ມອບ-ຮັບໂຄງການໄຟຟ້າແສງສະຫວ່າງ ຢູ່ອະນຸສາວະລີເຈົ້າອານຸວົງ
(ຂປລ): ພິທີມອບ-ຮັບ ໂຄງການຕິດຕັ້ງໄຟຟ້າແສງສະຫ່ວາງປະດັບປະດາ ໃສ່ສວນອະນຸສາວະລີ ເຈົ້າອານຸວົງ ໄດ້ຈັດຂຶ້ນໃນວັນທີ 22 ທັນວາ 2011 ຢູ່ທີ່ ສວນເຈົ້າອານຸວົງ ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ປາກ ຈົງໂຮ, ປະທານ ບໍລິສັດ ນາແລ ເອເລັກຕຼິກ ຈຳກັດ ສ. ເກົາຫລີ ແລະ ທ່ານ ແກ້ວພິລາວັນ ອາໄພ ລາດ, ຮອງເຈົ້າຄອງນະຄອນຫວງວຽງຈັນ, ມີບັນດາພະນັກງານວິຊາການຂັ້ນສູງ ຂອງທັງສອງຝ່າຍ ເຂົ້າຮ່ວມ.
ໂຄງການດັ່ງກ່າວ ໄດ້ເລີ້ມລົງມືຕິດຕັ້ງມາແຕ່ວັນທີ 20 ພະຈິກ 2011 ແລະ ໄດ້ສຳເລັດໃນວັນທີ 30 ພະຈິກ 2011 ປະຈຸບັນ ແມ່ນໄດ້ເປີດນຳໃຊ້ເປັນ ປົກກະຕິແລ້ວ ໂດຍການຕິດຕັ້ງຂອງບໍລິສັດ ນາແລ ເອລິກຕຼິກ ຈຳ ກັດ ເປັນຜູ້ໃຫ້ທຶນຊ່ວຍເຫລືອລ້າໃນການຕິດຕັ້ງ ຊຶ່ງປະກອບມີດອກໄສະປອດໄລ 8 ໜ່ວຍ, ພ້ອມດ້ວຍເສົາຕິດ ຕັ້ງ 4 ດ້ານ ເພື່ອເຍືອງໃສ່ຮູບປັ້ນຫລໍ່ເຈົ້າອານຸວົງ ໃຫ້ເຫັນແຈ້ງສະຫວ່າງດີ, ດອກໄຟປະຢັດ Led ບາຕິດຕັ້ງ ອ້ອມແທ່ນຮູບປັ້ນເຈົ້າ ອານຸວົງ, ຕິດຕັ້ງໃສ່ທາງຂຶ້ນ-ລົງຮູບປັ້ນຫລໍ່ 4 ດ້ານ, ແລະ ທາງຂຶ້ນ-ລົງແຕ່ສວນຫາຮູບ ປັ້ນຫລໍ່ ແລະ ອ້ອມແທ່ນນ້ຳພຸ ເຊິ່ງມີຄວາມຍາວທັງໝົດ 127 ແມັດ, ດອກໄຟປະ ຢັດປະເພດເຍືອງທາງ ພ້ອມດ້ວຍເສົາຕິດຕັ້ງໃສ່ສວນເຈົ້າອານຸຈຳນວນ 10 ຈຸດ. ນອກນີ້ບໍລິສັດດັ່ງກ່າວ ຍັງໄດ້ຕິດຕັ້ງດອກໄຟປະຢັດ ປະເພດ ເຍືອງທາງ ພ້ອມດ້ວຍເສົາຕິດຕັ້ງໃສ່ຖະໜົນລ້າງຊ້າງ, ຕໍ່ໜ້າ ມສ ວຽງຈັນ ຈຳນວນ 3 ຈຸດ, ດອກໄຟປະຢັດ ປະເພດເຍືອງທາງ ພ້ອມດ້ວຍເສົາຕິດຕັ້ງຖະໜົນ ທ່າເດື່ອ ເຂດ 4 ແຍກໄຟແດງໜອງໄຮ ຈຳນວນ 2 ຈຸດ, ດອກ ໄຟສີສຳລັບຕິດຕັ້ງໃສ່ນ້ຳພຸ ຈຳນວນ 12 ດອກ ຄິດເປັນມູນຄ່າລວມທັງໝົດ 200.000 ໂດລາສະຫະລັດ
ທ່ານ ແກ້ວພິລາວັນ ອາໄພລາດ ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈ ມາຍັງປະ ທານບໍລິສັດ ນາແລ ເອເລັກຕຼິກ ຈຳກັດ ທີ່ໄດ້ໃຫ້ການ ສະນັບສະໜູນຊ່ວຍເຫລືອໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນຊ່ວຍເຫລືອລ້າ ໃນການຕິດຕັ້ງໄຟຟ້າແສງສະຫວ່າງປະດັບປະດາ ໃສ່ບໍລິເວນອະນຸສາວະລີ ເຈົ້າອານຸວົງ, ຖະໜົນລ້ານຊ້າງ ແລະ ຖະໜົນທ່າເດື່ອ ນັ້ນແມ່ນການປະກອບສ່ວນອັນຈິງໃຈ ຂອງບໍລິສັດ ນາແລ ເອເລັກຕຼິກ ຈຳກັດ ໃຫ້ແກ່ນະຄອນ ຫລວງວຽງຈັນ ໂດຍບໍ່ໄດ້ຄິດຄ່າຕອບ ແທນແຕ່ຢ່າງ ໃດພ້ອມທັງມີຄວາມຮູ້ສຶກວ່າ ເວລາໃດສອງຊາດລາວ ສ. ເກົາຫລີ ໄດ້ມີການສຳພັນ ຮ່ວມມືກັນຢ່າງ ສະໜິດແໜ້ນ ໂດຍສະເພາະ ແມ່ນການໄປ ມາຫາສູກັນຂອງປະຊາຊົນສອງຊາດ ກໍນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນຕາມລຳດັບ./.

thank you very much to all korean people!!!