້ຮຽນແຕ່ຢູ່ພາຍໃນ ເບື້ອງໃນເບື້ອງນອກ
ໄດ້ຮູ້ໄດ້ຮຽນ ໄດ້ເຫັນໄດ້ຜ່ານມາແລ້ວ
ຄັນບໍ່ແມ່ນຫ່ວງຊາດບ້ານເມືອງໂຕເອງບໍ່ມາເວົ້າໃຫ້ເສັຽນໍ້າລາຍ
ວ່າແຕ່ເຈົ້າຫັ້ນ ຄິດໃໝ່ ເບິ່ງໂລກໃຫ້ກວ້າງ
ຄັນຍັງຮູ້ບໍ່ພໍກໍຮຽນ ຢ່າດ່ວນປະຕິເສດຢ່າງດຽວ
ທັດສະນະຂອງຄົນອື່ນນັ້ນ
ມີທັງອັນຖືກຕ້ອງ ມີທັງອນັຖືກໃຈ
ຕ້ອງເບິ່ງທັງສອງດ້ານ
ເວົ້າຖືກຫຼາຍ
ປາກບໍ່ອອກ
ໄກ່ອອ່ນສອນຂັນ
ອັນບໍ່ຮູ້ກໍຮຽນຕື່ມ ຖ້າຍັງຢາກທັນໂລກ
ຮັກແພງກັນເນີ
Oh....Sah Tu, Sa Tu.
Congrat to u uncle. You said it all & I agreed totally.
and to Puklut or kan theung, just bcoz we criticize puklut, doesn't mean we don't want Lao to be civilized like other countries. When Lao Nork have an opinion or bring up the point, puklut just don't care. They said they run the country
not Lao Nork. To develop the country, we have to listen to both Nork/Nai and In/out, look at the glass half empty and half full & move forward. Sah tu. Sah tu.
Armit tah poot.
Anonymous
7:58 PM
ບໍ່ຕ່ອງຫຼັບຫູຫຼັບຕາປົກປ້ອງແຕ່ລັດຖະບານດອກ
ມັນເປັນໜ້າທີ່ຂອງລັດເປັນຜູ່ຕ້ອງຈັດການ
ສ່ວນເຈົ້າຜູ່ເວົ້າຫັ້ນເດ່
ຄຶດນໍາພັດລັດຢ່າງດຽວບໍ່ ?
ສຽງໃດ ເຫດຜົນໃດ ປະຊາທິປະໄຕໃດ ບໍ່ຍອມຮັບ ບໍ່
ມັນກໍໂງ່ທໍ່ກັນ
ຄັນຊັ້ນກໍຍອມຕາຍໃຕ້ທຸງພັກຫັ້ນລະ
ຄົນອື່ນ ປະຊາຊົນທັງຊາດ
ອະນາຄົດຂອງຊາດບ້ານເມືອງມີຄ່າໜ້ອຍກວ່າຄວາມຄິດຂອງເຈົ້າບໍ່
ເປັນຄົນເປັນຫຽັງບໍ່ຄິດກ້ວາງແດ່
ທຸກຄົນເວົ້າມາກໍຍ້ອນເປັນຫ່ວງຊາດບ້ານເມືອງ
ບໍ່ແມ່ນມາຫ່ວງນໍາແຕ່ໜ້າຕາຂອງພັດລັດ .........
ອັນໃດດີກໍຂຍ້ອງ ...ອັນໃດບໍ່ຖືກຕ້ອງກໍຕິ....
