|

ບັນຫາ "ຄົນຝາກ" ໃນປະເທດເຮົາ



ບັນ­ຫາ “ຄົນ​ຝາກ” ພວມເປັນ​ເລື່ອງ​ຮື​ຮາ​ຟ້າ​ລັ່ນ​ກັນ​ທັງເມືອງ, ເລື່ອງ​ດັ່ງ­ກ່າວ​ມັນ​ປຽບສະ​ເຫມືອນ​ສອງ​ຫນ້າ ເຊິ່ງ​ມີ​ຄົນຝາກ​ບາງ​ຄົນ​ກໍ່​ເກັ່ງ-ກໍ່​ດີ​ແທ້, ມີຄວາມ​ສາ­ມາດ​ສູງ ເຮັດ​ສຳ­ເລັດ ຫນ້າ​ວຽກ​ທີ່​ຜູ້​ບັນ­ຊາ​ມອບ​ຫມາຍໃຫ້ ແຕ່​ຄົນ​ຝາກ​ບາງ​ຄົນ​ກໍ່​ມີ​ແທ້ “ໃບ​ປະ­ລິນ­ຍາ” ແຕ່​ເຮັດ​ອັນ​ໃດ ກໍ່​ບໍ່​ໄດ້​ເລື່ອງ ເຮັດ​ແບບ​ມ້າມ​ແປະພຸງ ແຕ່​ບາດ​ຜົນ​ປະ­ໂຫຍດ​ເພິ່ນພັດ​ຫນັກ​ກວ່າ​ຄົນ​ແທ້​ອີກ​ໃດ໋.

ການ​ຝາກ​ຄົນ ຫລື ຄົນ​ຝາກ ມັນ​ແມ່ນ​ວັດ­ທະ­ນະ­ທຳ​ອັນ​ຫນຶ່ງທີ່​ຕົກ​ທອດ​ກັນ​ມາ​ແຕ່​ສະ­ໄຫມກ່ອນ ດັ່ງ​ພວກ​ເຮົາ​ເຄີຍ​ຍິນ-ເຄີຍເຫັນ​ນ້ອງ​ຊາຍ​ຝາກ​ລູກ​ໃຫ້​ອ້າຍເຂົ້າ​ເຮັດ​ວຽກ, ຝາກ​ເຂົ້າ​ໂຮງ ຮຽນ​ຕໍ່​ໃນ​ສາຍ​ຕ່າງໆ ແລະ ຝາກໃຫ້​ອຸ­ປະ­ຖຳ ແລະ ອື່ນໆ, ແຕ່​ມາເຖິງ​ປະ­ຈຸ​ບັນ​ປັນ­ຫາ “ຄົນ​ຝາກ” ໄດ້​ຮັບ​ການ​ພັດ­ທະ­ນາ​ໃຫ້​ເປັນ​ທຸລະ​ກິດ​ມີ​ບາງ​ກຸ່ມ-ບາງ​ຄົນ ກໍ່ບອກ​ວ່າ: ຖ້າ​ເຈົ້າ​ຢາກ​ໃຫ້​ລູກເຈົ້າ​ເຂົ້າ​ເຮັດ​ວຽກ​ຢູ່​ບ່ອນ​ນັ້ນບ່ອນ​ນີ້, ເຂົ້າ​ສະ​ຖາ​ບັນ​ການ​ສຶກສາ​ຕ່າງໆ​ກໍ່​ຕ້ອງ​ຈ່າຍ​ເທົ່າ​ນີ້​ເທົ່ານັ້ນ​ເຊັ່ນ​ດຽວ​ກັນ, ບາງ​ຄົນ​ທີ່​ມີຖາ­ນະ​ທາງ​ດ້ານ​ເສດ­ຖະ­ກິດ, ກໍ່ໄປ​ຝາກ​ເຂົາ​ເຮັດ​ວຽກ​ທີ່​ມີ​ເງື່ອນໄຂ​ອັນ​ດີ ເວົ້າ​ລວມ​ແລ້ວ​ກໍ່​ແມ່ນບ່ອນ​ທີ່​ຈະ​ໄດ້​ກິນ​ໄດ້​ຫຍ້ຳ​ໄດ້​ກືນຫັ້ນ​ລະ ແຕ່​ເຈົ້າ​ຂອງ ຫລື ຫົວຫນ້າ​ອົງ​ກອນ​ບໍ່​ຮັບ​ກໍ່​ບໍ່​ໄດ້​ເພາະເພິ່ນ​ຜູ້​ໃຫຍ່ ແລະ ມີ​ທັງ​ລາຍ​ໄດ້ ເມື່ອ​ເຂົ້າ​ເອົາ​ເງິນ​ຍັດ​ໃຫ້​ກໍ່​ຮັບເອົາ​ແລ້ວ​ກໍ່​ວິ່ງ​ເຕັ້ນ​ໃຫ້​ໄດ້​ເຂົ້າການ-ເຂົ້າ​ຮຽນ ຫລື ຫນ້າ­ທີ່​ການງານ​ດີ​ບາດ​ເອົາ​ໄປ​ເຮັດ​ວຽກ​ພັດງົມໆ​ທາວໆ.

