ບັນຫາ "ຄົນຝາກ" ໃນປະເທດເຮົາ

ບັນຫາ “ຄົນຝາກ” ພວມເປັນເລື່ອງຮືຮາຟ້າລັ່ນກັນທັງເມືອງ, ເລື່ອງດັ່ງກ່າວມັນປຽບສະເຫມືອນສອງຫນ້າ ເຊິ່ງມີຄົນຝາກບາງຄົນກໍ່ເກັ່ງ-ກໍ່ດີແທ້, ມີຄວາມສາມາດສູງ ເຮັດສຳເລັດ ຫນ້າວຽກທີ່ຜູ້ບັນຊາມອບຫມາຍໃຫ້ ແຕ່ຄົນຝາກບາງຄົນກໍ່ມີແທ້ “ໃບປະລິນຍາ” ແຕ່ເຮັດອັນໃດ ກໍ່ບໍ່ໄດ້ເລື່ອງ ເຮັດແບບມ້າມແປະພຸງ ແຕ່ບາດຜົນປະໂຫຍດເພິ່ນພັດຫນັກກວ່າຄົນແທ້ອີກໃດ໋.
ການຝາກຄົນ ຫລື ຄົນຝາກ ມັນແມ່ນວັດທະນະທຳອັນຫນຶ່ງທີ່ຕົກທອດກັນມາແຕ່ສະໄຫມກ່ອນ ດັ່ງພວກເຮົາເຄີຍຍິນ-ເຄີຍເຫັນນ້ອງຊາຍຝາກລູກໃຫ້ອ້າຍເຂົ້າເຮັດວຽກ, ຝາກເຂົ້າໂຮງ ຮຽນຕໍ່ໃນສາຍຕ່າງໆ ແລະ ຝາກໃຫ້ອຸປະຖຳ ແລະ ອື່ນໆ, ແຕ່ມາເຖິງປະຈຸບັນປັນຫາ “ຄົນຝາກ” ໄດ້ຮັບການພັດທະນາໃຫ້ເປັນທຸລະກິດມີບາງກຸ່ມ-ບາງຄົນ ກໍ່ບອກວ່າ: ຖ້າເຈົ້າຢາກໃຫ້ລູກເຈົ້າເຂົ້າເຮັດວຽກຢູ່ບ່ອນນັ້ນບ່ອນນີ້, ເຂົ້າສະຖາບັນການສຶກສາຕ່າງໆກໍ່ຕ້ອງຈ່າຍເທົ່ານີ້ເທົ່ານັ້ນເຊັ່ນດຽວກັນ, ບາງຄົນທີ່ມີຖານະທາງດ້ານເສດຖະກິດ, ກໍ່ໄປຝາກເຂົາເຮັດວຽກທີ່ມີເງື່ອນໄຂອັນດີ ເວົ້າລວມແລ້ວກໍ່ແມ່ນບ່ອນທີ່ຈະໄດ້ກິນໄດ້ຫຍ້ຳໄດ້ກືນຫັ້ນລະ ແຕ່ເຈົ້າຂອງ ຫລື ຫົວຫນ້າອົງກອນບໍ່ຮັບກໍ່ບໍ່ໄດ້ເພາະເພິ່ນຜູ້ໃຫຍ່ ແລະ ມີທັງລາຍໄດ້ ເມື່ອເຂົ້າເອົາເງິນຍັດໃຫ້ກໍ່ຮັບເອົາແລ້ວກໍ່ວິ່ງເຕັ້ນໃຫ້ໄດ້ເຂົ້າການ-ເຂົ້າຮຽນ ຫລື ຫນ້າທີ່ການງານດີບາດເອົາໄປເຮັດວຽກພັດງົມໆທາວໆ.
ສະນັ້ນ, ຕໍ່ບັນຫາດັ່ງກ່າວ ພວກເຮົາຕ້ອງມານັ່ງຄິດ-ນັ່ງຫງຳເບິ່ງເຖິງຜົນຮ້າຍ-ຜົນດີຕໍ່ບ້ານເມືອງ, ບາງບ່ອນຄົນຝາກເຫລົ່ານັ້ນ ພັດບໍ່ນັບຖືຮອດການຈັດຕັ້ງຂອງຕົນຍ້ອນວ່າ: ຕົນເອງເປັນລູກຫລານຂອງຄົນມີເງິນເປັນຄົນຂອງຜູ້ມີຖານະຕຳແຫນ່ງ ເຊິ່ງຢາກເຮັດຫຍັງ-ຢາກເວົ້າຫຍັງກໍ່ເວົ້າຕາມລຳພັງໃຈ ເພາະວ່າບໍ່ມີໃຜໃຫຍ່ກວ່າໂຕວ່າຊັ້ນ ດັ່ງທີ່ພວກເຮົາເຄີຍຍິນວ່າ: ຜູ້ນັ້ນແມ່ນລູກຫລານທ່ານນັ້ນ ຫລານທ່ານນີ້ໄດ້ລະວັງປາກລະວັງຄໍແດ່ເດີ ຢ່າເວົ້າຫຍັງໃຫ້ເຂົາເຈົ້າໃດ໋ ຖ້າບໍ່ດັ່ງນັ້ນຈະຟົ້ງຈາກຕັ່ງ ຫລື ນັ່ງຕັ່ງຈົນແປບໍ່ຄືບຫນ້າຄືບຕາ.