ຜ່ເວົ້າບໍ່ແມ່ນຫາກໍ່ເກີດເດີ
ແລະກໍບໍ່ໄດ້ຮຽນແຕ່ຢູ່ພາຍໃນ ເບື້ອງໃນເບື້ອງນອກ
ໄດ້ຮູ້ໄດ້ຮຽນ ໄດ້ເຫັນໄດ້ຜ່ານມາແລ້ວ
ຄັນບໍ່ແມ່ນຫ່ວງຊາດບ້ານເມືອງໂຕເອງບໍ່ມາເວົ້າໃຫ້ເສັຽນໍ້າລາຍ
ວ່າແຕ່ເຈົ້າຫັ້ນ ຄິດໃໝ່ ເບິ່ງໂລກໃຫ້ກວ້າງ
ຄັນຍັງຮູ້ບໍ່ພໍກໍຮຽນ ຢ່າດ່ວນປະຕິເສດຢ່າງດຽວ
ທັດສະນະຂອງຄົນອື່ນນັ້ນ
ມີທັງອັນຖືກຕ້ອງ ມີທັງອນັຖືກໃຈ
ຕ້ອງເບິ່ງທັງສອງດ້ານ
********************************************************************
reply der : ເວົ້າຖືກໃຈຂ້ອຍຫຼາຍ ...ຂ້ອຍກໍ່ຢາກເວົ້າແບບເຈົ້ານີແຫຼ່ະ,ຂ້ອຍກະຮຽນຢູ່ໃນແລະນອກຄືກັນ ແລະກໍ່ມີຄວາມເປັນຫ່ວງບ້ານເຮົາຫຼາຍ...ປະເທດເຮົາປົກຄອງດ້ວຍລະບອບ ປະຊາທິປະໄຕ ເຮົາມີສິດທິຄວາມເປັນລາວ ລັດຖະບານລາວ ທ່ານໃດບໍເກັ່ງ ຖືກຕຳໜິ,ກະຖືກລະເດ່, ລັດຖະບານ ບໍ່ໄດ້ແມ່ນ ເທວະດາ ບໍ່ໄດ້Perfect ປານນັ້ນ.ໃນສາຍຕາປະເທດອື່ນ ລັດຖະບານເຮົາແມ່ນລັດຖະບານທີ່ ບໍ່ມີປະສິດທີພາບທີ່ສຸດ...ເຮົາຄວນເປັນຫູເປັນໃຫ້ກັບປະເທດເຮົາໄດ້ແລ້ວ ບໍ່ແມ່ນວ່າຊິຖ້າເເຕ່ລັດຖະບານ...ຍາມກີນຍາມໄດ້ເງີນ ລັດຖະບານລາວ ບໍເຄີຍຄີດຮອດ ປະຊາຊົນຊ້ຳ....
ມັນຍາກທີ່ວ່າມີຄົນກຸ່ມໜຶ່ງທີ່ຂຶ້ນໄປຢູ່ຂັ້ນເທິງແລະຫຼົງມົວເມົາກັບອໍານາດບໍ່ຍອມໃຫ້ຜູ່ອື່ນຂຶ້ນແທນ... ຄົນມີການສຶກສາຖືກຢຽບຄໍໄວ້... ຄົນໂລບມາກລົງແລ້ວລູກຂອງຄົນໂລບກະຂຶ້ນຕໍ່... ໃຜເຮັດໂຕສະຫຼາດລື່ນເພິ່ນກຽມໂຕໝົດອະນາຄົດ... ໃສລະປະຊາທິປະໃຕ... ຖ້າເປັນຈັ່ງຊີ້ໄປອີກຈັກສິບປີໜິ, ອາດຈະເກີດມີການປະທ້ວງຈາກປະຊາຊົນຜູ້ທີ່ເບຶ່ອໜ່າຍກັບລະບົບແບບນີ້ແນ່ນອນ
ກ່ຽວກັບພາສາລາວ ຂອງພວກເຮົາ ກໍ່ຮູ້ສຶກວ່າເປັນຫວ່ງເປັນໄຍນຳ ກໍ່ຫວັງວ່າ ທຸກຄົນທີ່ເປັນຄົນລາວ ທຸກຄົນກໍ່ຄົງເປັນຫ່ວງເປັນໄຍນຳເໝືອນກັນ. ພາສາເປັນເໝືອນມູນມໍລະດົກຕົກທອດມາແຕ່ປູ່ຍ່າຕາຍາຍຂອງພວກເຮົາ. ຢ່າງໜ້ອຍພວກເຮົາກໍ່ຄວນໄດ້ມີການປົກປັກຮັກສາໄວ້ໃຫ້ຄົນລາວ ຮຸ່ນຕໍ່ໄປໄດ້ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດເໝືອນກັນກັບມູນມໍລະດົກອື່ນໆທີ່ປູ່ຂອງພວກເຮົາໄດ້ຮັກສາໄວ້ໃຫ້ເຮົາມາຈົນຮອດເທົ່າທຸກວັນນີ້. ແຕ່ໃນປະຈຸບັນນີ້ ເມື່ອສົມທຽບກັບສະພາບຂອງພາສາລາວໃນເມື່ອກ່ອນແມ່ນມີການກຸດຫ້ຽນໄປຫລາຍແລ້ວ ຊຶ່ງອາດຈະມີເຫດຜົນມາຈາກ ການບັນທອນເພື່ອໃຫ້ມີຄວາມສະດວກສະບາຍໃນການນຳໃຊ້ ຫລື ຍ້ອນການຮູ້ເທົ່າບໍ່ເຖິງການ ກໍ່ອາດຈະເປັນໄປໄດ້.
