ເປີດແລ້ວ ສວນນໍ້າພຸຊຽງຍືນ ຈຸດນັດພົບໃຈກາງເມືອງຫລວງ
ຫລັງຈາກຜ່ານແຜນຜັງເຖິງ6 ຄັ້ງໂສມຫນ້າໃຫມ່ສວນນ້ຳພຸຊຽງຍືນຈິ່ງສາມາດເກີດຂຶ້ນໄດ້, ປະຈຸບັນສວນແຫ່ງນີ້ໄດ້ຮັບການປັບປຸງກາຍເປັນຈຸດນັດພົບທີ່ທັນສະໄຫມໃຈກາງນະຄອນຫລວງວຽງຈັນ.
ທ່ານພຶດສະພາພູມມະສັກຮອງຜູ້ອຳນວຍການບໍລິສັດເອເຊຍການລົງທຶນແລະບໍລິການໃຫ້ຮູ້ວ່າ:ບໍລິເວນສວນນ້ຳພຸແຫ່ງນີ້ ມີປະຫວັດສາດຍາວນານກວ່າ100 ປີ, ເຊິ່ງເວລານັ້ນສະຖານທີ່ແຫ່ງນີ້ແມ່ນຕະຫລາດສົດໃຈກາງນະຄອນຫລວງວຽງຈັນ, ໄລຍະຕໍ່ມາໄດ້ຖືກຕົກແຕ່ງໃຫ້ກາຍເປັນສວນນ້ຳພຸ, ແຕ່ໃນໄລຍະ20 ປີຜ່ານມາສວນນ້ຳພຸບໍ່ໄດ້ຮັບການບູລະນະຢ່າງເຕັມສ່ວນຍ້ອນຂາດການສະຫນັບສະຫນູນທາງດ້ານທຶນຮອນຢ່າງຕໍ່ເນື່ອງ.
ດ້ວຍການຊີ້ນຳນຳພາ ແລະເຫັນດີຈາກລັດຖະບານບໍລິສັດເອເຊຍການລົງທຶນແລະບໍລິການຈິ່ງຍື່ນມືເຂົ້າມາພັດທະນາໂດຍມີອາຍຸການສຳປະທານ 30 ປີ, ເພື່ອເຮັດໃຫ້ແທດເຫມາະກັບສະພາບການພັດທະນາໃນຍຸກປະຈຸບັນໂດຍເນັ້ນຫນັກຄວາມສຳຄັນດ້ານຄວາມເປັນມິດກັບສິ່ງແວດລ້ອມບໍລິສັດໄດ້ຜ່ານການຄັດເລືອກແບບການກໍ່ສ້າງເຖິງ6 ຄັ້ງຈິ່ງສາມາດລົງມືສ້ອມແປງບູລະນະນັບແຕ່ທ້າຍປີ2011 ຜ່ານມາ.
ມາຮອດມື້ນີ້ສວນດັ່ງກ່າວໄດ້ເປີດບໍລິການໃຫ້ແກ່ມວນຊົນແລ້ວດ້ວຍໂສມຫນ້າໃຫມ່ໂດຍມີແສງສີສຽງ, ສິ່ງອຳນວຍຄວາມສະດວກຕ່າງໆ, ມີສາລາ, ຫ້ອງອາຫານທີ່ສວຍງາມແລະລະບົບນ້ຳພຸຖືກປັບປຸງໃຫ້ດີກວ່າເກົ່າເຊິ່ງສາມາດເປີດນ້ຳໄດ້ຫມົດມື້, ຂະນະດຽວກັນຊັ້ນທີສອງຂອງຫ້ອງອາຫານຍັງຖືກຕົກແຕ່ງໃຫ້ເປັນສະຖານທີ່ຊົມທິວທັດທີ່ສາມາດສຳຜັດເຖິງບັນຍາກາດອັນສົດຊື່ນໃນຍາມຄ່ຳຄືນສົມກັບເປັນສະຖານທີ່ພັກຜ່ອນສາທາລະນະປະດັບໃຈກາງນະຄອນຫລວງວຽງຈັນ.
ນອກຈາກນັ້ນ, ສະຖານທີ່ແຫ່ງນີ້ຍັງຈະກາຍເປັນບ່ອນທ່ອງທ່ຽວແຫ່ງສີສັນຂຽວສະອາດເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາທ່ຽວຊົມຕໍ່ຈາກນີ້ຈະສ້າງໃຫ້ກາຍເປັນຖະຫນົນຄົນຍ່າງທ່ຽວຊົມບັນຍາກາດຍາມຄ່ຳເລີ່ມແຕ່4 ແຍກໂຮງແຮມລາວພລາຊາເຖິງ3 ແຍກຫໍສະຫມຸດແຫ່ງຊາດ, ຄາດວ່າຈະເກີດຂຶ້ນໃນອະນາຄົດອັນໃກ້ນີ້, ທ່ານພຶດສະພາພົມມະສັກກ່າວ.
ພິທີເປີດໃຫ້ບໍລິການສວນນ້ຳພຸຊຽງຍືນໄດ້ຈັດຂຶ້ນໃນຕອນແລງວານນີ້ໂດຍການເປັນກຽດເຂົ້າຮ່ວມຂອງທ່ານສົມສະຫວາດເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ມີທ່ານເຈົ້າຄອງນະຄອນຫລວງວຽງຈັນ, ບັນດາລັດຖະມົນຕີວ່າການ, ຄະນະນຳຂັ້ນ, ບັນດານັກທຸລະກິດແລະນັກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫລາຍ.
Ecom

Please! post on www.youtube.com
we love nice picture..
for all Lao, for tourist
Great to hear such good news. However, I am afraid the public may not be able to enjoy this facility if it is privatised. Please help check the cost of concession a year. Can people sit free in that area? Many complain that this area has been reserved and limited to the public.
No pay, no sitting in this area.