ອາເມລິກາຄື ຜູ້ໃຫ້ຄໍາຕອບສຸດທ້າຍ ໂຄ້ງເສັ້ນໄຊລາວເຂົ້າ WTO




   ສປປ ລາວ ເດີນ­ທາງ​ເຖິງໂຄງ​ສຸດ​ທ້າຍ​ແລ້ວ ສຳ­ລັບ​ເສັ້ນ​ໄຊ​ຂອງ​ການ​ເຂົ້າ​ເປັນ​ສະ­ມາ­ຊິກອົງ­ການ​ຄ້າ​ໂລກ ຫລື WTO ຫລັງ​ໄດ້​ມີ​ຄວາມ​ພະ­ຍາ­ຍາມມາ​ເປັນ​ເວ­ລາ 10 ກວ່າ​ປີ ເຊິ່ງ​ປະຈຸ​ບັນ​ຍັງ​ຄອຍ​ຄຳ​ຕອບ​ສຸດ​ທ້າຍ ຈາກ​ສະ­ຫະ­ລັດ​ອາ­ເມ­ລິ­ກາ​ທີ່ເປັນ​ຫນຶ່ງ​ໃນ​ສະ­ມາ­ຊິກ​ອົງ­ການ ດັ່ງ­ກ່າວ ດ້ານ ນຄຕ ແຈ້ງ​ເງື່ອນໄຂ ໂດຍ​ລວມ​ຜ່ານ​ຫມົດ​ຍັງ­ພຽງການ​ປະ­ຕິ­ບັດ​ດ້ານ​ຊັບ​ສິນ​ທາງປັນ­ຍາ​ຂອງ​ລາວ​ທີ່​ອາ­ເມ­ລິ­ກາ ບອກ​ຕ້ອງ​ໄດ້​ສຶກ​ສາ​ລະ­ອຽດຕື່ມ.

   ວານ​ນີ້ ທີ່​ໂຮງ­ແຮມ​ລາວ​ພລາຊາ ນະ­ຄອນ­ຫລວງ​ວຽງ​ຈັນ​ໄດ້ຈັດ​ກອງ​ປະ­ຊຸມ​ຄະ­ນະ​ປະ­ສານງານ​ລະ­ດັບ​ຊາດ​ວ່າ​ດ້ວຍ​ການເຊື່ອມ​ໂຍງເສດ­ຖະ­ກິດ​ກັບ​ສາ­ກົນ (ຄປຊ) ຄັ້ງ​ທີ 10 ເຊິ່ງ​ໃຫ້​ກຽດ​ເປັນ​ປະທານ​ຂອງ​ທ່ານ ດຣ. ນາມ ວິຍະ​ເກດ ລັດ­ຖະ­ມົນ­ຕີ​ວ່າ­ການກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການຄ້າ, ຮອງ​ປະ­ທານ ຄປຊ ໂດຍ​ມີສະ­ມາ­ຊິກ ຄປຊ ຈາກ​ກະ­ຊວງ​ຂະແຫນງ​ການ​ຕະ­ຫລອດ​ຮອດ​ບັນ­ດາ​ສະ­ມາ­ຊິກ​ກອງ​ເລ­ຂາ​ການເຂົ້າ​ເປັນ​ສະ­ມາ­ຊິກ​ອົງ­ການ WTO ຂອງ ສປປ ລາວ​ເຂົ້າຮ່ວມຄະ­ນະ​ຮັບ­ຜິດ­ຊອບ​ກອງ​ປະຊຸມ​ແຈ້ງ­ວ່າ: ຈຸດ­ປະ­ສົງ​ຂອງ​ການປະ­ຊຸມ​ຄັ້ງ​ນີ້​ແມ່ນເພື່ອ​ຮັບ​ຟັງການ​ລາຍ​ງານ​ກ່ຽວ​ກັບ​ຜົນ​ຂອງກອງ​ປະ­ຊຸມ​ຫນ່ວຍ​ງານ​ຄັ້ງ​ທີ 9 ແລະ ສະ­ພາບ​ການ​ກະ­ກຽມຈັດ​ກອງ​ປະ­ຊຸມ​ຄັ້ງ​ທີ 10 ເຊິ່ງເປັນ​ຄັ້ງ​ສຸດ​ທ້າຍ ແລະ ຈະ​ຈັດຂຶ້ນ​ໃນ​ວັນ​ທີ 14 ກັນ­ຍາ​ນີ້ ພ້ອມທັງ​ປຶກ­ສາ​ຫາ­ລື​ແຜນ­ການ​ກະກຽມ​ສຳ­ເລັດ​ຂັ້ນ​ຕອນ​ສຸດ​ທ້າຍໃນ​ການ​ເຂົ້າ​ເປັນ​ສະ­ມາ­ຊິກ WTO ພ້ອມ​ດຽວ​ກັນ​ນັ້ນ​ຍັງ​ຈະ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ບົດ​ສະ­ຫລຸບຜົນ​ການ​ເຈລະ­ຈາ​ທີ່​ໄດ້​ນຳ​ສະເຫນີ​ຜົນ​ຂອງ​ເຈລະ­ຈາ​ນັ້ນ​ມາລາຍ​ງານ​ແກ່​ລັດ­ຖະ­ບານ​ໄດ້​ຮັບຊາບ ພາຍ­ຫລັງ​ທີ່​ອົງ­ການ​ຄ້າໂລກ​ຮັບ​ເອົາ ສປປ ລາວ ເຂົ້າ​ເປັນສະ­ມາ­ຊິກ​ລວມ​ທັງ​ບັນ­ດາ​ພັນ­ທະ​ທີ່​ລາວ​ຈະ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ.