ບໍ່ຮູ້ວ່າ ໃນອົງການຈັດຕັ້ງມະຫາພາກ ແມ່ນພາກສ່ວນໃດກັນແທ້ເປັນຜູ້ຮັບຜິດຊອບກ່ຽວກັບ ພາສານີ້ກໍ່ພຽງແຕ່ໄດ້ເ“ງິນວ່າທຸກຄົນເປັນຜູ້ຮັບຜິດຊອບຮ່ວມກັນ. ຖ້າເວົ້າເປັນລັກສະນະລວມໆຄືແນວນີ້ ກໍ່ຍັງຈະເປັນການຍາກຢູ່ ທີ່ຈະເຮັດໃຫ້ພາສາລາວ ເປັນພາສາທີ່ອຸດົມສັມບູນ ແລະນຳໃຊ້ໄດ້ຢ່າງຄ່ອງແຄ້ວ ແລະ ແມ່ນຢຳໂດຍບໍ່ໃຫ້ເກີດມີບັນຫາ
ເຫັນດີນຳ ທຸກໆຄຳເຫັນ ຢ່າວ່າແຕ່ຮັກສາພາລາວບໍ່ໄດ້ເຖາະ ທຸກມື້ນີ້ປະເທດຍັງຈະຮັກສາບໍ່ໄດ້ແລ້ວ ປ່ອຍໃຫ້ຊາວຫວຽດນາມມາຢູ່ທຸກມື້ຈົນຄົນລາວບໍມີທີ່ຢູ່ແລ້ວ ແຖ້ມຍັງໂຄສະນາອີກວ່າເປັນພີນ້ອງກັນແບບພີເສດຂາດຈາກກັນບໍ່ໄດ້ຄືແກ່ນຮຳ ແລ້ວຄົນລາວກໍເຊື່ອຈົນຫລັບໂກນບໍ່ຮູ້ຕື່ນຈັກເທື່ອເບິ່ງແລ້ວຫນ້າສົມເພດປະເທດລາວເຮົາມີແຕ່ປະເທດອື່ນມາສ້າງສາ ສ່ວນລາວກໍກ້າເຮັດຫຍັງ ເພາະຢ້ານຫລື່ສຫລາດນ້ອຍກະເປັນຕາຄິດ
ເຄີຍສັງເກດເບິ່ງບໍປະເທດລາວລັດຖະບານ ເອີຍ? ລັດຖະບ້າ ໃສ່ຄຳຂວັນປະເທດງາມໆແຕ່ຂ້າງໃນສຸດເຫັຍ ຮູ້ບໍປະຊາຊົນບາງຊົນເຜົ່າຍັງຖືກຢຽບຢ້ຳບໍ່ມີສິດທິອີຍັງ ລອງສັງເບິ່ງຕິລະ ເປັນພະນັກງານ ເກືອບທຸກຂະແຫນງງານສ່ວນຫລາຍມີແຕ່ລາວລຸ່ມ ໂອກາດທາງສັງຄົມກໍໃຫ້ໂອກາດແຕ່ພວກເຂົ້າ ສ່ວນເຜົ່າອື່ນສັກສີ ກຽດ ສິດທິ ບໍ່ຄ້ອຍໃຫ້ຄວາມເຄົາລົບເທົ່າທີ່ຄວນ ແມ້ແຕ່ໂອກາດການສຶກສາພວກເຂົ້າຍັງຫນ້າສົງສານຫລ້າຍ ຕື່ນເຖີນປັນຍາຊົນລາວເພື່ອປະເທດຊາດ
ພາສາບອກຊາດ ມາລະຍາດບອກຕະກຸນ.
