|

Lao Central Airlines ຈະນຳເຮືອບິນເຂົ້າມາຕື້ມອີກ 3 ລຳ !!!



ບໍ­ລິ­ສັດ​ລາວ ເຊັນ​ໂທຣ ແອ​ລາຍ ມະ­ຫາ­ຊົນ ຈັດ​ຖະ­ແຫຼງ​ຂ່າວ​ສາຍ​ການ­ບິນ​ລາວ ເຊັນ​ໂທຣ ແອ​ລາຍ ໃນ​ວັນ​ທີ 5 ມັງ­ກອນ​ຜ່ານ​ມາ ທີ່​ຫ້ອງ​ປະ­ຊຸມ​ທະ­ນາ­ຄານ​ພົງ​ສະ­ຫວັນ ໂດຍ​ມີ​ອຳ­ນວຍ​ການ​ບໍ­ລິ­ສັດ ນັກ​ບິນ ພະ­ນັກ­ງານ​ບໍ­ລິ­ການ​ເທິງ​ເຮືອ­ບິນ ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ນາງ ສະ­ຫວັນ​ພອນ ພົງ​ສະ­ຫວັນ ອຳ­ນວຍ​ການ​ໃຫຍ່​ບໍ­ລິ­ສັດ​ລາວ ເຊັນ​ໂທຣ ແອ​ລາຍ ມະ­ຫາ­ຊົນ ໄດ້​ກ່າວ​ວ່າ ປັດ­ຈຸ­ບັນ ບໍ­ລິ­ສັດ​ລາວ ເຊັນ​ໂທຣ ແອ​ລາຍ ມະ­ຫາ­ຊົນ ໄດ້​ສຳ­ເລັດ​ການ​ກຽມ​ຄວາມ​ພ້ອມ​ໃນ​ດ້ານ​ຕ່າງ​ເກືອບ 100% ບໍ­ລິ­ສັດ​ລາວ ເຊັນ​ໂທຣ ແອ​ລາຍ ມະ­ຫາ­ຊົນ ໄດ້​ຈັດ​ຊື້​ເຮືອ­ບິນ​ໄອ​ພົ່ນ​ລຸ້ນ​ໂບ​ອິງ 737-400 ຂະ­ໜາດ 168-170 ບ່ອນ​ນັ່ງ ເປັນ​ເຮືອ­ບິນ​ທັນ​ສະ­ໄໝ​ຈາກ​ຕ່າງ­ປະ­ເທດ ຈຳ­ນວນ 2 ລຳ ມາ​ເຖິງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ເຊິ່ງ​ເຮືອ­ບິນ​ທັງ 2 ລຳ ໄດ້​ຜ່ານ​ຂະ​ບວນ​ການ​ກວດ­ກາ ແລະ ໄດ້​ຮັບ​ໃບ­ຢັ້ງ­ຢືນ​ເດີນ​ອາ­ກາດ (C of A) ແລະ ໃບ­ຢັ້ງ­ຢືນ​ການ​ໂອນ​ທະ­ບຽນ​ເປັນ​ລາວ (C of R) ຢ່າງ​ສົມ­ບູນ ເຮືອ­ບິນ 2 ລຳ ເປັນ​ພຽງ​ສ່ວນ​ໜຶ່ງ​ໃນ​ແຜນ­ການ​ຈັດ​ຊື້​ເຮືອ­ບິນ​ຂອງ​ບໍ­ລິ­ສັດ ເພື່ອ​ມາ​ໃຫ້​ບໍ­ລິ­ການ​ລະ­ຫວ່າງ​ປະ­ເທດ ໃນ​ເບື້ອງ​ຕົ້ນ​ບໍ­ລິ­ສັດ​ຍັງ​ມີ​ແຜນ​ຈະ​ຈັດ​ຊື້​ເຮືອ­ບິນ​ລຸ້ນ​ໂບ​ອິງ 737-800 ເພີ່ມ​ອີກ​ໃນ­ຕໍ່­ໜ້າ ສຳ­ລັບ​ເປົ້າ​ໝາຍ​ຂອງ​ບໍ­ລິ­ສັດ​ຮອດ​ປີ 2015 ມີ​ແຜນ​ຈະ​ຈັດ​ຊື້​ເຮືອ­ບິນ​ໄອ​ພົ່ນ​ຊູ​ຄອຍ ຊຸບ​ເປີ ເຈ໋ດ ອີກ​ຈຳ­ນວນ 9 ລຳ ໃນ​ນັ້ນ 3 ລຳ​ທຳ​ອິດ ຕາມ​ແຜນ​ແມ່ນ​ຈະ​ນຳ​ເຂົ້າ​ມາ​ໃນ​ທ້າຍ​ປີ 2012.