ຜູ້ຂຽນຕ້ອງສະແດງຄວາມຍິນດີນຳຫລາຍທ່ານທີ່ປະຕິເສດບໍ່ໃຫ້ຈຸ່ມເຈື້ອເຊື້ອສາຍຕົນເປັນຄົນຝາກ ເຊິ່ງໄດ້ສະແດງອອກການເຂົ້າເຮັດວຽກຕ້ອງຜ່ານຂັ້ນຕອນຕາມລະບຽບກົດຫມາຍ, ບໍ່ຢູ່ເບື້ອງຫລັງບັນຫາ ແລະ ຫວ່າງມໍ່ໆມານີ້ກໍ່ມີອົງກອນຫນຶ່ງຂໍສະຫງວນຊື່ໄວ້ທີ່ອອກມາຖະແຫລງຂ່າວ ໂດຍບໍ່ຮັບຄົນຝາກໂດຍເດັດຂາດ, ຖ້າຜູ້ໃດຢາກເຂົ້າເຮັດວຽກໃນຖານະທີ່ດັ່ງກ່າວຕ້ອງຜ່ານການສອບເສັງ-ກວດກາຈາກເຈົ້າຫນ້າທີ່ທີ່ມີຄວາມຊ່ຽວຊານດ້ານນີ້ໂດຍສະເພາະ, ຖ້າເສັງຜ່ານກໍ່ຖືວ່າໄດ້ບໍ່ຜ່ານກໍ່ຄືບໍ່ຜ່ານ ແລະ ຕ້ອງເອົາຄົນເກັ່ງ-ຄົນດີເຂົ້າເຮັດວຽກ ເພື່ອຮອງຮັບການຂັບເຄື່ອນທຸກກົນໄກໄປສູ່ຄວາມສຳເລັດເຕັມ 100%.
ຕໍ່ເລື່ອງດັ່ງກ່າວມັນຍິ່ງຈຳເປັນເຮັດໃຫ້ທັງສອງຝ່າຍນັບທັງຢູ່ຝາກ ແລະ ຜູ້ຮັບຝາກຄຳນຶງເຖິງຜົນປະໂຫຍດລວມຂອງຊາດ-ຂອງສະຖາບັນຂອງຕົນ ຖ້າບໍ່ດັ່ງນັ້ນມັນຈະຢູ່ໃນສະພາບ “ເຫລືອບໍ່ພໍ” ຫລື ວ່າບໍ່ມີຄົນວ່າງງານແຕ່ຄົນເຮັດວຽກບໍ່ມີປະສິດທິຜົນ ເຊິ່ງມັນບໍ່ສາມາດແຂ່ງຂັນກັບສາກົນໄດ້ ເພາະປະຈຸບັນປະເທດເຮົາພວມເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນມັນຍິ່ງຕ້ອງການ “ຄົນທີ່ໄດ້ມາດຕະຖານ-ຄົນທີ່ມີຄວາມພ້ອມຮອບດ້ານ”.
Ecom
ຂໍຊົມເຊີຍ !ຕໍ່ບັນຫານີ້ ຢາກໃຫ້ຜູ້ທີ່ມີອຳນາດ ແລະ ເປັນຜູ້ທີ່ຝາກເລື້ອຍໆ ຫັ້ນ
ປະຕິບັດກອ່ນ ! ຖ້າເຮັດໄດ້ ດີຫລາຍ ເພາະລູກພໍ່ນາ ກຳມະກອນ ລາຍໄດ້ຕຳ່
ຈະໄດ້ ໄຊ້ຄວາມສາມດ ຂອງຕົນເອງ ທີ່ມີ ໃນການປະກອບສ່ວນວຽກງານ.
(ຄົນຝາກ)ແມ່ນຫຍັງ?
ຄົນຝາກໃນກະທູ້ນີ້ແມ່ນ ລູກຫລືຫລານ ຫລື ບຸກຄົນ ທີ່ມີສາຍກ້ຽວພັັນທາງເຄືອຍາດ ຫລືບໍ່ແມ່ນກໍ່ໄດ້
ທີ່ ຄົນໆນັ້ນ ທີ່ມີອິດທິພົນ ຫລື ອຳນາດ ທີ່ສາມາດເຮັດໃຫ້ຄົນຝາກ ເຂົ້າບັນຈຸ ໃນສະຖາບັນໃດໜື່ງ ອາດຈະເປັນ ການສຶກສາ ການງານ ຫລື ການຄ້າ
ຕາມຄວາມເຂົ້າໃຈ
ບັນຫານີ້ຈະມີວິທີແກ້ໄຂໄດ້ບໍ່?
