|

ຫາງ​ສຽງ​ການຈັດ​ຕັ້ງ​ປະຕິບັດ ​ເປີດ​ໄຟ​ຕາ​ລົດຈັກ​ໃນ​ຍາມ​ກາງ​ເວັນ

*(ຂປລ): ໃນ​ກໍ​ລະ​ນີທີ່​ມີ​ຂ່າວ ​ກ່ຽວ​ກັບ ສປປ ລາວ​ ຈະ​ອະນຸຍາດ​ໃຫ້​ຜູ້​ຂັບ​ຂີ່​ລົດຈັກ ​ມີ​ສິດ​ເປີດນຳ​ໃຊ້​ຕາ​​ໄຟ​ລົດ​ໃນ​ກາງ​ເວັນ ​ຊຶ່ງຈະທົດລອງເປີດນຳໃຊ້​ໃນ​ມໍ່ໆນີ້ນັ້ນ​ ກຳລັງ​​​ເປັນຄຳ​ຖາມ ​ແລະ ກາຍ​ເປັນຫາງ​ສຽງ​ແຜ່​ລາມ​ໃນ​ດ້ານ​ບວກ ແລະ ລົບ​​ ໃນ​ສັງຄົມ​ໂດຍ​ລວມ ອັນ​ເນື່ອງ​ຈາກ​ວ່າ ສະພາບ ​ແລະ ​ເງື່ອນ​ໄຂ​ຕົວ​ຈິງ​ ຂອງ​ປະ​ເທດ​ຍັງ​ບໍ່​​ເໝາະ​ສົມ ກັບ​ວິຖີ​ຊີວິດ​ຂອງ​ຄົນ​ລາວ ທີ່​ປະຕິບັດ​ມາ​ຕັ້ງ​ແຕ່​ດົນ​ນານ ພ້ອມ​ດຽວ​ກັນ​ນັ້ນ ອົງການ​ສິ່ງ​ແວດ​ລ້ອມ​ໂລກ ​ກໍ​​ຍັງໄດ້ປຸກລະດົມ ​ແລະ ຂົນຂວາຍ​​ໃຫ້​ທຸກ​ຊັ້ນ​ຄົນ​ໃນ​ທົ່ວ​ໂລກ ​​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຫລຸດ ຜ່ອນ​ພາວະ​ໂລກ​ຮ້ອນ​ຢ່າງ​ຕໍ່​ເນື່ອງ​ ໂດຍ​ສະ​ເພາະ​ການ​ຫລຸດຜ່ອນ​ການ​ໃຊ້​ໄຟຟ້າ ຫລື ປະ​ເພດ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ຮ້ອນ ​ແລະ ​ເປັນ​ຄວັນ​ ທີ່​ບໍ່​ຈຳ​ເປັນໃນ​ໂຮງ​ຈັກ-​ໂຮງ​ງານ, ຄົວ​ເຮືອນ, ຫ້ອງການ, ອາຄານ ​ແລະ ຢານພາຫະນະ​ຕາມ​ທ້ອງ​ຖະໜົນ​ຕ່າງໆ ເພື່ອ​ຫລຸດຜ່ອນ​ພາວະ​ໂລກ​ຮ້ອນ​ທີ່​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ​ ຊຶ່ງ​ໄດ້​ກາຍ​ເປັນ​ສາເຫດ​ສ່ວນ​ໜຶ່ງເຮ​ັດ​ໃຫ້​ສະພາບ​ອາກາດ​ມີ​ການ​ປ່ຽນ​ແປງ.

