|

ການບິນລາວກູ້ 91 ລ້ານໂດລາ ຊື້ເຮືອບິນແອບັສ 320 ສອງລໍາ



ລັດ​ວິ​ສະ­ຫະ​ກິດ​ການ­ບິນລາວ​ຕັດ­ສິນ​ໃຈ​ກູ້​ຢືມ​ເງິນ 91 ລ້ານ​ໂດ​ລາ​ສະ­ຫະ­ລັດ​ຈາກ​ທະນາ​ຄານ​ແຫ່ງ ສປປ ລາວ ແລະ ທະ­ນາ­ຄານ​ການ​ຄ້າຕ່າງ­ປະ­ເທດລາວ ມະ­ຫາ­ຊົນ ເພື່ອ​ຈັດ​ຊື້​ເຮືອ ບິນ​ແອບັສ​ຮຸ່ນ A320 ຈໍາ­ນວນ 2 ລຳ ໃນ​ທ້າຍ​ເດືອນ​ຕຸ­ລາ​ຈະມາ​ເຖິງ.

ເຮືອ­ບິນ​ດັ່ງ­ກ່າວ ໄດ້​ສັ່ງ​ຊື້ຈາກ​ປະ­ເທດ​ຝຣັ່ງ ເຊິ່ງ​ເປັນ​ເຮືອບິນ​ທີ່​ຜະ­ລິດ​ຕາມ​ມາດ­ຕະ­ຖານ​ພິ­ເສດ​ປະ­ຢັດ​ຄ່າ​ໃຊ້​ຈ່າຍ ແລະ ສາມາດ​ບິນ​ໄດ້​ໄກ​ຫລາຍ​ກວ່າ​ເຮືອບິນ​ໃນ​ຮຸ່ນ​ດຽວ​ກັນ ​ໂດຍ​ມີ​ຂະຫນາດ 142 ຕັ່ງ​ນັ່ງ; ໃນ​ນັ້ນ 16 ຕັ່ງ​ຊັ້ນ​ທຸ­ລະ​ກິດ ແລະ 126 ຕັ່ງຊັ້ນ​ປະ­ຢັດ.

ທ່ານ ດຣ. ສົມ​ພອນ ດວງ​ດາລາ ຜູ້­ອຳ­ນວຍ­ການ​ລັດ​ວິ​ສະ­ຫະກິດ​ການ­ບິນ​ລາວ​ກ່າວ​ວ່າ: ໂຄງການ​ນີ້​ໄດ້​ຮັບ​ການ​ສະ­ຫນັບ​ສະຫນູນ​ເງິນ​ກູ້​ຈາກ​ທະ​ນາ​ແຫ່ງ ສປປ ລາວ 20 ລ້ານ​ໂດ​ລາ​ສະຫະ​ລັດ​ໃນ​ອັດ­ຕາ​ດອກ​ເບ້ຍ 4,5% ແລະ ທະ­ນາ­ຄານ​ການ​ຄ້າ​ຕ່າງປະ­ເທດ​ລາວ ມະ­ຫາ­ຊົນ 71 ລ້ານໂດ​ລາ​ສະ­ຫະ­ລັດ​ດອກ​ເບ້ຍ 6,5% ຕໍ່​ປີ ໂດຍ​ກຳ­ນົດ​ການ​ກູ້ຢືມ​ຮອດ​ປີ 2019 ແລະ ສາ­ມາດຜ່ອນ­ຜັນ​ສຳລະຫນີ້​ສິນ​ໄດ້ 1 ປີ.

ທ່ານ ດຣ. ສົມ​ພອນ ດວງ​ດາລາ ໃຫ້​ຮູ້​ຕື່ມ​ວ່າ: ໃນ​ຈຳ­ນວນເຮືອ­ບິນ 2 ລຳນີ້​ຈະ​ມາ​ຮອດ​ນະຄອນ​ຫລວງ​ວຽງ​ຈັນ ​ໃນ​ທ້າຍເດືອນ​ຕຸ­ລາ 2011 ແລະຈະ​ເລີ່ມນຳ​ໃຊ້​ນັບ​ແຕ່​ເລີ່ມ​ປະ­ຕິ­ບັດ ​ແຜນບິນ​ລະ­ດູ​ຫນາວ​ສົກ​ປີ 2011-2012 ເປັນ­ຕົ້ນ​ໄປ ແຕ່​ຈະ​ບິນ​ສາຍ​ຕ່າງ­ປະ­ເທດ​ເປັນ​ສ່ວນ​ໃຫຍ່ນັບ​ທັງ​ເສັ້ນ​ບິນ​ທີ່​ມີ​ແລ້ວ​ຈຳນວນ​ຫນຶ່ງ ແລະ ເປີດ​ເສັ້ນ​ບິນໃຫມ່​ອີກ​ເຊັ່ນ: ໄປ​ສິງ­ກະ­ໂປ​ໃນ​ຕົ້ນເດືອນ​ພະ­ຈິກ​ປີ​ນີ້, ເປີດ​ເສັ້ນ​ບິນໄປ​ເມືອງ​ກວາງ​ໂຈ ສປ ຈີນ ກັບນະ­ຄອນ­ຫລວງ​ເຊ​ອຸນ ສ.ເກົາ­ຫລີ ໃນ​ສົກ​ປີ 2012-2013 ພ້ອມທັງ​ສາຍ​ການ­ບິນ​ພາຍ​ໃນ​ຈຳ­ນວນຫນຶ່ງ​ເປັນ­ຕົ້ນ​ແມ່ນ​ຫລວງ​ພະບາງ ແລະ ປາກ​ເຊ.

