|

ລັດຖະບານກຽມອະນຸມັດສ້າງ ເຂດເສດຖະກິດພິເສດ ອີກ 5 ແຫ່ງຕົ້ນປີ2012


ລັດ­ຖະ­ບານ​ກຽມ​ອະ­ນຸ­ມັດ​ສ້າງ​ເຂດ​ເສດ­ຖະ­ກິດ​ພິ­ເສດ ແລະ ເຂດ​ເສດ­ຖະ­ກິດ​ສະ­ເພາະ (ຂພສ) ອີກ 5 ແຫ່ງ​ໃຫ້​ສຳ­ເລັດ​ໃນ​ຕົ້ນ​ປີ 2012, ຂະ­ນະ​ທີ່​ມື້­ນີ້ ຈະ​ມີ​ການ​ລົງ​ນາມ​ສ້າງ­ຕັ້ງ​ເຂດ​ເສດ­ຖະ­ກິດ​ສະ­ເພາະ (ບຶງ​ທາດ­ຫລວງ) ເປັນ​ແຫ່ງ​ທຳ​ອິດ​ໃນ​ແຜນ­ການ​ສ້າງ​ໃຫມ່.

ທ່ານ ເຂີງ​ຄຳ ແກ້ວ​ຫນູ​ຈັນ ຫົວ­ຫນ້າ​ພະ​ແນກ​ແຜນ­ການ ແລະ ປະ​ເມີນ​ຜົນ, ກອງ​ເລ­ຂາ​ຄະ­ນະ​ກຳ­ມະ­ການ​ແຫ່ງ​ຊາດ​ລາວ ເພື່ອ​ຄຸ້ມ​ຄອງ​ເຂດ​ເສດ­ຖະ­ກິດ​ພິເສດ ແລະ ເຂດ​ເສດ­ຖະ­ກິດ​ສະເພາະ (ຄຂພສ) ເປີດ­ເຜີຍ​ໃນງານ​ຖະ­ແຫລງ​ຂ່າວ​ຕໍ່​ກັບ​ຂໍ້​ຂ້ອງໃຈ​ຂອງ​ມວນ​ຊົນ​ກ່ຽວ​ກັບ​ຄຳວ່າ ເຂດ​ເສດ­ຖະ­ກິດ​ພິ­ເສດ ແລະ ເຂດ​ເສດ­ຖະ­ກິດ​ສະ­ເພາະ ທີ່​ຈັດ​ຂຶ້​ນ​ເມື່ອ​ວັນ​ທີ 26 ທັນ­ວາ ຜ່ານ​ມາ​ວ່າ: ລັດ­ຖະ­ບານ​ກຽມ ອະ­ນຸ­ມັດ​ສ້າງ­ຕັ້ງ ຂພສ ອີກ 5 ແຫ່ງ​ເຊັ່ນ: ເຂດ​ເສດ­ຖະ­ກິດ​ສະເພາະ​ບຶງ​ທາດ­ຫລວງ, ເຂດ​ເສດຖະ​ກິດ​ສະ­ເພາະ​ດົງ​ໂພ​ສີ, ເຂດເສດ­ຖະ­ກິດ​ສະ​ເພາະ​ກ໊ອ​ຟ ລອງແທັງ ສາມ​ເຂດ​ທີ່​ກ່າວ​ມາ​ນີ້ ແມ່ນ​ຢູ່​ໃນ​ຂອບ​ເຂດ​ນະ­ຄອນຫລວງ​ວຽງ​ຈັນ ແລະ ເຂດ​ເສດຖະ​ກິດ​ພິ­ເສດ​ສົ້ນ​ຂົວ​ມິດ­ຕະ­ພາບ 3 ແຂວງ​ຄຳ​ມ່ວນ ແລະ ເຂດເສດ­ຖະ­ກິດ​ສະ­ເພາະ​ແຂວງ​ຊຽງຂວາງ; ທັງ​ຫມົດ​ນີ້​ຈະ​ດຳ­ເນີນການ​ໃຫ້​ສຳ­ເລັດ​ໃນ​ຕົ້ນ​ປີ 2012.