ໃນ​ກອງ​ປະຊຸມ ​ກ່ຽວ​ກັບ​ການ​ນຳ​ເຂົ້າ ​ແລະ ​ການນຳ​ໃຊ້​ລົດຈັກ ​ທີ່​ມີ​ລະບົບ​ເປີດ​ໄຟ​ຕາແບບອັດຕະ​ໂນ​ມັດ​​ ຄັ້ງ​ວັນ​ທີ 27 ກໍລະກົດ 2011 ທີ່​ສູນ​ຝຶກ​ອົບຮົມ ICTC ຫລັກ 5 ຜ່ານມາ​ນັ້ນ ​ໄດ້​ເປີດ​ເຜີຍ​ວ່າ: ການ​ນຳ​ເຂົ້າ ແລະ ຂຶ້ນ​ທະບຽນ​ລົດ​ທີ່​ມີ​ລະບົບ​ເປີດ​ໄຟ​ຕາ​ໜ້າ​ອັດຕະ​ໂນ​ມັດ​ ຈາກ​ໂຮງງານ ​ແລະ ນຳ​ໃຊ້​ຖາວອນ​ຢູ່ ສປປ ລາວ​ແມ່ນ​ບໍ່​ຂັດ​ກັບ​ບັນດາ​ນິຕິ​ກຳ​ທີ່​ກ່ຽວຂ້ອງ​ແຕ່​ຢ່າງ​ໃດ, ສາມາດ​ໃຊ້​ໄດ້​ ເນື່ອງ​ຈາກ​ວ່າ​ກົດໝາຍວ່າ​ດ້ວຍ​ການ​ຈະລາ​ຈອນ​ທາງບົກ​ ໃນ​ມາດຕາ 16 ​ໄດ້​ກຳນົດ ​ໄວ້​ວ່າ: ​ຍານພາຫະນະ​ທຸກ​ປະ​ເພດ​ທີ່​ແລ່ນ​ດ້ວຍ​ເຄື່ອງ​ຈັກ ຊຶ່ງ​ນຳ​ເຂົ້າ​ເພື່ອ​ຂຶ້ນ​ທະບຽນ​ຖາວອນ​ຢູ່​ ສປປ ລາວ​ ຕ້ອງ​ມີ​ໂຄງ​ປະກອບ​ສ້າງ​ຖືກຕ້ອງ​ຕາມ​ມາດຕະຖານ ​ເຕັກນິກ​ທີ່​ໂຮງງານ​ຜະລິດ, ​ແຕ່​ຖ້າ​ຫາກ​ມີ​ການ​ດັດ​​ແປງ​ໃສ່​ສະ​ວິກ ມອດ-​ເປີດ ​ໄຟ​ຕາ​ແມ່ນ​ຜິດ​ຕໍ່​ກົດໝາຍ​ວ່າ​ດ້ວຍ​ການ​ຈະລາຈອນ​ທາງບົກ ​ແລະ ​ເປັນ​ການລະ ​ເມີດ​ລິ​ຂະ​ສິດ​, ພັນທະ​ສັນຍາ​ຂອງ​ບໍລິສັດ​ຂອງ​ລາວ ​ຕໍ່​ບໍລິສັດ​ແມ່​ທີ່​ເປັນ​ຜູ້​ຜະລິດ​ລົດ​ດັ່ງກ່າວ, ໝາຍ​ຄວາມ​ວ່າ ລົດ​​ຈັກ​ທີ່​ຜະລິດ ​ແລະ ​ນຳ​ເຂົ້າ​ຈາກຕ່າງປະ​ ເທດ​ເຊັ່ນ: ​ໄທ, ຍີ່ປຸ່ນ, ມາ​ເລ​ເຊຍ​ ນັ້ນ ​ເຂົາ​ເຈົ້າ​ຜະລິດລົດ​ຈັກ​ໃນ​ຮູບ​ແບບທີ່​ວ່າ​ເມື່ອ​ຕິດ​ຈັກ​ລົດ ​ແລະ ​ລະບົບ​ໄຟ​ຕາ​ລົດຈະ​ເປີດ​ແບບ​ອັດຕະ​ໂນ​ມັດທັນທີ.

