ລາວ ມີແຜນໃຫ້ເປີດໄຟຕາລົດໃນຍາມກາງເວັນ !
ລາວມີແຜນໃຫ້ຜູ້ຂັບຂີ່ນຳໃຊ້ໄຟແສງສະຫວ່າງ ຫລື ໄຟຕາລົດໃນຍາມກາງເວັນ ຫວັງຫລຸດອຸບັດເຫດ, ຂະນະທີ່ຜ່ານມາ ສ່ວນໃຫຍ່ເກີດຈາກຄວາມປະຫມາດ ແລະ ດື່ມສິ່ງມຶນເມົາ; ດ້ານປະທານສະມາຄົມພາຫະນະເຊື່ອເປີດໄຟຕາລົດອຸບັດເຫດອາດຫລຸດລົງເຖິງ 20% ພ້ອມຢໍ້າທ້າຍເດືອນຫນ້າລອງໃຊ້. ເຖິງແມ່ນວ່າ ໃນແຕ່ລະປີອຸບັດເຫດທີ່ເກີດຂຶ້ນຕາມທ້ອງຖະຫນົນສ່ວນໃຫຍ່ຈະມີສາເຫດຈາກການດື່ມສິ່ງມຶນເມົາແລ້ວ ຂັບຂີ່ກໍ່ຕາມແຕ່ບັນຫາດັ່ງກ່າວ ກໍ່ຍັງແມ່ນສົ້ນທ້າຍຂອງສາເຫດ ແລະ ການເປີດໄຟແສງສະຫວ່າງໃນຍາມກາງເວັນ ອາດຈະຊ່ວຍກະຕຸ້ນປະສາດຂອງຜູ້ຂັບຂີ່ກົງກັນຂ້າມໃຫ້ມີສະຕິລະວັງຫລາຍຂຶ້ນ. ໃນລະບຽບການຈະລາຈອນຂອງລາວສະບັບປີ 2007 ໃນມາດຕາ 17 ລະບຸວ່າ: ອະນຸຍາດໃຫ້ຜູ້ຂັບຂີ່ຍານພາຫະນະນຳໃຊ້ໄຟຕາລົດ ສະເພາະຍາມກາງຄືນ ຫລື ຍາມກາງເວັນທີ່ມີຝົນຕົກຫນັກ, ນ້ຳຫມອກຫນາ ຫລື ໃນເວລາທີ່ມີອາກາດມືດມົວເທົ່ານັ້ນ ແຕ່ໃນອະນາຄົດອາດບໍ່ໃຊ້ສະເພາະກໍລະນີດັ່ງກ່າວ ແຕ່ອາດອະນຸຍາດໃຫ້ຕະຫລອດ 24 ຊົ່ວໂມງ ດ້ວຍລະບົບໄຟແບບອັດຕະໂນມັດ ເພື່ອເປັນການປັບລະບົບການຂັບຂີ່ຂອງລາວໃຫ້ມີຄວາມກົມກຽວກັບບັນດາປະເທດອາຊຽນໃນປີ 2015. ຜ່ານມາກະຊວງໂຍທາທິການ ແລະ ຂົນສົ່ງ, ສະມາຄົມຍານພາຫະນະລາວ ແລະ ພາກ ສ່ວນຕ່າງໆທີ່ກ່ຽວຂ້ອງໄດ້ມີການຍົກເອົາແຜນດັ່ງກ່າວມາຫາລືກັນແລ້ວຫນຶ່ງຄັ້ງ ຫລັງຈາກໄດ້ສຶກສາ ແລະ ເກັບກຳສະຖິຕິຈາກຫລາຍປະເທດທີ່ໃຊ້ແລ້ວເຫັນວ່າ ໄດ້ຜົນເປັນຢ່າງດີ ແຕ່ມາຮອດປະຈຸບັນກໍ່ຍັງຢູ່ໃນຂັ້ນຕອນກຽມສະເຫນີຕໍ່ລັດຖະບານໃນການອະນຸມັດໃຊ້ ແລະ ລະ ບຸເຂົ້າໃນກົດຫມາຍ. ແນວໃດກໍ່ດີ ທ່ານ ສະເຫນີ ຈຸລະມະນີ ປະທານສະມາຄົມພາຫະນະລາວເປີດເຜີຍຕໍ່ທີມຂ່າວ ເສດຖະກິດວ່າ: ແຜນດັ່ງກ່າວອາດຖືກທົດລອງໃຊ້ໃນຂອບເຂດທົ່ວປະເທດຢ່າງຊ້າໃນທ້າຍເດືອນກັນຍາປີນີ້. ໂດຍລົດທີ່ນຳເຂົ້າມາໃຫມ່ຈະໃຊ້ລະບົບໄຕ້ຕາແບບອັດຕາໂນມັດຈາກໂຮງງານ (ຕິດເຄື່ອງຈັກຕາຮຸ່ງພ້ອມ) ໂດຍບໍ່ສາມາດປິດໄດ້ສ່ວນລົດທີ່ຈຳຫນ່າຍແລ້ວແມ່ນໃຊ້ລະບົບເປີດໃນຮູບແບບເກົ່າ. ທ່ານ ສະເຫນີ ຈຸລະມະນີ ກ່າວຕື່ມວ່າ: ການປະຕິບັດດັ່ງກ່າວ ໄດ້ມີການຢັ້ງຢືນທາງດ້ານວິທະຍາສາດ ແລະ ສະຖິຕິໃນຫລາຍປະເທດທີ່ນຳໃຊ້ເຫັນວ່າ ອຸບັດເຫດໄດ້ຫລຸດລົງອີກປະ ການຫນຶ່ງການທີ່ລາວຈະເຂົ້າເປັນປະຊາຄົມອາຊຽນໃນປີ 2015 ດ້ານມາດຕະຖານຂອງພາຫະນະຕ້ອງມີຄວາມກົມກຽວກັນ ຫມາຍຄວາມວ່າພາຫະນະທີ່ຜະລິດຢູ່ອາຊຽນຕ້ອງນຳໃຊ້ດ້ານເຕັກນິກໄດ້ໃນທຸກປະເທດຂອງອາຊຽນ. ຜ່ານມາ ປະເທດອິນໂດເນເຊຍ, ມາເລເຊຍ, ໄທ ແລະ ສິງກະໂປ ໄດ້ນຳໃຊ້ລະບົບດັ່ງກ່າວແລ້ວ. ທ່ານ ເນັ້ນຕື່ມວ່າ: ການປະຕິບັດແຜນດັ່ງກ່າວເຈົ້າຂອງລົດ ລວມທັງລັດຖະບານແມ່ນບໍ່ມີການຊິ້ນເປືອງ ແຕ່ໃນທາງກົງກັນຂ້າມຈະຊ່ວຍຫລຸດຜ່ອນອຸບັດເຫດຕາມທ້ອງຖະຫນົນໄດ້ ເຖິງ 20% ຕໍ່ປີ. ອີງຕາມຂໍ້ມູນຈາກກົມຕຳຫລວດຈະລາຈອນ, ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ຕະຫລອດໄລຍະຫລາຍປີຜ່ານມາ ກໍ່ຄືປະຈຸບັນອຸບັດເຫດທີ່ເກີດຂຶ້ນຕາມທ້ອງຖະຫນົນສ່ວນໃຫຍ່ແມ່ນມີສາເຫດມາຈາກຄວາມປະຫມາດ, ດື່ມສິ່ງມຶນເມົາແລ້ວຂັບຂີ່ ແລະ ຈຳນວນຜູ້ເສຍຊີວິດສ່ວນໃຫຍ່ແມ່ນບໍ່ໃສ່ຫມວກກັນກະທົບ. ສະເພາະ 6 ເດືອນຕົ້ນປີນີ້ ທົ່ວປະເທດມີອຸບັດເຫດເກີດຂຶ້ນແລ້ວ 3.552 ລາຍ ມີຜູ້ສຍຊີວິດ 507 ຄົນ ພາຫະນະປະເພດລົດຈັກກວມເຖິງ 85% ຂອງອຸບັດເຫດທີ່ເກີດຂຶ້ນທັງຫມົດ. Ecom
ເຫັນດີນຳ
=))
ຂ້ອຍຢ້ານ ມັນຊິກິນນໍ້າມັນຫຼາຍຂຶ້ນຕື່ມ ຂອງນໍ້າມັນແຮງແພງ
ແລະ ແບັດເຕີລີ້ ຊິຫມົດໄວອີກ
ແຕ່ກໍ່ແປກດີ
ຖ້າທຸກຄັນ ເປີດຕາໄຟລົດ
ມັນຄົງຈະເປັນຂ່າວ ທີ່ສຸດຍອດໄປເລີຍໃນທົ່ວໂລກ
ເພາະບໍ່ມີປະເທດໃດເຣັດ
ຊົມເຊີຍ ! ທ່ານ ສະເຫນີ ຈຸລະມະນີ ສະເໜີ ຕໍ່ລັດຖະບານ ເລີຍ !
