ແຜນຜັງຕົວເມືອງໃໝ່ຢູ່ຫນອງປິງ ຖືກສ້າງສຳເລັດແລ້ວ
ປີ 2008 ລັດຖະບານລາວ ໄດ້ສະເໜີໄປຍັງລັດຖະບານຍີ່ປຸ່ນ ເພື່ອຂໍການຊ່ວຍເຫຼືອໃນການປັບປຸງແຜນຜັງຊີ້ນຳລວມນະຄອນຫຼວງວຽງຈັນຄືນໃໝ່ ເປັນສະບັບທີ 3 ຫຼັງຈາກນັ້ນ ລັດຖະບານຍີ່ປຸ່ນ ກໍໄດ້ມອບໃຫ້ອົງການຮ່ວມມືສາກົນຂອງຍີ່ປຸ່ນ (JICA) ມາທຳການເກັບກຳຂໍ້ມູນ ແລະ ສຶກສາວາງແຜນຜັງຊີ້ນຳລວມນະຄອນຫຼວງວຽງຈັນ ຮ່ວມກັບສະຖາບັນໂຍທາ ແລະ ຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງ ໂດຍໄດ້ວາງວິໄສທັດເຖິງປີ 2030 ໄດ້ຮ່ວມກັນຈັດຕັ້ງປະຕິບັດ ແລະ ສຳເລັດໃນເດືອນມີນາ 2011 ຊຶ່ງຜົນການສຳຫຼວດເກັບກຳຂໍ້ມູນ ແລະ ການຄາດຄະເນຂອງອົງການໄຈກາ ປະຊາກອນນະຄອນຫຼວງ ຈະເພີ່ມຂຶ້ນຈາກ 740.000 ຄົນ ມາເປັນ 1,44 ລ້ານຄົນ ໃນປີ 2030 ສະເພາະອັດຕາຄວາມໜາແໜ້ນໃນຕົວເມືອງ ເທົ່າກັບ 30,6 ຄົນຕໍ່ເຮັກຕາ. ເພື່ອຮອງຮັບການເພີ່ມຂຶ້ນຂອງປະຊາກອນໃນອະນາຄົດ ຈຳເປັນຕ້ອງໄດ້ມີການພັດທະນາຕົວເມືອງ ເພື່ອດຶງດູດຄົນຈຳນວນຫຼາຍ ແລະ ເປັນສູນກາງຂອງກິດຈະກຳທາງດ້ານເສດຖະກິດ ອຸດສາຫະກຳ ແລະ ວັດທະນະທຳ ແຕ່ໃນຂະນະດຽວກັນ ຕົວເມືອງຕ້ອງເປັນສະຖານທີ່ໆຢູ່ຮ່ວມກັບສິ່ງແວດລ້ອມທີ່ເປັນທຳມະຊາດ ເພື່ອລໍ່ລ້ຽງການດຳລົງຊີວິດສ່ວນໃຫຍ່ຂອງບັນດາປະເທດທີ່ພັດທະນາແລ້ວ ປະຊາຊົນມີຊີວິດການເປັນຢູ່ທີ່ອຸດົມສົມບູນ ແລະ ມີຄວາມສຸກ ຍ້ອນຄວາມຈະເລີນກາຍເປັນຕົວເມືອງ ທີ່ເກີດຈາກການຂະຫຍາຍຕົວທາງດ້ານເສດຖະກິດ ແຕ່ກົງກັນຂ້າມໃນການພັດທະນາໃຫ້ກາຍເປັນຕົວເມືອງນັ້ນ ພວກເຂົາເຈົ້າໄດ້ສູນເສຍຄວາມເປັນເອກະລັກທີ່ມີຄຸນຄ່າ ເຊັ່ນ: ປະຫວັດສາດ ຮີດຄອງປະເພນີ ແລະ ສິ່ງແວດລ້ອມທຳມະຊາດໄປ. ໂດຍຖອດຖອນເອົາບົດຮຽນຈາກກໍລະນີທີ່ຜິດພາດຂອງປະເທດທີ່ພັດທະນາແລ້ວນັ້ນ ການພັດທະນາ ແລະ ການຂະຫຍາຍຕົວຂອງຕົວເມືອງ ຕ້ອງເປັນມິດກັບສິ່ງແວດລ້ອມແບບຍືນຍົງ ໜອງປີງ ແມ່ນໜອງທຳມະຊາດອີກແຫ່ງໜຶ່ງ ຊຶ່ງຕັ້ງຢູ່ເຂດອ້ອມຮອບໃຈກາງຕົວເມືອງ ມີບົດບາດໃນການຮອງຮັບເກັບກັກນ້ຳໃນລະດູຝົນ ແລະ ບ່ອນບຳບັດນ້ຳເປື້ອນໄຫຼຜ່ານຮ່ອງແຊງŒບຶງທາດຫຼວງ ຊຶ່ງໄລຍະບໍ່ທໍ່ໃດປີຜ່ານມາ ໜອງດັ່ງກ່າວແມ່ນຖືກຖົມເພື່ອປຸກສ້າງເຮືອນອາໄສຊະຊາຍ ໂດຍບໍ່ໄດ້ມີການວາງແຜນ ເຮັດໃຫ້ສະພາບແວດລ້ອມມີການປ່ຽນແປງ ຖ້າພວກເຮົາບໍ່ມີວິທີການວາງແຜນຄຸ້ມຄອງແລ້ວ ຈະເກີດບັນຫາຕາມມາໃນອະນາຄົດ. ຍ້ອນເຫັນໄດ້ຄວາມສຳຄັນຄືແນວນັ້ນ ນະຄອນຫຼວງ ຈຶ່ງໄດ້ຕົກລົງມອບໃຫ້ບໍລິສັດນິກເກັງເຊັກເກ ວິສະວະກຳກໍ່ສ້າງ ຈຳກັດ ປະເທດຍີ່ປຸ່ນ ມາດຳເນີນການສຶກສາ ວາງແຜນຜັງລະອຽດ ໜອງປີງ ເມືອງຈັນທະບູລີ ຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງ ແລະ ໄດ້ເຊັນສັນຍາຮັບເໝົາ ຄັ້ງວັນທີ 14/10/2010 ກວມເອົາເນື້ອທີ່ທັງໝົດ 1.930 ເຮັກຕາ ລວມມູນຄ່າຂອງການຮັບເໝົາທັງໝົດ 990.000 ໂດລາສະຫະລັດ ຫຼື ປະມານ 7,9 ຕື້ກີບ ໂດຍໄດ້ແບ່ງເປັນ 2 ໄລຍະ ປະກອບມີບັນດາໜ້າວຽກຄື: ໄລຍະທີ 1 ສຳຫຼວດວັດແທກລະດັບໜ້າດິນ ເກັບກຳຂໍ້ມູນປະເມີນ ແລະ ວິເຄາະສະພາບປັດຈຸບັນ ກຳນົດແນວຄິດຂອງການພັດທະນາ ສຶກສາຕົວວັດແທກທີ່ສຳຄັນ ວິໄສທັດການນຳໃຊ້ທີ່ດິນ ວິໄສທັດແຜນພື້ນຖານໂຄງລ່າງ ແລະ ແຜນວາດທິວທັດ ແລະ ໄລຍະ 2 ແຜນຜັງລະອຽດຂອງການນຳໃຊ້ທີ່ດິນ ແຜນຜັງທີ່ຕັ້ງຂອງສະຖານທີ່ ແລະ ແຜນຜັງສະຖາປັດ ແຜນພື້ນຖານໂຄງລ່າງ ສຶກສາຍຸດທະສາດການເຮັດວຽກ ແລະ ວາງແຜນພັດທະນາເປັນແຕ່ລະໄລຍະ ປະເມີນຜົນກະທົບສິ່ງແວດລ້ອມຢ່າງມີຍຸດທະສາດ ອອກແບບຜັງຕົວເມືອງ ແລະ ສ້າງຮູບພາບການພັດທະນາ. ພາຍຫຼັງໄດ້ເຊັນສັນຍາວ່າຈ້າງນິກເກັງເຊັກເກ ວິສະວະກຳກໍ່ສ້າງ ຈຳກັດແລ້ວ ກໍໄດ້ດຳເນີນການສຶກສາ ສຳຫຼວດອອກແບບລະອຽດ ນັບແຕ່ເດືອນຕຸລາ 2010 ເປັນຕົ້ນມາ ໂດຍໃຊ້ເວລາ 8 ເດືອນ ສຳເລັດໂດຍສົມບູນ ຊຶ່ງພາຍຫຼັງສຳເລັດ ກໍໄດ້ເຂົ້າຜ່ານກອງປະຊຸມເຈົ້າຄອງ ຮອງເຈົ້າຄອງ ຄັ້ງວັນທີ 22/8/2011 ໄດ້ຕົກລົງເຫັນດີຮັບຮອງເອົາໂດຍພື້ນຖານ ແລະ ຕອນແລງວັນທີ 26 ສິງຫາ 2011 ຜ່ານມາ ກໍໄດ້ຈັດພິທີມອບŒຮັບເອົາແຜນຜັງດັ່ງກ່າວຢ່າງເປັນທາງການ ຂຶ້ນທີ່ຫ້ອງວ່າການປົກຄອງນະຄອນຫຼວງ ເຊັ່ນມອບໂດຍທ່ານ ຟູຊີຕະ ຄະນະບໍລິຫານງານບໍລິສັດນິເກັງເຊັກເກ ວິສະວະກຳກໍ່ສ້າງ ຈຳກັດ ແຫ່ງ ປະເທດຍີ່ປຸ່ນ ແລະ ເຊັນຮັບເອົາໂດຍທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານທີ່ປຶກສາທູດຍີ່ປຸ່ນ ປະຈຳລາວ. ໃນການມອບສົ່ງຜົນງານສຸດທ້າຍ ເຊິ່ງປະກອບມີ: 1.ບົດລາຍງານສຸດທ້າຍ 2.ແຜນວາດການວາງແຜນຜັງເມືອງລະອຽດ 1 ສ່ວນ 2.000 (1/2.000) 3.ແຜນວາດແຜນນະໂຍບາຍການພັດທະນາໂຄງລ່າງ 1 ສ່ວນ 2.000 4.ຮູບທີວທັດຕົວເມືອງ ແລະ 5.ແບບຈຳລອງຕົວເມືອງ. vientianemai
ອັນນີ້ຄົງຈະເປັນພຽງແຕ່ແຜນຜັງ,ແຕ່ແຜນໜ້າວຽກລະອຽດປະຊາຊົນກໍ່ຍັງບໍ່ທັນຮູ້ ຫລື ວ່າ ປະຊາຊົນເຮົາເຈົ້າຂ້ອຍບໍ່ສົມຄວນຮູ້ກໍໄດ້ບໍ່?? ໃຫ້ແຕ່ທາງຂັ້ນເທິງຮູ້ກໍ່ພໍນໍ!
ຜັງຖືກກໍາໜົດໄວ້ຈັ່ງຊີ້ແລ້ວ ພວກທີ່ເປັນນາຍທັງຫຼາຍກໍພາກັນຈັບຈອງເອົາໄວ້ຂາຍໃນຕໍ່ໜ້າລາຄາຈະແພ່ງ ຮັງແບບບໍຮູ້ຕົວ ປປຊຜູ້ໃດຖືກຜັງປູກສ້າງກໍຈະຖືກສັ່ງຍ້າຍ ປປຊທໍາມະດາບໍມີປັນຍາໄປໄດ້ຜົນປະໂຍດຫຍັງດອກ ດິນທຸກຕອນຖືກຈອງຖືກປັນກັນພາຍໃນໝົດລຽບລ້ອຍແລ້ວ
hen d num .......
ປະຊາຊົນລາວບໍ່ມີໃຜໂງ່ ເພາະມີການນຳທີ່ຖືກຕ້ອງທັງສະຫຼາດສ່ອງໃສ ເໝືອນດັ່ງສາຽທາງໄປຫຼວງພະບາງງາມປານແຕ້ມໃວ້ບໍ່ລະ ລາວນອກມາເຫັນ ເອົາດອນລ່າ ຫວ່ານເປັນກາລະພືກ ຖ້າສະຖານນີ້ເກີດເປັນຈີງໃວໆ
ໃທບ້ານນອກຄົງໃດ້ມີວຽກເຮັດງານທຳ ຈະແມ່ນເງີນເຢັນຫຼືເງີນຮ້ອນ ສະຫະປະຊາຊົນຊາດຈະມາຫວ່ານເງີນເອີໂຣ ແລະດອນລ່າ ໃຜຈະວ່າໃດ້ເດນໍ? ຢ່າໄປຕໍ່ວ່າລັດ ເພີ່ນກຳລັງພິຈາລະນາຄຳເຫັນຂອງ ພະນະທ່ານ ດຣ ຄຳເຜີຽ ປານມະໃລທອງ.