|

U-23 ກຽມອອກເກັບຕົວຕ່າງປະເທດ

U-23 ລາວ​ ຈະ​ອອກ​ເກັບຕົວ​ຕ່າງ­ປະ­ເທດ 2 ຄັ້ງ​ຕິດ­ຕໍ່​ກັນ ເດືອນ​ຫນ້າ​ພາຍ­ຫລັງ​ຄັດ​ເລືອກນັກ­ກີ­ລາ​ຄົບ​ຕາມ​ຈຳ­ນວນ ເຜີຍ ນັກ­ກີ­ລາ​ປີ​ນີ້​ປັບ­ປຸງ​ຫລາຍ​ຢ່າງ ຂະ­ນະ​ທີ່​ດ້ານ​ຜົນ­ງານ​ຫວັງ​ຮັກສາ​ອັນ​ດັບ 4ໃນ​ຊີ­ເກມ​ຄັ້ງ​ທີ່​ຈະມາ​ເຖິງ.

ທ່ານ ປະ­ສາດ​ໄຊ ພິ­ລາ​ພັນເດດ ຮອງ​ປະ­ທານ​ສະ­ຫະ­ພັນບານ­ເຕະ​ແຫ່ງ​ຊາດ​ລາວ ເຜີຍ​ໃຫ້ຮູ້­ເມື່ອ​ວານ​ນີ້​ວ່າ: ພາຍ­ຫລັງ​ສະຫະ​ພັນ ສຕລ ໄດ້​ຄັດ​ເລືອກ​ເອົານັກ­ກີ­ລາ​ຈາກ​ຕ່າງ​ແຂວງ 7 ຄົນຈາກ​ຈຳ­ປາ​ສັກ, ສະ­ຫວັນ​ນະເຂດ ແລະ ຫລວງ​ພະ​ບາງ ກໍ່​ໄດ້ເກັບ​ຕົວ​ຝຶກ​ຊ້ອມ​ໃຫ້​ເຂົ້າ​ລະ­ບົບສາ­ກົນ​ກັບ​ສະ­ຫະ­ພັນ ໂດຍ​ມີ​ນັກ​ກີລາ​ທັງ​ຫມົດ 30 ຄົນ ຄາດ​ນັບຈາກ​ນີ້​ໄປ​ຈະ​ເລີ່ມ​ຄັດ​ໃຫ້​ເຫລືອ 25 ແລະ 22 ຕາມ​ລຳ­ດັບ​ລຸຍ​ຊີເກມ​ຄັ້ງ​ທີ 26 ອິນ​ໂດ​ເນ​ເຊຍ​ທີ່​ໃກ້ຈະ​ມາ​ເຖິງ​ນີ້.

ຫລັງ​ຄັດ​ເລືອກ​ນັກ­ກີ­ລາ​ຄົບຕາມ​ຈຳ­ນວນ​ສຳ­ເລັດ​ທ້າຍເດືອນ​ນີ້ ທາງ​ສະ­ຫະ­ພັນ ສຕລ ວາງ​ແຜນ​ເອົາ​ນັກ­ກີ­ລາ​ຈຳ­ນວນ 25 ຄົນ ທີ່​ຄັດ​ເບື້ອງ​ຕົ້ນ​ອອກ​ເດີນທາງ​ໄປ​ເກັບ​ຕົວ 2 ຄັ້ງທີ່​ປະ­ ເທດໃກ້​ຄຽງ ເປັນ­ຕົ້ນ​ແມ່ນ: ຫວຽດນາມ, ໄທ ແລະ ສປ ຈີນ ກ່ອນກັບ​ມາ​ຕັດ​ອອກ​ອີກ 3 ຄົນ​ໃຫ້ເຫລືອ​ພຽງ 22 ຄົນ ຕົວ​ຈິງ​ລຸຍ​ຊີເກມ​ເທື່ອ​ນີ້.

