|

ປີ້ເຂົ້າຊົມ U-16 ຊີງແຊ໋ມອາຊີປັບຂຶ້ນທົບເຄິ່ງ !




ລາ­ຄາ​ປີ້​ເຂົ້າ​ຊົມ​ບານ­ເຕະ U-16 ຊີງ​ແຊ໋ມ​ອາ­ຊີ​ກຸ່ມ F ລາວ ເປັນ​ເຈົ້າ­ພາບ​ຕົ້ນ​ເດືອນ​ຫນ້າປັບ​ຂຶ້ນ​ເປັນ 20 ພັນ​ກີບ​ຈຳ ຫນ່າຍ​ກ່ອນ​ວັນ​ແຂ່ງ­ຂັນ 2 ອາທິດ ຄະ­ນະ​ຮັບ­ຜິດ­ຊອບ​ຢືນ­ຢັນ ຈະ​ບໍ່​ມີ​ການ​ລັກ­ລອບ​ຂຶ້ນ​ລາ­ຄາ​ປີ້​ພ້ອມ​ຄວາມ​ປອດ​ໄພ​ພາຍ​ໃນ​ສະ­ຫນາມ.

ເມື່ອ​ຕົ້ນ​ອາ­ທິດ​ທີ່​ຜ່ານ​ມາ ທາງ​ຄະ­ນະ​ສະ­ຫະ­ພັນ​ບານ­ເຕະແຫ່ງ​ຊາດ​ລາວ​ເຜີຍ​ຈະ​ປັບ​ລາຄາ​ປີ້​ເຂົ້າ​ຊົມ​ຈາກ 10 ພັນ​ກີບ​ມາເປັນ 20 ພັນ​ກີບ ໃນ​ການ​ແຂ່ງຂັນ​ບານ­ເຕະ​ເຍົາ­ວະ​ຊົນ​ອາ­ຊີ​ອາຍຸ​ບໍ່​ເກີນ 16 ປີ​ກຸ່ມ F ລາວ​ເປັນເຈົ້າ­ພາບ​ລວມ​ມີ​ຍີ່­ປຸ່ນ, ສ.ເກົາຫລີ, ຫວຽດ­ນາມ, ຈີນ, ໄທ​ເປ ແລະ ກຳ­ປູ­ເຈຍ.

ການ​ປັບ​ລາ­ຄາ​ປີ້ ​ຈຳ­ຫນ່າຍ​ເຂົ້າ​ຊົມ​ບານ­ເຕະ​ອາ­ຊີ​ອາ­ຍຸ 16 ປີ ທີ່​ຈະ​ແຂ່ງ­ຂັນ​ວັນ​ທີ 12-22 ກັນ­ຍາ​ນີ້​ໂດຍ​ອ້າງ​ວ່າ: ຄັ້ງ​ຜ່ານ​ມາ​ງົບ­ປະ­ມານ​ຈ່າຍ​ຄ່າ​ເດີນ­ທາງທີ່​ພັກ ແລະ ອາ­ຫານ​ລວມ​ໄປ​ເຖິງຄ່າ​ຈັດ­ການ​ແຂ່ງ­ຂັນ​ຍັງ​ບໍ່​ພຽງ­ພໍ​ໃນ​ການ​ໃຊ້​ຈ່າຍ​ດັ່ງ­ນັ້ນ​ຈິ່ງ​ໄດ້​ຕັດ​ສີນ​ໃຈ​ຂຶ້ນ​ລາ­ຄາ. ຢ່າງ­ໃດ​ກໍ່ຕາມ​ ຄະ­ນະ​ສະ­ຫະ­ພັນ​ລາຍ​ງານວ່າ​ປີ້​ເຂົ້າ​ຊົມ​ຈະ​ເລີ່ມ​ຈຳ­ຫນ່າຍກ່ອນ​ການ​ແຂ່ງ­ຂັນ​ຈະ​ເຖິງ 2 ອາທິດ​ທີ່​ສະ­ຫະ­ພັນ​ບານ­ເຕະ​ແຫ່ງຊາດ ຫລື ຮ້ານ​ເອັມ​ພອຍ​ມາກ ທົ່ວ​ໄປ ເພື່ອ​ສະ­ກັດ​ກັ້ນ​ການ​ລັກລອບ​ຂຶ້ນ​ລາ­ຄາ​ໃນ​ນັດ​ທີ່​ສຳ­ຄັນຢ່າງ​ນັດ​ຊີງ​ຊະ­ນະ​ເລີດ​ບານ­ເຕະອາ​ຊຽນ​ຕົ້ນ​ເດືອນ​ຜ່ານ​ມາ​ ທີມຊາດ​ລາວ​ຊຸດ​ນ້ອຍ 16 ປີ ພົບ​ກັບໄທ ຈົນ​ເປັນ​ທີ່​ເຊື່ອມ​ເສຍ­ຊື່​ສຽງຂອງ​ສະ­ຫະ­ພັນ​ບານ­ເຕະ​ຂອງບ້ານ​ເຮົາ.