   ຢ່າງ­ໃດ​ກໍ່​ຕາມ ທ່ານ ດຣ. ນາມ ວິ​ຍະ​ເກດ ລັດ­ຖະ­ມົນ­ຕີ​ວ່າການ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ໄດ້​ກ່າວ​ບາງ​ຕອນ​ໃນໂອ­ກາດ​ເປີດ​ກອງ​ປະ­ຊຸມ​ດັ່ງກ່າວ​ວ່າ: ມາ​ປະ­ຈຸ​ບັນ​ກ່ຽວ​ກັບ​ການ​ກະ­ກຽມ​ດ້ານ​ເອ­ກະ­ສານຕ່າງໆ​ໃນ​ການ​ເຂົ້າ​ເປັນ​ສະ­ມາ­ຊິກ​ອົງ­ການ​ຄ້າ​ໂລກ​ແມ່ນ​ເກືອບຈະ​ສຳ­ເລັດ​ແລ້ວ​ພຽງ​ກອງ​ປະຊຸມ​ຄັ້ງ​ດຽວ​ທີ່​ຈະ​ດຳ­ເນີນ​ເພື່ອທົບ​ທວນ­ຄືນ​ບົດ​ລາຍ​ງານ​ທີ່​ຈະເຊັນ​ກັບ​ອົງ­ການ​ຄ້າ​ໂລກ​ໃນເດືອນ​ຕຸ­ລາ ແລະ ໃນ​ກາງ​ເດືອນກັນ­ຍາ 2012 ນີ້ ກໍ່​ຈະ​ມີ​ການ​ຈັດ​ກອງ​ປະ­ຊຸມ​ອີກ​ຮອບ​ຫນຶ່ງ.

   ຕາມ​ການ​ກະ­ກຽມ​ໃນ​ປະ­ຈຸ ບັນ ສຳ­ລັບ​ເສັ້ນ​ໄຊ​ຂອງ​ການ​ເຂົ້າເປັນ​ສະ­ມາ­ຊິກ​ອົງ­ການ​ຄ້າ​ໂລກຂອງ ສປປ ລາວ ຍັງ​ລໍ­ຖ້າ​ຄຳຕອບ​ສຸດ​ທ້າຍ​ຈາກ​ປະ­ເທດ​ສະຫະ​ລັດ​ອາ­ເມ­ລິ­ກາ​ເທົ່າ​ນັ້ນ​ທີ່​ເປັນຫນຶ່ງ​ໃນ​ຈຳ­ນວນ​ບັນ­ດາ​ປະ­ເທດສະ­ມາ­ຊິກ ເຊິ່ງ​ຖ້າ​ຫາກ​ອາ​ເມ​ລິກາ​ໃຫ້​ຄຳ​ຕອບ​ລາວ​ຜ່ານ​ໄດ້​ກໍ່ຖື​ວ່າ​ລາວ​ໄດ້​ເຂົ້າ​ເປັນ​ສະ­ມາ­ຊິກຖາ­ວອນ ຫລັງ​ໄດ້​ມີ​ການ​ລົງ​ນາມລະ­ຫວ່າງ​ລັດ­ຖະ­ບານ ສປປ ລາວ ແລະ ອົງ­ການ​ຄ້າ​ການ​ການ​ຄ້າໂລກ.