ຍ້ອນບັນຫານີ້ເອງຄົນລາວພວກເຮົາໄລຍະ 300 ປີ ຜ່ານມາ,
ບໍ່ຍ້ອມເຂົ້າໃຈ ບໍ່ເປັນເອກະພາບດ້ານພາສາແມ່(ຊາດ)ນຳກັນ,
ດັ່ງນັ້ນມັນຈຶ່ງຊ່ອງວ່າງໃຫ້ຊາດອຶ່ນເຂົ້າມາມີອິດທິພົນຢູ່ລາວ ແລະ
ບັນຂອງຊາດລາວຈຶ່ງບໍ່ມີເອກລາດອັນແທ້ຈິງ.
ບົດສະຫຼຸບເໝືອນກັບຂອງອາຈານສາຍເຊລຳເພົາເນາະ
ເບິ່ງປະຫວັດສາດຈີນແມ໋ ເຂົ້າສາມາດໃຊ້ພາສາຂຽນແບບດຽວເຂົ້າໃຈໄດ້ທຸກພາສາເວົ້າ ໂຕນີ້ມັນສະທ້ອນໃຫ້ເຫັນເຖິງການເບິ່ງການໄກ ເບິ່ງເຂົ້າດຸມີຄວາມຫຍິ່ງໃຫຍ່ສໍາໃດ ລາວສະໃໝໂບຮານເປັນຄູ່ແຂ່ງກັບຈີນພຸ້ນ ມາເບິ່ງດຽວນີ້ດຸ ແມ່ນແຕ່ພາສາຕົນເອງກະຍັງບໍ່ມີບັນຖັດຖານ ຖ້າຄິດໄດ້ພຽງແຕ່ ເອົາລາວເປັນບ່ອນລົງທຶນໃນຕ່າງຊາດມາຫາຜົນປະໂຫຍດ ກະຄວນສິຄິດໃໝ່ໄດ້ແລ້ວ ວ່າອັນໃດແທ້ຄືອະນາຄົດ ພາສິດໂບຮານເວົ້າວ່າ ຊັບເຕັມພາບໍ່ທໍ່ພະຫຍາ (ປັນຍາ)ເຕັມປູມ. ລາວຈະຈເລີນໄດ້ບໍ່ແມ່ນພຽງແຕ່ຄໍາເວົ້າຜູ້ນໍາສະລາດສ່ອງໃສເດີ ຄວາມສ່ອງໃສຫັນມັນສະແດງອອກມາບ່ອນໄດແດ່??? ສ່ອງໃສອີກຫຍັງແທ້??? ຄວາມສັດເຈນຢູ່ບ່ອນໃດ????????
ສະບາຍດິທຸກຄົນ,
ຂ້ອຍຍັງອອ່ນປະສົບການຫລາຍຢ່າງ ແຕໍຢາກມີສ່ວນຣ່ວມໃນການຄິດ ແລະ ຕິຊົມກັບທ່ານທັງຫລາຍ ເຊັ່ນກັນ ຢ່າພ້າວໃຈຣ້າຍກັນເດີ :)
1. ຂ້ອຍເຊື່ອວ່າຯທຸກຄົນ ທີ່ມີເຊຶ້ອຊາດລາວ ຍ່ອມຣັກຊາດລາວດ້ວຍກັນ
2. ແຕ່ເຣົາຄວນຣັບເອົາຄໍາຕິຊົມທຸກຢ່າງ ມາພິຈາລະນາກ່ອນເນາະ ເພາະຂ້ອຍຄິດວ່າ ຕ່າງຄົນ ກໍ່ຕ່າງ ກໍ່ຍ່ອມມີຄວາມຄິດທີ່ຕ່າງກັນໄປ ແລະ ເປັນຄົນທີ່ມີເຫດ ແລະ ຜົນພຽງພໍ.
