ນັກທຸລະກິດຈີນ ກວດຊື້ດິນຢູ່ແຂວງບໍ່ແກ້ວ ເພື່ອປູກກ້ວຍສົ່ງອອກໄປຈີນ
ນັກລົງທຶນຈາກຈີນເກືອບສິບບໍລິສັດໄດ້ທຸ່ມເງິນມະຫາສານເຂົ້າໃສ່ການປູກກ້ວຍໃນ 2 ເມືອງ ທີ່ແຂວງບໍ່ແກ້ວ ໂດຍນຳໃຊ້ເນື້ອທີ່ປູກສາລີໃນເມື່ອກ່ອນແລ້ວ 2 ພັນເຮັກຕາ ເພື່ອປູກ ກ້ວຍສົ່ງອອກ, ຂະນະທີ່ປະຈຸບັນ ຜູ້ປະກອບການພາຍໃນຢ່າງໂຮງອົບສາລີ, ກຸ່ມການຜະລິດສາລີ, ບໍລິສັດຊຸກຍູ້ການຜະລິດສາລີໃກ້ພົບທາງຕັນເພາະບໍ່ມີວັດຖຸດິບ.
ຕາມຂໍ້ມູນທີ່ລົງເກັບກຳຕົວຈິງຂອງວິຊາການກະສິກຳ ແລະ ປ່າໄມ້ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ປະຈຸບັນ ໄດ້ມີນັກລົງທຶນຈາກ ສປ ຈີນ 8 ບໍລິສັດ ໄດ້ເຂົ້າມາລົງທຶນປູກກ້ວຍເປັນສິນ ຄ້າ, ໂດຍສຸມໃສ່ໃນ 2 ເມືອງຂອງແຂວງບໍ່ແກ້ວ, ໃນເນື້ອທີ່ທີ່ນຳໃຊ້ປູກສາລີໃນ ເມື່ອກ່ອນເກືອບ 2 ພັນເຮັກຕາ, ໃນນັ້ນ ມີບໍລິສັດທີ່ລົງທຶນປູກກ້ວຍດ້ວຍຮູບແບບການລົງທຶນ 100% ແລະ ຮູບແບບ 2+3, ໃນນັ້ນການລົງທຶນ 100% ແມ່ນບໍລິສັດຂອງຈີນ, ສ່ວນ 2+3 ແມ່ນເປັນການຮ່ວມກັນລະຫວ່າງບໍລິສັດຈີນກັບຄົນລາວ ໂດຍກ້ວຍທັງຫມົດທີ່ຜະລິດໄດ້ຈະສົ່ງອອກໄປຍັງຕະຫລາດຈີນເປັນຕົ້ນຕໍ.
ນັກທຸລະກິດຈີນໄດ້ໃຊ້ທຶນເຂົ້າເຖິງປະຊາຊົນ 750.000 ກີບຕໍ່ໄລ່ຕໍ່ປີ ຫລື ປະມານ 4,5 ລ້ານກີບຕໍ່ເຮັກຕາ ແລະ ເສຍພາສີທີ່ດິນຕື່ມອີກໃນແຕ່ລະປີຢູ່ໃນວົງສັນຍາ 4 ປີ, ສ່ວນປະຊາຊົນ ເຈົ້າຂອງດິນບາງຄອບຄົວທາງບໍລິສັດໄດ້ຈ້າງໃຫ້ບົວລະບັດຮັກສາ ສວນກ້ວຍປະມານ 3.000 ຕົ້ນ ຫລື ຫລາຍກວ່າອີງຕາມແຮງງານທີ່ມີພາຍໃນຄອບຄົວ, ນອກນີ້ ບໍລິສັດຈີນໄດ້ສະຫນອງຂາເຂົ້າເປັນຕົ້ນ: ຝຸ່ນ, ຢາຂ້າສັດຕູພືດ ແລະ ຝຶກອົບຮົມເຕັກນິກການປູກ, ການໃສ່ຝຸ່ນ, ການເກັບກູ້, ການບົວລະບັດຮັກສາ ແລະ ອື່ນໆ ດ້ວຍວິທີການດັ່ງກ່າວທາງບໍລິ ສັດໄດ້ຄິດໄລ່ຄ່າແຮງງານໃຫ້ ກັບປະຊາຊົນ 250 ກີບຕໍ່ກິໂລ ຫມາກກ້ວຍ, ສຳລັບການກິນຢູ່ປະຈຳວັນບໍລິສັດໄດ້ຈ່າຍເບ້ຍ ລ້ຽງໃຫ້ກ່ອນ 625.000 ກີບຕໍ່ ເດືອນ ແລະ ເງິນຈຳນວນນີ້ຈະຖືກຫັກອອກຈາກເງິນທີ່ຈະຈ່າຍລວມຫລັງເກັບກ່ຽວສຳເລັດ.