ທ່ານ ສີສະ​ໜຸດ ພັນທະ​ຈັກ, ຫົວໜ້າ​ພະ​ແນ​ກຄຸ້ມ​ຄອງ​ການ​ຈະລາຈອນ-ຂັບ​ຂີ່, ກະຊວງ​ໂຍທາທິການ ​ແລະ ຂົນ​ສົ່ງ​ ໄດ້​ໃຫ້​ສຳພາດ​ນັກ​ຂ່າວ​ ຈາກ​ສຳນັກ​ຂ່າວ ສານ​ປະ​ເທດ​ລາວ ​ໃນ​ວັນ​ທີ 22 ກັນຍາ 2011 ນີ້ວ່າ: ການ​ເປີດ​ໃຫ້​ຜູ້​ຂັບ​ຂີ່​ລົດຈັກ​ ມີ​ສິດ​​ເປີດ​ຕາ​ໄຟ​ຍາມ​ກາງ​ເວັນ​ນັ້ນ ​ຖື​ວ່າ​ເປັນ​ເລື່ອງ​ໃໝ່​ສຳລັບ​ຄົນ​ລາວ ​ແຕ່​ປະ​ເທດ​ເພື່ອນ​ບ້ານ ຫລື ຕ່າງປະ​ເທດ​ ແມ່ນໄດ້​ໃຊ້​​ເປັນ​ປົກກະຕິ​ແລ້ວ​ເຊັ່ນ: ​ໄທ, ມາ​ເລ​​ເຊຍ, ອິນ​ໂດ​ເນ​ເຊຍ, ສິ່ງ​ກະ​ໂປ ແລະ ປະ​ເທດອື່ນໆ ສະ​​ເພາະຢູ່​ ສປປ ລາວ​ນັ້ນ​ ກໍມີ​ແຜນ​ຈະ​ຈັດ​ຕັ້ງ​ປະ​ບັດທົດ​ລອງນຳ​ໃຊ້​ພາຍ​ໃນ​ທ້າຍເດືອນກັນຍາ 2011.

ແຕ່​ແນວ​ໃດ​ກໍ​ດີ ​ຂັ້ນ​ຕອນ​ຂອງ​ກແຜນການ​ຈັດ​ຕັ້ງ​ປະຕິບັດ ການ​ເປີດ ​ໄຟ​ຕາ​ລົດກາງ​ເວັນນັ້ນ ​ຍັງ​ຢູ່​ຂັ້ນຕອນ​ການ​ພິຈາລະນາ​ເພີ່ມ​ຕື່ມ ​ຈາກ​ລັດຖະບານ. ທ່ານ​ຫົວໜ້າ​ພະ​ແນ​ກຄຸ້ມ​ຄອງ​ການ​ຈະລາຈອນ-ຂັບ​ຂີ່ ຍັງ​ອະ​ທິບາຍ​ວ່າ: ກ່ອນ​ແຜນ​ຈະ​ເລີ່​ມປະຕິບັດ​ນັ້ນ​ ຈະ​ເລີ່​ມທຳ​ຄວາມ​ເຂົ້າ​ໃຈ​ໃຫ້​ແກ່​ປະຊາຊົນ ​ແລະ ປະ​ ສານ​ສົມທົບ​ກັບ​ບັນດາກະຊວງ ຫລື ອົງການ​ທີ່​ກ່ຽວ ຂ້ອງ​ສາກ່ອນ​ ເພື່ອ​ຮັບປະ​ກັນ​ການຈັດ​ຕັ້ງ​ປະຕິບັດ​ນັ້ນ​ ​ມີ​ຄວາມ​ສະດວກ​ສະບາຍ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ. ຂະນະ​ທີ່ ນັກວິຊາ​ການ​ຈາກ​ອົງການ​ສິ່ງ​ແວດ​ລ້ອມ​ ໄດ້​ໃຫ້​ທັດສະນະ​ໃນ​ກໍລະນີ​ເປີດ​ໄຟ​ຕາ​ລົດ​ກາງ​ເວັນ​ ໃນ ສປປ ລາວ​ ວ່າ: ປະ​ເທດ​ລາວ​ເປັນ​ປະ​ເທດ​ທີ່​ມີ​ຮີດ ຄອງ​ປະ​ເພນີ ​ແລະ ວັດທະນະ​ທຳ ​ທີ່​ເປັນ​ເອກະລັກ​ໂດຍ​ສ່ວນ​ໃຫຍ່​ເຂົາ​ເຈົ້າ​ບໍ່​ມັກ​ການ​ລົບ​ກວນ ​ແລະ ມັກ​ຢູ່​ໃນ​ຄວາມ​ສະຫງົບ​ ຕາມ​ວິຖີ​ຊີວິດ​ດັ້ງ​ເດີມ​ ສະ​ນັ້ນ​ ການ​ເປີດ​ໄຟ​ຕາ​ລົດ​ກາງ​ເວັນ​ ອາດ​ກາຍ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ສ້າງ​ຄວາມ​ສັບສົນ ​ແລະ ລົບ​ກວນ​ສະມາທິ​ໃນ​ການ​ຂັບ​ຂີ່​ລົດ ຫລື ຄົນ​ຍາງ​ຂ້າງ​ຖະໜົນ ຊຶ່ງ​ອາດ​ມີ​ ຄວາມ​ສ່ຽງ​ໃນ​ການ​ເກີດ​ອຸບັດ​ເຫດ​ໄດ້​ງ່າຍ​ ສະພາບ​ທີ່​ປະ​ເທດ​ທີ່​ມີ​ເງື່ອນ​ໄຂ​ສະພາບ​ແວດ​ລ້ອມ ຫລື ດິນ​ຟ້າ​ອາກາດ​ທີ່​ປອດ​ໂປ່ງ ພ້ອມ​ດຽວ​ກັນ​ນັ້ນ ປະ​ເທດ​ລາວ​ ອາດ​ຈະ​ບໍ່​ເໝາະ​ສົມ​ກັບ​ການ​ຂັບ​ຂີ່​ລົດຈັກ​ເປີດ​ຕາ​ໄຟ​ກາງ​ເວັນ ​ເນື່ອງ​ຈາກ​ວ່າ​ປະ​ເທດ​ລາວ​​ເປັນ​ປະ​ເທດ​ທີ່​ບໍ່​ມີ​ນ້ຳໝອກ ຫລື ຫິ​ມະ​ທີ່​ປົກ​ຄຸ້ມ​​ໃນ​ຍາມ​ກາງ​ເວັນ​ ໃນ​ ຫລາຍ​ຊົ່ວ​ໂມງ​ ຄື​ ກັບປະ​ເທດ​​ເອີ​ຣົບ ​ແລະ ບັນດາ​ປະ​ເທດ​ຕ່າງໆ, ​ຍົກ​ເວັ້ນ​​ຝົນຕົກ​ແຮງ​ໃນ​ຍາມ​ກາງ​ເວັນ​ນັ້ນ​ຖືວ່າ​ເປັນ​ເລື່ອງ​ປົກກະຕິ. ສ່

