|

ລາວ ມີແຜນໃຫ້ເປີດໄຟຕາລົດໃນຍາມກາງເວັນ !


ລາວ​ມີ​ແຜນ​ໃຫ້​ຜູ້​ຂັບ​ຂີ່​ນຳໃຊ້​ໄຟ​ແສງ​ສະ­ຫວ່າງ ຫລື ໄຟ​ຕາລົດ​ໃນ​ຍາມ​ກາງ­ເວັນ​ ຫວັງ​ຫລຸດອຸ­ບັດ­ເຫດ, ຂະ­ນະ​ທີ່​ຜ່ານ​ມາ ສ່ວນ​ໃຫຍ່​ເກີດ​ຈາກ​ຄວາມ​ປະຫມາດ ແລະ ດື່ມ​ສິ່ງ​ມຶນ­ເມົາ; ດ້ານປະ­ທານ​ສະ­ມາ­ຄົມ​ພາ­ຫະ­ນະເຊື່ອ​ເປີດ​ໄຟ​ຕາ​ລົດ​ອຸ­ບັດ­ເຫດອາດ​ຫລຸດ​ລົງ​ເຖິງ 20% ພ້ອມຢໍ້າ​ທ້າຍ​ເດືອນ​ຫນ້າ​ລອງ​ໃຊ້.

ເຖິງ​ແມ່ນ​ວ່າ ໃນ​ແຕ່​ລະ​ປີ​ອຸບັດ​ເຫດ​ທີ່​ເກີດ​ຂຶ້ນ​ຕາມ​ທ້ອງ​ຖະຫນົນ​ສ່ວນ​ໃຫຍ່​ຈະ​ມີ​ສາ­ເຫດຈາກ​ການ​ດື່ມ​ສິ່ງ​ມຶນ­ເມົາ​ແລ້ວ ຂັບ​ຂີ່​ກໍ່​ຕາມແຕ່​ບັນ­ຫາ​ດັ່ງ­ກ່າວ ກໍ່​ຍັງ​ແມ່ນ​ສົ້ນ​ທ້າຍ​ຂອງ​ສາ­ເຫດ ແລະ ການ​ເປີດ​ໄຟ​ແສງ​ສະຫວ່າງໃນ​ຍາມ​ກາງ­ເວັນ ​ອາດ​ຈະຊ່ວຍ​ກະ​ຕຸ້ນ​ປະ­ສາດ​ຂອງ​ຜູ້​ຂັບຂີ່​ກົງ­ກັນ­ຂ້າມ​ໃຫ້​ມີ​ສະ­ຕິ​ລະ­ວັງຫລາຍ​ຂຶ້ນ.

ໃນ​ລະ­ບຽບ​ການ​ຈະ­ລາ­ຈອນຂອງ​ລາວສະ­ບັບ​ປີ 2007 ໃນມາດ­ຕາ 17 ລະ­ບຸ​ວ່າ: ອະ­ນຸ­ຍາດໃຫ້​ຜູ້​ຂັບ​ຂີ່​ຍານ­ພາ­ຫະ­ນະ​ນຳ​ໃຊ້ໄຟ​ຕາ​ລົດ ສະ­ເພາະ​ຍາມ​ກາງ­ຄືນ ຫລື ຍາມ​ກາງ­ເວັນ​ທີ່​ມີ​ຝົນ­ຕົກຫນັກ, ນ້ຳ­ຫມອກ​ຫນາ ຫລື ໃນເວ­ລາ​ທີ່​ມີ​ອາ­ກາດ​ມືດ​ມົວ​ເທົ່ານັ້ນ ແຕ່​ໃນ​ອະ­ນາ­ຄົດ​ອາດ​ບໍ່​ໃຊ້ສະ­ເພາະ​ກໍ­ລະ­ນີ​ດັ່ງ­ກ່າວ ແຕ່ອາດ​ອະ­ນຸ­ຍາດ​ໃຫ້​ຕະ­ຫລອດ 24 ຊົ່ວ­ໂມງ ດ້ວຍ​ລະ­ບົບ​ໄຟ​ແບບ​ອັດຕະ​ໂນ​ມັດ ເພື່ອ​ເປັນ​ການ​ປັບ​ລະບົບ​ການ​ຂັບ​ຂີ່​ຂອງ​ລາວ​ໃຫ້​ມີຄວາມ​ກົມ­ກຽວ​ກັບ​ບັນ­ດາ​ປະເທດ​ອາ​ຊຽນ​ໃນ​ປີ 2015.