ແລ້ວ ຊ່ວຍແນະນຳ ທາງດ້ານ Technic ຂອງ ລົດ ນຳແດ່ ເພາະ
ຫລາຍຄົນ ບໍ່ຮູ້ ບໍ່ເຂົ້າໃຈ .
ບໍ່ຄ່ອຍຈະເຫັນດີນຳປານໃດເພາະຕອນເຊົ້າກະແຈ້ງຢູ່ແລ້ວເປັນຫຍັງຈິ່ງຕ້ອງເປີດໄຟຕາລົດມັນຍິ່ງຈະເພີ່ມຄວາມຮ້ອນແລະຍັງຊິ້ນເປື່ອງນ້ຳມັນຍິ່ງຂຶ້ນ
http://en.wikipedia.org/wiki/Daytime_running_lamp
ແທນທີ່ຈະໃຫ້ເປີດຕາໄຟ...ເຮົາວ່າກວດກາໃບຂັບຂີ່ໃຫ້ເຂັ້ມງວດກວ່ານີ້ນຳໜ້າຈະດີກວ່າ
ວ່າຜູ້ຂັບຂີ່ມີໃບອະນຸຍາດຫຼືບໍ່ ຖ້າວ່າມີແລ້ວໄດ້ມາໂດຍຖືກກົດໝາຍ ຫຼືວ່າ...ແນວອື່ນ
ຖ້າວ່າ ການເປີດໄຟຕາລົດໃນຕອນກາງເວັນສາມາດຫລຸດຜ່ອນອຸປະຕິເຫດໄດ້ເຖິງ 20% ຂ້າພະເຈົ້າຂໍຕື່ມອີກວ່າ ຖ້າຫາກຜູ້ຂັບຂີ່ທຸກຄົນມີໃບຂັບຂີ່ຢ່າງຖືກຕ້ອງຕາມກົດລະບຽບ ກໍ່ຄົງຈະສາມາຫລຸດຜ່ອນລົງໄດ້ຕື່ມອີກ 50%. ເຮັດແນວໃດໃຫ້ອຸປະຕິເຫດຫລຸດລົງໄດ້ຫລາຍເທົ່າໃດກໍ່ຍິ່ງດີ ແມ່ນໃຫ້ປະຕິບັດໂລດ ໂດຍບໍ່ມີຄວາມຈຳເປັນອັນໃດຕ້ອງລໍຖ້າ. ແຕ່ບັນຫາຂອງມັນແມ່ນມີຢູ່ບ່ອນວ່າ ເຮັດແນວໃດໃຫ້ ຜູ້ຂັບຂີ່ທຸກຄົນມີໃບຂັບຂີ່ຢ່າງຖືກຕ້ອງຕາມກົດລະບຽບ ນັ້ນແມ່ນຍັງບໍ່ທັນໄດ້ປະຕິບັດເທື່ອ ຂ້າພະເຈົາຄິດວ່າບັນຫາດັ່ງກ່າວ ຄົງງຈະປະຕິບັດໄດ້ຍາກ ເພາະມັນໄປພົວພັນກັບຜົນປະໂຫຍດຂອງ ...
ທ່ານເຄີຽຄິດເຖິງບັນຫາສະພາວະໂລກຮ້ອນຢູ່ບໍນໍ? ຕາລົຖ 1ໜ່ວຽມີຄວາມຮ້ອນ 70-120 ອົງສາເຊ ຖ້າມີຈັກ 6000 ຄັນໃຕ້ໃນເວລາດຽວກັນແລະໃຕ້ຈັກ1ຊົ່ວໂມງ ທ່ານວ່າຄວາມຮ້ອນຂອງສະພາບແວດລ້ອມຊິຂຶ້ນສຳ່ໃດ? ບັນຫານີ້ຄວນຄິດແດ່!! ບໍ່ແມ່ນແຕ່ຊິແລ່ນນຳແຕ່ກົ້ນຕ່າງປະເທດ. ຢ່າໃຫ້ເຂົາຈູງດັງຫຼາຽຄັນຍັງຄິດວ່າເປັນຄົນ.
ຄັນຊິເຮັດແນວນີ້ ຫຼຸດຜ່ອນການນຳເຂົ້າເຄື່ອງດື່ມທີ່ມີທາດແອນກລາຮອລ ແລະ ເບຍບາງປະເພດຊິບໍ່ດີກ່ອນບໍ ໃຫ້ເບຍລາວມີການຈຳກັດການຜະລິດ ວາງມາດຕະການມາເລີຍໃຫ້ເບຍຜລິດເທົ່ານີ້ແກລອນຕໍ່ປີຊິດີກ່ວາຄັນວ່າສາເຫດທີ່ພາໃຫ້ເກີດອຸປະຕິເຫດອັນດັບໜື່ງແມ່ນມາຈາກການດື່ມເບຍ ດື່ມເຫຼົ້າ.....
