ເຕັກນິກການລ້າງຫນ້າໃຫ້ຂາວໃສບໍ່ມີສິວ ແລະ ຮ່ອງຮອຍ

ເຕັກນິກການລ້າງຫນ້າ ທີ່ຖືກວິທີເປັນເຄັດລັບທີ່ສຳຄັນຫລາຍ ເພາະຈະຊ່ວຍໃຫ້ຜິວພັນຂອງທ່ານສົດໃສ, ບໍ່ມີສິ່ງຕົກຄ້າງສາເຫດຫລັກຂອງສິວ ແລະ ຮ່ອງຮອຍມາລົບກວນໃຈ, ແຕ່ທ່ານຮູ້ ຫລື ບໍ່ວ່າ ຄວນລ້າງຫນ້າແນວໃດໃຫ້ໄດ້ຮັບຜົນທີ່ສຸດ ແລະ ຂໍ້ຫ້າມສຳຄັນໃນການລ້າງຫນ້າຄືແນວໃດ ມື້ນີ້ ຄໍລຳນາໆປະໂຫຍມີຄຳຕອບເພື່ອຜິວໃບຫນ້າຂອງທ່ານສົດໃສດັ່ງລຸ່ມນີ້.
ອຸນຫະພູມຂອງນ້ຳໃນການລ້າງຫນ້າ.
ອຸນຫະພູມຂອງນ້ຳໃນການລ້າງຫນ້າກໍ່ສຳຄັນ, ຫລາຍຕຳລາບອກວ່າຄວນເປີດຮູຂຸມຂົນ ໂດຍການໃຊ້ນ້ຳອຸ່ນເພາະຈະເຮັດຄວາມສະອາດໄດ້ເລິກເຊິ່ງ, ແຕ່ໃນຄວາມເປັນຈິງແລ້ວ ການໃຊ້ນ້ຳອຸ່ນກໍ່ອາດຈະໄປເຮັດໃຫ້ຮູຂຸມຂົນກວ້າງ ແລະ ສັງເກດເຫັນໄດ້ງ່າຍຂຶ້ນ. ສ່ວນນ້ຳເຢັນເຖິງແມ່ນວ່າຈະຊ່ວຍອັດຮູຂຸມຂົນ ແຕ່ຫາກເຢັນເກີນໄປຜິວອາດເສຍສົມດຸນໄດ້ເຊັ່ນກັນ ເພາະສະນັ້ນ ສາວໆທັງຫລາຍສາມາດລ້າງຫນ້າໂດຍໃຊ້ນ້ຳທີ່ມີອຸນຫະພູມປົກກະຕິ ເພາະນອກຈາກຈະບໍ່ເກີດຜົນເສຍໃດໆແລ້ວ ຍັງບໍ່ຫຍຸ້ງຍາກໃນການກະກຽມນ້ຳນຳອີກ.
ວິທີການລ້າງຫນ້າໃຫ້ ຖືກຕ້ອງ.
ຄວນເອົານ້ຳລູບຫນ້າໃຫ້ປຽກສາກ່ອນ ເພື່ອຄວາມຊຸ່ມຊື່ນ ແລະ ປັບສະພາບໃບຫນ້າໃຫ້ເຂົ້າກັບອຸນຫະພູມນ້ຳ, ບີບຜະລິດຕະພັນເຮັດຄວາມສະອາດໃບຫນ້າ (ໂຟມລ້າງຫນ້າ) ລົງໃສ່ຝ່າມືໃນປະລິມານທີ່ເຫມາະສົມແລ້ວ ເອົານ້ຳຢອດລົງໃສ່ຝ່າມືເລັກນ້ອຍແລ້ວໃຊ້ມື້ອີກເບື້ອງຖູຄ່ອຍໆປະມານ 10-15 ວິນາທີ ຈົນໃຫ້ເປັນຟອງແລ້ວນຳມານວດໃບຫນ້າ ໂດຍເຮັດຄວາມສະອາດຢ່າງ ເບົາມືທີ່ສຸດ ໂດຍເລີ່ມລ້າງຈາກ ກາງໃບຫນ້າໄປຍັງດ້ານຂ້າງຂວາ ແລະ ຊ້າຍ ເຮັດໃຫ້ຊ້ຳກັນປະມານ 2 ນາທີ ແລ້ວໃຊ້ນ້ຳລ້າໆລ້າງອອກໃຫ້ຫມົດຈົນສະອາດ.