ຜ່ານ​ມາ​ກະ­ຊວງ​ໂຍ­ທາ​ທິການ ແລະ ຂົນ­ສົ່ງ, ສະ­ມາ­ຄົມຍານ­ພາ­ຫະ­ນະ​ລາວ ແລະ ພາກ ສ່ວນ​ຕ່າງໆ​ທີ່​ກ່ຽວ­ຂ້ອງ​ໄດ້​ມີການ​ຍົກ​ເອົາ​ແຜນ​ດັ່ງ­ກ່າວ​ມາຫາ­ລື​ກັນ​ແລ້ວ​ຫນຶ່ງ​ຄັ້ງ ຫລັງຈາກ​ໄດ້​ສຶກ​ສາ ແລະ ເກັບ​ກຳ​ສະຖິ​ຕິ​ຈາກ​ຫລາຍ​ປະ­ເທດ​ທີ່​ໃຊ້ແລ້ວ​ເຫັນ​ວ່າ ໄດ້­ຜົນ​ເປັນ​ຢ່າງ​ດີ ແຕ່​ມາ​ຮອດ​ປະ­ຈຸ​ບັນ​ກໍ່​ຍັງ​ຢູ່​ໃນຂັ້ນ​ຕອນ​ກຽມ​ສະ­ເຫນີ​ຕໍ່​ລັດ​ຖະບານ​ໃນ​ການ​ອະ­ນຸ­ມັດ​ໃຊ້ ແລະ ລະ­ ບຸ​ເຂົ້າ​ໃນ​ກົດ­ຫມາຍ.

ແນວ­ໃດ​ກໍ່​ດີ ທ່ານ ສະ­ເຫນີ ຈຸ​ລະ​ມະ­ນີ ປະ­ທານ​ສະ­ມາ­ຄົມ​ພາຫະ​ນະ​ລາວ​ເປີດ­ເຜີຍ​ຕໍ່​ທີມ​ຂ່າວ ເສດ­ຖະ­ກິດ​ວ່າ: ແຜນ​ດັ່ງ­ກ່າວອາດ​ຖືກ​ທົດ​ລອງ​ໃຊ້​ໃນ​ຂອບເຂດ​ທົ່ວ​ປະ­ເທດ​ຢ່າງ​ຊ້າ​ໃນ​ທ້າຍເດືອນ​ກັນ­ຍາ​ປີ​ນີ້.

ໂດຍ​ລົດ​ທີ່​ນຳ​ເຂົ້າ​ມາ​ໃຫມ່ຈະ​ໃຊ້​ລະ­ບົບ​ໄຕ້​ຕາ​ແບບ​ອັດ­ຕາໂນ​ມັດຈາກ​ໂຮງ­ງານ (ຕິດເຄື່ອງ​ຈັກ​ຕາ​ຮຸ່ງ​ພ້ອມ) ໂດຍ​ບໍ່ສາ­ມາດ​ປິດ​ໄດ້​ສ່ວນ​ລົດ​ທີ່​ຈຳຫນ່າຍ​ແລ້ວ​ແມ່ນ​ໃຊ້​ລະ­ບົບ​ເປີດໃນ​ຮູບ​ແບບ​ເກົ່າ.

ທ່ານ ສະ­ເຫນີ ຈຸ​ລະ​ມະ­ນີ ກ່າວ​ຕື່ມ​ວ່າ: ການ​ປະ­ຕິ­ບັດ​ດັ່ງກ່າວ​ ໄດ້​ມີ​ການ​ຢັ້ງ­ຢືນ​ທາງ​ດ້ານວິ­ທະ­ຍາ­ສາດ ແລະ ສະ­ຖິ­ຕິ​ໃນຫລາຍ​ປະ­ເທດ​ທີ່​ນຳ​ໃຊ້​ເຫັນ​ວ່າ ອຸ­ບັດ­ເຫດ​ໄດ້​ຫລຸດ​ລົງອີກ​ປະ ການ​ຫນຶ່ງ​ການ​ທີ່​ລາວ​ຈະ​ເຂົ້າເປັນ​ປະ­ຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 ດ້ານ​ມາດ­ຕະ­ຖານ​ຂອງພາ­ຫະ­ນະ​ຕ້ອງ​ມີ​ຄວາມ​ກົມ­ກຽວກັນ ຫມາຍ​ຄວາມ​ວ່າພາ­ຫະ­ນະທີ່​ຜະ­ລິດ​ຢູ່​ອາ​ຊຽນ​ຕ້ອງ​ນຳ​ໃຊ້ດ້ານ​ເຕັກ­ນິກ​ໄດ້​ໃນ​ທຸກ​ປະ­ເທດຂອງ​ອາ​ຊຽນ.