ທ່ານ ປະ­ສາດ​ໄຊ ເນັ້ນ​ຕື່ມວ່າ: ປີ​ເຕີ ຊາ​ເລີ ຄູ​ຝຶກ​ຂອງ​ທີມຊາດ​ລາວ​ຊີ­ເກມ​ຄັ້ງ​ນີ້ ໄດ້​ເບິ່ງແຍງ​ລະ­ຫວ່າງ​ການ​ຝຶກ​ຊ້ອມຢ່າງ​ໃກ້­ຊິດ​ທາງ​ເລື່ອງ​ເຕັກ­ນິກ. ຫລ້າ​ສຸດ ປີ​ເຕີ ໄດ້​ຂໍ​ເອົາ​ຄູ​ຝຶກ​ຊາວອອສ​ເທຣຍ ບ້ານ​ຕົນ​ມາ​ຊ່ວຍເນັ້ນ​ທາງ​ດ້ານ​ພາ­ລະ​ກຳ­ລັງ, ຊີເກມ​ຄັ້ງ​ຈະ​ເຖິງ​ເດືອນ​ພະ­ຈິກ​ນີ້ ສຕລ ວາງ​ເປົ້າ​ຮັກ­ສາ​ສະ­ຖິ­ຕິ​ອັນດັບ 4 ໄວ້​ເຊັ່ນ​ເດີມ ອ້າງ​ວ່າ​ສະພາບ​ທີມ​ໄດ້​ມີ​ການ​ປັບ ­ປຸງ​ເກືອບຫມົດ​ທຸກ​ຢ່າງ ໂດຍ​ເນັ້ນ​ລະ­ບຽບວິ­ໄນ​ເປັນ​ຫລັກ ພິ­ເສດ​ປີ​ນີ້​ໄດ້​ເອົານັກ­ກີ­ລາ​ຊຸດ​ອາ­ຍຸ 19 ປີ ຈໍາ­ນວນຫນຶ່ງ ແລະ ຕ່າງ​ແຂວງ​ມາ​ຮ່ວມນຳ ເຊື່ອ​ວ່າ​ຜົນ­ງານ​ຫນ້າ​ຕິດຕາມ​ແນ່­ນອນ.

Posted by samakomlao on 10:02 PM. Filed under . You can follow any responses to this entry through the RSS 2.0. Feel free to leave a response

1 comments for "U-23 ກຽມອອກເກັບຕົວຕ່າງປະເທດ"

  1. Anonymous

    ຕົວ​ຈິງ​ແລ້ວ ຄົນ​ລາ​ວ​ເກັ່ງ ​ແລະ ​ກໍ່​ມັກ​ກິລາ​ບານ​ເຕະ ຫລາຍ​ກວ່າ ກິລາ​ປະ​ເພດ​ອື່ນໆ. ​ແຕ່​ຕົກ​ມາ​ໃນປະຈຸ​ບັນ​ນີ້ ການ​ເບິ່ງ​ກິລາ ​ແລະ ການ​ຫລິ້ນ​ກິລາ​ບານ​ເຕະ ຖື​ວ່າ ພໍ​​ເຄິ່ງໆ​ກາງ. ​ເວົ້າ​ຢູ່​ຕ່າງແຂວງ ຫລື ຢູ່​ທ້ອງ​ຖິ່ນ​ແລ້ວ​ກໍ່​ເກ​ທອບ​ມິດ​ງຽບ​ໄປ​ແລ້ວ; ​ເບິ່ງ​ຄື​ບໍ່​ຫ້າວ​ບໍ່​ຫັນ​ເໝືອນ​ແຕ່​ກ່ອນ. ​ຜ່າ​ມາ​ໃນ​ການ​ແຂ່ງ​ກິລາ​ບານ​ເຕະ ​ໃນ​ລະດັບ​ພາກ​ພື້ນ ລາວ​ເຮົາ​ເຄີຍ​ຊະນະ​ທີ​ມ​ໄທ​ມາຫລາ​ຍຄັ້ງ. ​ແຕ່​ດຽວນີ້ ກໍ່​ເຫັນ​ມີ​ຊີວິດ​ຊີວາ​ຂຶ້ນ​ມາ​ແດ່ ຫລັງ​ຈາກ​ມີ​ການ​ແຂ່ງຂັນ​ຊີ​ເກ​ມຊຶ່ງ​ລາ%​ເຮົາ​ໄດ້​ເປັນ​ເຈົ້າພາບ. ​ແຕ່​ຢູ່​ຕ່າງ​ແຂວງ​ກໍ່​ຍັງ​ຄົງ​ມິດ​ຢູ່

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added