ສະ­ນັ້ນ, ຕໍ່​ບັນ­ຫາ​ດັ່ງ­ກ່າວ ພວກ​ເຮົາ​ຕ້ອງ​ມາ​ນັ່ງ​ຄິດ-ນັ່ງຫງຳ​ເບິ່ງ​ເຖິງ​ຜົນ​ຮ້າຍ-ຜົນ​ດີ​ຕໍ່ບ້ານ​ເມືອງ, ບາງ​ບ່ອນ​ຄົນ​ຝາກເຫລົ່າ­ນັ້ນ ພັດ​ບໍ່​ນັບ­ຖື​ຮອດ​ການຈັດ​ຕັ້ງ​ຂອງ​ຕົນ​ຍ້ອນ​ວ່າ: ຕົນເອງ​ເປັນ​ລູກ​ຫລານ​ຂອງ​ຄົນ​ມີເງິນ​ເປັນ​ຄົນ​ຂອງ​ຜູ້​ມີ​ຖາ­ນະ​ຕຳແຫນ່ງ ເຊິ່ງ​ຢາກ​ເຮັດ​ຫຍັງ-ຢາກເວົ້າ​ຫຍັງ​ກໍ່​ເວົ້າ​ຕາມ​ລຳ­ພັງ​ໃຈ ເພາະ­ວ່າ​ບໍ່​ມີ​ໃຜ​ໃຫຍ່​ກວ່າ​ໂຕ​ວ່າຊັ້ນ ດັ່ງ​ທີ່​ພວກ​ເຮົາ​ເຄີຍ​ຍິນ​ວ່າ: ຜູ້​ນັ້ນ​ແມ່ນ​ລູກ​ຫລານ​ທ່ານ​ນັ້ນ ຫລານ​ທ່ານ​ນີ້​ໄດ້​ລະ­ວັງ​ປາກ​ລະວັງ​ຄໍ​ແດ່​ເດີ ຢ່າ​ເວົ້າ​ຫຍັງ​ໃຫ້​ເຂົາເຈົ້າ​ໃດ໋ ຖ້າ​ບໍ່​ດັ່ງ­ນັ້ນ​ຈະ​ຟົ້ງ​ຈາກຕັ່ງ ຫລື ນັ່ງ​ຕັ່ງ​ຈົນ​ແປ​ບໍ່​ຄືບ​ຫນ້າຄືບ​ຕາ.

