|

ລາວຫ້າມ​ໂຄສະນາ​ ອາຫານຢາ-ເຄື່ອງ​ສຳອາງ ທີ່​ບໍ່​ໄດ້​ຮັບ​ການ​ກວດກາ

​ເນື່ອງ​ຈາກ​ໃນ​ໄລຍະ​ຜ່ານ​ມາ ມີ​ການ​ສົ່ງ​ຂ່າວ, ຮ້ອງທຸກ ​ຈາກ​ທາງ​ພາກ​ລັດ ​ແລະ ປະຊາຊົນ ກ່ຽວ​ກັບ​ການ​ໂຄສະນາ​ອວດ​ອ້າງສັບ​ພະ​ຄຸນ​ເກີນ​ຄວາມ ​ຈິງຊຶ່ງ​ເປັນ​ການຂັດ​ກັບ​ລະບຽບ, ກົດໝາຍ ​ແລະ ຂາດ ຈັນ​ຍາ​ທຳ ດ້ວຍ​ວິທີ​ໂຄສະນາ ​ເຜີຍ​​ແຜ່​ຂໍ້​ມູນ​ຂ່າວສານ ຜະລິດ​ຕະພັນ​ອາຫານ, ອາຫານ​ເສີມ, ນ້ຳດື່ມ, ຢາ ​ແລະ ເຄື່ອງ​ສຳອາງບາງ​ສະ​ນິດ​ ໃນ​ຮູບ​ແບບ​ການຈັດ​ສຳ​ມະ​ນາ, ປະຊຸມ, ຜ່ານ​ສື່​ຕ່າງໆຂອງ​ບໍລິສັດ ຫລື ສາຂາ​ຕົວ​ແທນ​ຈຳໜ່າຍ​ຈຳນວນ​ໜຶ່ງ ​ໂດຍ​ໄດ້​ ໂຄສະນາ​ອວດ​ອ້າງ​ສັບພະ​ຄຸນ​ເກີນ​ຄວາມ​ເປັນ​ຈິງ, ​ເກີນ​ຂອບ​ເຂດ ທີ່​ກົມ​ອາ ຫານ ແລະ ຢາ​ໄດ້​ອະນຸ​ມັດ ຫລື ບາງ​ບໍລິສັດ​ບໍ່​ໄດ້​ຮັບ​ອະນຸມັດ ​ແຕ່​ມີ​ການ​ ໂຄສະນາ​ລັກສະນະ​ດຶງ​ດູດ ​ແລະ ຊວນ​ເຊື່ອ​ແກ່​ລູກ​ຄ້າ ຫລື ຂາຍ​ແບບ​ລູກ​ໂສ້ ໂດຍ​ບໍ່​ມີ​ຈັນ​ຍາ​ບັນ ເພື່ອ​ຫວັງ​ຜົນ​ດ້ານ​ທຸລະ​ກິດ​ເທົ່າ​ນັ້ນ, ​ເຮັດ​ໃຫ້​ຜູ້​ບໍລິ​ໂພ​ກ ຈຳນວນ​ໜຶ່ງ​ທີ່​ຮູ້​ເທົ່າບໍ່​ເຖິງ​ການຫລົງ​ເຊື່ອ ​ແລະ ບໍລິ​ໂພ​ກຜະລິດ​ຕະພັນ​ດັ່ງກ່າວ ​ໂດຍ​ສະ​ເພາະ​ແມ່ນ​ຜະລິດ​ຕະພັນ​ອາຫານ​ເສີມ​ ທີ່​ໂຄສະນາ​ອວດ​ອ້າງ​ ສາມາດ​ປິ່ນ​ປົວ​ໄດ້​ຫລາຍ​ພະຍາດ ​ແຕ່​ໃນ​ຕົວ​ຈິງ​ແລ້ວ​ອາຫານ​ເສີມ​ແມ່ນ​ບໍ່​ສາມາດ​ປິ່ນປົວ​ພະຍາດ​ໄດ້ ພຽງ​ແຕ່​ຊ່ວຍ​ບຳລຸງ​ຮ່າງກາຍ ​ແລະ ​ເສີມ​ສ້າງ​ພູມ​ຕ້ານທານ​ ຂອງ​ຮ່າງ​ກາຍ​ເທົ່ານັ້ນ.

ດັ່ງນັ້ນ ກົມ​ອາຫານ ແລະ ຢາ ຈຶ່ງ​ແຈ້ງ​​ເຖິງ​ບັນດາ​ທ່ານ​ ທີ່​ດຳ​ເນີນ​ທຸລະ​ກິດ​ດ້ານ​ອາຫານ, ຢາ ​ແລະ ເຄື່ອງ​ສຳອາງ​ຊາບ​ວ່າ: ຫ້າມ​ໂຄສະນາ​ອວດ​ອ້າງ​ສັບພະ​ຄຸນ ​ອາຫານ, ຢາ ​ແລະ ​ເຄື່ອງ​ສຳອາງ​ເກີນ​ຂອບ​ເຂດ​ການ​ອະນຸຍາດ​ທີ່​ອະນຸມັດ ​ໂດຍ​ກົມ​ອາຫານ ແລະ ຢາ, ຫ້າມ​ໂຄສະນາ​ອາຫານ​ເສີມ, ຢາ ​ແລະ ​ເຄື່ອງ​ສຳອາງ​ ທີ່​ບໍ່​ໄດ້​ຮັບ​ການ​ກວດກາ ​ແລະ ອະນຸຍາດ​ ດ້ານ​ເນື້ອ​ໃນ​ຈາກ​ກົມ​ອາຫານ ແລະ ຢາ, ຜະລິດ​ຕະພັນ​ອາຫານ​ເສີມ​ບໍ່​ແມ່ນ​ຢາ​ໃຊ້​ປິ່ນປົວ​ພະຍາດ ຫ້າມ​ມີ​ການ ​ໂຄສະນາ​ອວດ​ອ້າງ​ຊັບ​ພະ​ຄຸນ. ທຸກການລະ​ເມີດ​ຝ່າຝືນ​ ຈະ​ຖືກ​ປະຕິບັດ​ຕາມ​ມາດ​ຕະການ​ທີ່​ກຳນົດ​ໄວ້ ​ໃນ​ລະບຽບ​ກົດໝາຍ

ຂປລ

Posted by samakomlao on 11:04 AM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

1 comments for "ລາວຫ້າມ​ໂຄສະນາ​ ອາຫານຢາ-ເຄື່ອງ​ສຳອາງ ທີ່​ບໍ່​ໄດ້​ຮັບ​ການ​ກວດກາ"

  1. Anonymous

    ລາວ​ຫ້າມ​ໂຄສະ​ນາ​ອາຫານ, ຢາ ​ແລະ​ ​ເຄື່ອງສຳອາງ​ທີ່​ບໍ່​ໄດ້​ຮັບ​ການ​ກວດກາ. ຟັງ​ແລ້ວ​ກໍ່​ໝາຍວ່າ ຖ້າ​ຫາກ​ວ່າ ​ໄດ້​ຮັບ​ການ​ກວດກາ​​ແລ້ວ​ກໍ່​ສາມາດນຳ​ອອກ​ໄປ​ໂຄສະນາ​ໄດ້.​ ບັດ​ນີ້​ເຮົາ​ມາ​ຄົ້ນຄວ້າ​ນຳ​ກັນ​ວ່າ ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດ​ທີ່​ຮັບຜິດຊອບ​ດ້ານ​ນີ້​ນັ້ນ ມີ​ຈັນ​ຍາ​ບັນ​ເຖິງ​ພຽງ​ໃດ. ຄົງ​ຈະ​ຢາກ​ໄດ້​ແຕ່​ເງິນ​ເຂົາ​ຖົງ​ນັ້ນ​ແລ້ວ.

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added