ປີນີ້ອັດຕາເງິນເຟີ້ຢູ່ລາວ ຫຼຸດລົງຕະຫຼອດໄລຍະ !
ອັດຕາເງິນເຟີ້ຂອງລາວໃນເດືອນເມສາໄດ້ສືບຕໍ່ຫລຸດລົງເປັນເດືອນທີ 4 ຕິດຕໍ່ກັນນັບແຕ່ເດືອນທັນວາ 2011.
ກ່ອນຫນ້ານັ້ນ ນັກເສດຖະສາດບາງທ່ານໄດ້ມີການຄາດຄະເນວ່າ ອັດຕາເງິນເຟີ້ຂອງລາວໃນໄລຍະ 6 ເດືອນທ້າຍສົກນີ້ອາດມີທ່າອຽງເພີ່ມຂຶ້ນເນື່ອງຈາກລາຄານ້ຳມັນໂລກ ລວມທັງສິນຄ້າບາງປະເພດຢູ່ຕະຫລາດພາຍໃນອາດມີການປັບເພີ່ມຂຶ້ນ ແຕ່ໃນທາງກົງກັນຂ້າມເດືອນເມສາຜັດມີທ່າອຽງຫລຸດລົງ.
ອີງຕາມຂໍ້ມູນຈາກສູນສະ ຖິຕິແຫ່ງຊາດກົມສະຖິຕິເສດຖະກິດກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ໃນເດືອນເມສາ ເຊິ່ງເປັນເດືອນທຳອິດຂອງການຈັດຕັ້ງແຜນພັດທະນາເສດຖະກິດສັງຄົມ 6 ເດືອນທ້າຍສົກ 20112012 ເລື້ອຍໆມາຢູ່ທີ່ລະດັບ 4,37% ເມື່ອທຽບໃສ່ເດືອນມີນາຫລຸດລົງ 0,96% ທີ່ຢູໃນລະດັບ 5,33%.
ຢ່າງໃດກໍ່ຕາມ ເມື່ອສັງເກດເບິ່ງສະພາບການປ່ຽນແປງດັດຊະນີລາຄາການຊົມໃຊ້ລວມເດືອນຕໍ່ເດືອນເຫັນວ່າເດືອນເມສາ 2012 ແມ່ນມີທ່າອຽງທີ່ເພີ່ມຂຶ້ນຫລາຍກວ່າ ເດືອນມີນາຜ່ານມາເນື່ອງຈາກ: ການປ່ຽນແປງຂອງສະພາບອາກາດສົ່ງຜົນໃຫ້ຄວາມສາມາດໃນການຜະລິດ ໂດຍສະເພາະພືດຜັກສົດເພື່ອຈຳຫນ່າຍໃນທ້ອງຕະຫລາດຫລຸດລົງບວກກັບຜົນກະທົບຈາກຄວາມຕ້ອງການໃນການຊົມໃຊ້ຂອງຜູ້ບໍລິໂພກໃນໄລຍະບຸນປີໃຫມ່ລາວສົ່ງຜົນໃຫ້ລາຄາສິນຄ້າປະເພດອາຫານສົດເພີ່ມຂຶ້ນໄດ້ແກ່ພືດຜັກສົດ, ຊີ້ນ ແລະ ສັດປີກ.
ພ້ອມນັ້ນ ການປັບຕົວເພີ່ມຂຶ້ນຂອງລາຄານ້ຳມັນເຊື້ອໄຟ ແລະ ຄ່າຊົມໃຊ້ໄຟຟ້າ ເຊິ່ງໄດ້ກະທົບຕໍ່ການຂົນສົ່ງ ແລະ ຕົ້ນທຶນການຜະລິດ ລວມທັງຜົນກະທົບຈາກການລະບາດຂອງພະຍາດປາກ ເປື່ອຍນຳສັດ (ງົວ,ຄວາຍ) ຢູ່ແຂວງໄຊຍະບູລີ ແລະ ອຸດົມໄຊ ໃນໄລຍະເດືອນທັນວາ 2011 ຫາເດືອນມັງກອນ 2012 ຜ່ານມາ ແລະ ກ່ອນປີໃຫມ່ລາວເປັນຕົ້ນມາລາຄາຊີ້ນຫມູຢູ່ພາກກາງມີທ່າອຽງເພີ່ມຂຶ້ນຫລາຍເຊັ່ນກັນ.
ໂດຍຫມວດສະບຽງອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນເຫລົ້າທຽບໃສ່ເດືອນຕໍ່ເດືອນເພີ່ມເຖິງ 2,2%; ທີ່ຢູ່ອາໄສ, ນ້ຳປະປາ, ໄຟຟ້າ ແລະ ເຊື້ອໄຟຫູງຕົ້ມເພີ່ມຂຶ້ນ 1,8%; ຮ້ານອາ ຫານ ແລະ ໂຮງແຮມເພີ່ມຂຶ້ນສູງເຖິງ 3,1% ແລະ ຫມວດເຫລົ້າຢາສູບເພີ່ມຂຶ້ນ 1,7%.

Samakhomlao is not for all Lao but ONLY for Lao Communist. It is a puppet of Vietnam newspaper. Vow, this fugitive whose name is Kayson Phomvihan is still on the surface of Lao
currency. What a shame and morally corrupted!!!!
ບັກບໍ່ມີແຜ່ນດິນຢູ່ ມາເຫົ່າຫຍັງຢູ່ນີ້
ມຶງບໍ່ມັກເວັບນີ້ ມືງກໍ່ໜີໄປບ່ອນອື່ນ