ສຳ­ລັບ​ແຜນ­ການ​ບິນ​ໃນ​ເບື້ອງ​ຕົ້ນ ບໍ­ລິ­ສັດ​ມີ​ແຜນ​ຈະ​ບິນ​ໄປ​ບັນ­ດາ​ປະ­ເທດ​ໃກ້​ຄຽງ​ໃນ​ອາ​ຊຽນ ເຊັ່ນ ໄທ ຫວຽດ­ນາມ ກຳ­ປູ­ເຈຍ ສປ ຈີນ ມາ​ເລ​ເຊຍ ແລະ ມີ​ແຜນ​ຂະ­ຫຍາຍ​ໄປ​ປະ­ເທດ​ອື່ນໆ​ໃນ­ຕໍ່­ໜ້າ ຊຶ່ງ​ການ­ຈຳ­ໜ່າຍ​ປີ້​ຍົນ ຄາດ​ວ່າ​ຈະ​ເລີ່ມ​ຈຳ­ໜ່າຍ​ປີ້​ໃນ​ໄວໆ​ນີ້ ປັດ­ຈຸ­ບັນ ບໍ­ລິ­ສັດ​ລາວ ເຊັນ​ໂທຣ ແອ​ລາຍ ມະ­ຫາ­ຊົນ ມີ​ຄວາມ​ພ້ອມ​ທາງ​ດ້ານ​ລະ­ບົບ​ການ​ບໍ​ລິ​ການ­ຈຳ­ໜ່າຍ​ປີ້​ຍົນ​ຜ່ານ​ບໍ­ລິ­ສັດ​ຕົວ​ແທນ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ­ປະ­ເທດ ແລະ ຍັງ​ມີ​ແນວ­ທາງ​ທີ່​ຈະ​ນຳ​ໃຊ້​ລະ­ບົບ​ການ​ຂາຍ​ປີ້​ຍົນ​ທີ່​ສາ­ມາດ​ເຊື່ອມ​ຕໍ່​ກັບ​ຕົວ​ແທນ​ຈຳ­ໜ່າຍ​ປີ້​ຍົນ​ທົ່ວ​ໂລກ​ລະ­ບົບ Global Distribution System ໃນ­ຕໍ່­ໜ້າ ທັງ​ນີ້​ບໍ­ລິ­ສັດ​ລາວ ເຊັນ​ໂທຣ ແອ​ລາຍ ມະ­ຫາ­ຊົນ ມີ​ຄວາມ​ມຸ່ງ​ໝັ້ນ​ເພື່ອ​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ເຂົ້າ​ໃນ​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ​ປະ­ເທດ​ຊາດ ທັງ​ໃຫ້​ບໍ­ລິ­ການ​ຮັບ​ໃຊ້​ສັງ­ຄົມ​ດ້ວຍ​ຄຸນ​ນະ​ພາບ​ທີ່​ດີ­ເລີດ.

http://vientianemai.net/images/500/0601201216275129.jpg">

Source: Vientianemai

Posted by samakomlao on 11:51 AM. Filed under , , . You can follow any responses to this entry through the RSS 2.0. Feel free to leave a response

2 comments for "Lao Central Airlines ຈະນຳເຮືອບິນເຂົ້າມາຕື້ມອີກ 3 ລຳ !!!"

  1. Anonymous

    Lao girls with Lao traditional clothing are so mythically beautiful. Especially now they will be flying like angel among the clouds and breezy air. Lao girls are Star"Dao" Angel. hehehehe

  2. Anonymous

    ປີໃໜ່ລາວ ທີ່ຈະມາເຖິງ ຄົນຄົງຊິໄປຫຼິ້ນຫຼວງພະບາງຫຼາຍ ເພາະ ຍົນຈະບໍ່ເຕັມອີກແລ້ວ

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added