ຂໍ້ຫ້າມໃນການລ້າງຫນ້າ.
ພວກທ່ານຮູ້ບໍ່ວ່າ ການບີບ ໂຟມລົງໃສ່ໃບຫນ້າໂດຍກົງ ໂດຍທີ່ຍັງບໍ່ທັນຖູໃຫ້ເປັນຟອງກ່ອນ ອາດຈະເຂົ້າໄປອຸດຕັນໃນຮູຂຸມຂົນຂອງທ່ານ, ຫາກເຮັດຄວາມສະອາດບໍ່ຫມົດຈະເຮັດໃຫ້ເກີດສິວ ແລະ ຮ່ອງຮອຍເທິງໃບຫນ້າຕາມມາໄດ້.
ຜະລິດຕະພັນໂຟມລ້າງຫນ້າທີ່ຂໍແນະນຳ.
ມື້ນີ້ ຂໍແນະນຳໂຟມລ້າງ ຫນ້າແບບບໍ່ມີຟອງ Smooth-E White Baby face Foam ທີ່ຫມັ້ນໃຈໄດ້ວ່າບໍ່ມີສານຕົກຄ້າງໃນຮູຂຸມຂົນ ເພາະປັດສະຈາກສານເຄມີເຕີມແຕ່ງທີ່ເຮັດໃຫ້ເກີດຟອງ (Sodium Lauryl Sulfate: SLS) ຈິ່ງບໍ່ມີສານເຄມີດັ່ງກ່າວອັນເປັນສາເຫດສຳຄັນຂອງການອັກເສບໃນຊັ້ນຜິວພາຍໃນ, ຍິ່ງຖ້າຫາກທ່ານເປັນຄົນທີ່ຮັກຜິວຂາວ, ສົດໃສ, ນຸ່ມນວນແລ້ວ ຜະລິດຕະພັນຕົວນີ້ ຈະຊ່ວຍຕອບສະຫນອງຄວາມຕ້ອງການຂອງທ່ານໄດ້ຢ່າງແນ່ນອນ ເພາະມີສ່ວນປະສົມຂອງ Melawhite ຈາກປະເທດສະວິດເຊີແລນ ທີ່ຢຸດຢັ້ງການສ້າງເມັດສີທີ່ຜິດປົກກະຕິ ພ້ອມຂັດຈຸລັງຜິວໃຫ້ຂາວນຽນສົດໃສເຕັ່ງຕຶງຢ່າງເປັນທຳມະຊາດຈົນສາມາດຮູ້ສຶກໄດ້ພຽງຄັ້ງທຳອິດທີ່ໃຊ້.
ນອກຈາກນີ້ ຍັງມີສ່ວນປະສົມຈາກທຳມະຊາດອື່ນໆອີກຫລວງຫລາຍເຊັ່ນ Natural Vitimin E ແລະ Aloe Vera ທີ່ຊ່ວຍບຳລຸງຜິວໃຫ້ນຸ່ມນວນ, ຊຸ່ມຊື່ນ. ຜະລິດຕະພັນດັ່ງກ່າວ ຍັງດີຕໍ່ທຸກສະພາບຜິວແມ່ນແຕ່ ຜິວທີ່ບອບບາງແພ້ງ່າຍ ແລະ ແນະນຳການໃຊ້ໂດຍແພດຜິວຫນັງ.
Source: Ecom
ບໍ່ເຂົ້າໃຈວ່າເປັນຫຍັງຈຶ່ງໄຊ້ຄຳວ່າ "ນຸ່ມນວນ" ເວລາເວົ້າກຽ່ວກັບຜິວພັນຫັ້ນນ້າ????
ທຳມະດາແທ້ເພິ່ນຄວນເວົ້າວ່າ "ນີ້ມນວນ" ມັນກໍ່ຈະຟັງເຂົ້າເລື້ອງດີແລະຖືກຕ້ອງຕາມພາສາລາວແທ້ເດີ!
ອາຫານຍີ່ປຸ່ນ
ມີແຕ່ເນື້ອນິ້ມໆ
ນິ້ມນວນ
ແມ່ນຕອນກຳກາລະເປົາ
ສອງໜ່ວຍ