   ແນວ­ໃດ​ກໍ່​ດີ  ເຈົ້າ​ຫນ້າ­ທີ່​ຈາກກົມ​ນະ­ໂຍ­ບາຍ​ການ​ຄ້າ​ຕ່າງ​ປະເທດ (ນຄຕ) ກະ­ຊວງ​ອຸດ​ສາ​ຫະກຳ ແລະ ການ​ຄ້າ​ເປີດ­ເຜີຍ​ຕໍ່​ທີມຂ່າວ​ເສດ­ຖະ­ກິດ​ວ່າ: ສະ­ເພາະສະ­ຫະ­ລັດ​ອາ­ເມ­ລິ­ກາ​ຜ່ານ​ມາ ແມ່ນ​ຍອມ­ຮັບ​ໃນ​ປັດ​ໄຈ​ໂດຍລວມ​ຂອງ​ລາວ​ເປັນ​ທີ່​ຮຽບ​ຮ້ອຍແລ້ວ ຍັງ­ພຽງ​ແຕ່​ດ້ານ​ເງື່ອນ­ໄຂການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕໍ່​ຊັບ​ສິນທາງ​ປັນ­ຍາ​ຂອງ​ລາວ ເຊິ່ງ​ອາ­ເມ­ລິ­ກາ​ຈະ​ຕ້ອງ​ໄດ້​ສຶກ​ສາ­ລະອຽດ ຂະ­ນະ​ທີ່​ລາວ​ຜ່ານ​ມາ​ ກໍ່​ໄດ້​ສ້າງ​ເງື່ອນ­ໄຂ​ອຳ­ນວຍ​ໃນ​ຫລາຍດ້ານ​ເປັນ­ຕົ້ນ​ແມ່ນ​ໄດ້​ສ້າງ​ກົດຫມາຍ­ ວ່າ​ດ້ວຍ​ຊັບ​ສິນ​ທາງ​ປັນຍາ​ລວມ​ເຖິງ​ກົດ­ຫມາຍ​ອື່ນໆ​ທີ່ກ່ຽວ­ຂ້ອງ ໂດຍ​ເຊື່ອ​ວ່າ ບໍ່​ກາຍ 2012 ນີ້ ຫລື ບໍ່​ຮອດ​ກອງ​ປະຊຸມ​ອາ​ເຊັມ​ລາວ​ເຂົ້າ​ເປັນ​ສະ​ມາຊິກ​ອົງ­ການ​ການ​ຄ້າ​ໂລກ​ແນ່­ນອນ.
   ປະ­ຈຸ​ບັນ WTO ມີ 155 ສະ­ມາ­ຊິກໂດຍ​ຣັດ­ເຊຍ ແລະ ວານ​ວາ​ຕູ​ຈະ​ເຂົ້າ​ເປັນ​ສະ­ມາ­ຊິກສົມ­ບູນ​ທີ 156 ແລະ 157 ຕາມ ລຳ­ດັບ​ໃນ​ທ້າຍ​ເດືອນ​ສິງ­ຫາ​ນີ້ພາຍ­ຫລັງ​ທີ່​ສອງ​ປະ­ເທດ​ໄດ້​ສຳເລັດ​ການ​ໃຫ້​ສັດ­ຕະ­ຍາ­ບັນ​ບົນ​ພື້ນ­ຖານ​ການ​ຖືກ​ຮອງ​ຮັບ​ເອົາເງື່ອນ­ໄຂ​ເຂົ້າ​ເປັນ​ສະ­ມາ­ຊິກ​ໃນກອງ​ປະ­ຊຸມ​ລະ​ະ​ດັບ​ລັດ​ຖະ​ມົນຕີ​ຄັ້ງ​ທີ 8 ຂອງ WTO ທີ່​ເຈ​ນີວາ​ໃນ​ເດືອນ​ກັນ­ຍາ 2012 ນີ້.

Ecom

9:35 AM | Posted in , , , | Read More »

Related Posts Plugin for WordPress, Blogger...

Blog Archive

Recently Added