ຫາງສຽງການຈັດຕັ້ງປະຕິບັດ ເປີດໄຟຕາລົດຈັກໃນຍາມກາງເວັນ
*(ຂປລ): ໃນກໍລະນີທີ່ມີຂ່າວ ກ່ຽວກັບ ສປປ ລາວ ຈະອະນຸຍາດໃຫ້ຜູ້ຂັບຂີ່ລົດຈັກ ມີສິດເປີດນຳໃຊ້ຕາໄຟລົດໃນກາງເວັນ ຊຶ່ງຈະທົດລອງເປີດນຳໃຊ້ໃນມໍ່ໆນີ້ນັ້ນ ກຳລັງເປັນຄຳຖາມ ແລະ ກາຍເປັນຫາງສຽງແຜ່ລາມໃນດ້ານບວກ ແລະ ລົບ ໃນສັງຄົມໂດຍລວມ ອັນເນື່ອງຈາກວ່າ ສະພາບ ແລະ ເງື່ອນໄຂຕົວຈິງ ຂອງປະເທດຍັງບໍ່ເໝາະສົມ ກັບວິຖີຊີວິດຂອງຄົນລາວ ທີ່ປະຕິບັດມາຕັ້ງແຕ່ດົນນານ ພ້ອມດຽວກັນນັ້ນ ອົງການສິ່ງແວດລ້ອມໂລກ ກໍຍັງໄດ້ປຸກລະດົມ ແລະ ຂົນຂວາຍໃຫ້ທຸກຊັ້ນຄົນໃນທົ່ວໂລກ ໃຫ້ມີສ່ວນຮ່ວມໃນການຫລຸດ ຜ່ອນພາວະໂລກຮ້ອນຢ່າງຕໍ່ເນື່ອງ ໂດຍສະເພາະການຫລຸດຜ່ອນການໃຊ້ໄຟຟ້າ ຫລື ປະເພດທີ່ກໍ່ໃຫ້ເກີດຄວາມຮ້ອນ ແລະ ເປັນຄວັນ ທີ່ບໍ່ຈຳເປັນໃນໂຮງຈັກ-ໂຮງງານ, ຄົວເຮືອນ, ຫ້ອງການ, ອາຄານ ແລະ ຢານພາຫະນະຕາມທ້ອງຖະໜົນຕ່າງໆ ເພື່ອຫລຸດຜ່ອນພາວະໂລກຮ້ອນທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງໄດ້ກາຍເປັນສາເຫດສ່ວນໜຶ່ງເຮັດໃຫ້ສະພາບອາກາດມີການປ່ຽນແປງ. ໃນກອງປະຊຸມ ກ່ຽວກັບການນຳເຂົ້າ ແລະ ການນຳໃຊ້ລົດຈັກ ທີ່ມີລະບົບເປີດໄຟຕາແບບອັດຕະໂນມັດ ຄັ້ງວັນທີ 27 ກໍລະກົດ 2011 ທີ່ສູນຝຶກອົບຮົມ ICTC ຫລັກ 5 ຜ່ານມານັ້ນ ໄດ້ເປີດເຜີຍວ່າ: ການນຳເຂົ້າ ແລະ ຂຶ້ນທະບຽນລົດທີ່ມີລະບົບເປີດໄຟຕາໜ້າອັດຕະໂນມັດ ຈາກໂຮງງານ ແລະ ນຳໃຊ້ຖາວອນຢູ່ ສປປ ລາວແມ່ນບໍ່ຂັດກັບບັນດານິຕິກຳທີ່ກ່ຽວຂ້ອງແຕ່ຢ່າງໃດ, ສາມາດໃຊ້ໄດ້ ເນື່ອງຈາກວ່າກົດໝາຍວ່າດ້ວຍການຈະລາຈອນທາງບົກ ໃນມາດຕາ 16 ໄດ້ກຳນົດ ໄວ້ວ່າ: ຍານພາຫະນະທຸກປະເພດທີ່ແລ່ນດ້ວຍເຄື່ອງຈັກ ຊຶ່ງນຳເຂົ້າເພື່ອຂຶ້ນທະບຽນຖາວອນຢູ່ ສປປ ລາວ ຕ້ອງມີໂຄງປະກອບສ້າງຖືກຕ້ອງຕາມມາດຕະຖານ ເຕັກນິກທີ່ໂຮງງານຜະລິດ, ແຕ່ຖ້າຫາກມີການດັດແປງໃສ່ສະວິກ ມອດ-ເປີດ ໄຟຕາແມ່ນຜິດຕໍ່ກົດໝາຍວ່າດ້ວຍການຈະລາຈອນທາງບົກ ແລະ ເປັນການລະ ເມີດລິຂະສິດ, ພັນທະສັນຍາຂອງບໍລິສັດຂອງລາວ ຕໍ່ບໍລິສັດແມ່ທີ່ເປັນຜູ້ຜະລິດລົດດັ່ງກ່າວ, ໝາຍຄວາມວ່າ ລົດຈັກທີ່ຜະລິດ ແລະ ນຳເຂົ້າຈາກຕ່າງປະ ເທດເຊັ່ນ: ໄທ, ຍີ່ປຸ່ນ, ມາເລເຊຍ ນັ້ນ ເຂົາເຈົ້າຜະລິດລົດຈັກໃນຮູບແບບທີ່ວ່າເມື່ອຕິດຈັກລົດ ແລະ ລະບົບໄຟຕາລົດຈະເປີດແບບອັດຕະໂນມັດທັນທີ. ທ່ານ ສີສະໜຸດ ພັນທະຈັກ, ຫົວໜ້າພະແນກຄຸ້ມຄອງການຈະລາຈອນ-ຂັບຂີ່, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ສຳພາດນັກຂ່າວ ຈາກສຳນັກຂ່າວ ສານປະເທດລາວ ໃນວັນທີ 22 ກັນຍາ 2011 ນີ້ວ່າ: ການເປີດໃຫ້ຜູ້ຂັບຂີ່ລົດຈັກ ມີສິດເປີດຕາໄຟຍາມກາງເວັນນັ້ນ ຖືວ່າເປັນເລື່ອງໃໝ່ສຳລັບຄົນລາວ ແຕ່ປະເທດເພື່ອນບ້ານ ຫລື ຕ່າງປະເທດ ແມ່ນໄດ້ໃຊ້ເປັນປົກກະຕິແລ້ວເຊັ່ນ: ໄທ, ມາເລເຊຍ, ອິນໂດເນເຊຍ, ສິ່ງກະໂປ ແລະ ປະເທດອື່ນໆ ສະເພາະຢູ່ ສປປ ລາວນັ້ນ ກໍມີແຜນຈະຈັດຕັ້ງປະບັດທົດລອງນຳໃຊ້ພາຍໃນທ້າຍເດືອນກັນຍາ 2011. ແຕ່ແນວໃດກໍດີ ຂັ້ນຕອນຂອງກແຜນການຈັດຕັ້ງປະຕິບັດ ການເປີດ ໄຟຕາລົດກາງເວັນນັ້ນ ຍັງຢູ່ຂັ້ນຕອນການພິຈາລະນາເພີ່ມຕື່ມ ຈາກລັດຖະບານ. ທ່ານຫົວໜ້າພະແນກຄຸ້ມຄອງການຈະລາຈອນ-ຂັບຂີ່ ຍັງອະທິບາຍວ່າ: ກ່ອນແຜນຈະເລີ່ມປະຕິບັດນັ້ນ ຈະເລີ່ມທຳຄວາມເຂົ້າໃຈໃຫ້ແກ່ປະຊາຊົນ ແລະ ປະ ສານສົມທົບກັບບັນດາກະຊວງ ຫລື ອົງການທີ່ກ່ຽວ ຂ້ອງສາກ່ອນ ເພື່ອຮັບປະກັນການຈັດຕັ້ງປະຕິບັດນັ້ນ ມີຄວາມສະດວກສະບາຍ ແລະ ເຂົ້າໃຈຢ່າງເລິກເຊິ່ງ. ຂະນະທີ່ ນັກວິຊາການຈາກອົງການສິ່ງແວດລ້ອມ ໄດ້ໃຫ້ທັດສະນະໃນກໍລະນີເປີດໄຟຕາລົດກາງເວັນ ໃນ ສປປ ລາວ ວ່າ: ປະເທດລາວເປັນປະເທດທີ່ມີຮີດ ຄອງປະເພນີ ແລະ ວັດທະນະທຳ ທີ່ເປັນເອກະລັກໂດຍສ່ວນໃຫຍ່ເຂົາເຈົ້າບໍ່ມັກການລົບກວນ ແລະ ມັກຢູ່ໃນຄວາມສະຫງົບ ຕາມວິຖີຊີວິດດັ້ງເດີມ ສະນັ້ນ ການເປີດໄຟຕາລົດກາງເວັນ ອາດກາຍເປັນສ່ວນໜຶ່ງໃນການສ້າງຄວາມສັບສົນ ແລະ ລົບກວນສະມາທິໃນການຂັບຂີ່ລົດ ຫລື ຄົນຍາງຂ້າງຖະໜົນ ຊຶ່ງອາດມີ ຄວາມສ່ຽງໃນການເກີດອຸບັດເຫດໄດ້ງ່າຍ ສະພາບທີ່ປະເທດທີ່ມີເງື່ອນໄຂສະພາບແວດລ້ອມ ຫລື ດິນຟ້າອາກາດທີ່ປອດໂປ່ງ ພ້ອມດຽວກັນນັ້ນ ປະເທດລາວ ອາດຈະບໍ່ເໝາະສົມກັບການຂັບຂີ່ລົດຈັກເປີດຕາໄຟກາງເວັນ ເນື່ອງຈາກວ່າປະເທດລາວເປັນປະເທດທີ່ບໍ່ມີນ້ຳໝອກ ຫລື ຫິມະທີ່ປົກຄຸ້ມໃນຍາມກາງເວັນ ໃນ ຫລາຍຊົ່ວໂມງ ຄື ກັບປະເທດເອີຣົບ ແລະ ບັນດາປະເທດຕ່າງໆ, ຍົກເວັ້ນຝົນຕົກແຮງໃນຍາມກາງເວັນນັ້ນຖືວ່າເປັນເລື່ອງປົກກະຕິ. ສ່ ວນປະຊາຊົນ ແລະ ຜູ້ຂັບຂີ່ລົດສ່ວນໃຫຍ່ ຍັງເຫັນວ່າ: ການທີ່ປະກົດເຫັນປະເທດເພື່ອນບ້ານ ແລະ ຕ່າງປະເທດ ປະຕິບັດການນຳໃຊ້ເປີດຕາໄຟລົດໃນຍາມກາງເວັນນັ້ນ ຖືວ່າເປັນ ຄວາມຄິດ ແລະ ລະບົບຂອງເຂົາເຈົ້າ ແຕ່ສຳລັບ ສປປ ລາວ ຄວນເບິ່ງຫາທີ່ສົມເຫດສົມຜົນຫລາຍກວ່າຈະຮຽນແບບເຂົາເຈົ້າທຸກໆຢ່າງ ສະນັ້ນ ການເປີດຕາ ໄຟລົດກາງເວັນອາດຈະບໍ່ຊ່ວຍໃຫ້ຈຳນວນອຸບັດຕິເຫດຫລຸດລົງໄດ້ ຖ້າເມື່ອໃດຄົນຫາກບໍ່ມີຈິດສຳນຶກ, ບໍ່ເຂົ້າໃຈ ແລະ ບໍ່ນັບຖືກົດລະບຽບຢ່າງເຂັ້ມງວດໃນການ ສັນຈອນໄປມາຕາມທ້ອງຖະໜົນ. ກຸ່ມຜູ້ຜະລິດ ແລະ ນຳເຂົ້າລົດຈາກ ສປ ຈີນ ແລະ ສ. ເກົາຫລີ ໄດ້ກ່າວວ່າ: ການຜະລິດລົດຈັກ ຫລື ພາຫະນະຄວນເບິ່ງຫລາຍປັດໃຈ ເພື່ອຕອບສະໜອງ ຄວາມຕ້ອງການຂອງຜູ້ບໍລິໂພກ ໂດຍສະເພາະປະເທດທີ່ມີເງື່ອນໄຂ ແລະ ລະບົບການເມືອງແຕກຕ່າງກັນນັ້ນຄວນນຳໃຊ້ ແລະ ປັບວິທີໃຫ້ສອດຄ່ອງກັບ ພຶດຕິກຳຂອງຜູ້ບໍລິໂພກ ສະນັ້ນ ຜະລິດລົດສາມາດສ້າງຂຶ້ນເພື່ອຈຸດປະສົງຂອງຕະຫລາດໃດຕະຫລາດໜຶ່ງ ໂດຍບໍ່ຈຳເປັນຈະຕ້ອງຢືດຖືວິທີເດັດຖານແບບ ດຽວກັນ.
ບໍ່ຈຳເປັນຕ້ອງເປີດໄຟແລ່ນໃນຍາມກາງເວັນກໍ່ໄດ້...
ບັນຫາຂອງອຸບັດຕິເຫດຫຼັກໆ ແມ່ນເກີດຂື້ນຈາກການຂັບຂີ່ດ້ວຍຄວາມປະໝາດຂອງຜູ້ຂັບຂີ່ເອງ, ຖ້າຫາກຕ້ອງການຈະຫຼຸດຜ່ອນອຸບັດຕິເຫດນັ້ນ ຄວນຈະສຸມໃສ່ການໃຫ້ຄວາມຮູ້ກ່ຽວກັບກົດຈໍລະຈອນແກ່ຜູ້ຂັບຂີ່, ໃຫ້ເຂົາເຈົ້າຮູ້ເລິກເຖິງກົດລະບຽບການຈໍລະຈອນ ວ່າມັນເປັນແບບໃດ..ໆລໆ
(ຄວນຈະມີການປູກຝັງຈິດສຳນຶກໃນການຂັບຂີ່ ທີ່ຖືກຕ້ອງ, ສອດຄ່ອງກັບສັງຄົມ ແລະຕິດພັນກັບການສຶກສາ)
ຢູກຝັງກະສ່ວນໜຶ່ງຕ່າງຫາກ ໂຕນີ້ກະແມ່ນມາດຕະການເສີມຕ່າງຫາກ ກະລຸນາແຍກແຍະ ດ້ວຍ
ຄັນປູກຝັງແລ້ວຄົນມັນດີໂລດ ມັນກະບໍ່ມີຄຳວ່າ: ອຸບັດເຫດ ດອກ ຫຼື ວ່າ ທ່ານບໍ່ເຄີຍເກືດມີ ອຸບັດເຫດ.
ບໍ່ເປັນຫຍັງດອກຄົນເຮົາມັນຜິດພາດກັນໄດ້