ຜູ້​ຂຽນ​ຕ້ອງ​ສະ­ແດງ​ຄວາມຍິນ​ດີ​ນຳ​ຫລາຍ​ທ່ານ​ທີ່​ປະ­ຕິ­ເສດບໍ່​ໃຫ້​ຈຸ່ມ​ເຈື້ອ​ເຊື້ອ­ສາຍ​ຕົນ​ເປັນຄົນ​ຝາກ ເຊິ່ງ​ໄດ້​ສະ­ແດງ​ອອກການ​ເຂົ້າ​ເຮັດ​ວຽກ​ຕ້ອງ​ຜ່ານ​ຂັ້ນຕອນ​ຕາມ​ລະ­ບຽບ​ກົດ­ຫມາຍ, ບໍ່ຢູ່​ເບື້ອງ​ຫລັງ​ບັນ­ຫາ ແລະ ຫວ່າງມໍ່ໆມານີ້​ກໍ່​ມີ​ອົງ​ກອນ​ຫນຶ່ງ​ຂໍ​ສະຫງວນ​ຊື່​ໄວ້​ທີ່​ອອກ​ມາ​ຖະ­ແຫລງຂ່າວ ໂດຍ​ບໍ່​ຮັບ​ຄົນ​ຝາກ​ໂດຍເດັດ­ຂາດ, ຖ້າ​ຜູ້​ໃດ​ຢາກ​ເຂົ້າ​ເຮັດວຽກ​ໃນ​ຖາ­ນະ​ທີ່​ດັ່ງ­ກ່າວ​ຕ້ອງຜ່ານ​ການ​ສອບ­ເສັງ-ກວດ­ກາຈາກ​ເຈົ້າ​ຫນ້າ­ທີ່​ທີ່​ມີ​ຄວາມ​ຊ່ຽວຊານ​ດ້ານ​ນີ້​ໂດຍ​ສະ­ເພາະ, ຖ້າເສັງ​ຜ່ານ​ກໍ່​ຖື​ວ່າ​ໄດ້​ບໍ່​ຜ່ານ​ກໍ່​ຄື​ບໍ່ຜ່ານ ແລະ ຕ້ອງ​ເອົາ​ຄົນ​ເກັ່ງ-ຄົນ​ດີ​ເຂົ້າ​ເຮັດ​ວຽກ ເພື່ອ​ຮອງ​ຮັບການ​ຂັບ​ເຄື່ອນ​ທຸກ​ກົນ​ໄກ​ໄປ​ສູ່ຄວາມ​ສຳ­ເລັດ​ເຕັມ 100%.

ຕໍ່​ເລື່ອງ​ດັ່ງ­ກ່າວ​ມັນ​ຍິ່ງ​ຈຳເປັນ​ເຮັດ​ໃຫ້​ທັງ​ສອງ​ຝ່າຍນັບທັງ​ຢູ່​ຝາກ ແລະ ຜູ້​ຮັບ​ຝາກ​ຄຳນຶງ​ເຖິງ​ຜົນ​ປະ­ໂຫຍດ​ລວມ​ຂອງຊາດ-ຂອງ​ສະ​ຖາ​ບັນ​ຂອງ​ຕົນ ຖ້າ​ບໍ່​ດັ່ງ­ນັ້ນ​ມັນ​ຈະ​ຢູ່​ໃນ​ສະ­ພາບ “ເຫລືອ​ບໍ່​ພໍ” ຫລື ວ່າ​ບໍ່​ມີ​ຄົນວ່າງ​ງານ​ແຕ່​ຄົນ​ເຮັດ​ວຽກ​ບໍ່​ມີປະ​ສິດ­ທິ​ຜົນ ເຊິ່ງ​ມັນ​ບໍ່​ສາ­ມາດແຂ່ງ­ຂັນ​ກັບ​ສາ­ກົນ​ໄດ້ ເພາະ​ປະຈຸ​ບັນ​ປະ­ເທດ​ເຮົາ​ພວມ​ເຊື່ອມໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ສາກົນ​ມັນ​ຍິ່ງ​ຕ້ອງ­ການ “ຄົນ​ທີ່​ໄດ້ມາດ­ຕະ­ຖານ-ຄົນ​ທີ່​ມີ​ຄວາມພ້ອມ​ຮອບ­ດ້ານ”.


