ດົງໂພສີ ຈະກາຍເປັນສູນລວມໃຫຍ່ດ້ານການຄ້າ ແລະ ເຂດເສດຖະກິດສະເພາະ
ນະຄອນຫລວງວຽງຈັນຈະຍົກລະດັບເຂດວຽງຈັນເນລະມິດດົງໂພສີໃຫ້ເປັນເຂດເສດຖະກິດສະເພາະ, ຫັນໄປສູ່ການເປັນອຸດສາຫະກຳແລະທັນສະໄຫມ ຮອບດ້ານ, ເນັ້ນໃສ່ຮອງຮັບດ້ານການຄ້າ, ການບໍລິການການທ່ອງທ່ຽວທີ່ເຫັນວ່ານັບມື້ນັບມີການຂະຫຍາຍຕົວຜ່ານຂົວມິດຕະພາບລາວ-ໄທແຫ່ງທີ 1.
ທ່ານ ບຸນຍາລິດ ແສງຄຳຍອງ ຫົວຫນ້າໂຄງການພັດທະນາເຂດດົງໂພສີເປີດເຜີຍຕໍ່ທີມຂ່າວເສດຖະກິດ ພວກເຮົາກ່ອນຫນ້າຈະມີການເຊັນຍົກລະດັບເຂດວຽງຈັນເນລະມິດດົງໂພສີ ເປັນ ເຂດເສດຖະກິດສະເພາະໂດຍທ່ານກ່າວວ່າ: ໂຄງການພັດທະນາເຂດດົງໂພສີໄດ້ຖືກກຳນົດສ້າງໃຫ້ເປັນເຂດຮອງຮັບການຄ້າຕາມບໍລິເວນຊາຍແດນ, ຜ່ານເຂົ້າ-ອອກຂົວມິດຕະພາບ 1 (ນະ ຄອນຫລວງວຽງຈັນ- ຫນອງຄາຍ) ຫລື ເອີ້ນວ່າເຂດປອດພາສີ; ໃນເຂດນີ້ຈະມີການ ສ້າງສູນການຄ້າ, ສາງພັກສິນຄ້າ, ສູນວາງສະແດງສິນຄ້າ, ບ່ອນປະຊຸມ, ໂຮງແຮມ, ສະຖານທີ່ພັກ ຜ່ອນ, ທະນາຄານ... ທັງນີ້ກໍ່ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ເກີດການຄ້າຕາມບໍລິເວນຊາຍແດນໃຫ້ຫລາຍຂຶ້ນ, ດຶງດູດການລົງທຶນຂອງພາຍໃນ ແລະ ຕ່າງປະເທດມາລົງທຶນໃນເຂດດົງໂພ ສີ, ຂະນະດຽວກັນເປັນການຫລຸດຜ່ອນການໄປຊື້ສິນຄ້າຢູ່ຕ່າງປະເທດຂອງຄົນລາວໃຫ້ຫນ້ອຍລົງ.
ກອງເລຂາຄະນະກຳມະການແຫ່ງຊາດລາວເພື່ອການຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະໄດ້ລາຍງານຢູ່ໃນງານພິທີເຊັນສັນຍາຍົກລະດັບເຂດພັດທະນາດົງ ໂພສີເປັນເຂດເສດຖະກິດສະເພາະ, ທີ່ຈັດຂຶ້ນຢູ່ໂຮງແຮມລາວພລາຊານະຄອນຫລວງວຽງຈັນເມື່ອວັນທີ 16 ມັງກອນນີ້ວ່າ: ເຂດເສດຖະກິດສະເພາະດົງໂພສີ ແມ່ນບໍລິສັດຢູນີເວີຊານ ປາຊີ ຟິກຈຳກັດເປັນຜູ້ພັດທະນາໂຄງການ ໂດຍປະຕິບັດຕາມຂໍ້ກຳນົດສັນຍາວ່າດ້ວຍການພັດທະນາເຂດ ເຊິ່ງເນັ້ນໃສ່ຮອງຮັບດ້ານການຄ້າເຊັ່ນ: ສ້າງຮ້ານຄ້າປອດພາສີ, ສູນວາງສະແດງສິນຄ້າ ລະດັບສາກົນ, ຮ້ານຊັບພະສິນຄ້າ, ຮ້ານຄ້າຂາຍຍົກ; ຮອງຮັບດ້ານການບໍລິການເຊັ່ນ: ທະນາຄານ, ໂຮງຫມໍທັນສະໄຫມ, ສູນຊ່ຽວຊານປິ່ນປົວ, ຫ້ອງປະຊຸມລະດັບສາກົນ, ຫ້ອງການເຈົ້າ ຫນ້າທີ່ລັດ, ສະໂມສອນກີລາ; ຮອງຮັບດ້ານການທ່ອງທ່ຽວ- ໂຮງແຮມ, ບ່ອນພັກຜ່ອນ, ສະປາ, ບັນເທີງ, ສວນສາທາລະນະ; ນອກຈາກນີ້ຍັງມີການສ້າງຮົ້ວອ້ອມເຂດ ແລະ ທາງເຂົ້າ- ອອກ, ສະຖານທີ່ບຳບັດນ້ຳເປື້ອນ.
ການເຊັນສັນຍາເທື່ອນີ້ກໍ່ເພື່ອນຳເອົາກົນໄກການຄຸ້ມຄອງ ແລະ ບໍລິຫານພິເສດຕາມກົນໄກແລະນະໂຍບາຍໃຫມ່ຂອງການພັດທະນາເຂດເສດຖະກິດພິເສດຕາມກົນໄກ ແລະ ນະໂຍ ບາຍໃຫມ່ຂອງການພັດທະນາເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະທີ່ກຳນົດໄວ້ໃນກົດຫມາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ດຳລັດວ່າດ້ວຍເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະເພື່ອຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ, ເປັນຕົ້ນການຄຸ້ມຄອງຕາມລະບົບຕາປະທັບດຽວ, ຫັນເປັນອຸດສາຫະກຳ ແລະ ທັນ ສະໄຫມດ້ວຍການນຳໃຊ້ເອເລັກໂຕຣນິກສາມາດກວດສອບໄດ້ຢ່າງໂປ່ງໃສ.
ທ່ານ ສົມຫມາຍ ອຸ່ນພິລາ ຮອງຫົວຫນ້າຂະແຫນງການນຳເຂົ້າ-ສົ່ງອອກພະແນກອຸດສາຫະກຳແລະການຄ້ານະຄອນຫລວງວຽງຈັນເປີດເຜີຍເມື່ອບໍ່ດົນມານີ້ວ່າ: ຜ່ານມາປະຊາຊົນລາວ ມັກຂ້າມໄປຊື້ສິນຄ້າຢູ່ປະເທດໄທຫລາຍເກີນໄປເຮັດໃຫ້ການເຂົ້າ-ອອກຂອງພົນລະເມືອງລາວມີທ່າອຽງສູງຂຶ້ນດັ່ງນັ້ນການສ້າງເຂດເສດຖະກິດສະເພາະຂຶ້ນ ເພື່ອຈະເປັນການຊຸກຍູ້ສົງເສີມ ການຄ້າຕາມບໍລິເວນຊາຍແດນໃຫ້ກວ້າງຂວາງແລະຫລາກຫລາຍ, ຊ່ວຍຫລຸດຜ່ອນການອອກໄປຊື້ສິນຄ້າຢູ່ຕ່າງປະເທດລົງ. ນອກນັ້ນຍັງຈະເປັນພື້ນຖານໃຫ້ແກ່ການຮອງຮັບສິນຄ້າໃນ ຍຸກເສລີການຄ້າອາຊຽນ. ພ້ອມດຽວກັນນີ້ສປປລາວພວມຂຸ້ນຂ້ຽວເຈລະຈາ ເພື່ອເຂົ້າເປັນສະມາຊິກຂອງອົງການການຄ້າໂລກ, ສະນັ້ນຖ້າບໍ່ມີການກະກຽມກໍ່ຈະເຮັດໃຫ້ເກີດຄວາມເສຍ ປຽບດ້ານການຄ້າ.
Ecom