3. ໃຫ້ເຣົາພະຍາຍາມຄິດເຖິງຄວາມຫມາຍວ່າ ລັດ ແລະ ພາລາລາວແມ່ນຫັຍງ?
4. ແລ້ວຫາຄໍາຕອບຢູ່ທີ່ໃຈຂອງທ່ານ.
****ສໍາລັບຄວາມຄິດຂອງຂັອຍເອງ ***
1. ຄໍາວ່າ ”ລັດ” ເປັນພຽງຊື່ ທີ່ຈິນຕະນາການຂື້ນມາ ເພຶ່ອໃຫ້ທຸກຯຄົນມາເປັນອົງກອນອັນດຽວ ກັນ ແລະ ໃນອົງກອນນັ້ນ ກໍ່ລວມທັງຄົນທີ່ມີຄວາມຣູ້ຫລາຍ ແລະ ຄົນທີ່ມີຄວາມຣູ້ນ້ອຍ ອາດມີທັງ ບໍ່ເຫັນແກ່ຕົວເອງ ແລະ ຄົນທີ່ເຫັນແກ່ຕົວ .
2. ສະນັ້ນ ຫນື່ງໃນພວກເຂົາເຫລົ່ານັ້ນ ອາດແມ່ນພວກເຣົາກໍ່ໄດ້
3. ສະນັ້ນ "ລັດ"" ຈະດີ ຫລື ບໍ່ດີ ກໍ່ຕ້ອງເລີ່ມຕົ້ນຈາກ ທຸກຯຄົນໃນຊາດດ້ວຍກັນ.
4. ລອງຖາມໃຈຂອງທ່ານເອງກ່ອນ ຫາກວັນຫນື່ງ ທ່ານໃດ້ເຂົ້າມາມີສ່ວນຣ່ວມ ໃນລັດ ແລະ ເປັນຜູ້ທີ່ມີອໍານາດໃນການຕັດສີນໃຈ ໃນການ ພັດທະນາ ປະເທດລາວເຣົາ,ທ່ານຈະພັດທະນາ ຫຍັງ ແລະ ພັດທະນາ ດ້ານໃດແດ່.
5. ຖັາພວກທ່ານທັ່ງຫລາຍ ມີຄວາມຣັກຊາດລາວ ອັນສູງສົ່ງ ຂ້ອຍເຊື່ອວ່າ ທ່ານຈະມີໂອກາດໃດ້ເຂົ້າຣ່ວມການພັດທະນາບໍ່ຢ່າໃດກໍ່ຢ່າງຫນື່ງແນ່ນອນ.
***ຂອບໃຈທຸກຯຄົນ ທີ່ມີຄວາມຫ່ວງໃຍຄົນລາວດ້ວຍກັນ*** :)
@Anonymous ເວທນານຳຊາຕາກັມຂອງລາວເຮົາ
ພາສາລາວ
ບໍ່ມີບັນຫາຫຍັງ
ເພາະວ່າ
ຂຽນຕາມໃຈມັກຂອງໃຜຂອງມັນ
ໄວຍະກອນ
ບໍ່ສົນ
ສົນໃຈແຕ່
ໄວຍະຂາ
ເດັ້ງເດີບໃຫ້ລາວເທິງ
ແລະລາວລຸ່ມ
ມີແຮງນຳກັນ...ກ່າພໍແລ້ວລະ...ເນີນວນເອີຍ
ສີນານວນ
ເອົາອັນນັ້ນຊ້ວນຂອງໃຫຍ່
ພິທີເຂົ້າເປັນ
ສະມາຊິກ
ສະມາຄົມລາວ
ຄືໃຫ້ຍຸ້ງຍາກແທ້?