ວນ​ປະຊາຊົນ ​ແລະ ຜູ້ຂັບ​ຂີ່​ລົດ​​ສ່ວນ​ໃຫຍ່ ຍັງ​ເຫັນ​ວ່າ: ການ​ທີ່​ປະກົດ​ເຫັນ​ປະ​ເທດ​ເພື່ອນ​ບ້ານ ​ແລະ ຕ່າງປະ​ເທດ ​ປະຕິບັດ​ການ​ນຳ​ໃຊ້​ເປີດ​ຕາ​​ໄຟ​ລົດ​ໃນ​ຍາມ​ກາ​ງ​ເວັນ​ນັ້ນ​ ຖື​ວ່າ​ເປັນ ຄວາມ​ຄິດ ​ແລະ ລະບົບຂອງ​ເຂົາ​ເຈົ້າ ​ແຕ່ສຳລັບ ສປປ ລາວ​ ຄວນ​ເບິ່ງຫາ​ທີ່​ສົມ​ເຫດ​ສົມ​ຜົນ​ຫລາຍ​ກວ່າ​ຈະ​ຮຽນ​ແບບ​ເຂົາ​ເຈົ້າທຸກໆ​ຢ່າງ ສະ​ນັ້ນ ​ການ​ເປີດ​ຕາ ​​ໄຟ​ລົດ​ກາງ​ເວັນ​ອາດ​ຈະ​ບໍ່​ຊ່ວຍ​ໃຫ້​ຈຳນວນ​ອຸບັດ​ຕິ​ເຫດ​ຫລຸດລົງ​ໄດ້ ຖ້າ​ເມື່ອ​ໃດ​ຄົນ​ຫາກ​ບໍ່​ມີ​ຈິດ​ສຳນຶກ, ​ບໍ່ເຂົ້າ​ໃຈ ​ແລະ ບໍ່ນັບຖື​ກົດ​ລະບຽບ​ຢ່າງ​ເຂັ້ມ​ງວດ​ໃນ​ການ​ ສັນຈອນ​ໄປ​ມາ​ຕາມ​ທ້ອງ​ຖະໜົນ. ກຸ່ມ​ຜູ້​ຜະລິດ ​ແລະ ນຳ​ເຂົ້າ​ລົດ​ຈາກ ສປ ຈີນ ​ແລະ ສ. ​ເກົາຫລີ ​ໄດ້​ກ່າວ​ວ່າ: ການ​ຜະລິດ​ລົດຈັກ ຫລື ພາຫະນະ​ຄວນ​ເບິ່ງຫລາຍ​ປັດ​ໃຈ​ ເພື່ອ​ຕອບ​ສະໜອງ​ ຄວາມ​ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກ ​ໂດຍ​ສະ​ເພາະ​ປະ​ເທດ​ທີ່​ມີ​ເງື່ອນ​ໄຂ ​ແລະ ລະ​ບົບການ​ເມືອງ​ແຕກ​ຕ່າງ​ກັນ​ນັ້ນ​ຄວນ​ນຳ​ໃຊ້ ​ແລະ ປັບວິທີ​​ໃຫ້​ສອດຄ່ອງ​ກັບ​ ພຶດຕິ​ກຳ​ຂອງ​ຜູ້​ບໍລິ​ໂພ​ກ ສະ​ນັ້ນ ຜະລິດ​ລົດ​ສາມາດ​ສ້າງ​ຂຶ້ນ​ເພື່ອ​ຈຸດປະສົງ​ຂອງ​ຕະຫລາດ​ໃດຕະຫລາດ​ໜຶ່ງ ​ໂດຍ​ບໍ່​ຈຳ​ເປັນ​ຈະ​ຕ້ອງ​ຢືດຖື​ວິທີ​ເດັດ​ຖານ​ແບບ ​ດຽວ​ກັນ.

