ແຟນບານງົງ !!! U-23 ລາວແຂ່ງຂັນ ຕົກຮອບທຳອິດໄດ້ແນວໃດ ?
ຊີເກມຄັ້ງທີ 26 ອິນໂດເນເຊຍເຖິງຈະຈົບໄປແຕ່ຍັງເປັນຄວັນຫລົງກັບຜົນງານ ຂອງນັກເຕະລາວທີ່ສະແດງຜົນງານບໍ່ອອກແຕ່ນັດທຳອິດມີຜູ້ຫລິ້ນເຫນືອກວ່າຄູ່ແຂ່ງເຖິງ 4 ນັດແຕ່ ເກັບໄຊຊະນະບໍ່ໄດ້ຕົກຮອບແລກແບບຄາໃຈກອງເຊຍທົ່ວປະເທດດ້ານຄູຝຶກກ່າວມີເວລາເກັບໂຕນັກເຕະຫນ້ອຍ.
U-23 ລາວສະແດງຜົນງານບໍ່ອອກແຂ່ງ 5 ນັດຊະນະໄດ້ພຽງແຕ່ທີມອ່ອນຢ່າງຕີມໍເລສເຕເທົ່ານັ້ນຕົກຮອບແລກຊີເກມອິນໂດເນເຊຍ. ສ່ວນອີກ 4 ນັດກ່ອນຜົນງານຫນ້າຜິດຫວັງ ມີຜູ້ຫລິ້ນເຫນືອກວ່າຄູ່ແຂ່ງໃນສະຫນາມແຕ່ກັບພິກມາເສຍປະຕູຊ້ວງທ້າຍເກມ(ເສຍໃນມຽນມາ2-3 ປະຕູ, ສະເຫມີບຣູໄນ 2-2 ປະຕູ, ເສຍໃຫ້ຟີລິບປິນ 2-3 ປະຕູແລະເສຍໃຫ້ ຫວຽດນາມ 1-2 ປະຕູ)ຕົກຮອບຊີເກມທີ່ອິນໂດເນເຊຍ.
ຈາກຜົນງານທີ່ບໍ່ຫນ້າເຊື່ອຖືຂອງທີມຊາດລາວທ່ານປີເຕີຊາເລີຄູຝຶກຊຸດນີ້ໃຫ້ຮູ້ວ່າ: ນັດພົບມຽນມາເຮົາໄດ້ປຽບຄູ່ແຂ່ງຕັ້ງແຕ່ຕົ້ນເກມທີ 2, ບຣູໄນ, ຟີລິບປີນ ແລະ ຫວຽດນາມ ກໍ່ເຊັ່ນດຽວກັນກ່ອນຈົບເກມເຮົາຫນ້າຈະເປັນຝ່າຍຊະນະແຕ່ຖືກຄູ່ແຂ່ງຍິງຊ້ວງທ້າຍເກມຕະຫລອດ.
ຢ່າງໃດກໍ່ດີຈາກການປະລະໄຊຄັ້ງນີ້ນັບເປັນຄວາມຜິດພາດຂອງທີມເຊິ່ງເຮົາສັງເກດເຫັນວ່າເກມທີ 2 ທຸກນັດເຮົາຈະຫມົດແຮງຕະຫລອດພ້ອມທັງກອງເຊຍຄູ່ແຂ່ງ, ນັກເຕະເຮົາຈຳ ນວນຫນຶ່ງປະສົບການນ້ອຍເມື່ອມີສຽງໂຮ່ຂ້າງສະຫນາມເຮັດໃຫ້ເຮົາຫລິ້ນຍາກໃນທີ່ສຸດກໍ່ເກີດຄວາມຜິດພາດຂອງນັກເຕະເອງຈົນເສຍທ່າໃຫ້ຄູ່ແຂ່ງຄູຝຶກກ່າວ.
ປີເຕີຊາເລີເວົ້າເຖິງການກຽມທີມຊຸດນີ້ໃຊ້ເວລາພຽງແຕ່3 ເດືອນບວກກັບການອຸ່ນເຄື່ອງກັບທີມທີ່ມີປະສົບການສູງເກືອບບໍ່ມີກໍ່ເປັນອີກສາເຫດຫນຶ່ງທີ່ເຮັດໃຫ້ພວກເຮົາເບິ່ງບໍ່ເຫັນ ຈຸດເສຍຂອງຕົນ. ທັງນີ້ຊາເລີຍັງຍ້ອງນັກເຕະລາວວ່າມີການພັດທະນາເຕັກນິກທີ່ດີຂຶ້ນເປັນຕົ້ນແມ່ນພົບກັບຄູ່ແຂ່ງ 4 ນັດສາມາດເຮັດໃຫ້ກຳມະການແຈກໃບແດງໃຫ້ກັບຄູ່ແຂ່ງເຊິ່ງ ຜ່ານມາມີຫນ້ອຍທີ່ນັກເຕະລາວຈະເຮັດໄດ້ດີຂະຫນາດນີ້.
ລຳເນົາສິງໂຕນັກເຕະຕົວເດັ່ນຂອງທີມກ່າວເສີມວ່າ: ຊີເກມຊຸດນີ້ເຮົາເກັບຕົວໃນໄລຍະເວລາທີ່ສັ້ນເກີນໄປ. ການອຸ່ນເຄື່ອງກັບທີມລະດັບຊາດກໍ່ບໍ່ມີແຕກຕ່າງກັບຊີເກມ 2009 ທີ່ ລາວໄດ້ອັນດັບ 4 ຄັ້ງປະຫວັດສາດທີ່ເກັບໂຕເປັນປີ.
Source: Ecom

i thought , lao players too much drink lao beer and made them weak ...
ຂ້ອຍຂີ້ຄ້ານຟັງຄໍາແກ້ຕົວ
ຍອມຮັບວ່າ ເຮົາອ່ອນ ລະກະແລ້ວກັນ
ຄັນຮູ້ວ່າ ເວລາໜ້ອຍ ຄືບໍ່ຝຶກດົນໆຊັ້ນນະ
ແກ້ໂຕແບບເອົາໂຕລອດ
i thought ,Lao defenders are weak and lao coach is not good planing
no, i thought lao football association is not good because never set Warm up with strong team , i thinking if association still not working , lao football will back every days !!!!
ສູ້ໆໆໆ
ແຕ່ວ່າກວດພາສາຄືນເດີ
ຮອບແລກ ບ້າຫວາ?
ຟັງແລ້ວຂັດໃຈ ອອກສື່ຂະຫນາດນີ້ຍັງຂຽນຜິດ
i love my Lao football team but asean football tournament was very disappointing :((
i still support my lao team all the way 100% next up is suzuiki cup ? lao su su
i love my Lao football team but asean football tournament was very disappointing :((
i still support my lao team all the way 100% next up is suzuiki cup ? lao su su
ໜ້າຈະປ່ຽນທັງໂຄດລາວ ແລະ ໂຄດມາແຕ່ຕ່າງຊາດ. ເອົາໂຄດເກົ່າບໍລິຫານຜົນອອກມາກໍ່ຄືເກົ່າຫັ້ນແລະ