ທ່ານ ປະ­ສາດ​ໄຊ ພິ­ລາ​ພັນເດດ ຮອງ​ປະ­ທານ​ສະ­ຫະ­ພັນບານ­ເຕະ​ແຫ່ງ​ຊາດ​ລາວ ທັງ​ເປັນຄະ­ນະ​ຮັບ​ຜີດ​ຊອບ​ປີ້​ເຂົ້າ​ຊົມ​ຢືນ­ຢັນ​ວ່າ: ການ​ແຂ່ງ­ຂັນ​ນັດ​ສຳ­ຄັນຕໍ່​ໄປ​ນີ້​ຈະ​ບໍ່​ມີ​ການ​ຈ່າຍ​ເງິນ​ໃຫ້​ຜູ້​ຮັກ­ສາ​ປະ­ຕູ​ຍາມ ເພື່ອ​ຜ່ານ​ເຂົ້າໄປ​ໃນ​ສະ­ຫນາມ​ສ້າງ​ຄວາມ​ແອອັດ​ເປັນ­ອັນ­ຂາດ​ດ້ານ​ຜູ້​ຊົມ​ຈະ​ບໍ່​ໃຫ້​ມີ​ການ​ນຳ​ເອົາ​ກະ​ປ໋ອງ​ເບຍເຂົ້າ​ໄປ​ໃນ​ສະ­ຫນາມ​ກໍ່​ຄວາມ​ບໍ່​ສະ­ຫງົບ​ພາຍ​ໃນ​ສະ­ ຫນາມ ເຊິ່ງ​ສະ­ແດງ​ເຖິງ​ສັກ­ກະ​ຍະ​ພາບ​ຂອງ​ການ​ເປັນ​ເຈົ້າ­ພາບ​ທີ່​ດີ ແລະ ເຂັ້ມແຂງ ເພື່ອ​ກ້າວ​ໄປ​ຈັດ​ໃນ​ລະ­ດັບສາ­ກົນ.

Source: ecom

Posted by samakomlao on 5:26 PM. Filed under . You can follow any responses to this entry through the RSS 2.0. Feel free to leave a response

1 comments for "ປີ້ເຂົ້າຊົມ U-16 ຊີງແຊ໋ມອາຊີປັບຂຶ້ນທົບເຄິ່ງ !"

  1. Anonymous

    ກາກສູດໆໆ ງົບປະມານບໍ່ພໍ ເຂົ້າຖົງໂຕເອງບໍ່ວ່າ ເຫັນບັກໃດກະຂີ່ລົດແມ່ມຶງມີແຕ່ຄັນແພງໆໆ ສະແຕກໃຫ້ອີ່ມສະນາລົກຖ້າຢູ່

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added