ສຳລັບການເກັບກ່ຽວຜົນຜະລິດຫມາກກ້ວຍປີຫນຶ່ງສາມາດເກັບກ່ຽວໄດ້ 2 ເທື່ອ, ຕົ້ນຫນຶ່ງໄດ້ 20 ກິໂລກຣາມ ສະນັ້ນປີຫນຶ່ງປະຊາຊົນຈະໄດ້ຄ່າແຮງງານປະມານ 10 ພັນກີບຕໍ່ຕົ້ນຕໍ່ຄອບຄົວ, ເຊິ່ງລາຍຮັບດັ່ງກ່າວ ເມື່ອມາສົມທຽບກັບການປູກສາລີ ແມ່ນລື່ນກັນຫລາຍ, ໂດຍສະເພາະແມ່ນຮູບແບບເອົາດິນໃຫ້ເຊົ່າປູກກ້ວຍຈະໄດ້ດີກວ່າ, ຖ້າເບິ່ງຕົວເລກໃນການຄິດ ໄລ່ນີ້ ປູກກ້ວຍມີລາຍໄດ້ລື່ນ ເມື່ອຕີລາຄາເບິ່ງແລ້ວ ສ່ວນເກີນດັ່ງກ່າວ ແມ່ນໄດ້ມາຈາກການອອກແຮງງານ, ເມື່ອມາທຽບເບິ່ງຄ່າເຊົ່າກັບລາຍໄດ້ຈາກການປູກສາລີແມ່ນມີມູນຄ່າເກືອບເທົ່າກັນ ເພາະສະນັ້ນປະຊາຊົນຈິ່ງເລືອກວິທີທາງໃຫ້ເຊົ່າດິນ ແລະ ໄປອອກແຮງງານ ໂດຍເປັນລາຍໄດ້ສ່ວນເກີນ.
ປະສົບການທີ່ຜ່ານມາກ່ຽວກັບການປູກກ້ວຍຂອງເມືອງສິງ ແຂວງຫລວງນ້ຳທາ ໄດ້ເລີ່ມການປູກກ້ວຍ ໂດຍໃຫ້ເຊົ່າທີ່ດິນປູກໃນເຂດດິນເນີນສູງ, ໃນຂັ້ນຕໍ່ມາການປູກກ້ວຍໄດ້ລາມໄປ ເຊົ່າດິນນາ ແລະ ເປັນສາເຫດເຮັດໃຫ້ຂາດຄວາມຫມັ້ນຄົງທາງດ້ານເຂົ້າກິນ, ສິ່ງຕາມມາຈຳເປັນຕ້ອງໄດ້ຊື້ເຂົ້າກິນຈາກບ່ອນອື່ນ ແລະ ເຮັດໃຫ້ລາຄາເຂົ້າແພງ, ບໍ່ຖືກຕາມນະໂຍບາຍຂອງພັກ-ລັດກ່ຽວກັບການຄ້ຳປະກັນສະບຽງອາຫານ, ສິ່ງຕາມມາອີກຄືນັກທຸລະກິດບາງຄົນໄດ້ຖິ້ມສວນກ້ວຍ, ໂດຍສະເພາະແມ່ນປີທີ 3 ປະສວນກ້ວຍໄວ້ໃຫ້ເຈົ້າຂອງດິນຫມາກກ້ວຍກໍ່ຂາຍບໍ່ໄດ້ ແລະ ການອະນາໄມກໍກ້ວຍອອກຈາກພື້ນທີ່ແມ່ນມີຄວາມຫຍຸ້ງຍາກ ແລະ ສິ້ນເປືອງຫລາຍ.
ນອກຈາກນັ້ນ ຍັງໄດ້ສົ່ງຜົນກະທົບຕໍ່ກຸ່ມຜະລິດສາລີຄືຖືກຍຸບໄປໃນຕົວ, ບໍລິສັດຊຸກຍູ້ການຜະລິດເຊິ່ງເປັນຄົນລາວຂາດລາຍຮັບ, ບັນດາໂຮງອົບສາລີທີ່ເປັນຫນໍ່ແຫນງໃຫ້ແກ່ການຫັນປ່ຽນເປັນອຸດສາຫະກຳ-ກະສິກຳຖືກຍຸບໄປໃນຕົວເພາະບໍ່ມີວັດຖຸດິບ.
Ecom
ນີ້ຄືວິທີການຂ້າຫຼືກຳຈັດທຸລະກິດຂອງຄົນລາວທາງອອ້ມເພື່ອຜົນປະໂຫຍດຂອງເຂົາສເພາະ
ຄົນລາວຄວນທີສະຕິລະວັງຕົວຕໍ່ວິທີການຂີ້ດຽດຂອງເຂົາ.ຢາກໄປຫລົງເຫີເຫີມນຳຜົນ
ໄດ້ທີ່ຜ່ານຊົ່ວຄາວຊຶ່ງມັນອາດກໍ່ວິກິດການຍາວນານມາສູ້ຄົນລາວບັນດາເຜົາ ແລະ ອາດແກ້
ໄຂຍາກ,ອາດຂື້ນຕໍ່ມັນໄດ້ທາງໃດນຶ່ງ.ໂປຼດລະວັງໄວ້ແຕ່ເນີ້ໆໆ
ພອຈະມີຜູໄດ ທີ່ຮູ້ຈັກບໍລິສັດທີຕ້ອງການເຊ້າດີນຫລືຍາກເຊ້າດີນປູກພືດ ປູກກ້ວຍບໍ່ເນາະ ຕິດຕໍ່ລົມກັນໄດ້ທາງເຮົາມີດີນປະມານ1000ກ່ວາໄລ່ ຕິດຕໍ່ລົມກັນໄດ້ 28530520