ນ້ອງນາງສາວປະຕິທິນເບຍລາວ ປີ 2012 ເຜີຍຕົວສູ່ສັງຄົມ
ບັນດານ້ອງນາງສາວທັງ 6 ຄົນ ທີ່ຖືກຄັດເລືອກເປັນນາງສາວປະຕິທິນປີ 2012 ຂອງບໍລິສັດເບຍລາວ ຈຳກັດ ເປີດຕົວຢ່າງເປັນທາງການອອກສູ່ສັງຄົມໃນແລງວານນີ້ທີ່ໂຮງແຮມເສດຖາປາລາດສ໌ ພິເສດປະຕິທິນເບຍລາວປີ 2012 ນີ້ ເນັ້ນເລື່ອງທຳມະຊາດຄຽງຄູ່ກັບການຮັກສາສິ່ງແວດລ້ອມ.
ໃຫ້ກຽດເຂົ້າຮ່ວມເປີດຕົວປະຕິທິນຂອງທ່ານ ບຸນກັນ ກຸລະບຸດ ຜູ້ຊ່ວຍຜູ້ອຳນວຍການບໍລິສັດເບຍລາວ ຈຳກັດ ມີພະນັກງານບັນດາສື່ມວນຊົນທຸກຂະແຫນງການເຂົ້າຮ່ວມ.
ທ່ານ ບຸນກັນ ກຸລະບຸດ ກ່າວວ່າ: ປະຕິທິນເບຍລາວປີ 2012 ເນັ້ນຄວາມບໍລິສຸດສົດໃສຄືຈຸດຫມາຍຂອງນັກເດີນທາງທົ່ວໂລກ ໄດ້ໃຫ້ຄວາມສົນໃຈຢາກເຂົ້າມາສຳຜັດຢ້ຽມຢາມວິຖີຊີ ວິດອັນດີງາມຂອງຄົນລາວ ດ້ວຍການຊອກຫາຄວາມຫລາກຫລາຍທາງຊີວະນາໆພັນນັ້ນ ແມ່ນຄວາມຫລົງໄຫລໃນຊີວິດທາງທຳມະຊາດ ແລະ ສິ່ງແວດລ້ອມ ເພາະໃນຊີວິດປະຈຳວັນ ຂອງພວກເຮົາແຕ່ລະຄົນໄດ້ຊື່ນຊົມ ແລະ ຫລົງໄຫລໃນສິ່ງແວດລ້ອມອ້ອມຂ້າງທີ່ແຕກຕ່າງກັນບາງຄົນກໍ່ມັກຕົ້ນໄມ້, ສາຍນ້ຳ ແລະ ກິ່ນຫອມຂອງມວນມາລານາໆຊະນິດ ຫລາຍຄົນກໍ່ຕິດໃຈກັບອາກາດທີ່ບໍລິສຸດສົດໃສ ແລະ ປະທັບໃຈກັບປະຕິມະກຳ... ທີ່ທຳມະຊາດໄດ້ແຕ່ງແຕ້ມໄວ້ໃຫ້ໃນຜືນແຜ່ນດິນລາວ ສະນັ້ນປະຕິທິນເບຍລາວປີ 2012 ໄດ້ເນັ້ນເລື່ອງທຳມະຊາດ ຄຽງຄູ່ກັບການຮັກສາສິ່ງແວດລ້ອມ.
ທ່ານ ບຸນກັນ ກ່າວຕື່ມອີກວ່າ: ສຳລັບການປະກວດຄົ້ນຫານາງສາວປະຕິທິນເບຍລາວປີ 2012 ໄດ້ຮັບຄວາມສົນໃຈຈາກມວນຊົນໃນທົ່ວປະເທດພໍສົມຄວນ ໂດຍສະເພາະສາວໆໃຫ້ ຄວາມສົນໃຈມາສະຫມັກ 300 ກວ່າຄົນ, ໃນຕອນທ້າຍທາງບໍລິສັດເບຍລາວຍັງໄດ້ມອບເງິນລາງວັນໃຫ້ແກ່ 6 ນ້ອງນາງ ສາວຄົນລະ 15 ລ້ານກີບ.
Ecom

ນ້ອງນາງສາວ
ນີ້ແປວ່ານາງສາວບໍ່ໄດ້ມາ
ມີແຕ່ນ້ອງນາງສາວມາ
ຜູ້ດຽວ
ຄວນພາເອື້ອຍມານຳ
ຍອມຮັບວ່າ ປະຕິທິນເບຍລາວ ແລະ ໂຄສະນາເບຍລາວສ້າງສັນ ວັດທະນະທຳລາວດີຫລາຍ ! ແຕ່ເປັນຫ່ວງວ່າ ດຽວນີ້ປະເທດລາວພວມກາຍເປັນປະເທດຂີ້ເຫລົ້າແລ້ວ ພີ່ນ້ອງເອີຍ !ຫົວທໍ່ໝາກຕ້ອງກໍ່ດື່ມເບຍແລ້ວ ! ຜູ້ສາວແຮ່ງເກັ່ງ ! ຢາກໃຫ້ ອີ່ຕົນປະເທດຂ້ອຍເດ່ !
ບໍ່ເຄີຍໄດ້ຍິນມາກ່ອນ ແລະສັງຄົມລາວແຕ່ກ່ອນ ເພີ່ນບໍ່ເວົ້າກັນ ອັນຄຳວ່າ ( ນ້ອງນາາງສາວ)
ພວກນີ້ມັນດັດຈະຣິດຢາກສະແດງວ່າຕົນເອງເວົ້າມ່ວນ ຍິ່ງພາໃຫ້ພາສາລາວ ແລະຄວາມລາວ ຈິບຫາຍ! ເຂົາບໍ່ເວົ້າຈັກເທື່ອເດີ ນ້ອງ ນາງສາວລາວ ນ້ອງນາງສາວເບັຍລາວ ເບື່ອຈິບຫາຍພວກນີ້.
ໂອຍຢ່າຄິດຫລາຍອາວເອີຍ ! ດຽວນີ້ໄວບະກອນລາວມັນເພໝົດແລ້ວ ! ບັນດາແມ່ຍິງກໍ່ຢາກໄດ້ຄວາມສະເໝີພາບແຮງ ( ໄດ້ຊຳ່ໃດເພິ່ນກໍ່ບໍ່ພໍ ) ຈົນລືມຫລັກໄວຍະກອນ ! ຜ່ານມາມັນຊິມີຈັກເທື່ອຄຳວ່າ " ທ່ານ ນາງ " ຕໍ່ໄປຂ້ອຍກໍ່ຂໍໃຊ້ຄຳວ່າ " ທ່ານ ທ້າວ " ໄດ້ບໍ່ນໍ້ ? ຮາ ໆໆໆໆໆໆໆໆໆໆ
hahahahhah amn leoooooo