ອ້າຍຜັກບົ້ງ
ຜ່ານມາເພິ່ນບໍ່ໄດ້ເຄີຍເວົ້າວ່າດື່ມເບຍແລ້ວເກີດອຸປະຕິເຫດ ມີແຕ່ເວົ້າວ່າ ດື່ມເຫລົ້າ?
ອືມ ມີການຢັ້ງຢືນຄັກແນ່ວ່າຫລຸດຜ່ອນອຸປະຕິເຫດ, ຊັ້ນລອງປະຕິບັດເບິ່ງກະດີໄດ໋
ສົມເຫດ-ສົມຜົນ? ຕົ້ນເຫດ ແມ່ນມຶນເມົາ ແລະ ບໍ່ໃສ່ໝວກກັນກະທົບ, ສະນັ້ນ ແກ້ໄຂດ້ວຍການໄຕ້ຕາໄຟລົດຍາມກາງເວັນ :-/
ເຮັ່ດດີແລ້ວ ຢ່າໄປສົນໃຈພວກບໍ່ມີສະຫມອງດອກກກກ
ຄິດວ່າມັນ ກໍແມ່ນມາດຕະການໜຶ່ງ ທົດລອງໃຊ້ເບິ່ງຖ້າຊ່ວຍຫຼຸດອຸປະຕິເຫດໄດ້ແທ້ ຈະເປືອງນ້ຳມັນ ຫຼື ໂລກຈະຮອນຂຶ້ນຕື່ມແຕ່ກໍອົດທົນເອົາ ເນາະ!
ຫຼາຍທ່ານເວົ້າມາກໍຖືກ ເຊັ່ນວ່າ: ສາເຫດຕົ້ນຕໍ ເກີດຈາກ ການດື່ມເຫຼົ້າ ດື່ມເບຍ ແລ້ວຂັບຂີ່ພາຫະນະດ້ວຍຄວາມປະມາດ ຂາດສະຕິ, ຜູຂັບຂີ່ບໍປະຕິບັດກົດລະບຽບຈລະຈອນ, ນອກນັ້ນ ການບັງຄັບໃຊ້ກົດໝາຍ ບັງຄັບໃຊ້ລະບຽບຈລະຈອນກໍຍັງບໍ່ທັນເຄັ່ງຄັດ, ຜູ້ຂັບຂີ່ບໍ່ຮູ້ກົດລະບຽບຈລະຈອນ, ຜູ້ຂັບຂີ່ບໍ່ມີໃນຂັບຂີ່, ໄບຂັບຂີ່ເອົາຕົ້ມໄກ່ແລກເອົາ ຫຼື ມີໃບຂັບຂີ່ ແຕ່ບໍ່ມີມາລະຍາດ, ຖະໜົນຫົນທາງຍັງບໍ່ທັນຮັບປະກັນ ການກຳນົດປ້າຍຈລະຈອນ ຍັງບໍ່ທັນສອດຄ່ອງ, ....ຕ່າງໆ ນາໆ.ສະຫຼູບລວມແລ້ວຍັງບໍ່ທັນພັດທະນາເທົ່າທຽມບ້ານເມືອງເພິ່ນ... ຖ້າຈະແກ້ຕ້ອງແກ້ທັງໝົດຂ້າງເທິງນັ້ນ ຈຶ່ງຈະສົມໃຈຜູ້ຂ້າ
ລາວວຽງຈັນ ຜ່ານມາ
ອຸບັດຕິເຫດເກິດຈາກການດື່ມຂອງມື່ນເມົາແລ້ວຂັບຂີ່, ບໍ່ມີສະຕິໃນການຂັບຂີ່, ຂີ່ລົດປະໝາດ, ບໍ່ມີມາລະຍາດໃນການຂັບຂີ່, ເຫັນແກ່ຕົນເອງໃນຍາມຂັບຂີ່. 5 ຂໍ້ນີ້ເຮັດໃຫ້ເກີດອຸບັດຕິເຫດ ຖ້າປະຕິບັດບໍ່ໃຫ້ມີຫ້າຂໍ້ນີ້ຮັບຮອງອຸບັດຕິເຫດບໍ່ເກີດແນ່ນອນ
55555555555555555555555555