ປີ້ເຂົ້າຊົມ U-16 ຊີງແຊ໋ມອາຊີປັບຂຶ້ນທົບເຄິ່ງ !
ລາຄາປີ້ເຂົ້າຊົມບານເຕະ U-16 ຊີງແຊ໋ມອາຊີກຸ່ມ F ລາວ ເປັນເຈົ້າພາບຕົ້ນເດືອນຫນ້າປັບຂຶ້ນເປັນ 20 ພັນກີບຈຳ ຫນ່າຍກ່ອນວັນແຂ່ງຂັນ 2 ອາທິດ ຄະນະຮັບຜິດຊອບຢືນຢັນ ຈະບໍ່ມີການລັກລອບຂຶ້ນລາຄາປີ້ພ້ອມຄວາມປອດໄພພາຍໃນສະຫນາມ.
ເມື່ອຕົ້ນອາທິດທີ່ຜ່ານມາ ທາງຄະນະສະຫະພັນບານເຕະແຫ່ງຊາດລາວເຜີຍຈະປັບລາຄາປີ້ເຂົ້າຊົມຈາກ 10 ພັນກີບມາເປັນ 20 ພັນກີບ ໃນການແຂ່ງຂັນບານເຕະເຍົາວະຊົນອາຊີອາຍຸບໍ່ເກີນ 16 ປີກຸ່ມ F ລາວເປັນເຈົ້າພາບລວມມີຍີ່ປຸ່ນ, ສ.ເກົາຫລີ, ຫວຽດນາມ, ຈີນ, ໄທເປ ແລະ ກຳປູເຈຍ.
ການປັບລາຄາປີ້ ຈຳຫນ່າຍເຂົ້າຊົມບານເຕະອາຊີອາຍຸ 16 ປີ ທີ່ຈະແຂ່ງຂັນວັນທີ 12-22 ກັນຍານີ້ໂດຍອ້າງວ່າ: ຄັ້ງຜ່ານມາງົບປະມານຈ່າຍຄ່າເດີນທາງທີ່ພັກ ແລະ ອາຫານລວມໄປເຖິງຄ່າຈັດການແຂ່ງຂັນຍັງບໍ່ພຽງພໍໃນການໃຊ້ຈ່າຍດັ່ງນັ້ນຈິ່ງໄດ້ຕັດສີນໃຈຂຶ້ນລາຄາ. ຢ່າງໃດກໍ່ຕາມ ຄະນະສະຫະພັນລາຍງານວ່າປີ້ເຂົ້າຊົມຈະເລີ່ມຈຳຫນ່າຍກ່ອນການແຂ່ງຂັນຈະເຖິງ 2 ອາທິດທີ່ສະຫະພັນບານເຕະແຫ່ງຊາດ ຫລື ຮ້ານເອັມພອຍມາກ ທົ່ວໄປ ເພື່ອສະກັດກັ້ນການລັກລອບຂຶ້ນລາຄາໃນນັດທີ່ສຳຄັນຢ່າງນັດຊີງຊະນະເລີດບານເຕະອາຊຽນຕົ້ນເດືອນຜ່ານມາ ທີມຊາດລາວຊຸດນ້ອຍ 16 ປີ ພົບກັບໄທ ຈົນເປັນທີ່ເຊື່ອມເສຍຊື່ສຽງຂອງສະຫະພັນບານເຕະຂອງບ້ານເຮົາ.
ທ່ານ ປະສາດໄຊ ພິລາພັນເດດ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ທັງເປັນຄະນະຮັບຜີດຊອບປີ້ເຂົ້າຊົມຢືນຢັນວ່າ: ການແຂ່ງຂັນນັດສຳຄັນຕໍ່ໄປນີ້ຈະບໍ່ມີການຈ່າຍເງິນໃຫ້ຜູ້ຮັກສາປະຕູຍາມ ເພື່ອຜ່ານເຂົ້າໄປໃນສະຫນາມສ້າງຄວາມແອອັດເປັນອັນຂາດດ້ານຜູ້ຊົມຈະບໍ່ໃຫ້ມີການນຳເອົາກະປ໋ອງເບຍເຂົ້າໄປໃນສະຫນາມກໍ່ຄວາມບໍ່ສະຫງົບພາຍໃນສະ ຫນາມ ເຊິ່ງສະແດງເຖິງສັກກະຍະພາບຂອງການເປັນເຈົ້າພາບທີ່ດີ ແລະ ເຂັ້ມແຂງ ເພື່ອກ້າວໄປຈັດໃນລະດັບສາກົນ.
Source: ecom
ກາກສູດໆໆ ງົບປະມານບໍ່ພໍ ເຂົ້າຖົງໂຕເອງບໍ່ວ່າ ເຫັນບັກໃດກະຂີ່ລົດແມ່ມຶງມີແຕ່ຄັນແພງໆໆ ສະແຕກໃຫ້ອີ່ມສະນາລົກຖ້າຢູ່