|

ຈະ​ເລີ່​ມກໍ່ສ້າງໂຮງງານໄຟຟ້າ ພະລັງງານຄວາມຮ້ອນຫົງສາແລ້ວ

(ຂປລ): ການກໍ່ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຫົງສາ ຊຶ່ງເປັນໂຮງງານໄຟຟ້າພະລັງຄວາມຮ້ອນ ແຫ່ງ ທຳອິດ ຢູ່ ສປປ ລາວ ຈະໄດ້ເລີ່ມລົງມື ກໍ່ສ້າງໃນໄວໆນີ້ ພາຍຫລັງທີ່ ໄດ້ມີການວາງສີລາລືກການກໍ່ສ້າງຢ່າງເປັນທາງການ ຊຶ່ງຈະມີຂຶ້ນໃນວັນທີ 18 ພະຈິກ 2011 ນີ້ ທີ່ເມືອງຫົງສາ ແຂວງໄຊຍະບູລີ.

ໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ ຕັ້ງຢູ່ຮ່ອມພູ ເມືອງຫົງສາ ແຂວງໄຊຍະບູລີ ຫ່າງຈາກຕົວເມືອງໄປ ທາງທິດຕາເວັນຕົກ ປະມານ 10 ກິໂລແມັດ ແລະ ຫ່າງຈາກຊາຍແດນ ລາວ-ໄທ ປະມານ 34 ກິໂລແມັດ, ສູງຈາກລະດັບນ້ຳ ທະເລ ປະມານ 600 ແມັດ. ໂຄງການນີ້ມີມູນຄ່າການກໍ່ສ້າງທັງໝົດ 3.915 ລ້ານໂດລາສະຫະລັດ. ມີກຳລັງຕິດຕັ້ງ 1.878 ເມກາ ວັດ, ສາມາດຜະລິດໄຟຟ້າໄດ້ 12.582 GWh/ປີ ຕາມແຜນການຈະສຳເລັດ ແລະ ຂາຍໄຟຟ້າໃນປີ 2015, ໃນນັ້ນ ຂາຍໃຫ້ປະ ເທດໄທ 1.473 MW ໃນລາຄາ ປະມານ 5-7 ບາດ (ສະກຸນເງິນໄທ) ຕໍ່KW ຕາມສາຍສົ່ງ 500 KV ຈາກໂຄງການຫາເມືອງ ຊຽງຮ່ອນ ຊາຍແດນ ລາວ-ໄທ ຍາວປະມານ 67 ກິໂລແມັດ ແລະ ຈາກຊາຍແດນເຂົ້າຫາລະບົບຕາຄ່າຍໄຟຟ້າ ແມ່ ເມາະ ປະເທດໄທ ຍາວປະມານ 250 ກິໂລແມັດ; ຊົມໃຊ້ຢູ່ພາກເໜືອຂອງລາວ 100 MW ຕາມສາຍສົ່ງ 115 KV ຈາກໂຮງງານໄປ ຫາສະຖານີໄຟຟ້າ ເມືອງຊຽງເງິນ ແຂວງຫລວງພະບາງ ຍາວ 115 ກິໂລແມັດ ເພື່ອສົ່ງໄຟຟ້າເຂົ້າລະບົບຕາຄ່າຍໄຟຟ້າ ຂອງ ລັດວິສາຫະກິດໄຟຟ້າລາວ, ສ່ວນທີ່ຍັງເຫລືອ 75 MW ແມ່ນຊົມໃຊ້ຢູ່ພາຍໃນໂຮງງານ.