Ecom

Posted by samakomlao on 11:08 PM. Filed under , . You can follow any responses to this entry through the RSS 2.0. Feel free to leave a response

13 comments for "ບັນຫາ "ຄົນຝາກ" ໃນປະເທດເຮົາ"

  1. Anonymous

    ຂໍຊົມເຊີຍ !ຕໍ່ບັນຫານີ້ ຢາກໃຫ້ຜູ້ທີ່ມີອຳນາດ ແລະ ເປັນຜູ້ທີ່ຝາກເລື້ອຍໆ ຫັ້ນ
    ປະຕິບັດກອ່ນ ! ຖ້າເຮັດໄດ້ ດີຫລາຍ ເພາະລູກພໍ່ນາ ກຳມະກອນ ລາຍໄດ້ຕຳ່
    ຈະໄດ້ ໄຊ້ຄວາມສາມດ ຂອງຕົນເອງ ທີ່ມີ ໃນການປະກອບສ່ວນວຽກງານ.

  2. Anonymous

    (ຄົນຝາກ)ແມ່ນຫຍັງ?

  3. Anonymous

    ຄົນຝາກໃນກະທູ້ນີ້ແມ່ນ ລູກຫລືຫລານ ຫລື ບຸກຄົນ ທີ່ມີສາຍກ້ຽວພັັນທາງເຄືອຍາດ ຫລືບໍ່ແມ່ນກໍ່ໄດ້
    ທີ່ ຄົນໆນັ້ນ ທີ່ມີອິດທິພົນ ຫລື ອຳນາດ ທີ່ສາມາດເຮັດໃຫ້ຄົນຝາກ ເຂົ້າບັນຈຸ ໃນສະຖາບັນໃດໜື່ງ ອາດຈະເປັນ ການສຶກສາ ການງານ ຫລື ການຄ້າ

    ຕາມຄວາມເຂົ້າໃຈ

  4. Anonymous

    ບັນຫານີ້ຈະມີວິທີແກ້ໄຂໄດ້ບໍ່?

  5. Anonymous

    ເພື່ອຢາກແກ້ໄຂບັນຫາດັ່ງກ່າ%ນີ້ໄດ້ ອົງການຈັດຕັ້ງຂັນເທິງ ຈະຕ້ອງໄດ້ມີການເປີດກວ້າງໃນການຮັບເອົາຄົນເຂົ້າໄປເຮັດວຽກໃນອົງກອນຂອງລັດ. ບໍ່ຮູ້ວ່າໃນປະຈຸບັນມີ້ຫລາຍກະຊວງ ບໍ່ເຫັນເພິນປະກາດຮັບເອົາພະນັກງານຈັກເທື່ອແຕ່ພັດມີຄົນເຮັດວຽກເຕັມຢູ່ ບໍ່ຮູ້ວ່າ ເພິ່ນຮັບເອົາຄົນດ້ວຍຂັ້ນຕອນ ແລະ​ ວິທີການຄືແນວໃດ? ຂ້າພະເຈົ້າຄິດວ່າ ຄົນຈະດ້ວຍຮູບການຄົນເພິ່ນຄົນໂຕນັ້ນແລ້ວ.

  6. Anonymous

    ແຕ່ລະກະຊວງ ເບິ່ງແຕ່ນາມສະກຸນກະຮູ້ແລ້ວວ່າເດັກໃຜ? ບາງບ່ອນມີຮອດສອງສາມຄົນພຸ້ນນາ ອັນນາມສະກຸນດຽວນັ້ນ.

