ກິນໄຂ່ຈັກຫນ່ວຍຕໍ່ອາທິດ ຈິ່ງຈະພໍດີ ?
ການບໍລິໂພກໄຂ່ຫນ້ອຍກວ່າ 3 ຫນ່ວຍ ໃນຫນຶ່ງອາທິດຖືວ່າບໍ່ພຽງພໍເພາະການຮັບປະທານໄຂ່ໃນປະລິມານທີ່ຫນ້ອຍເກີນໄປຫລືບໍ່ຮັບປະທານໄຂ່ເລີຍອາດສົ່ງຜົນເສຍຕໍ່ເສັ້ນປະສາດ ສະຫມອງໄດ້ ໂດຍໃນໄຂ່ຫນຶ່ງຫນ່ວຍ ຈະມີປະລິມານວິຕາມິນບີ 12 ເຊິ່ງດີຕໍ່ຮ່າງກາຍ ວິຕາມິນ ບີ 12 ຈໍາເປັນຕໍ່ການສ້າງເຫຍື່ອ ຫຸ້ມປ້ອງກັນເສັ້ນໃຍ ແລະ ຖ້າຂາດວິຕາມິນເສັ້ນໃຍປະສາດອາດຖືກທຳລາຍອີກທັງໄຂ່ຍັງດີຕໍ່ສາຍຕານຳ.
ການຮັບປະທານໄຂ່ຢ່າງຫນ້ອຍ 3 ຫນ່ວຍຕໍ່ອາທິດ ຈະຊ່ວຍປ້ອງກັນພາວະສູນເສຍສາຍຕາທີ່ມັກເກີດຂຶ້ນເມື່ອອາຍຸເພີ່ມຂຶ້ນ ເນື່ອງຈາກສານລູທິນ ແລະ ຊີແຊນທິນ ເຊິ່ງເປັນສານ ໃນຕະກູນແຄໂລທີນອຍດ໌ ໃນໄຂ່ແດງຈະຊ່ວຍບຳລຸງຈໍປະສາດຕານັ້ນເອງ.
ໃນຫນຶ່ງອາທິດ ຖ້າທ່ານສາມາດຮັບປະທານໄຂ່ໄດ້ 6 ຫນ່ວຍ ຖືວ່າພໍດີ ເພາະໄຂ່ຈະຊ່ວຍໃຫ້ຮ່າງກາຍດູດຊຶມແຄລຊຽມໄດ້ດີ ແລະ ຍັງຊ່ວຍຫລຸດປັດໄຈສ່ຽງໃນການເກີດພະຍາດກະດູກຜ່ອຍແຖມປະລິມານສານຊີລີນຽມ ແລະ ວິຕາມິນອີ ໃນໄຂ່ຍັງຊ່ວຍປ້ອງກັນພະຍາດຫົວໃຈອີກທັງຍັງຊ່ວຍໃຫ້ມີຮູບຮ່າງດີ.
ໂປຣຕີນໃນໄຂ່ຈະເຮັດໃຫ້ຮູ້ ສຶກອີ່ມຂຶ້ນ 50% ແລະ ຍັງເຮັດໃຫ້ຫລຸດປະລິມານເຂົ້າສວາຍທີ່ຮັບປະທານໂດຍສະເລ່ຍໄດ້ອີກ 164 ແຄລໍຣີແລະການຮັບປະທານໄຂ່ວັນລະ 3 ຫນ່ວຍ ຕໍ່ອາທິດຈະຊ່ວຍສ້າງກ້າມຊີ້ນໃຫ້ກັບນັກຫລິ້ນກ້າມທັງຫລາຍໄດ້ເປັນ 2 ເທົ່າໃນໄລຍະເວລາ 12 ອາທິດ.
ໄຂ່ຖືວ່າມີຜົນຫນ້ອຍຫລາຍຕໍ່ການເພີ່ມລະດັບຄໍເລສເຕີລໍໃນເລືອດ ເມື່ອທຽບກັບປະລິມານໄຂມັນອີ່ມຕົວ. ນອກຈາກນີ້ ຜົນວິໄຈຍັງພົບວ່າ ການຮັບປະທານໄຂ່ຊ່ວຍຫລຸດຄໍເລສເຕີລໍ LDL (ບໍ່ດີ) ເພີ່ມຄໍເລສເຕີລໍ HDL (ດີ) ແລະ ຫລຸດປັດໄຈສ່ຽງໃນການເກີດພະຍາດຫົວໃຈວາຍ ຫລື ພະຍາດຫລອດເລືອດສະຫມອງໄດ້.
ໄຂ່ທີ່ໃຫ້ຜົນດີຕໍ່ຮ່າງກາຍອາດສົ່ງຜົນຮ້າຍໄດ້ຫລາຍເຊັ່ນກັນ ຖ້າຮັບປະທານຫລາຍເກີນ 1 ຫນ່ວຍຕໍ່ວັນເປັນປະຈຳທຸກວັນ ຖ້າຮັບປະທານໄຂ່ 7 ຫນ່ວຍ ຫລື ຫລາຍກວ່າ 7 ຫນ່ວຍຕໍ່ອາທິດຈະໄປເພີ່ມປັດໄຈສ່ຽງທີ່ກໍ່ໃຫ້ເກີດອັນຕະລາຍເຖິງຊີວິດໄດ້ 23% ແລະ ທີ່ສຳຄັນຄືສຳລັບຜູ້ຊາຍທີ່ເປັນເບົາຫວານຢູ່ແລ້ວ ໄຂ່ອາດເພີ່ມຄວາມສ່ຽງຕໍ່ການເສຍຊີວິດໄດ້.
ເພື່ອສຸຂະພາບທີ່ດີ ແລະ ແຂງແຮງຄວນເລືອກຮັບປະທານອາຫານທີ່ດີມີປະໂຫຍດ ແລະ ຕ້ອງຮັບປະທານໃນປະລິມານທີ່ເຫມາະສົມ ແລະ ຕ້ອງອອກກຳລັງກາຍພ້ອມ ຈິ່ງຈະເຮັດໃຫ້ຮ່າງກາຍຫ່າງໄກຈາກພະຍາດຕ່າງໆ.
ກິນມື້ລະ 2 ໜ່ວຍ ເຊົ້າ1 ແລງ 1 ເຮັດໃຫ້ມີສຸຂະພາບແຂງແຮງ