Register ຍາກຮ້າຍກ່ວາ
ຊິສຳພາດໄປເມືອງນອກ
ໃຜຮູ້ພິທີ...ແລະວິທີ
ກ່າຊ່ອຍແຈກຢາຍຕຳລາແດ່
ຢ່າຫວງວິຊາ
ເອົາສາກະດໍ້
ພາສາມີຄວາມຫມາຍນິຍາມຢ່າງກ້ວາງຂວາງ ຫມາຍເຖິງ ກິຣິຍາອາການທີ່ສະແດງອອກມາແລ້ວ
ສາມາດທໍາຄວາມເຂົ້າໃຈກັນໄດ້ ບໍ່ວ່າຈະເປັນມະນຸສ ກັບມະນຸສ, ມະນຸສກັບສັດ ຫລຶສັດກັບສັດ
ສ່ວນພາສາໃນຄວາມຫມາຍຢ່າງແຄບນັ້ນຄຶ ຫມາຍເຖິງສຽງເວົ້າ ສຽງຈາກທີ່ມະນຸສໃຊ້ສື່ສາຣກັນ
ເທົ້ານັ້ນ ແລະເຂົ້າໃຈຄວາມຫມາຍ ວັດຖຸປະສົງຂອງຜູ້ຮັບ ແລະຜູ້ສົ່ງໃນສັງຄົມຊາຕ໌ ກໍຄຶວິຖີກັມ
ຂອງວິຖີຊີວິດ ການລ້ຽງຊີບ ກັບການເປັນຢູ່ໃນປະຈໍາວັນ.
ພົຈນານຸກົມໄດ້ໃຫ້ຄໍາຈໍາກັດ ກັບພາສາໄວ້ວ່າ “ຖ້ອຍຄໍາທີ່ໄຊ້ເວົ້າ ຫລຶຂຽນເພຶ່ອສຶ່ສາຣຂອງ
ແຕ່ລະຊຸມຊົນ ຂອງກຸ່ມໃດກຸ່ມຫນຶ່ງ ເຊັ່ນພາສາລາວ, ວຽດນາມ, ຂເມຣ, ໄທຍ໌ ຫລຶຈີນອຶ່ນຯ
ເພີ່ນຮ້ອງວ່າພາສາຊາຕ໌”.
ພາສາຊາຕ໌.
ພາສາມະນຸສຊາຕ໌ ຫລຶພາສາຊາຕ໌ ຢູ່ໃນເນຶ້ອຫາວິຊາພາສາຊາຕ໌ ພາສາມະນຸສເຊຶ່ອແນ່ວ່າ
ເຮີ້ມຕົ້ນອອກຈາກພາສາເວົ້າ ຫລັງຈາກນັ້ນຈິ່ງຖືກນໍາມາໃຊ້ໃຫ້ເປັນພາສາການຂຽນ ແລະໄດ້ມີ
ການນໍາມາສຶກສາເພຶ່ອທໍາຄວາມເຂົ້າໃຈໃຫ້ເປັນເອກກະພາບ, ກົດເກນ ແລະມີຂອບເຂຕ ດັ່ງນັ້ນ
ເພີ່ນຈິ່ງໃຫ້ມີ ພາສາ ໄວຍະກອນ ເພຶ່ອເປັນບັນທັດຖານຂອງພາສານັ້ນຯ......
ພາສາຕ່າງໆມີການດໍາຣົງຊີວິດ ຄື່ນທີ່ເດີນທາງຈາກສະຖານຫນຶ່ງ ໄປອີກສະຖານທີ່ຫນຶ່ງ ເຊິ່ງ
ພວກເຮົາທຸກຄົນຮ້ອງວ່າ ພາສາຊາຕ໌ນັ້ນໆ ມີການວິວັທນາການ ມີການປ່ຽນແປງໄປກັບເວລາ,
ເຫຕຸການຂອງວິຖີສັງຄົມມະນຸສມີການປ່ຽນແປງ ພາສາກໍຕ້ອງປ່ຽນໄປຕາມກົດເກນສັງຄົມສາຕ໌.
ຖ້າພາສາຊາຕ໌ໄດ ຍຸດມີການພັທນາ ຫລຶປ່ຽນແປງ ເພຶ່ອໃຫ້ດີໄປກ່ອນເກົ່າ ກໍຈະຮ້ອງໄດ້ວ່າ
ເປັນພາສາຕາຍ, ສ່ວນພາສາທີ່ຍັງບໍ່ຍຸດທີ່ຈະມີການປ່ຽນແປງຢ່າງຕໍ່ເນຶ່ອງກໍຈະຈັດເປັນພາສາ
ທີ່ຍັງມີຊີວິດຢູ່.