ເພື່ອຢາກແກ້ໄຂບັນຫາດັ່ງກ່າ%ນີ້ໄດ້ ອົງການຈັດຕັ້ງຂັນເທິງ ຈະຕ້ອງໄດ້ມີການເປີດກວ້າງໃນການຮັບເອົາຄົນເຂົ້າໄປເຮັດວຽກໃນອົງກອນຂອງລັດ. ບໍ່ຮູ້ວ່າໃນປະຈຸບັນມີ້ຫລາຍກະຊວງ ບໍ່ເຫັນເພິນປະກາດຮັບເອົາພະນັກງານຈັກເທື່ອແຕ່ພັດມີຄົນເຮັດວຽກເຕັມຢູ່ ບໍ່ຮູ້ວ່າ ເພິ່ນຮັບເອົາຄົນດ້ວຍຂັ້ນຕອນ ແລະ ວິທີການຄືແນວໃດ? ຂ້າພະເຈົ້າຄິດວ່າ ຄົນຈະດ້ວຍຮູບການຄົນເພິ່ນຄົນໂຕນັ້ນແລ້ວ.
ແຕ່ລະກະຊວງ ເບິ່ງແຕ່ນາມສະກຸນກະຮູ້ແລ້ວວ່າເດັກໃຜ? ບາງບ່ອນມີຮອດສອງສາມຄົນພຸ້ນນາ ອັນນາມສະກຸນດຽວນັ້ນ.
ຕໍ່ບັນຫານີ້ ຖ້າຢາກຈະແກ້ໄຂ ກໍ່ສຸດທີ່ຈະງ່າຍຄື ບໍ່ໃຫ້ນາມສະກຸນອັນດຽວກັນເຮັດການຢູ່ບ່ອນດຽວກັນກໍ່ໄດ້ແລ້ວ.
ຂ້າພະເຈົ້າເຄີຍໄດ້ງິນໃນເມື່ອກ່ອນ ກ່ອນຈະມີການສັບຊ້ອນໃຫ້ນັກຮຽນໄປຮຽນຕໍ່ ທາງອຳນວຍການໂຮງຮຽນ ມັດທະຍົມ (ໃນເມື່ອກ່ອນ) ເພິ່ນໄດ້ມີການຄົ້ນຄວ້າກ່ຽວກັບປະຫວັດຂອງນັກຮຽນ,ຖ້າຫາກໃຜມີອ້າຍອື້ອຍ ຫລື ພີ່ນ້ອງໄປເປັນທະຫານ ຫລື ໄປເປັນຄູແລ້ວເພິ່ນກໍ່ຈະຍົກເວັ້ນ. ຕ້ອງໄດ້ສັບຊ້ອນໃຫ້ນັກຮຽນນັ້ນ ໄປໃສ່ຂະແໜງໃໝ່. ແຕ່ກໍ່ຄັງຈະໄດ້ຍາກເພາະ ຄືດັ່ງທີ່ຫລາຍຄົນໄດ້ຮູ້ ບັນຫາດັ່ງກ່າວມັນພົວພັນກັບຜົນປະໂຫຍດສ່ວນຕົວ. ຜູ້ໃດກໍ່ເຫັນແກ່ພີ່ແກ່ນ້ອງຂອງຕົນ.
Yes...This problem can be solved. Only from (puklut) khun thueng not being selfish or using their high ranking as advantage over other pple. Son/daughter of poor farmers are very,very smart in school,but can't go no further in education and the reason is:....No money.
That's just my opinion.
ອື່ຮຶ,,,ເຫັນໃຈທັງສອງຝ່າຍ. ຄືສິແມ່ນບັນຫາທີ່ແກ້ຍາກທີ່ສຸດໃນປະເທດເຮົາ
khon fak... hahaha... whats a word. before we called Linh-sene/ Linh-Sai.
khon fak... hahaha... whats a word. before we called Linh-sene/ Linh-Sai.
ຄົນຝາກ ภาษาไทยประมาณ เด็กเส้น ดีแล้วล่ะ อย่าเว้าตามไทยหมดหลาย เห็นไทยเว้าหยังก็เว้าตามไปหมด คนฝาก นั้นล่ะดีแล้ว
ຖ້າເປັນຂ້ອຍກໍ່ຍາກທີ່ຈະປະຕິເສດ ເພາະຜູ້ມາຝາກກໍ່ແມ່ນພີ່ນ້ອງໃກ້ໆກັນ ຈຳໃຈ ແລະ ຝືນໃຈ ທັງໆທີ່ບໍ່ມີເງິນຈ້າງ ແລະ ມາເອົາປະສົບການຊື່ໆ ເພາະຈົບມາໃໝ່ ຫຼັງຈາກນັ້ນຈະໄປເຮັດຢູ່ບ່ອນອື່ນວ່າຊັ້ນ. ເວົ້າຄືເຮົາເອົາຮັບເອົາຄົນຫຼາຍສ່ຳໃດກໍ່ໄດ້ນິແຫຼະ. ແກ້ໄຂຊ່ວຍແດ່ເລື່ອງນີ້.....