|

ຄອນເສີດອາຊຽນ ຄັ້ງທີ 1 ຈະຈັດຂຶ້ນໃນກາງເດືອນມັງກອນ 2012 ທີວຽງຈັນ



*(ຂປລ):ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ, ຄະນະກຳມະການຖະແຫລງຂ່າວ-ວັດ ທະນະທຳອາຊຽນ ສປປລາວ ແລະ ບໍລິສັດ ວາເລັນທາຍມິວສິກ ໄດ້ຈັດງານຖະແຫລງຂ່າວ ກ່ຽວກັບການ ຈັດງານຄອນເສີດອາຊຽນຄັ້ງທີ 1 ຂຶ້ນໃນວັນທີ່ 29 ທັນວາ 2011 ທີ່ສະມາຄົມນັກຂ່າວ ແຫ່ງ ສປປລາວ.

ທ່ານ ໄຊສະຫວາດ ສິງນາມວົງ, ຫົວໜ້າກົມສິລະປະການສະແດງໄດ້ກ່າວວ່າ: ງານສະແດງຄອນເສີດ ອາຊຽນ ຄັ້ງທີ 1 ຈະໄດ້ຈັດຂຶ້ນໃນວັນທີ່ 20-21 ມັງກອນ 2012 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍຈະມີນັກ ຮ້ອງແຕ່ລະປະເທດສະມາຊິກອາຊຽນ 10 ປະເທດ ຈະໄດ້ເຂົ້າຮ່ວມ ຊຶ່ງມີປະເທດລາວ, ບລູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລີບປິນ, ສິງກະໂປ, ໄທ ແລະ ຫວຽກນາມ. ໂດຍໄດ້ ຮັບການອຸປະຖຳຫລັກ ຈາກທະນາຄານການຄ້າຕ່າງ ປະເທດລາວ.

ທັງນີ້ເພື່ອເປັນການສະເຫລີມສະຫລອງວັນສຳຄັນທາງປະຫວັດສາດ, ເປັນການແລກປ່ຽນຖອດຖອນບົດ ຮຽນທາງດ້ານວັດທະນະທຳ ແລະ ການສະແດງ, ເຮັດໃຫ້ໄວໜຸ່ມລາວກ້າສະແດງອອກ ແລະ ໄດ້ຮັບຮູ້ການພັດທະ ນາຂອງປະເທດອື່ນໆເພື່ອໃຫ້ລາວກ້າວສູ່ສາກົນ, ເພື່ອເຜີຍແຜ່ວັດທະນະທຳ ແລະ ສົ່ງເສີມ ການທ່ອງທ່ຽວ. ນອກນີ້ວຽກງານການ ສະແດງສິລະປະວັນນະຄະດີ ກໍແມ່ນຂະແໜງໜຶ່ງທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງໄວວາ ໂດຍສະ ເພາະແມ່ນ ເພງລູກທົ່ງບ້ານນາ ທີ່ຄວນອະນຸລັກ ແລະ ສົ່ງເສີມ, ສ່ວນເພງສະຕິງ ທີ່ກຳລັງໄດ້ຮັບຄວາມນິຍົມ ກໍຕ້ອງສົ່ງເສີມ ເພື່ອໃຫ້ທຽບເທົ່າກັບສາກົນ.

Posted by samakomlao on 10:30 AM. Filed under , , . You can follow any responses to this entry through the RSS 2.0. Feel free to leave a response

0 comments for "ຄອນເສີດອາຊຽນ ຄັ້ງທີ 1 ຈະຈັດຂຶ້ນໃນກາງເດືອນມັງກອນ 2012 ທີວຽງຈັນ"

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added