ຜ່ານ​ມາ ປະ­ເທດ​ອິນ​ໂດ​ເນເຊຍ, ມາ​ເລ​ເຊຍ, ໄທ ແລະ ສິງກະ​ໂປ ໄດ້​ນຳ​ໃຊ້​ລະ­ບົບ​ດັ່ງ­ກ່າວແລ້ວ.

ທ່ານ ເນັ້ນ​ຕື່ມ​ວ່າ: ການ​ປະ­ຕິບັດ​ແຜນ​ດັ່ງ­ກ່າວ​ເຈົ້າ​ຂອງ​ລົດ ລວມ​ທັງ​ລັດ­ຖະ­ບານ​ແມ່ນ​ບໍ່​ມີການ​ຊິ້ນ​ເປືອງ ແຕ່​ໃນ​ທາງ​ກົງກັນ​ຂ້າມ​ຈະ​ຊ່ວຍ​ຫລຸດ­ຜ່ອນ​ອຸບັດ​ເຫດ​ຕາມ​ທ້ອງ​ຖະ­ຫນົນ​ໄດ້ ເຖິງ 20% ຕໍ່​ປີ.

ອີງ​ຕາມ​ຂໍ້​ມູນ​ຈາກ​ກົມ​ຕຳຫລວດ​ຈະ­ລາ­ຈອນ, ກະ­ຊວງປ້ອງ​ກັນ​ຄວາມ​ສະ­ຫງົບ​ໃຫ້​ຮູ້ວ່າ: ຕະ­ຫລອດ​ໄລ­ຍະ​ຫລາຍ​ປີຜ່ານ​ມາ ກໍ່​ຄື​ປະ­ຈຸ​ບັນ​ອຸ­ບັດ­ເຫດ​ທີ່ເກີດ​ຂຶ້ນ​ຕາມ​ທ້ອງ​ຖະ­ຫນົນສ່ວນ​ໃຫຍ່​ແມ່ນ​ມີ​ສາ­ເຫດ​ມາຈາກ​ຄວາມ​ປະ­ຫມາດ, ດື່ມ​ສິ່ງມຶນ­ເມົາ​ແລ້ວ​ຂັບ​ຂີ່ ແລະ ຈຳນວນ​ຜູ້​ເສຍ​ຊີ­ວິດ​ສ່ວນ​ໃຫຍ່​ແມ່ນບໍ່​ໃສ່​ຫມວກ​ກັນ​ກະ­ທົບ.

ສະ­ເພາະ 6 ເດືອນ​ຕົ້ນ​ປີ​ນີ້​ ທົ່ວປະ­ເທດ​ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ແລ້ວ 3.552 ລາຍ ມີ​ຜູ້​ສຍ​ຊີ­ວິດ 507 ຄົນ ພາ­ຫະ­ນະ​ປະ­ເພດ​ລົດ­ຈັກກວມ​ເຖິງ 85% ຂອງ​ອຸ­ບັດ­ເຫດທີ່​ເກີດ​ຂຶ້ນ​ທັງ​ຫມົດ.

Ecom


Posted by samakomlao on 9:55 PM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

17 comments for "ລາວ ມີແຜນໃຫ້ເປີດໄຟຕາລົດໃນຍາມກາງເວັນ !"

  1. Anonymous

    ເຫັນດີນຳ

  2. Anonymous

    =))

  3. Anonymous

    ຂ້ອຍຢ້ານ ມັນຊິກິນນໍ້າມັນຫຼາຍຂຶ້ນຕື່ມ ຂອງນໍ້າມັນແຮງແພງ

    ແລະ ແບັດເຕີລີ້ ຊິຫມົດໄວອີກ

    ແຕ່ກໍ່ແປກດີ

    ຖ້າທຸກຄັນ ເປີດຕາໄຟລົດ

    ມັນຄົງຈະເປັນຂ່າວ ທີ່ສຸດຍອດໄປເລີຍໃນທົ່ວໂລກ

    ເພາະບໍ່ມີປະເທດໃດເຣັດ

  4. Anonymous

    ຊົມເຊີຍ ! ທ່ານ ສະ­ເຫນີ ຈຸ​ລະ​ມະ­ນີ ສະເໜີ ຕໍ່ລັດຖະບານ ເລີຍ !
    ແລ້ວ ຊ່ວຍແນະນຳ ທາງດ້ານ Technic ຂອງ ລົດ ນຳແດ່ ເພາະ
    ຫລາຍຄົນ ບໍ່ຮູ້ ບໍ່ເຂົ້າໃຈ .