ທ່ານ​ກ່າວ​ອີ​ກວ່າ: ຖ້າ​ສຳ­ເລັດຕາມ​ແຜນ​ລາວ​ຈະ​ມີ ຂພສ ເພີ່ມຂຶ້ນ​ເປັນ 11 ແຫ່ງ ລວມ​ໃສ່ 6 ເຂດ​ທີ່​ອະ­ນຸ­ມັດ​ກ່ອນ​ຫນ້າ​ນີ້​ແລ້ວ ເຊັ່ນ: ເຂດ​ເສດ­ຖະ­ກິດ​ພິ­ເສດ​ສະຫວັນ-ເຊ​ໂນ ແຂວງ​ສະ­ ຫວັນ​ນະເຂດ, ເຂດ​ເສດ­ຖະ­ກິດ​ພິ­ເສດ​ບໍ່ເຕັນ​ແດນ​ຄຳ ແຂວງ​ຫລວງ​ນ້ຳທາ, ເຂດ​ເສດ­ຖະ­ກິດ​ພິ­ເສດ​ສາມຫລ່ຽມ​ຄຳ ແຂວງ​ບໍ່​ແກ້ວ, ເຂດເສດ­ຖະ­ກິດ​ສະ­ເພາະ​ພູ​ຂຽວ ແຂວງ​ຄຳ​ມ່ວນ, ເຂດ​ເສດ ­ຖະ­ກິດສະ­ເພາະ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ວຽງ​ຈັນ-ໂນນ​ທອງ ນະຄອນ​ຫລວງ​ວຽງ​ຈັນ, ເຂດ​ພັດທະ​ນາ​ໄຊ​ຊະ​ຖານ​ກວມ​ລວມ​ ນະຄອນ​ຫລວງ​ວຽງ​ຈັນ.

ສຳ­ລັບ ມື້­ນີ້​ກໍ່​ຈະ​ເຊັນ​ອະ­ນຸ­ມັດສ້າງ­ຕັ້ງ​ເຂດ​ເສດ­ຖະ­ກິດ​ສະ­ເພາະບຶງ​ທາດ­ຫລວງ​ເປັນ​ແຫ່ງ​ທຳ​ອິດຂອງ​ແຜນ­ການ​ສ້າງຕັ້ງ​ໃຫມ່ເຮັດ​ໃຫ້ ຂພສ ເພີ່ມ​ຂຶ້ນ​ເປັນ 7 ແຫ່ງ​ຢູ່ ສປປ ລາວ ໃນ​ປະ­ຈຸ​ບັນ.

ຢ່າງ­ໃດ​ກໍ່​ດີ ທ່ານ ນາງ ບົວທາ ຂັດ​ທິ​ຍະ ກຳ­ມະ­ການ​ຫົວຫນ້າ​ກອງ​ເລ­ຂາ ຄຂພສ ກ່າວວ່າ: ການ​ສ້າງ ຂພສ ມີ​ຄວາມ​ສຳຄັນ​ຍິ່ງ, ເປັນ​ສິ່ງ​ດຶງ​ດູດ​ການ​ລົງທຶນ​ຈາກ​ພາຍ​ໃນ ແລະ ຕ່າງ​ປະເທດ ນຳ​ເອົາ​ນະ­ໂຍ­ບາຍ​ຍົກ­ເວັ້ນ ແລະ ຫລຸດ­ຜ່ອນ​ພາ­ສີ-ອາ­ກອນມາ​ນຳ​ໃຊ້ ເພື່ອ​ສົ່ງ­ເສີມ​ການ​ກໍ່ສ້າງ​ພື້ນ­ຖານ​ໂຄງ​ລ່າງ, ການ​ຜະລິດ​ເພື່ອ​ສົ່ງ​ອອກ, ການ​ສ້າງວຽກ​ເຮັດ​ງານ​ທຳ, ການ​ຍົກ​ລະດັບ​ສີ­ມື​ແຮງ​ງານ​ພາຍ​ໃນ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະໄຫມ, ຂະ­ນະ​ດຽວ​ກັນ​ກໍ່​ເປັນ​ການສ້າງ​ລາຍ​ຮັບ​ທີ່​ໄດ້​ຈາກ​ການເກັບ​ພາ­ສີ-ອາ­ກອນ​ຈາກ​ຜູ້​ພັດ​ທະນາ, ຈາກ​ຜູ້​ຊົມ­ ໃຊ້... ເພື່ອ​ເອົາລາຍ​ຮັບ​ດັ່ງ­ກ່າວ​ໄປ​ພັດ­ທະ­ນາພື້ນ­ຖານ​ໂຄງ​ລ່າງ​ທາງ​ດ້ານ​ເສດຖະ​ກິດ-ສັງ­ຄົມ​ໃນ​ທ້ອງ­ຖິ່ນ ແລະ ສູນ​ກາງທີ່​ສຳ­ຄັນ​ເປົ້າ​ຫມາຍ ແມ່ນ​ເພື່ອ​ສ້າງ​ຄວາມ​ສີ­ວິ­ໄລ​ຢູ່ເຂດ​ຊົນ­ນະ­ບົດ​ຫ່າງ​ໄກ​ສອກຫລີກ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ.