ແນວ­ໃດ​ກໍ່​ດີ ແຕ່​ນີ້​ຮອດ 2015 ລັດ​ວິ​ສະ­ຫະ​ກິດ​ການ­ບິນ​ລາວໄດ້​ສ້າງ​ແຜນ​ທຸ­ລະ​ກິດ​ທີ່​ນຳ​ໃຊ້​ເຮືອ­ບິນ​ໄອ​ພົ່ນ​ຂະ­ຫນາດ 150-200 ບ່ອນ​ນັ່ງ ເພື່ອ​ເປີດ​ເສັ້ນ­ທາງ​ສູ່​ບັນ­ດາ​ປະ­ເທດ​ອາ​ຊຽນ​ໃຫ້​ກວ້າງ​ອອກ ເພື່ອ​ຮອງ​ຮັບ​ການ​ຂະ­ຫຍາຍ­ຕົວ​ຕະ­ຫລາດ​ການ­ທ່ອງ­ທ່ຽວ​ທີ່​ເພີ່ມ​ຂຶ້ນ​ສະ­ເລ່ຍ 15-20%ຕໍ່​ປີ ເຊີ່ງ​ຈະ​ຕ້ອງ​ນຳ​ໃຊ້​ທຶນຢ່າງ​ຫນ້ອຍ 200 ລ້ານ​ໂດ​ລາສະ­ຫະ­ລັດ.

ການ​ເຊັນ​ສັນ­ຍາ​ກູ້​ຢືມ​ດັ່ງ­ກ່າວ ມີ​ຂຶ້ນ​ໃນ​ຕອນ​ແລງ​ວານ​ນີ້ ທີ່​ນະຄອນ​ຫລວງ​ວຽງ​ຈັນ​ລະ­ຫວ່າງ ທ່ານ ດຣ. ສົມ​ພອນ ດວງ​ດາ­ລາ ຜູ້­ອຳ­ນວຍ­ການ​ລັດ​ວິ​ສະ­ຫະ​ກິດການ­ບິນ​ລາວກັບທ່ານ ອ່ອນ ແກ້ວ ດຳ­ລົງ​ວຸດ ຮອງ​ຜູ້​ອຳ­ນວຍການ​ທະ­ນາ­ຄານ​ການ​ຄ້າ​ຕ່າງປະ­ເທດ​ລາວ ມະ­ຫາ­ຊົນ (ຕາງຫນ້າ​ຝ່າຍ​ທະ­ນາ­ຄານ) ເຊິ່ງ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກ ​ລັດ­ຖະ­ມົນ­ຕີ.

ໃນ​ພິ­ທີ​ດັ່ງ­ກ່າວ​ນອກ­ຈາກ​ຈະເຊັນ​ສັນ­ຍາ​ກູ້​ຢືມ​ເງິນ​ແລ້ວ ລັດວິ​ສະ­ຫະ​ກິດ​ການ­ບິນ​ລາວ​ຍັງ​ໄດ້ເຊັນ​ສັນ­ຍາ​ເຮັດ​ປະ­ກັນ​ໄພ​ເຮືອບິນ 2 ລໍາ​ກັບ​ບໍ­ລິ­ສັດ​ປະ­ກັນ​ໄພລາວŒ-ຫວຽດ​ນຳ​ອີກ.

Posted by samakomlao on 3:14 PM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

4 comments for "ການບິນລາວກູ້ 91 ລ້ານໂດລາ ຊື້ເຮືອບິນແອບັສ 320 ສອງລໍາ"

  1. Anonymous

    So great news and wonderful 4 all Lao nork & nai.

  2. Anonymous

    this news would make Lao people love their own country

  3. Anonymous

    Oh this is very good news I am Lao nork will support 100 percents
    I can fly to Singapore or Korean.... Nice Nomore Thai airport if I don't have to.

  4. Anonymous

    SABAICHAI,PODPHAI,PAI KAB KANBIN LAO...WE CARE ABOUT YOU AND YOUR BUSINESS...

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added