Update ການສ້າງເຂດນິຄົມອຸດສາຫະກໍາ ແລະ ການຄ້າ

ນັກລົງທຶນຈີນໄດ້ຈົກເງິນໄປແລ້ວຫລາຍກວ່າ 3 ລ້ານໂດລາສະຫະລັດ ກໍ່ສ້າງເຂດນິຄົມອຸດສາຫະກຳ ແລະ ການຄ້າ, ມາຮອດເວລານີ້ມີຄວາມຄືບຫນ້າກາຍເຄິ່ງທາງແລ້ວ ໂດຍ ຄາດວ່າຈະໃຊ້ທຶນໃນການກໍ່ສ້າງທັງຫມົດປະມານ 70 ລ້ານກວ່າໂດລາ ແລະ ໃຫ້ສຳເລັດໃນອີກ 5 ປີ.
ທ່ານ ເຊີນຈຸ້ນ ເສີນ ຜູ້ອຳນວຍການບໍລິສັດລາວວິຕາ (ເຂດນິຄົມອຸດສາຫະກຳ ແລະ ການຄ້າ) ໄດ້ເປີດເຜີຍຕໍ່ນັກຂ່າວຫນັງສືພິມເສດຖະກິດ-ສັງຄົມເມື່ອອາທິດຜ່ານມານີ້ໃຫ້ຮູ້ວ່າ: ພາຍຫລັງທີ່ໄດ້ເຮັດບົດບັນທຶກຮ່ວມກັບລັດຖະບານແຫ່ງ ສປປ ລາວ ໃນປີ 2009 ໂດຍລັດຖະບານລາວຖືຮຸ້ນ 30% ແລະ ນັກທຸລະກິດຈີນຖືຮຸ້ນ 70% ໃນໄລຍະສຳປະທານ 70 ປີ, ຫລັງຈາກນັ້ນ ມາໃນຕົ້ນປີ 2011 ບໍລິສັດລາວວິຕາເລີ່ມລົງມືກໍ່ສ້າງເຂດນິຄົມອຸດສາຫະກຳ ແລະ ການຄ້າທີ່ກິໂລແມັດຫລັກ 22 ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນເນື້ອທີ່ທັງຫມົດ 110 ເຮັກຕາ, ມາຮອດປະຈຸບັນການກໍ່ສ້າງໂຄງການດັ່ງກ່າວມີຄວາມຄືບຫນ້າໄປແລ້ວ 60%, ໂດຍໄດ້ສຳເລັດການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮອງຮັບການລົງທຶນຈາກນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດທີ່ສົນໃຈເຂົ້າມາລົງທຶນສ້າງໂຮງຈັກໂຮງງານອຸດສາຫະກຳໃນເຂດນີ້.
ທ່ານ ເຊີນຈຸ້ນ ເສີນ ແຈ້ງໃຫ້ຮູ້ວ່າ: ມາຮອດເວລານີ້ ທາງບໍລິສັດໄດ້ໃຊ້ງົບປະມານເຂົ້າໃນການກໍ່ສ້າງໃນເບື້ອງຕົ້ນໄປແລ້ວ 3 ລ້ານກວ່າໂດລາ, ຄາດວ່າຫມົດປີ 2012 ການກໍ່ສ້າງຈະຄືບຫນ້າໃນລະດັບ 80% ແລະ ຈະໃຊ້ທຶນໃນການກໍ່ສ້າງປະມານ 10 ລ້ານໂດລາສະຫະລັດ, ຫລັງຈາກນັ້ນອີກ 4 ປີຂ້າງຫນ້າການສ້າງເຂດນິຄົມອຸດສາຫະກຳ ແລະ ການຄ້າດັ່ງກ່າວກໍ່ຈະສຳເລັດຢ່າງສົມບູນ ຄາດຈະໃຊ້ທຶນທັງຫມົດບໍ່ຕ່ຳກວ່າ 70 ລ້ານກວ່າໂດລາສະຫະລັດ.
ທ່ານ ເຊີນຈຸ້ນ ເສີນ ກ່າວຢ້ຳວ່າ: ເມື່ອເຂດນິຄົມອຸດສາຫະກຳ ແລະ ການຄ້າ ສ້າງສຳເລັດຈະມີຫລາຍເງື່ອນໄຂທີ່ອຳນວຍຄວາມສະດວກໃຫ້ແກ່ການລົງທຶນ, ຊີວິດການເປັນຢູ່ຂອງປະຊາຊົນຈະໄດ້ຮັບການພັດທະນາດີຂຶ້ນ, ຈະສ້າງວຽກເຮັດງານທຳຫລາຍຢ່າງ, ຍົກສູງດ້ານເຕັກນິກວິຊາການທາງການກໍ່ສ້າງຕ່າງໆ ທີ່ສຳຄັນຄືສ້າງລາຍໄດ້ແກ່ລັດຖະບານລາວ, ນິຄົມອຸດສາຫະກຳ ແລະ ການຄ້າຈະເຮັດ ໃຫ້ ສປປ ລາວ ມີໃບຫນ້າໃຫມ່ໃນເວທີສາກົນ ໂດຍສະເພາະສ້າງບົດບາດດ້ານການລົງທຶນທີ່ສາມາດດຶງດູດເອົານັກທຸລະກິດຕ່າງປະເທດໃຫ້ເຂົ້າມາລົງທຶນໃນລາວຫລາຍຂຶ້ນ.
ecom
we can't read your news,so sorry somethingwrong your system, please up grade
Hello! I can't read Lao. Please translate!!! This news seem interesting to read!!!