ຟອນເພັດຊະລາດ ຖືກປະດິດຮັບໃຊ້ສັງຄົມລາວ ໃນລະບົບຄອມພິວເຕີ ແລະ ມືຖື
ຕົວອັກສອນລາວຟອນເພັດຊະລາດ ມີຄວາມທັນສະໄຫມ ແລະ ສະດວກຫລາຍຢ່າງຕໍ່ການໃຊ້ງານດ້ານສື່ສານຈະໄດ້ປາກົດສູ່ສັງຄົມລາວໃນລະບົບຄອມພິມເຕີ ແລະ ມືຖື, ຫລັງທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໄດ້ຈັດງານເປີດການນຳໃຊ້ຕົວອັກສອນດັ່ງກ່າວໃນຕອນເຊົ້າຂອງມື້ວານນີ້.
ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ໂຮງແຮມດອນຈັນພຣາເລດ ນະຄອນຫລວງວຽງຈັນ, ໃຫ້ກຽດເຂົ້າຮວມຂອງທ່ານ ພົນໂທ ດວງໃຈ ພິຈິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ, ທັງເປັນຜູ້ຊີ້ນຳວຽກງານໄປສະນີຄົມມະນາຄົມ ແລະ ການສື່ສານ, ມີທ່ານຫຽມ ພົມມະຈັນ, ລັດຖະມົນຕີວ່າການກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສືສານ ພ້ອມດ້ວຍແຂກຜູ້ໃຫຍ່ທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີດັ່ງກ່າວທ່ານ ຫຽມພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໄດ້ກ່າວວ່າ: ການນຳໃຊ້ເຕັກໂນໂລຊີທີ່ ທັນສະໄຫມໄດ້ກາຍເປັນ ເຄື່ອງມືທີ່ສຳຄັນໃນການຜັນຂະຫຍາຍນະໂຍບາຍຫັນປະເທດເປັນອຸດສະຫະກຳ ແລະ ທັນສະໄຫມ, ພ້ອມທັງເປັນພາຫະນະໃນການປະຕິບັດແຜນພັດທະນາເສດຖະກິດສັງຄົມແນໃສ່ຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ.
ໄລຍະຜ່ານມາການນຳໃຊ້ ແລະ ການພັດທະນາເຕັກໂນໂລຊີສື່ສານຂໍ້ມູນຂ່າວຢູ່ລາວເຖິງຈະມີການຂະຫຍາຍຕົວຢ່າງຕໍ່ເນື່ອງກໍ່ຕາມ, ແຕ່ປະຊາຊົນລາວ ສ່ວນຫລາຍຍັງມີຂໍ້ຈຳກັດ ເພາະເຄື່ອງອຸປະກອນເອເລັກໂຕນິກແມ່ນຍັງມີລາຄາແພງເມື່ອທຽບໃສ່ກັບລາຍຮັບຂອງປະຊາຊົນ ແລະ ການນຳໃຊ້ເພື່ອໃຫ້ໄດ້ຜົນສູງນັ້ນຕ້ອງໄດ້ຜ່ານການຝຶກອົບຮົມທີ່ຈຳເປັນ, ແຕ່ວ່າຂໍ້ຈຳກັດທີ່ສຳຄັນໃນອຸປະກອນເຫລົ່ານັ້ນບໍ່ມີພາສາລາວ.
ຕໍ່ກັບບັນຫາດັ່ງກ່າວກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານໄດ້ພະຍາຍາມຢ່າງຕັ້ງຫນ້າໃນການຄົ້ນຄົ້ວ ເພື່ອນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການບໍລິຫານ, ບໍລິການ ແລະ ສື່ສານໃຫ້ທັນສະໄຫມ, ວ່ອງໄວ ແລະ ກວ້າງຂວາງ, ເມື່ອໄລຍະສອງເດືອນຜ່ານມາກະຊວງໄດ້ຮ່ວມກັບວິຊາການລາວດ້ານຄອມພິວເຕີ ທີ່ສຳເລັດການສືກສາມາຈາກ ຫລາຍປະເທດ ເພື່ອພັດທະນາອັກສອນລາວຟອນເພັດສະລາດ ໃຫ້ສົມບູນຕາມມາດຕະຖານສາກົນ ແລະ ໃຫ້ສາມາດບັນຈຸຢູ່ໃນລະບົບຄອມພິມເຕີ ແລະ ມືຖືຄືກັບພາສາອື່ນໆ.
ທ່ານ ຫຽມ ພົມມະຈັນ ລາຍງານໃຫ້ຮູ້ຕື່ມວ່າ: ປະຈຸບັນໄດ້ສຳເລັດຂັ້ນພື້ນຖານຄື: ອັກສອນລາວຟອນເພັດຊະລາດ ສາມາດບັນຈຸເຂົ້າໃນລະບົບຄອມພິວເຕີ ແລະ ມືຖື, ເຊິ່ງຟອນດັ່ງ ກ່າວຍັງສາມາດປ່ຽນຟອນອັກສອນລາວອື່ນໆໃຫ້ເປັນອັນດຽວໄດ້, ໄດ້ສຳເລັດທາງດ້ານເຕັກນິກຕໍ່ໄປຈະໄດ້ດຳເນີນບາງລະບຽບການສາ ກົນໃຫ້ສົມບູນທຸກຢ່າງ ເພື່ອໃຫ້ຄົນລາວ ແລະ ກໍ່ຄືຕ່າງປະເທດທີ່ຮູ້ຈັກພາສາລາວສາມາດຕິດຕໍ່ພົວພັນຜ່ານລະບົບຄອມພິມເຕີ ແລະ ມືຖືດ້ວຍອັກສອນລາວ.
The government yesterday officially authorised the use of the Phetsarath font for ICT users and multimedia projects.
The launch to promote the use of the font was hosted by the Ministry of Science and Technology in cooperation with the Ministry of Post and Telecommunications.
Minister of Post and Telecommunications Mr Hiem Phommachanh said the font was an important technological advancement for Laos and that the Party Central Committee had advised its development. IT technology was advancing at a steady pace but because so much equipment is costly, many Lao people still had limited access to it.
“The main reason for designing this particular font is because there is no Lao alphabet on existing IT equipment, so some users are developing their own which they are integrating into software systems,'' Mr Hiem said.
The Phetsarath font was adopted by the government in 2009 but most ICT users could not adapt it to their computers or mobiles.
Mr Hiem said “The Ministry of Post and Telecommunications asked technicians to develop a software system of international standard that would enable the Phetsarath font to be like any other IT language and be accessed by local users.''
During yesterday's pre-sentation, technicians explained to an enthusiastic audience how the font related to software programmes and how it could be used in conjunction with computers and mobiles.
Faculty of Science student Mr Arphixay said it would be great to be able to use Laos' own ICT language, and it would be better still if it could be developed so that users could integrate it into ordinary cell phones.
“Now we'd like you to develop a system that people like me with cheap phones can use.''
An informal survey carried out by Vientiane Times showed that to send e-mails and chat on Facebook, most teenagers were using karaoke language or a similar one instead of Lao.
Mr Arphixay said the new font would entice ICT users to use the Lao language instead.
khid var perd to Iphone5 u Laos sun dox,... h sa nhing nhai...
http://sengphachanh.webege.com/images/phetsarath.jpg
ຢາກ ໃດ້ ຟອນນີ້ download ຢູ່ໃສນໍ?