  5. Anonymous

    ບໍ່ຄ່ອຍຈະເຫັນດີນຳປານໃດເພາະຕອນເຊົ້າກະແຈ້ງຢູ່ແລ້ວເປັນຫຍັງຈິ່ງຕ້ອງເປີດໄຟຕາລົດມັນຍິ່ງຈະເພີ່ມຄວາມຮ້ອນແລະຍັງຊິ້ນເປື່ອງນ້ຳມັນຍິ່ງຂຶ້ນ

  6. Anonymous

    http://en.wikipedia.org/wiki/Daytime_running_lamp

  7. Anonymous

    ແທນທີ່ຈະໃຫ້ເປີດຕາໄຟ...ເຮົາວ່າກວດກາໃບຂັບຂີ່ໃຫ້ເຂັ້ມງວດກວ່ານີ້ນຳໜ້າຈະດີກວ່າ
    ວ່າຜູ້ຂັບຂີ່ມີໃບອະນຸຍາດຫຼືບໍ່ ຖ້າວ່າມີແລ້ວໄດ້ມາໂດຍຖືກກົດໝາຍ ຫຼືວ່າ...ແນວອື່ນ

  8. Anonymous

    ຖ້າວ່າ ການເປີດໄຟຕາລົດໃນຕອນກາງເວັນສາມາດຫລຸດຜ່ອນອຸປະຕິເຫດໄດ້ເຖິງ 20% ຂ້າພະເຈົ້າຂໍຕື່ມອີກວ່າ ຖ້າຫາກຜູ້ຂັບຂີ່ທຸກຄົນມີໃບຂັບຂີ່ຢ່າງຖືກຕ້ອງຕາມກົດລະບຽບ ກໍ່ຄົງຈະສາມາຫລຸດຜ່ອນລົງໄດ້ຕື່ມອີກ 50%. ເຮັດແນວໃດໃຫ້ອຸປະຕິເຫດຫລຸດລົງໄດ້ຫລາຍເທົ່າໃດກໍ່ຍິ່ງດີ ແມ່ນໃຫ້ປະຕິບັດໂລດ ໂດຍບໍ່ມີຄວາມຈຳເປັນອັນໃດຕ້ອງລໍຖ້າ. ແຕ່ບັນຫາຂອງມັນແມ່ນມີຢູ່ບ່ອນວ່າ ເຮັດແນວໃດໃຫ້ ຜູ້ຂັບຂີ່ທຸກຄົນມີໃບຂັບຂີ່ຢ່າງຖືກຕ້ອງຕາມກົດລະບຽບ ນັ້ນແມ່ນຍັງບໍ່ທັນໄດ້ປະຕິບັດເທື່ອ ຂ້າພະເຈົາຄິດວ່າບັນຫາດັ່ງກ່າວ ຄົງງຈະປະຕິບັດໄດ້ຍາກ ເພາະມັນໄປພົວພັນກັບຜົນປະໂຫຍດຂອງ ...

  9. Anonymous

    ທ່ານເຄີຽຄິດເຖິງບັນຫາສະພາວະໂລກຮ້ອນຢູ່ບໍນໍ? ຕາລົຖ 1ໜ່ວຽມີຄວາມຮ້ອນ 70-120 ອົງສາເຊ ຖ້າມີຈັກ 6000 ຄັນໃຕ້ໃນເວລາດຽວກັນແລະໃຕ້ຈັກ1ຊົ່ວໂມງ ທ່ານວ່າຄວາມຮ້ອນຂອງສະພາບແວດລ້ອມຊິຂຶ້ນສຳ່ໃດ? ບັນຫານີ້ຄວນຄິດແດ່!! ບໍ່ແມ່ນແຕ່ຊິແລ່ນນຳແຕ່ກົ້ນຕ່າງປະເທດ. ຢ່າໃຫ້ເຂົາຈູງດັງຫຼາຽຄັນຍັງຄິດວ່າເປັນຄົນ.

  10. Anonymous

    ຄັນຊິເຮັດແນວນີ້ ຫຼຸດຜ່ອນການນຳເຂົ້າເຄື່ອງດື່ມທີ່ມີທາດແອນກລາຮອລ ແລະ ເບຍບາງປະເພດຊິບໍ່ດີກ່ອນບໍ ໃຫ້ເບຍລາວມີການຈຳກັດການຜະລິດ ວາງມາດຕະການມາເລີຍໃຫ້ເບຍຜລິດເທົ່ານີ້ແກລອນຕໍ່ປີຊິດີກ່ວາຄັນວ່າສາເຫດທີ່ພາໃຫ້ເກີດອຸປະຕິເຫດອັນດັບໜື່ງແມ່ນມາຈາກການດື່ມເບຍ ດື່ມເຫຼົ້າ.....

