ລາວກຽມເປັນເຈົ້າພາບ ຊີຊ່າເກມ ຄັ້ງທີ 35
ສປປ ລາວ ກໍຄືສະຫະພັນຍິງປືນແຫ່ງຊາດລາວ ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນກີລາຍິງປືນ ໃນລະດັບພາກພື້ນອາຊີຕາເວັນອອກສຽງໃຕ້ ຄັ້ງທີ 35 ຫຼື ຊີຊ່າເກມ 2011 ໂດຍຈະຈັດຂຶ້ນໃນລະຫວ່າງວັນທີ 3-12 ກັນຍາ 2011 ທີ່ສະໜາມຍິງປືນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ.
ທ່ານ ດຣ. ຄຳຂັນ ນະພາວົງ ຮອງປະທານສະຫະພັນຍິງປືນແຫ່ງຊາດລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນຢູ່ທີ່ສະຫະພັນຍິງປືນແຫ່ງຊາດລາວ ໃນວັນທີ 15 ສິງຫານີ້ວ່າ: ປະຫວັດຄວາມເປັນມາຂອງ ຊີຊ່າ ຊຶ່ງມີຊື່ເຕັມວ່າ: (ສະມາຄົມຍິງປືນພາກພື້ນອາຊີຕາເວັນອອກສຽງໃຕ້) ໂດຍໄດ້ສ້າງຕັ້ງຂຶ້ນໃນປີ 1967 ມີສຳນັກງານໃຫຍ່ຕັ້ງຢູ່ປະເທດມາເລເຊຍ ໂດຍມີ 10 ປະເທດອາຊຽນ ບວກກັບ ຮົງກົງ ແລະ ມາເກົາ ເຂົ້າມາເປັນສະມາຊິກນຳ ແລະ ມີການຈັດແຂ່ງຂັນຂຶ້ນທຸກໆປີ ຊຶ່ງ ສປປ ລາວ ກໍໄດ້ສົ່ງນັກກີລາຍິງປືນເຂົ້າຮ່ວມແຂ່ງຂັນມາເປັນປົກກະຕິ ສ່ວນຜົນງານທີ່ເດັ່ນກ່ວາໝູ່ແມ່ນ ຊີຊ່າ ຄັ້ງທີ 32 ທີ່ ສ.ສ ຫວຽດນາມ ເປັນເຈົ້າພາບ ປີ 2008 ລາວເຮົາສາມາດຍາດໄດ້ 1 ຫຼຽນຄຳ 4 ຫຼຽນເງິນ ແລະ 8 ຫຼຽນທອງ.
ສະເພາະ ຊີຊ່າເກມ ຄັ້ງທີ 35 ນີ້ ຄາດວ່າຈະມີນັກກີລາເຂົ້າຮ່ວມ 300 ກ່ວາຄົນ ຈາກຊາດສະມາຊິກ ພິເສດຍັງມີ ສ.ເກົາຫຼີ ມາເຂົ້າຮ່ວມນຳອີກ ລ້ວນແລ້ວແຕ່ເປັນນັກກີລາຍິງປືນໃນລະດັບມືອາຊີບ ມາເຂົ້າຮ່ວມແຂ່ງຂັນ ໂດຍຈະມີການຊີງໄຊກັນ ເຖິງ 34 ຫຼຽນຄຳ ລວມທັງຍິງ ແລະ ຊາຍ ສ່ວນນັກກີລາເຈົ້າພາບ ສປປ ລາວ ເຮົາ.
ກໍໄດ້ມີການກະກຽມຄວາມພ້ອມໄວ້ດີທີ່ສຸດ ໃນນີ້ ນາງ ຄຳຫຼ້າ ໄຊຍະວົງ ນັກກີລາຍິງປືນທີມຊາດລາວ ເຈົ້າຂອງ 3 ຫຼຽນຄຳ ໃນງານມະຫະກຳກີລາຊີເກມ ຄັ້ງທີ 25 ຜ່ານມາ ກໍຈະລົງແຂ່ງຂັນກັບນັກກີລາຍິງປືນໃນລະດັບມືອາຊີບເຊັ່ນກັນ.
Vientianemai
pen yang khue bork tae VELA thi post khao, bor bork VAN, DUEON, PI nam? :(