Posted by samakomlao on 7:25 AM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

2 comments for "ຫາງ​ສຽງ​ການຈັດ​ຕັ້ງ​ປະຕິບັດ ​ເປີດ​ໄຟ​ຕາ​ລົດຈັກ​ໃນ​ຍາມ​ກາງ​ເວັນ"

  1. Anonymous

    ບໍ່ຈຳເປັນຕ້ອງເປີດໄຟແລ່ນໃນຍາມກາງເວັນກໍ່ໄດ້...
    ບັນຫາຂອງອຸບັດຕິເຫດຫຼັກໆ ແມ່ນເກີດຂື້ນຈາກການຂັບຂີ່ດ້ວຍຄວາມປະໝາດຂອງຜູ້ຂັບຂີ່ເອງ, ຖ້າຫາກຕ້ອງການຈະຫຼຸດຜ່ອນອຸບັດຕິເຫດນັ້ນ ຄວນຈະສຸມໃສ່ການໃຫ້ຄວາມຮູ້ກ່ຽວກັບກົດຈໍລະຈອນແກ່ຜູ້ຂັບຂີ່, ໃຫ້ເຂົາເຈົ້າຮູ້ເລິກເຖິງກົດລະບຽບການຈໍລະຈອນ ວ່າມັນເປັນແບບໃດ..ໆລໆ
    (ຄວນຈະມີການປູກຝັງຈິດສຳນຶກໃນການຂັບຂີ່ ທີ່ຖືກຕ້ອງ, ສອດຄ່ອງກັບສັງຄົມ ແລະຕິດພັນກັບການສຶກສາ)

  2. Anonymous

    ຢູກຝັງກະສ່ວນໜຶ່ງຕ່າງຫາກ ໂຕນີ້ກະແມ່ນມາດຕະການເສີມຕ່າງຫາກ ກະລຸນາແຍກແຍະ ດ້ວຍ
    ຄັນປູກຝັງແລ້ວຄົນມັນດີໂລດ ມັນກະບໍ່ມີຄຳວ່າ: ອຸບັດເຫດ ດອກ ຫຼື ວ່າ ທ່ານບໍ່ເຄີຍເກືດມີ ອຸບັດເຫດ.
    ບໍ່ເປັນຫຍັງດອກຄົນເຮົາມັນຜິດພາດກັນໄດ້

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added