    ອ້າຍຜັກບົ້ງ

  11. Anonymous

    ຜ່ານມາເພິ່ນບໍ່ໄດ້ເຄີຍເວົ້າວ່າດື່ມເບຍແລ້ວເກີດອຸປະຕິເຫດ ມີແຕ່ເວົ້າວ່າ ດື່ມເຫລົ້າ?

  12. Anonymous

    ອືມ ມີການຢັ້ງຢືນຄັກແນ່ວ່າຫລຸດຜ່ອນອຸປະຕິເຫດ, ຊັ້ນລອງປະຕິບັດເບິ່ງກະດີໄດ໋

  13. Anonymous

    ສົມເຫດ-ສົມຜົນ? ຕົ້ນເຫດ ແມ່ນມຶນເມົາ ແລະ ບໍ່ໃສ່ໝວກກັນກະທົບ, ສະນັ້ນ ແກ້ໄຂດ້ວຍການໄຕ້ຕາໄຟລົດຍາມກາງເວັນ :-/

  14. Anonymous

    ເຮັ່ດດີແລ້ວ ຢ່າໄປສົນໃຈພວກບໍ່ມີສະຫມອງດອກກກກ

  15. Anonymous

    ຄິດວ່າມັນ ກໍແມ່ນມາດຕະການໜຶ່ງ ທົດລອງໃຊ້ເບິ່ງຖ້າຊ່ວຍຫຼຸດອຸປະຕິເຫດໄດ້ແທ້ ຈະເປືອງນ້ຳມັນ ຫຼື ໂລກຈະຮອນຂຶ້ນຕື່ມແຕ່ກໍອົດທົນເອົາ ເນາະ!
    ຫຼາຍທ່ານເວົ້າມາກໍຖືກ ເຊັ່ນວ່າ: ສາເຫດຕົ້ນຕໍ ເກີດຈາກ ການດື່ມເຫຼົ້າ ດື່ມເບຍ ແລ້ວຂັບຂີ່ພາຫະນະດ້ວຍຄວາມປະມາດ ຂາດສະຕິ, ຜູຂັບຂີ່ບໍປະຕິບັດກົດລະບຽບຈລະຈອນ, ນອກນັ້ນ ການບັງຄັບໃຊ້ກົດໝາຍ ບັງຄັບໃຊ້ລະບຽບຈລະຈອນກໍຍັງບໍ່ທັນເຄັ່ງຄັດ, ຜູ້ຂັບຂີ່ບໍ່ຮູ້ກົດລະບຽບຈລະຈອນ, ຜູ້ຂັບຂີ່ບໍ່ມີໃນຂັບຂີ່, ໄບຂັບຂີ່ເອົາຕົ້ມໄກ່ແລກເອົາ ຫຼື ມີໃບຂັບຂີ່ ແຕ່ບໍ່ມີມາລະຍາດ, ຖະໜົນຫົນທາງຍັງບໍ່ທັນຮັບປະກັນ ການກຳນົດປ້າຍຈລະຈອນ ຍັງບໍ່ທັນສອດຄ່ອງ, ....ຕ່າງໆ ນາໆ.​ສະຫຼູບລວມແລ້ວຍັງບໍ່ທັນພັດທະນາເທົ່າທຽມບ້ານເມືອງເພິ່ນ... ຖ້າຈະແກ້ຕ້ອງແກ້ທັງໝົດຂ້າງເທິງນັ້ນ ຈຶ່ງຈະສົມໃຈຜູ້ຂ້າ

    ລາວວຽງຈັນ ຜ່ານມາ

  16. ອຸບັດຕິເຫດເກິດຈາກການດື່ມຂອງມື່ນເມົາແລ້ວຂັບຂີ່, ບໍ່ມີສະຕິໃນການຂັບຂີ່, ຂີ່ລົດປະໝາດ, ບໍ່ມີມາລະຍາດໃນການຂັບຂີ່, ເຫັນແກ່ຕົນເອງໃນຍາມຂັບຂີ່. 5 ຂໍ້ນີ້ເຮັດໃຫ້ເກີດອຸບັດຕິເຫດ ຖ້າປະຕິບັດບໍ່ໃຫ້ມີຫ້າຂໍ້ນີ້ຮັບຮອງອຸບັດຕິເຫດບໍ່ເກີດແນ່ນອນ

  17. Anonymous

    55555555555555555555555555

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added