  7. Anonymous

    ຕໍ່​ບັນຫາ​ນີ້ ຖ້າ​ຢາກ​ຈະ​ແກ້​ໄຂ ກໍ່​ສຸດ​ທີ່​ຈະ​ງ່າຍຄື ບໍ່​ໃຫ້​ນາມສະກຸນ​ອັນ​ດຽວ​ກັນ​ເຮັດ​ການ​ຢູ່​ບ່ອນ​ດຽວ​ກັນ​ກໍ່​ໄດ້​ແລ້ວ.
    ຂ້າພະ​ເຈົ້າ​ເຄີຍ​ໄດ້​ງິນ​ໃນ​ເມື່ອ​ກ່ອນ ກ່ອນ​ຈະ​ມີ​ການ​ສັບ​ຊ້ອນ​ໃຫ້​ນັກຮຽນ​ໄປ​ຮຽນ​ຕໍ່ ທາງ​ອຳນວຍ​ການ​ໂຮງຮຽນ ມັດທະຍົມ (​ໃນ​ເມື່ອ​ກ່ອນ) ​ເພິ່ນ​ໄດ້​ມີ​ການຄົ້ນຄວ້າກ່ຽວ​ກັບ​ປະຫວັດ​ຂອງ​ນັກຮຽນ,​ຖ້າ​ຫາກ​ໃຜ​ມີ​ອ້າຍ​ອື້​ອຍ ຫລື​ ພີ່ນ້ອງ​ໄປ​ເປັນ​ທະຫານ ຫລື ​ໄປ​ເປັນ​ຄູ​ແລ້ວ​ເພິ່ນ​ກໍ່​ຈະ​ຍົກ​ເວັ້ນ. ຕ້ອງ​ໄດ້​ສັບ​ຊ້ອນໃຫ້​ນັກຮຽນ​ນັ້ນ ​ໄປ​ໃສ່​ຂະ​ແໜງ​ໃໝ່. ​ແຕ່​ກໍ່​ຄັງ​ຈະ​ໄດ້​ຍາກ​ເພາະ ຄືດັ່ງ​ທີ່​ຫລາຍ​ຄົນ​ໄດ້​ຮູ້ ບັນຫາ​ດັ່ງກ່າວ​ມັນ​ພົວພັນ​ກັບ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ. ຜູ້​ໃດ​ກໍ່​ເຫັນ​ແກ່​ພີ່​ແກ່​ນ້ອງ​ຂອງ​ຕົນ​.

  8. Anonymous

    Yes...This problem can be solved. Only from (puklut) khun thueng not being selfish or using their high ranking as advantage over other pple. Son/daughter of poor farmers are very,very smart in school,but can't go no further in education and the reason is:....No money.
    That's just my opinion.

  9. Anonymous

    ອື່ຮຶ,,,ເຫັນໃຈທັງສອງຝ່າຍ. ຄືສິແມ່ນບັນຫາທີ່ແກ້ຍາກທີ່ສຸດໃນປະເທດເຮົາ

  10. Anonymous

    khon fak... hahaha... whats a word. before we called Linh-sene/ Linh-Sai.

  11. Anonymous

    khon fak... hahaha... whats a word. before we called Linh-sene/ Linh-Sai.

  12. Anonymous

    ຄົນ​ຝາກ ภาษาไทยประมาณ เด็กเส้น ดีแล้วล่ะ อย่าเว้าตามไทยหมดหลาย เห็นไทยเว้าหยังก็เว้าตามไปหมด คนฝาก นั้นล่ะดีแล้ว

  13. Anonymous

    ຖ້າເປັນຂ້ອຍກໍ່ຍາກທີ່ຈະປະຕິເສດ ເພາະຜູ້ມາຝາກກໍ່ແມ່ນພີ່ນ້ອງໃກ້ໆກັນ ຈຳໃຈ ແລະ ຝືນໃຈ ທັງໆທີ່ບໍ່ມີເງິນຈ້າງ ແລະ ມາເອົາປະສົບການຊື່ໆ ເພາະຈົບມາໃໝ່ ຫຼັງຈາກນັ້ນຈະໄປເຮັດຢູ່ບ່ອນອື່ນວ່າຊັ້ນ. ເວົ້າຄືເຮົາເອົາຮັບເອົາຄົນຫຼາຍສ່ຳໃດກໍ່ໄດ້ນິແຫຼະ. ແກ້ໄຂຊ່ວຍແດ່ເລື່ອງນີ້.....

:)) ;)) ;;) :D ;) :p :(( :) :( :X =(( :-o :-/ :-* :| 8-} :)] ~x( :-t b-( :-L x( =))

Leave a reply

Related Posts Plugin for WordPress, Blogger...

Blog Archive

Recently Added