http://blogs.straitstimes.com/wp-content/uploads/2010/10/1/04.jpg">

https://blogger.googleusercontent.com/img/b/R29vZ2xl/AVvXsEgfc6QusdWGS0QrHey4LTPPKgBe6LD231IQBWvNUPEG1aFcL0gsE0GwUTAFMVDQ-8Yw-cTm4JWZ6czEI3q1GWxioXchT8lotX8gI0ZLbCUB0tsnMVM2-eN0ifoeDQJAuFNQq9yD/s1600/4+May%252C+Luang+Namtha+to+Chinese+Border+to+OudomXai+049.jpg">

http://farm4.staticflickr.com/3122/2630200830_ca34b89933_o.jpg">

Ecom



Posted by samakomlao on 10:48 AM. Filed under , , . You can follow any responses to this entry through the RSS 2.0. Feel free to leave a response

2 comments for "ລັດຖະບານກຽມອະນຸມັດສ້າງ ເຂດເສດຖະກິດພິເສດ ອີກ 5 ແຫ່ງຕົ້ນປີ2012"

  1. Anonymous

    ໃນນາມນັກທຸລະກິດລາວຄົນໜຶໍ່ງ ຜ່ານປະເທດຕ່າງຯມາ ຫລາຽກ່ວາ 80 ປະເທດ ໃນ 25ປີ.
    ຂ້ອຽໄດ້ຍິນ ໄດ້ຟັງຂ່າວຈາກປະເທດລາວແລ້ວ ໜ້າສົງສານຄົນລາວ ທັ້ງຯທີ່ປະເທດລາວ
    ອຸດົມສົມບູນ ແລະລັດຖະບານບໍ່ມືຄຸນນະພາບ ກວ່າ36 ປີ ທີ່ປົກຄອງປະເທດມາ ລາຽໄດ້
    ຄົນລາວຍັງຕໍ່າກວ່າ 1200 ໂດລາ ສິ່ງທື່ໜ້າເສົ້າທີ່ສຸດ ບັນດາປະເທດຕ່າງຯ ພາກັນຕໍ່ຕ້ານ
    ລາວ ໃນການສ້າງເຂີໍ່ອນ ໃນແມ່ນໍ້າຂອງ ໂດຍເອົາປາບິໍກອ້າງ, ນອກນັ້ນ ຍຸໃຫ້ NGO
    ຕ່າງຯມາຄັດຄ້ານ.ເພາະເຂົາຮູ້ວ່າ ຖ້າລາວໄດ້ສ້າງເຂີໍ່ອນຕ່າງຯ ໃນແມ່ນໍ້າຂອງໄດ້ ປະເທດຈະ
    ພົ້ນຈາກບັນດາປະເທດທີ່ທຸກຈົນ ນີ້ແຫລະຄີໍສາເຫດ. ວິທະຍາການໃໝ່ ໃນການສ້າງເຂີໍ່ອນ
    ທຸກວັນນີ້ເຂົາສ້າງຢູ່ໃຕ້ນໍ້າ ໂດຽກັ້ນນໍ້າສູງພຽງ 4-6 ແມັດ ເຄີໍ່ອງປັ່ນໄຟ, ຫ້ອງຄວບຄຸມ
    ທັງໝົດຢູ່ໃຕ້ນໍ້າ. ຖ້າຄົນລາວສະຫລາດ ປານນີ້ ລາວມີເມີໍອງໃໝ່ ບິໍງທາດຫລວງ ມາທຽບ
    ເຍົາວະລາດ ຂອງໄທ ໄຄກ່ວາບໍ່ມີຫັຽງ ທຸກວັນນີ້ມີແຕ່ຄິດອິດສາເຂົາ.ອີກຈັກປີຫົວລາວຈິໍ່ງຈະ
    ສະຫລາດທັນໂລກ.

  2. Anonymous

    what have you ever done to your own mother laos country. brother??

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added