|

ລາວກຽມເປັນເຈົ້າພາບ ຊີຊ່າເກມ ຄັ້ງທີ 35



ສປປ ລາວ ກໍ​ຄື​ສະ­ຫະ­ພັນ​ຍິງ​ປືນ​ແຫ່ງ​ຊາດ​ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າ­ພາບ​ຈັດ­ການ​ແຂ່ງ­ຂັນ​ກີ­ລາ​ຍິງ​ປືນ ໃນ​ລະ­ດັບ​ພາກ​ພື້ນ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ຄັ້ງ​ທີ 35 ຫຼື ຊີ​ຊ່າເກມ 2011 ໂດຍ​ຈະ​ຈັດ​ຂຶ້ນ​ໃນ​ລະ­ຫວ່າງ​ວັນ​ທີ 3-12 ກັນ­ຍາ 2011 ທີ່​ສະ­ໜາມ​ຍິງ​ປືນ​ແຫ່ງ​ຊາດ (ຫຼັກ 16) ນະ­ຄອນ­ຫຼວງ​ວຽງ​ຈັນ.

ທ່ານ ດຣ. ຄຳ​ຂັນ ນະ­ພາ​ວົງ ຮອງ​ປະ­ທານ​ສະ­ຫະ­ພັນ​ຍິງ​ປືນ​ແຫ່ງ​ຊາດ​ລາວ ໄດ້​ຖະ­ແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ​ຢູ່​ທີ່​ສະ­ຫະ­ພັນ​ຍິງ​ປືນ​ແຫ່ງ​ຊາດ​ລາວ ໃນ​ວັນ​ທີ 15 ສິງ­ຫາ​ນີ້​ວ່າ: ປະ­ຫວັດ​ຄວາມ​ເປັນ​ມາ​ຂອງ ຊີ​ຊ່າ ຊຶ່ງ​ມີ​ຊື່​ເຕັມ​ວ່າ: (ສະ­ມາ­ຄົມ​ຍິງ​ປືນ​ພາກ​ພື້ນ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້) ໂດຍ​ໄດ້​ສ້າງ­ຕັ້ງ​ຂຶ້ນ​ໃນ​ປີ 1967 ມີ​ສຳ­ນັກ­ງານ​ໃຫຍ່​ຕັ້ງ​ຢູ່​ປະ­ເທດ​ມາ​ເລ​ເຊຍ ໂດຍ​ມີ 10 ປະ­ເທດ​ອາ​ຊຽນ ບວກ​ກັບ ຮົງ​ກົງ ແລະ ມາ​ເກົາ ເຂົ້າ​ມາ​ເປັນ​ສະ­ມາ­ຊິກ​ນຳ ແລະ ມີ​ການ​ຈັດ​ແຂ່ງ­ຂັນ​ຂຶ້ນ​ທຸກໆ​ປີ ຊຶ່ງ ສປປ ລາວ ກໍ​ໄດ້​ສົ່ງ​ນັກ­ກີ­ລາ​ຍິງ​ປືນ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ມາ​ເປັນ​ປົກ­ກະ­ຕິ ສ່ວນ​ຜົນ­ງານ​ທີ່​ເດັ່ນ​ກ່ວ​າ​ໝູ່​ແມ່ນ ຊີ​ຊ່າ ຄັ້ງ​ທີ 32 ທີ່ ສ.ສ ຫວຽດ­ນາມ ເປັນ​ເຈົ້າ­ພາບ ປີ 2008 ລາວ​ເຮົາ​ສາ­ມາດ​ຍາດ​ໄດ້ 1 ຫຼຽນ​ຄຳ 4 ຫຼຽນ​ເງິນ ແລະ 8 ຫຼຽນ​ທອງ.

ສະ­ເພາະ ຊີ​ຊ່າ​ເກມ ຄັ້ງ​ທີ 35 ນີ້ ຄາດ​ວ່າ​ຈະ​ມີ​ນັກ­ກີ­ລາ​ເຂົ້າ​ຮ່ວມ 300 ກ່ວ​າ​ຄົນ ຈາກ​ຊາດ​ສະ­ມາ­ຊິກ ພິ­ເສດ​ຍັງ​ມີ ສ.ເກົາ­ຫຼີ ມາ​ເຂົ້າ​ຮ່ວມ​ນຳ​ອີກ ລ້ວນ​ແລ້ວ­ແຕ່​ເປັນ​ນັກ­ກີ­ລາ​ຍິງ​ປືນ​ໃນ​ລະ­ດັບ​ມື​ອາ­ຊີບ ມາ​ເຂົ້າ​ຮ່ວມ​ແຂ່ງ­ຂັນ ໂດຍ​ຈະ​ມີ​ການ​ຊີງ​ໄຊ​ກັນ ເຖິງ 34 ຫຼຽນ​ຄຳ ລວມ​ທັງ​ຍິງ ແລະ ຊາຍ ສ່ວນ​ນັກ­ກີ­ລາ​ເຈົ້າ­ພາບ ສປປ ລາວ ເຮົາ.

ກໍ​ໄດ້​ມີ​ການ​ກະ­ກຽມ​ຄວາມ​ພ້ອມ​ໄວ້​ດີ​ທີ່​ສຸດ ໃນ​ນີ້ ນາງ ຄຳ​ຫຼ້າ ໄຊ​ຍະ​ວົງ ນັກ­ກີ­ລາ​ຍິງ​ປືນ​ທີມ​ຊາດ​ລາວ ເຈົ້າ​ຂອງ 3 ຫຼຽນ​ຄຳ ໃນ​ງານ​ມະ​ຫະ​ກຳ​ກີ­ລາ​ຊີ­ເກມ ຄັ້ງ​ທີ 25 ຜ່ານ​ມາ ກໍ​ຈະ​ລົງ​ແຂ່ງ­ຂັນ​ກັບ​ນັກ­ກີ­ລາ​ຍິງ​ປືນ​ໃນ​ລະ­ດັບ​ມື​ອາ­ຊີບ​ເຊັ່ນ​ກັນ.

Vientianemai

Posted by samakomlao on 4:05 PM. Filed under . You can follow any responses to this entry through the RSS 2.0. Feel free to leave a response

1 comments for "ລາວກຽມເປັນເຈົ້າພາບ ຊີຊ່າເກມ ຄັ້ງທີ 35"

  1. pen yang khue bork tae VELA thi post khao, bor bork VAN, DUEON, PI nam? :(

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added