ຈຸດເດັ່ນຂອງພາສາຊາຕ໌ ຈະເປັນການຂຽນ, ເວົ້າ ຫລຶສໍານຽງເປັນການບົ່ງບອກທີ່ມາຂອງຊຸມຊົນ
ນັ້ນໆ ດັ່ງນັ້ນຄົນທີ່ຮັກພາສາຊາຕ໌ຕົ້ນເອງ ຈິ່ງເປັນເອກກະຣັກ ຕົ້ນກໍາເນິດຂອງຄົນທີ່ມີຫົວສັນຊາຕ
ນິຍົມ ຊິ່ງພວກເຮົາຮ້ອງວ່າຄົນທີ່ຮັກຊາຕ໌ ຢາກເປັນຄົນທີ່ຮັກຊາຕ໌ຢ່າງແທ້ຈິງ ຕ້ອງຮັກພາສາຊາຕ໌
ຂອງຕົນເອງ, ຮັກເອກກະຣັກຕົນເອງ, ຮັກວັທນະທັມຕົນເອງ ສຸດທ້າຍກໍຕ້ອງຮັກເຊຶ້ອເຜົ່າພົງພັນ
ຂອງຕົນເອງ ທີ່ມີພາສາປາກເວົ້າ, ຂິດຂຽນ ແລະວິຖີຊີວິດທີ່ຄ້າຍຄຽງກັນ ເຖິງແມ່ນວ່າແນວຄິດ
ຈະແຕກຕ່າງກັນກໍຕາມ ແຕ່ມັນບໍ່ໄດ້ຫມາຍຄວາມວ່າຄົນຜູ້ນັ້ນຈະນອນຢູ່ໃນກຸ່ມຄົນ ຫລຶຊຸມຊົນທີ່
ແຕກຕ່າງໄປຈາກຕົນເອງ. ຖ້າຫາກມີຄົນຜູ້ໃດຜູ່ຫນຶ່ງໃຊ້ຊ້ອງວ້າງ ຫລຶມີແນວຄິດທີ່ຈະຈໍາແນກວ່າ
ເປັນສິ່ງທີ່ແຕກຕ່າງກັນ ກໍສະແດງວ່າຄົນຜູ້ນັ້ນ ເປັນຄົນທີ່ມີປຸ່ມດ້ອຍ ບໍ່ຍອມຮັບໃນຄວາມເປັນຈິງ
ຂອງຊຸມຊົນຕົນເອງ ກໍສະແດງວ່າຄົນຜູ້ນັ້ນເປັນລືມຊາຕ໌ຕະກຸນ ຫລຶຈັດເຂົ້າໃນແງ່ ເປັນຄົນທີ່ຂາຍ
ຊາຕ໌ນັ້ນເອງ.
ແມ່ນແລ້ວ ພາສາ ຕ້ອງເອກກະພາບກັນ ມີມາດຕະຖານຄັກແນ່ ໜຶ່ງ: ເມື່ອຄົນຕ່າງປະເທດມາຮຽນພາສາລາວ ສຶກສາວັດທະນະທຳລາວ ຈັ່ງຊີ້ ເປັນຕົ້ນ ເມື່ອເຂົາໄດ້ຮັບຮູ້ວ່າ ຄົນລາວໃຊ້ພາສາບໍ່ເອກະພາບກັນ ຍ່ອມເປັນສາເຫດໃຫ້ເຂົາຄຶດວ່າ ຄົນລາວເຮົາ ບໍ່ສາມະຄີກັນ ມີເລື້ອງທີ່ບໍ່ສາມາດຕົກລົງກັນໄດ້ ເຂົາກະຮຽນພາສາລາວດ້ວຍຄວາມສັບສົນ ຕໍ່ໄປກະອາດຈະດູຖູກຄົນລາວອີກວ່າ:.............(ແລ້ວແຕ່ຊິຄຶດ)
