ລາວ ເຊັນສັນຍາເຊົ່າດາວທຽມ ເອພີ ສະຕາ-ວີ (AP STAR-V)
ເພື່ອເຮັດໃຫ້ປະຊາຊົນລາວ ແລະ ຊາວຕ່າງປະເທດ ໄດ້ຮັບຊົມ ແລະ ຮັບຟັງລາຍການຈາກສະຖານີໂທລະພາບແຫ່ງຊາດ ແລະ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ໄດ້ສືບຕໍ່ເຊັນສັນຍາເຊົ່າຊ່ອງດາວທຽມ ເອພີ ສະຕາ-ວີ (AP STAR-V) ກັບບໍລິສັດ ເອພີທີ ຈຳກັດ ຕາມການເຫັນດີອະນຸມັດ ຂອງລັດຖະບານ ແຫ່ງ ສປປ ລາວ. ພິທີເຊັນສັນຍາເຊົ່າດຽວທຽມ ໄດ້ຈັດຂຶ້ນໃນວັນທີ 17 ທັນວາ ປີ 2010 ທີ່ສຳນັກງານຂອງບໍລິສັດ ເອພີທີ ຈຳກັດ ຕັ້ງຢູ່ຮົງກົງ ໂດຍແມ່ນທ່ານ ສຈ ດຣ.ບໍ່ແສງຄຳ ວົງ ດາລາ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ແລະ ທ່ານ ເຊີນກວາງເຣິນ (CHENG GUANG REN) ປະທານບໍລິສັດ ເອພີທີ ຈຳກັດ ເປັນຜູ້ເຊັນສັນຍາຮ່ວມກັນ ເຂົ້າຮ່ວມພິທີເຊັນສັນຍາມີພະນັກງານການນຳຂອງກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ຜູ້ຕາງໜ້າສະຖານກົງສູນ ແຫ່ງ ສປປ ລາວ ປະ ຈຳຮົງກົງ ແລະ ພະນັກງານນຳຂອງບໍລິສັດ ເອພີທີ ຈຳກັດ. ອີງຕາມສັນຍາສະບັບນີ້ ນັບແຕ່ວັນທີ 28 ເດືອນກຸມພາ ປີ 2011 ເຖິງວັນທີ 28 ເດືອນກຸມພາ ປີ 2013 ບໍລິສັດ ເອພີທີ ຈຳກັດ ຈະບໍລິການຮັບ ແລະ ສົ່ງລາຍການ ຂອງສະຖານີໂທລະພາບແຫ່ງຊາດລາວ ຊອງ 1 ແລະ ລາຍການຂອງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ຕະຫຼອດ 24 ຊົ່ວໂມງຜ່ານຊ່ອງດາວທຽມ ເອພີ ສະຕາ- ວີ (AP STAR-V) ຄື້ນຊີແບນ (C-Band) ລົງສູ່ພາກພື້ນດິນຂອງ ສປປ ລາວ ແລະ ພື້ນທີທະວີບອາຊີ ຜ່ານມາກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ໄດ້ເຊັນສັນ ຍາເຊົ່າດາວທຽມກັບບໍລິສັດ ເອພີທີ ສະຕາ ມາແລ້ວສອງຄັ້ງ ຄື ໃນປີ 2004 ແລະ ປີ 2007. ນອກຈາກການເຂົ້າຮ່ວມເຊັນສັນຍາເຊົ່າດາວທຽມແລ້ວ ຄະນະຜູ້ແທນສອງຝ່າຍຍັງໄດ້ພ້ອມກັນປຶກສາຫາລື ຕີລາຄາກ່ຽວກັບການນຳໃຊ້ດາວທຽມ ເອພີ ສະຕາ-ວີ (AP STAR-V) ໃນໄລຍະຜ່ານມາ ບໍລິສັດ ເອພີທີ ຈຳກັດ ໄດ້ຢືນຢັນຈະບໍລິການສົ່ງຂໍ້ມູນຂ່າວສານຜ່ານດາວທຽມໃຫ້ ສປປ ລາວ ດ້ວຍຄຸນນະພາບ ຮູບ ແລະ ສຽງທີ່ດີ ຕາມ ມາດຖານສາກົນ ບໍລິສັດກຽມພ້ອມແກ້ໄຂທຸກບັນຫາທາງດ້ານເຕັກນິກທີ່ຈະເກີດມີຂຶ້ນ ພາຍຫຼັງພິທີເຊັນສັນຍາ ຄະນະຜູ້ແທນລາວ ຍັງໄດ້ຢ້ຽມຢາມສະຖານີສົ່ງສັນຍານຜ່ານ ດາວທຽມເອພີ ສະຕາ (AP STAR) ແລະ ຢ້ຽມຢາມສະຖານທີ່ທ່ອງທ່ຽວດ້ານທຳມະຊາດ ວັດທະນະທຳ ແລະ ປະຫວັດສາດຂອງຮົງກົງ ອີກດ້ວຍ. Vientianemai
ກໍ່ບໍ່ຮູ້ອີກວ່າ ຜ່ານມາຄືວ່າລາວເຮົາກໍ່ໄດ້ມີດາວທຽມ ແນວໃດກໍ່ບໍ່ຮູ້ ໃໜສະໄໝ ທ່ານ ດຣໃ ບຸນຕຽມພິດສະໄໝ???