ໂຄງການດັ່ງກ່າວມີອົງປະກອບທີ່ສຳຄັນຄື: ໂຮງງານໄຟຟ້າພະລັງງານຄວາມຮ້ອນ 3 ເຕົາເຜົາ (3ເຕົາ x 626 MW) ແຕ່ລະເຕົາຈະໃຊ້ທ່ານຫີນລິກໄນ ສະເລ່ຍ 15.800 ໂຕນ/ວັນ; ເຂື່ອນເກັບນ້ຳ 2 ແຫ່ງ: ເຂື່ອນນ້ຳແກ່ນ ແລະ ເຂື່ອນນ້ຳ ເລືອກ ເພື່ອເກັບນ້ຳຮັບໃຊ້ໃນລະບົບທຳຄວາມເຢັນຂອງໂຮງຈັກໄຟຟ້າ ແລະ ຮັບໃຊ້ວຽກອື່ນໆ ຄສດວ່າຈະໃຊ້ປະລິມານນ້ຳ ເຂົ້າມາ ປ້ອນໂຮງງານ ຈຳນວນ 40-50 ລ້ານແມັດກ້ອນຕໍ່ປີ; ບໍ່ທ່ານຫີນລິກໄນ ທີ່ຈະຂຸດຄົ້ນ ແລະ ນຳມາປ້ອນ ໂຮງງານຜະລິດໄຟຟ້າ ປະມານ 13,6 ລ້ານໂຕນຕໍ່ປີ ຄາດວ່າຕະຫລອດອາຍຸສຳປະທານໂຄງການ 25 ປີ ຈະນຳໃຊ້ຖ່ານຫີນປະມານ 341,26 ລ້ານໂຕນ; ໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ ໄດ້ກວມເອົາເນື້ອທີ່ສຳປະທານ ປະມານ 60 ກິໂລຕາແມັດ, ໃນນັ້ນ ມີໂຮງງານ ໄຟຟ້າ, ເນື້ອທີ່ຂຸດຄົ້ນບໍ່ຖ່ານຫີນ, ເນື້ອທີ່ຂຸດຄົ້ນຫີນປູນ, ອ່າງເກັບນ້ຳ ແລະ ພື້ນຖານໂຄງລ່າງ ຕ່າງໆເຊັ່ນ: ເສັ້ນທາງເຂົ້າຫາ ໂຄງການ, ຈັດສັນບ້ານທີ່ຖືກຍົກຍ້າຍ ລວມທັງແລວສາຍສົ່ງໄຟຟ້າ. ໄປຄຽງຄູ່ກັບການພັດທະ ນາໂຄງການ ກໍຍັງມີການປະຕິ ບັດພັນທະດ້ານສິ່ງແວດລ້ອມ ແລະ ສັງຄົມ ໄປພ້ອມໆກັນ ໂດຍໄດ້ມີການປັບປຸງແກ້ໄຂເປັນ ແຕ່ລະໄລຍະ ເພື່ອໃຫ້ສອດຄ່ອງກັບ ສັນຍາສຳປະທານ.

ປະຈຸບັນ ໄດ້ມີການກະກຽມ ແລະ ແບ່ງວຽກລະອຽດ ໂດຍມີບໍລິສັດຮັບເໝົາກໍ່ສ້າງທີ່ສຳຄັນຂອງໂຄງການ ເຂົ້າມາ ປະຕິບັດວຽກງານຢູ່ພາກສະໜາມແລ້ວ ຄື: ບໍລິສັດ China National Electric Equipment Corporetion ( CNEEC ) ຈາກປະ ​ເທດ ສປ ຈີນ ຜູ້ຮັບເໝົາກໍ່ສ້າງໂຮງງານ ( EPC ); ບໍລິສັດ ຊ່າງພານິດ ກໍ່ສ້າງ ( CPE ) ຈາກປະທດໄທ ຜູ້ຮັບເໝົາວຽກຂຸດຄອງ ອວ່າຍນ້ຳ ແລະ ວຽກເປີດໜ້າດິນ ບໍລິເວນ ບໍ່ຖານຫີນ ແລະ ບໍລິສັດ ໄທວັດ ຈາກປະເທດ ໄທ ຜູ້ຮັບເໝົາວຽກກໍ່ສ້າງເສັ້ນທາງ ຈາກດ່ານຊາຍແດນເມືອງເງິນ ຫາ ເມືອງຫົງສາ, ເສັ້ນທາງເຂົ້າຫາໂຄງການ ແລະ ເຂື່ອນເກັບນ້ຳ./.

Posted by samakomlao on 11:50 PM. Filed under , , . You can follow any responses to this entry through the RSS 2.0. Feel free to leave a response

4 comments for "ຈະ​ເລີ່​ມກໍ່ສ້າງໂຮງງານໄຟຟ້າ ພະລັງງານຄວາມຮ້ອນຫົງສາແລ້ວ"

  1. Anonymous

    Go ahead! Build as much as you want, but don't pollute the rivers...

  2. Anonymous

    What about the air ? this type of plant will pollute the air a lot with high concentration of SOx and NOx, and it causes acid rain in the future

  3. Anonymous

    Lao government please, decide again ... ! do you know ? this type of plant is very dangerous with environment.
    (Please, think about your children in the future)
    ັ
    ລັດຖະບານລາວເອີຍ ! ກະລຸນາຕັດສິນໄຈອີກຄັ້ງ....! ພວກເຈົ້າຮູ້ບໍ່ ? ໂຮງງານ ພະລັງງານຄວາມຮ້ອນ ເປັນອັນຕະລາຍທີ່ສຸດຕໍ່ສິ່ງແວດລ້ອມ .
    (ກະລຸນາຄິດເຖິງລູກຫຼານຂອງເຈົ້າລຸ້ນຕໍ່ໆ ໄປແດ່ )

  4. Anonymous

    think again, entire the worl they try to stop using the energy from coal because it produce the greenhouse

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added