ແລະ ກໍ່ຈະເປັນສາເຫດເຮັດໃຫ້ເຂົາ ຄຶດເອົາປຽບ ຫຼື ແຊກແຊງ ຕ່າງໆ ນາໆ ຫຼາຍອັນພັນແນວ ເພາະວ່າ ມະນຸດບໍ່ໄດ້ເປັນຄົນດີໝົດທຸກຄົນ ເດ! ຊາດບໍ່ມີພາສາມາດຕະຖານ ແມ່ນເປັນຈຸດອ່ອນ ທີ່ກວ້າງໃຫຍ່ຢ່າງໜຶ່ງ ຄວາມຮັບຜິດຊອບນີ້ ຕ້ອງຕົກຢູ່ນຳລັດ ຜູ້ປົກຄອງ 100% ເພາະວ່າພວກເຈົ້າມີໜ້າທີ່ໂດຍກົງ ທີ່ຈະພັດທະນາຊາດໃຫ້ໄປໃນທິດທາງໃດໜຶ່ງ ແລະ ພວກເຈົ້າກະມີເງິນເດືອນກິນ ມີສະຫວັດດີການສັງຄົມ ມີຫ້ອງການໃຫ້ເຮັດວຽກ ມີຄອມພິວເຕີໃຊ້ ສາມາດນຳໃຊ້ ຊັບສິນຂອງຊາດໄດ້ຢ່າງອິດສະຫຼະເສລີ ອອກລາດຊະການກະມີເບ້ຍບຳນານກິນອີກ ສ່ວນພວກຂ້ອຍ(ຢຊຊ) ລຳພັງແຕ່ຫາເຊົ້າກິນເຊົ້ານີ້ ມັນກະຍັງເກີອບບໍ່ລອດຢູ່ແລ້ວ. ຍັງຊິມາວ່າໜ້າທີ່ຂອງໝົດທຸກຄົນ ກະສະແດງວ່າ ຊຸມເຈົ້ານີ້ ມັນບໍ່ໄດ້ມີຄວາມສາມາດ ພໍປານໃດ ຕົວະນິ້!ລາອອກແນ່ນ໊າ ຈາກຕັ່ງຫັ້ນ!
ໝາຍບອກ: ສຳລັບພາສາປາກເວົ້າທົ່ວໄປ ບໍ່ມີມາດຕະຖານກໍ່ໄດ້
ເວົ້າເລື້ອງພາສາລາວ ມາຍາມໄດມັນລຳບາກໄຈແທ້ໆ ຍ້ອນຄວາມບໍ່ເປັນເອກະພາບກັນໄນການເວົ້າແລະການຂຽນ ຂ້າພະເຈົ້າເອງກໍ່ຄົນ ສອງລະບອບທາງນອກກໍ່ຮຽນທາງໄນກໍ່ຮຽນ ອາຍຸກໍ່ 65 ປີແລ້ວ ກອ່ນຕາຍໄປ ກໍ່ຂໍຢາກໄຫ້ພາສາລາວຂອງເຮົາໄດ້ມີການແກ້ໄຂຈະເອົາຢ່າງໄດກໍ່ເອົາ ຈະອິງໄສ່ອັນໄດກໍ່ອິງຫາທາງອອກໄຫ້ໄດ້ ຈະປະສົມປະສານທັງອັນເກົ່າອັນໄໝ່ກໍ່ສຸດແລ້ວ ສຳຄັນໄຫ້ທຸກຝ່າຍໄດ້ມີຄວາມເປັນເອກະພາບນຳກັນ ແລ້ວພ້ອມກັນລົງມືປະຕິບັດຢ່າງຈິງຈັງໂດຍສະເພາະອົງກອນຂອງລັດເຊ່ັນກະຊວງສືກສາທິການ ຈະຕ້ອງເປັນເຈົ້າການຄົ້ນຄົ້ວ ຮຽກໂຮມທຸກພາກສ່ວນທີ່ກ່ຽວຂ້ອງມາປຶກສາຫາລືກັນຫາທາງອອກເຊື່ອວ່າຈະຕ້ອງເຮັດໄດ້ຢ່າງແນ່ນອນ ແລະຂໍມີຄຳເຫັນແຕ່ພຽງເທ່ົານີ້ກ່ອນ ເທື່ອໜ້າພົບກັນໄໝ່.
ຄ່ອຍພິຈາລະນາໄປນຳກັນ ຢ່າຟ້າວຖງງກັນ